ນາຍົກຣັຖມົນຕຣີ ຂໍໃຫ້ຈີນ ເພີ່ມການລົງທຶນໃນລາວ ຫຼາຍຂຶ້ນ

ສຸພັດຕາ
2023.04.04
ນາຍົກຣັຖມົນຕຣີ ຂໍໃຫ້ຈີນ ເພີ່ມການລົງທຶນໃນລາວ ຫຼາຍຂຶ້ນ ທ່ານ ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ຕ້ອນຮັບ ທ່ານ ຫວັງ ໜິງ (ຮູບຊ້າຍມື) ເລຂາພັກແຂວງ ແຂວງຢຸນນານ, ປະເທດຈີນ. ສຳນັກງານ ນາຍົກຣັຖມົນຕຣີ, ນະຄອນຫຼວງວຽງຈັນ ວັນທີ 29 ມີນາ 2023.
LNR

ໃນວັນທີ 29 ມິນາ 2023 ທີ່ຜ່ານມາ, ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ຕ້ອນຮັບທ່ານ ຫວັງ ໜິງ (Wang Ning) ເລຂາພັກຄອມມູນິສຈີນ ແຂວງຢຸນນານ ປະເທດຈີນ  ພ້ອມດ້ວຍຄະນະ, ໃນໂອກາດ ທີ່ມາຢ້ຽມຢາມຢູ່ປະເທດລາວ ແຕ່ວັນທີ 29 ມີນາ ຫາ 1 ເມສາ 2023. ພ້ອມກັນນີ້, ທ່ານ ດຣ. ສອນໄຊ ໄດ້ສເນີໃຫ້ແຂວງຢຸນນານ ຊ່ອຍຊຸກຍູ້ລາວ ໃນຫຼາຍເຣື່ອງ ເປັນຕົ້ນ ການເປີດເສັ້ນທາງຣົຖໄຟ ແລະເສັ້ນທາງເຮືອບິນ ວຽງຈັນ-ຄຸນໝິງ, ການລົງທຶນໃນຂແນງຊົລປະທານ, ການລົງທຶນ ແລະການຊ່ອຍເຫຼືອ ດ້ານການຜລິດ ແລະແປຮູບສິນຄ້າກະສິກັມ ຢູ່ໃນແຂວງພາກເໜືອຂອງລາວ, ການກໍ່ສ້າງເສັ້ນທາງ ທາງດ່ວນ ອຸດົມໄຊ-ດ່ານບໍ່ເຕັນ ແລະເສັ້ນທາງ R3 ແຕ່ດ່ານບໍ່ເຕັນ ເມືອງ ແລະ ແຂວງຫຼວງນ້ຳທາ ຫາເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ສຳເຣັດໂດຍໄວ ໃນຂະນະດຽວກັນ, ທ່ານ ຫວັງ ໜິງ ກໍໄດ້ສແດງຄວາມຂອບໃຈ ຕໍ່ຝ່າຍລາວ ເຊິ່ງຝ່າຍແຂວງຢຸນນານ ຍິນດີຈະແບ່ງປັນປະສົບການ ແລະ ພ້ອມຈະຊ່ອຍເຫຼືອຝ່າຍລາວ ໃນການຖອດຖອນບົດຮຽນ ຮວມທັງການຮັບຈັດຝຶກອົບຮົມໃຫ້ແກ່ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງຝ່າຍລາວ, ພ້ອມທັງໄດ້ສເນີໃຫ້ຝ່າຍລາວ ສືບຕໍ່ ປັບປຸງສະພາບແວດລ້ອມ ໃນການດຶງດູດການລົງທຶນ ໃຫ້ມີຄວາມສະດວກ ແລະ ຮັບປະກັນຂຶ້ນຕື່ມ.

ສຳລັບການຊ່ອຍເຫຼືອ ຂອງແຂວງຢຸນນານຕໍ່ລາວ ທີ່ຜ່ານມາ ດ້ານນຶ່ງ, ກໍແມ່ນການຊ່ອຍເຫຼືອການພັທນາກະສິກັມ ເປັນຕົ້ນ ຢາງພາຣາ ເຊິ່ງຝ່າຍລາວຄາດໝາຍວ່າ ຈະສົ່ງເສີມການປູກຢາງພາຣາ ຢູ່ໃນບັນດາແຂວງພາກເໜືອຂອງລາວ ແລະສາມາດພັທນາຄຸນນະພາບ ຢາງພາຣາລາວ ໃຫ້ສາມາດສົ່ງອອກໄດ້.

ດັ່ງທີ່ທ່ານ ດຣ. ສົມບູນ ໄຊຍະວົງ ຫົວໜ້າສູນຄົ້ນຄວ້າວິຈັຍຢາງພາຣາ ແລະພືດກະສິກັມລາວ ຮ່ວມມືລາວ-ຈີນ (ຢຸນນານ) ໄດ້ກ່າວຕໍ່ສື່ມວນຊົນ ຂອງທາງການລາວ ວ່າ:

“ບໍຣິສັດ ຢາງພາຣາ ຢຸນນານ-ລາວ ຈຳກັດ ນີ້ກໍໄດ້ເອົາໃຈໃສ່ ກ່ຽວກັບການສົ່ງເສີມປູກຢາງພາຣາ ຢູ່ເຂດພາກເໜືອຫັ້ນນໍ ແຕ່ວ່າກະຍັງ ນອກຈາກນັ້ນ ກະຍັງມີເຂດພາກກາງ ກະໄດ້ເຣີ່ມຕົ້ນນໍ ເຊິ່ງວ່າ ເປັນການສ້າງວຽກເຮັດງານທຳ ການສ້າງລາຍຮັບ ໃຫ້ແກ່ປະຊາຊົນ ເພື່ອໃຫ້ຫ່າງໄກຈາກການປູກຝິ່ນຫັ້ນ ອັນນີ້ກໍເປັນອັນນຶ່ງ ທີ່ວ່າປິ່ນອ້ອມຢູ່ໃນວາລະແຫ່ງຊາຕ ຂອງຣັຖບານ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງຊາວບ້ານ ທ່ານນຶ່ງ ຢູ່ແຂວງພາກກາງຂອງລາວ ໄດ້ຮູ້ວ່າ: ມີບໍຣິສັດຈີນ ຈາກແຂວງຢຸນນານ ເຂົ້າມາລົງທຶນດ້ານການປູກຢາງພາຣາ ຢູ່ໃນຂົງເຂດບ້ານຂອງທ່ານ ຢ່າງໃດກໍຕາມ, ການເຂົ້າມາລົງທຶນ ດ້ານການປູກຢາງພາຣາຂອງຈີນ ສ່ວນຫຼາຍແມ່ນຈະປູກໃນພື້ນທີ່ ທີ່ບໍຣິສັດເຂົາເຈົ້າໄດ້ຮັບສັມປະທານ ເຊິ່ງກໍ່ໄດ້ນຳບັນຫາໄປສູ່ຊາວບ້ານ ເປັນຕົ້ນແມ່ນ ຣົຖບັນທຸກຂົນໄມ້ ແລະນ້ຳຢາງພາຣາ ແລະຣົຖບັນທຸກວັສດຸ ກໍ່ສ້າງໂຮງງານແປຮູບຢາງພາຣາ ແລ່ນໄປມາຫຼາຍ ເຮັດໃຫ້ເສັ້ນທາງເປ່ເພ່ຂຶ້ນຕື່ມ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ເມສາ 2023 ນີ້ວ່າ:

“ມັນເພິ່ນຊິເຮັດທາງດຳຫຼືວ່າແນວໃດ ແຕ່ວ່າເວົ້າເຣື່ອງປັດຈຸບັນ ແລ້ວມັນກະເປັນຄືວ່າ ມັນຄວັນມັນໄງ່ຫັ້ນ ແຕ່ວ່າຈັກດອກ ຕໍ່ວ່າໄປກໍ່ບໍ່ຮູ້ນຳເພິ່ນຕົວນ່າ. ມັນເປັນຣົຖຂອງບໍຣິສັດຫັ້ນ ຕະກີ້ມັນກໍຄວັນຢູ່ ແຕ່ວ່າຫັ້ນມັນກະຄວັນ ແຄ່ຊາວບ້ານຊາວເມືອງທຽວຫັ້ນນ່າ. ກະພໍລົບກວນ ແຕ່ດຽວນີ້ມັນບໍ່ມີນັ້ນເລີຍ.”

ນອກຈາກການລົງທຶນ ແລະການຊ່ອຍເຫຼືອໃນດ້ານຂແນງການກະສິກັມແລ້ວ, ທາງການ ແລະພາກສ່ວນທຸຣະກິຈ ຈາກແຂວງຢຸນນານ ກໍໄດ້ເຂົ້າມາລົງທຶນ ໃນໂຄງການພັທນາພື້ນຖານໂຄງຮ່າງ ແລະອະສັງຫາຣິມະຊັບ ຢູ່ໃນບັນດາເຂດເສຖກິຈພິເສດຕ່າງໆ ເປັນຈຳນວນຫຼາຍ. ໂດຍທ່ານ ອາຈານ ອະດິສອນ ເສມແຍ້ມ ນັກວິຊາການລາວສຶກສາ ຢູ່ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ໄດ້ກ່າວວ່າ ການລົງທຶນຂອງແຂວງຢຸນນານ ສ່ວນຫຼາຍ ແມ່ນເປັນຣັຖວິສາຫະກິຈຂອງແຂວງ ເຊິ່ງກໍໄດ້ເຂົ້າມາຕິດຕໍ່ ຂໍລົງທຶນກັບທາງຣັຖບານລາວໂດຍຕຣົງ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ສ່ວນຫຼາຍແລ້ວ ທຶນທີ່ມາຈາກຈີນ ແມ່ນມາຈາກ ແຂວງຢຸນນານ ຄືຕ້ອງເຂົ້າໃຈກ່ອນວ່າ ວິສາຫະກິຈຂອງຈີນ ມັນຈະມີວິສາຫະກິຈຂອງຣັຖ ກໍຄືວິສາຫະກິຈຂອງແຂວງ ບໍ່ວ່າຈະເປັນ ການກໍ່ສ້າງໂຄງການໃຫຍ່ໆ ໃນນະຄອນຫຼວງວຽງຈັນ ພວກອະສັງຫາຣິມະຊັບອິຫຍັງຕ່າງໆ ມັນເປັນຂອງຢຸນນານເກືອບທັ້ງນັ້ນ. ລັກສະນະຂອງຈີນແມ່ນ ບັນດາແຂວງຂອງຈີນ ຈະເຂົ້າມາດຳເນີນການເອງ ເປັນຕົ້ນ ຫຼາຍໆໂຄງການຢູ່ລາວ ເປັນເຣື່ອງຣະຫວ່າງຣັຖບານຂອງແຂວງ ກັບຣັຖບານລາວ.”

ທ່ານ ອະດິສອນ ມີຄຳເຫັນຕື່ມວ່າ: ພາຍຫຼັງທີ່ທ່ານ ດຣ. ສອນໄຊ ສີພັນດອນ ຂຶ້ນເປັນນາຍົກຣັຖມົນຕຣີລາວ ຄວາມສຳພັນຣະຫວ່າງລາວ-ຈີນ ໂດຍສະເພາະ ດ້ານເສຖກິຈ ເບິ່ງຄືວ່າ ຈະຫຼຸດລົງ ເປັນຕົ້ນວ່າ ການໂຈະສັນຍາສັມປະທານ ກໍ່ສ້າງທາງດ່ວນລາວ-ຈີນ ຊ່ວງວັງວຽງ-ຫຼວງພຣະບາງ ແລະຫຼວງພຣະບາງ-ອຸດົມໄຊ ນັ້ນ. ອີກທັງ ທ່ານ ສອນໄຊ ຍັງມີຄວາມສຳພັນທີ່ດີ ກັບທາງວຽດນາມ ຫຼາຍກວ່າຈີນ ເຊິ່ງອາຈສົ່ງຜົລກະທົບ ຕໍ່ຄວາມເຊື່ອໝັ້ນ ດ້ານການລົງທຶນຂອງຈີນ.

ດັ່ງທີ່ທ່ານ ກ່າວຕື່ມວ່າ:

“ຄວາມສຳພັນ ຂອງຕະກຸນສີພັນດອນ ກັບທາງວຽດນາມ ມັນຂ້ອນຂ້າງມີຄວາມແນ້ນແຟ້ນກັນມາ ຖ້າຈະຖາມວ່າ ບົດບາດຂອງນັກລົງທຶນ ເຣື່ອງຕ່າງໆຂອງຈີນ ທີ່ຈະເຊື່ອໝັ້ນ ຕໍ່ທ່ານສອນໄຊ ເຮົາວ່າໜ້ອຍ.”

ຢ່າງໃດກໍ່ຕາມ, ການລົງທຶນຈາກຈີນຢູ່ລາວ ໂດຍສະເພາະ ໃນເຂດເສຖກິຈພິເສດນັ້ນ ປະຊາຊົນລາວ ບໍ່ໄດ້ຮັບປໂຍດປານໃດ ອີກທັງຍັງຕ້ອງສູນເສັຽທີ່ດິນ ເພື່ອທີ່ຣັຖບານຈະມອບໃຫ້ຜູ້ຮັບສັມປະທານ ໄປພັທນາເຂດເສຖກິຈພິເສດດັງກ່າວ. ໂດຍການສຶກສາວິຈັຍ ຂອງສາສດາຈານ ດຣ. ປິ່ນແກ້ວ ເຫຼືອງອະຣ່າມສີ ຜູ້ຊ່ຽວຊານກ່ຽວກັບຜົລກະທົບ ຂອງທຸຣະກິຈຄາສິໂນຈີນ ຢູ່ໃນປະເທດລາວແລະພະມ້າ ຢູ່ພາກວິຊາສັງຄົມວິທຍາ ແລະມານຸສວິທຍາ ຄະນະສັງຄົມສາຕ ມະຫາວິທຍາລັຍຊຽງໃໝ່ ປະເທດໄທຍ ຣະບຸວ່າ:  “ການອະນຸຍາດໃຫ້ສ້າງຕັ້ງ ເຂດເສຖກິຈພິເສດຢູ່ລາວນັ້ນ ຣັຖບານລາວ ໄດ້ປ່ຽນໂຕເອງຈາກ ຣັຖຜູ້ພັທນາປະເທດ ກາຍເປັນຣັຖນາຍໜ້າ ໃນການທຳໜ້າທີ່ ຈັດຫາຊັພຍາກອນ ມາມອບໃຫ້ແກ່ນາຍທຶນ ພ້ອມທັງປົກປ້ອງຜົລປໂຢດ ຂອງນັກລົງທຶນ ຫຼາຍກວ່າພົລເມືອງຂອງຕົນ.”

ການມາຢ້ຽມຢາມລາວ ຂອງທ່ານ ຫວັງ ໜິງ ເທື່ອນີ້. ທ່ານໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ດຣ. ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ປະທານປະເທດລາວ ນຳອີກ, ແລະໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັທຍົມສຶກສາສົມບູນ ເພັຽວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບທຶນຊ່ອຍເຫຼືອລ້າ ຈາກຣັຖບານຈີນ ມູນຄ່າ 97 ລ້ານກວ່າຢວນ ແລະກໍ່ສ້າງໂດຍ ກຸ່ມບໍຣິສັດກໍ່ສ້າງ-ລົງທຶນ ແຂວງຢຸນນານ.

ພ້ອມດຽວກັນນີ້, ຄະນະກັມມະການຮ່ວມມື ລາວ-ຈີນ ແລະຜແນກການຄ້າ ແຂວງຢຸນນານ ໄດ້ຈັດພິທີເຊັນເອກສານການຮ່ວມມື ຣະຫວ່າງລາວ ແລະ ແຂວງຢຸນນານຂອງຈີນ ຈຳນວນ 9 ໂຄງການ ໂດຍສ່ວນຫຼາຍ ແມ່ນຄວາມມືທາງດ້ານການຄ້າ ແລະກະສິກັມ.

ປັດຈຸບັນ, ຈີນເປັນປະເທດຄູ່ຮ່ວມຄ້າໃຫຍ່ທີ່ສຸດ ໂດຍການຄ້າລະຫວ່າງທັງສອງປະເທດ ລະຫວ່າງປີ 2018-2022 ມີມູລຄ່າ 15.9 ຕື້ໂດລ້າຣ໌ສະຫະຣັຖ. ນອກຈາກນີ້ແລ້ວ, ຈີນຍັງເປັນປະເທດຜູ້ລົງທຶນສູງທີ່ສຸດຢູ່ລາວ ໂດຍມູນຄ່າການລົງທຶນຂອງຈີນຢູ່ລາວແມ່ນ 13.67 ຕື້ໂດລ້າຣ໌ສະຫະຣັຖ ເຊິ່ງປະກອບມີ ການໄດ້ຮັບສັມປະທານທີ່ດິນ ແລະການລົງທຶນຢູ່ເຂດເສຖກິຈພິເສດ ຮວມທັງໝົດ 921 ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.