ເຈົ້າໜ້າທີ່ ຍຸຕິທັມ ຂອງລາວ ທ່ານນຶ່ງ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 28 ກັນຍາ ນີ້ວ່າ ທ່ານ ບຸນທັນ ທັມມະວົງ, ຊາວລາວ ສັນຊາດ ໂປແລັນ ອາຍຸ 53 ປີ, ທີ່ຖືກສານ ປະຊາຊົນ ສູງສຸດ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທສ ຈຳຄຸກ ເປັນເວລາ 4 ປີ 9 ເດືອນ ເມື່ອປີກາຍ ໃນຂໍ້ຫາ ໃສ່ຮ້າຍປ້າຍສີ ພັກ-ຣັຖ ຜ່ານສື່ສັງຄົມ ອອນລາຍ ນັ້ນ ຍັງຈະຕ້ອງ ຖືກຄຸກຕໍ່ໄປ ແລະວ່າ ເທົ່າເຖິງ ປັດຈຸບັນ ຍັງບໍ່ໄດ້ ຮັບການ ພົວພັນ ຈາກ ພາກສ່ວນໃດ ທີ່ຈະເອົາຕົວ ທ່ານ ກັບຄືນໄປ ຈຳຄຸກ ໃນ ປະເທດໂປໂລຍ ບ່ອນທີ່ ທ່ານຖື ສັນຊາຕ ນັ້ນເທືຶ່ອ. ດັ່ງນາງກ່າວ ໃນຕອນນຶ້ງວ່າ:
"ໂອ, ຍັງບໍ່ທັນມີໃຜ ເຂົ້າມາ ພົວພັນ ເລີຍເຈົ້າ. ຍັງບໍ່ມີໃຜ ເຂົ້າມາ ພົວພັນ ຫຍັງເລີຍ ເພາະວ່າ ສານຕັດສິນ ຢູ່ພີ້ເນາະ ກະຕ້ອງໄດ້ ປະຕິບັດໂທສ ຢູ່ພີ້ເຈົ້າ".
ໃນຂນະດຽວກັນ, ຜູ້ສື່ຂ່າວ ເອເຊັຽ ເສຣີ ກໍ່ໄດ້ສົ່ງ ອີເມວລ ຕິດຕໍ່ໄປຫາ ສະຖານທູຕ ໂປແລັນ ປະຈຳ ບາງກອກ ເພື່ອສອບຖາມ ເຖິງ ຣາຍລະອຽດ ວ່າ ທາງການ ໂປແລັນ ຈະມີການ ປະສານງານ ເພື່ອໃຫ້ມີ ການປ່ອຍຕົວ ທ່ານ ບຸນທັນ ຈາກຄຸກ ໃນລາວ ກ່ອນກຳນົດ ເພື່ອໄປ ປະຕິບັດໂທສ ທີ່ ໂປແລັນບໍ່? ທາງ ສະຖານທູຕ ໂປແລັນ ຍັງບໍ່ໄດ້ຕອບ ກັບມາ ແຕ່ຢ່າງໃດ.
ເຖິງຢ່າງໃດກໍ່ດີ, ຜູ້ສື່ຂ່າວ ເອເຊັຽ ເສຣີ ກໍ່ໄດ້ຕິດຕໍ່ ໄປຍັງ ພາກສ່ວນ ຄຸມຂັງ ແລະ ດັດສ້າງ, ກະຊວງ ປ້ອງກັນ ຄວາມສງົບ ທີ່ ນະຄອນຫຼວງ ວຽງຈັນ ສອບຖາມເຖິງ ສະຖານະພາບ ຫຼ້າສຸດ ຂອງ ທ່ານ ບຸນທັນ ວ່າເປັນຢູ່ ແນວໃດ ແລະ ຈະໄດ້ຮັບ ອະພັຍໂທສ ເນື່ອງໃນວັນ ສະຖາປະນາ 41 ປີ ສປປລາວ ໃນປີນີ້ ຫຼືບໍ່. ເຈົ້າໜ້າທີ່ ທ່ານນຶ່ງ ໄດ້ຊີ້ແຈງ ກ່ຽວກັບ ເຣື້ອງນີ້ວ່າ:
"ຜ່ານມາຫຼັງຈາກ ພາຍຫຼັງທີ່ ທ້າວ ບຸນທັນ ໄດ້ຮັບການ ຕັດສິນໂທສ ລະກະມີ ທາງ ສະຖານທູຕ ຂອງ ໂປໂລຍ ກະເຂົ້າມາ ຢ້ຽມຢາມ ທຸກໆເດືອນ ເນາະ. ລະການເຂົ້າມາ ຢ້ຽມຂອງທູຕ ໂປໂລຍ ນັ້ນ, ເພິ່ນກະຈະ ເຮັດ ເອກສານ ຜ່ານມາທາງ ກະຊວງ ການຕ່າງ ປະເທສ ຕາມ ຣະບຽບການ ລະກະຜ່ານທາງ ກະຊວງ ປ້ອງກັນ ຄວາມສງົບ. ຖືວ່າ ທາງການລາວ ນີ້ກະໄດ້ ໃຫ້ ອະນຸຍາດ ເຂົ້າຢ້ຽມ ຕາມໂມງ ຣັຖການ ຫັ້ນແຫຼະ".
ທ່ານກ່າວຕື່ມວ່າ ຍາຕຕິພີ່ນ້ອງ ຂອງທ່ານ ບຸນທັນ ກໍມາ ຢ້ຽມຢາມ ສົ່ງເຂົ້າ-ສົ່ງນ້ຳ ເປັນປະຈຳ ແລະ ທ່ານ ບຸນທັນ ເອງກໍ່ມີ ສຸຂພາບດີ ໃນ ຣະຫວ່າງ ການປະຕິບັດ ໂທສ ທີ່ສູນຄຸມຂັງ ນັກໂທສ ສາກົນ ໃນ ນະຄອນຫຼວງ ວຽງຈັນ. ສ່ວນວ່າ ທ່ານ ຈະໄດ້ຮັບ ອະພັຍໂທສ ໃນປີນີ້ ຫຼືບໍ່ນັ້ນ ທ່ານເວົ້າວ່າ ຕາມເງື່ອນໄຂ ຂອງການ ອະພັຍໂທສ ແລ້ວ ແມ່ນຕ້ອງມີ ການປະຕິບັດ ໂທສ ກ່ອນ 2 ໃນ 3 ຂອງ ກຳນົດເວລາ ແຕ່ ທ່ານ ບຸນທັນ ຍັງບໍ່ຢູ່ ໃນເງື່ອນໄຂ ໃນ ປີນີ້ເທື່ອ:
"ອັນນີ້ ບຸນທັນ ຫາກະໄດ້ປີປາຍ, ເອີ້ນວ່າ ມາຕຖານ ເງື່ອນໄຂ ທີ່ໄດ້ກຳນົດ, ໝາຍຄວາມວ່າ ມັນຈະຕ້ອງໄດ້ ປະຕິບັດ ໂທສ ໄດ້ 2 ສ່ວນ 3 ເນາະ. ຕ້ອງ ປະຕິບັດໂທສ ໄດ້ 2 ສ່ວນ 3 ແລ້ວຈຶ່ງມີ ເງື່ອນໄຂ ສເນີຜ່ອນໂທສ ອະພັຍໂທສ ແຕ່ລະປີ".
ໃນເດືອນກັນຍາ ປີ 2015 ຜ່ານມາ, ພັນເອກ ດຣ. ທອງເຫຼັກ ມັງໜໍ່ເມກ, ຮອງ ຫົວໜ້າ ກົມໃຫ່ຽ ຕຳຫຼວດ, ກະຊວງ ປ້ອງກັນ ຄວາມສະຫງົບ, ໄດ້ຊີ້ແຈງ ຜ່ານສື່ມວນຊົນ ຂອງ ທາງການລາວ ວ່າ ທ່ານ ບຸນທັນ ທັມມະວົງສ໌ ແມ່ນ ມີພຶຕກັມ ເຄື່ອນໄຫວ ຜິດຕໍ່ກົດໝາຍ ອາຍາ ມາດຕຣາ 65 ຂອງກົດໝາຍ ອາຍາ ແຫ່ງ ສປປລາວ ຢ່າງແທ້ຈິງ.
ສະນັ້ນ ເຈົ້າໜ້າທີ່ ຈຶ່ງ ຈັບກຸມຜູ້ກ່ຽວ ແລ້ວສົ່ງໃຫ້ ສານປະຊາຊົນ ສູງສຸດ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທສ ເປັນເວລາ 4 ປີ 9 ເດືອນ ໃນຂໍ້ກ່າວຫາ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ຜ່ານ ສື່ສັງຄົມ ອອນລາຍ.