ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ນຶ່ງແລວ ນຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນມື້ວັນທີ 17-18 ຕຸລານີ້ ພາຍໃຕ້ຫົວຂໍ້ “ການຮ່ວມມື ທີ່ມີຄຸນນະພາບສູງ ນຶ່ງແລວ ນຶ່ງເສັ້ນທາງ: ຮ່ວມກັນເພື່ອພັທນາ ແລະ ຈະເຣີນຮຸ່ງເຮືອງຮ່ວມກັນ”, ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນໂອກາດ ຄົບຮອບ 10 ປີ ຂອງຂໍ້ລິເຣີ່ມດັ່ງກ່າວ.
ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕໍ່ກອງປະຊຸມ ໃນມື້ວັນທີ 18 ຕຸລານີ້ວ່າ:
"ການເຊື່ອມຈອດເສຖກິຈ ຂອງໂລກ ແບບເປີດກວ້າງ ແມ່ນເປັນທ່າແຮງພື້ນຖານ ຂອງຄວາມກ້າວໜ້າ ແລະຄວາມຈເຣີນຮຸ່ງເຮືອງ, ຊຶ່ງຈະນຳພາ ບັນດາປະເທດຕ່າງໆ ໃນທົ່ວໂລກ ໄປສູ່ການພັທນາ ທີ່ກົມກຽວ ແລະຍືນຍົງ. ສປປ ລາວ ຍິນດີສນັບສນູນ 8 ມາຕການ ທີ່ປະທານ ສີ ຈີ້ນຜິງ ໄດ້ນຳສເນີ ໃນຕອນເຊົ້າມື້ນີ້ ເພື່ອຊຸກຍູ້ການຮ່ວມມື ນຶ່ງແລວ ນຶ່ງເສັ້ນທາງ ໃຫ້ມີຄຸນນະພາບ ສູງຂຶ້ນ."
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 19 ຕຸລານີ້, ໄດ້ຮັບຄໍາຕອບວ່າ ບໍ່ໄດ້ສົນໃຈ ນໍາການເດີນທາງໄປປະຊຸມ ຂອງຜູ້ນຳລາວ ປານໃດ, ແຕ່ຫວັງວ່າ ເພິ່ນຈະໄດ້ເຈຣະຈາ ໃຫ້ຈີນປັບໂຄງສ້າງໜີ້ ທີ່ລາວກູ້ຍືມມາໃຊ້ ໃນໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ຢູ່ລາວ.
ດັ່ງທີ່ທ່ານກ່າວວ່າ:
"ຢາກໃຫ້ເພິ່ນໄປລົມ ນຳຜູ້ນຳຈີນ ວ່າ ໃຫ້ຫຼຸດໜີ້ສິນທີ່ວ່າ ຄ້າງຢູ່ຫັ້ນນ່າ. ໃຫ້ປະເທດລາວເຮົານີ້ວ່າມີທຶນກ່ອນເນາະ. ມັນຈະໄດ້ແກ້ໄຂ ບັນຫາເສຖກິຈ ຢູ່ລາວກ່ອນຫັ້ນນ່າ. ຢາກໃຫ້ຈີນ ປັບໂຄງສ້າງໜີ້ໃຫ້ເຮົາ."ຊາວລາວອີກຜູ້ນຶ່ງ ຢູ່ນະຄອນຫຼວງຄືກັນນັ້ນ ເວົ້າວ່າ ຕົນເຫັນດີ ນໍາການ ໄປຮ່ວມກອງປະຊຸມ ຂອງປະທານປະເທດຄັ້ງນີ້ ແລະເຖິງແມ່ນວ່າ ຈີນຈະຂຍາຍອິດທິພົລ ທາງເສຖກິຈຢູ່ລາວຫຼາຍ ແຕ່ກໍຍັງເຫັນວ່າ ການເຂົ້າມາຂອງຄົນຈີນ ມີປໂຍດຫຼາຍກວ່າຄົນວຽດນາມ, ຈີນເຂົ້າມາຢູ່ວຽງຈັນຫລາຍ ແຕ່ກໍບໍ່ທໍ່ວຽດນາມ.
“ເອົາເວົ້າເທົ່າທີ່ຕາເຫັນ ເຂົາເຫັນຈີນຫຼາຍຢູ່ທາງວຽງ ເຂົາກໍວ່າຈີນເຂົ້າມາຄອງປະເທດ. ທີ່ຈິງວຽດ ມັນ 60-70% ຢູ່ນະຄອນຫຼວງນີ້ນ່າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ອາຈານ ອະດິສອນ ເສມແຍ້ມ ຜູ້ອຳນວຍການ ສູນແມ່ຂອງສຶກສາ, ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາໄລ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການເດີນທາງໄປເຂົ້າຮ່ວມກອງປະຊຸມ ຂອງປະທານປະເທດລາວ ເທື່ອນີ້ ເບິ່ງອອກໄດ້ເປັນ 2 ແງ່ມູມ, ມູມນຶ່ງເປັນການ ສະແດງສັນຍາລັກ ໃນຖານະເປັນຜູ້ນຳສູງສຸດຂອງພັກ ແລະຣັຖບານຂອງທ່ານ, ຊຶ່ງໂດຍທົ່ວໄປແລ້ວ ຈະແມ່ນນາຍົກຣັຖມົນຕຣີ ເປັນຜູ້ໄປເຂົ້າຮ່ວມ ແລະ ອີກມູມນຶ່ງ ແມ່ນຈີນມີຄວາມເພິ່ງພໍໃຈ ຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄປເຂົ້າຮ່ວມຫຼາຍກວ່າທ່ານ ສອນໄຊ ສີພັນດອນ.
(ໄທຍ) “ທີ່ຈິງສ່ວນຫຼາຍ ກໍເປັນ ເຣື່ອງຂອງນາຍົກ, ປະທານປະເທດ ອາດຈະເປັນເຣື່ອງຂອງສັນຍາລັກ. ແຕ່ກໍຣະນີຂອງລາວນີ້ມັນອາດຈະເປັນຜູ້ນຳພັກ ມັນອາດຈະແຕກຕ່າງກັນນ່າ. ຂອງລາວນີ້ ປະທານປະເທດແມ່ນຄື ປະທານພັກຄອມມູນິສ ເປັນເລຂາທິການພັກ ຢູ່ແລ້ວ, ມັນກໍອາດຈະເບິ່ງໃນມູມຫັ້ນກໍໄດ້. ແຕ່ວ່າສ່ວນນຶ່ງກໍເບິ່ງໃນມູມ ໃນກໍຣະນີບົດບາດຂອງ ທ່ານ ສອນໄຊ ສີພັນດອນ. ຈີນອາດຈະບໍ່ໄດ້ເພິ່ງພໍໃຈ ຕໍ່ທ່ານ ສອນໄຊ ຫຼາຍປານໃດ.”
ທ່ານກ່າວຕື່ມວ່າ ເສຖກິຈຈີນ ຂຍາຍໂຕ ຊ້າລົງ ໃນປັດຈຸບັນ ໄດ້ສົ່ງຜົລເຮັດໃຫ້ເສຖກິຈລາວ ຖົດຖອຍລົງນຳດ້ວຍ ຍ້ອນລາວນຳເອົາເສຖກິຈຂອງຕົນ ໄປຜູກພັນກັບເສຖກິຈຈີນ ຫຼາຍເກີນໄປ ແລະວ່າ ເຮົາຈະເຫັນໄດ້ຢ່າງຈະແຈ້ງວ່າ ໂຄງການລົງທຶນ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ ຢູ່ລາວ ແມ່ນຊັກຊ້າລົງ.
ແລະຍານາງ ມໍຣະກົດວົງ ພູມພຼັບ ຜູ້ຊ່ອຍສາສຕຣາຈານ ຈາກຄະນະສິລປະສາດ ມະຫາວິທຍາໄລທັມມະສາດ ຂອງໄທຍ ໄດ້ໃຫ້ຄຳເຫັນວ່າ ຈີນ ມີອິດ ທິພົລ ຢ່າງພົ້ນເດັ່ນຫຼາຍ ຢູ່ລາວ, ແລະວ່າ ລາວຄວນຈະຕ້ອງເຮັດໃຫ້ມີຄວາມ ດຸ່ນດ່ຽງອຳນາດ ບໍ່ໃຫ້ຈີນເຂົ້າມາມີອິດທິພົລຫລາຍເກີນໄປ ຈົນລາວບໍ່ມີພຶ້ນທີ່ ທີ່ຈະຕໍ່ລອງໄດ້.
(ໄທຍ) “ຈີນນີ້ ບໍ່ໄດ້ຫາກໍມີອິດທິພົລຢູ່ລາວ ແຕ່ວ່າເຂົ້າມາມີອິດທິພົລ ໄລຍະນຶ່ງແລ້ວ. ຈີນນີ້ ເຮົາຈະເຫັນໂດຍຕຣົງວ່າ ເຂົ້າມາໃນແງ່ມູມຂອງ ການໃຫ້ຜົລປໂຍດ ທາງເສຖກິຈ, ແຕ່ວ່າ ທາງຣັຖບານລາວ ກໍຕ້ອງພະຍາຍາມ ຄືພະຍາຍາມທີ່ຈະ ດຸ່ນດ່ຽງອຳນາດ ບໍ່ໃຫ້ຈີນເຂົ້າມາ ຈົນຕົນເອງ ບໍ່ມີພື້ນທີ່ ໃນການຕໍ່ລອງ.”
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ໄດ້ພົບພໍ້ ກັບ ທ່ານ ວະລາດິເມັຽ ປູຕິນ ປະທານາທິບໍດີ ຣັສເຊັຽ. ຜູ້ນຳທັງສອງ ໄດ້ຕີລາຄາສູງ ຕໍ່ການຮ່ວມມືລະຫວ່າງ 2 ປະເທດ ໂດຍສະເພາະທາງດ້ານການເມືອງ, ການປ້ອງກັນຊາຕ-ປ້ອງກັນຄວາມສງົບ. ປະທານປະເທດ ສປປ ລາວ ໄດ້ສແດງຄວາມຂອບໃຈ ຣັຖບານຣັດເຊັຽ ໃນການຊ່ອຍເຫຼືອ ສນັບສນູນລາວ ໃນໄລຍະຜ່ານມາ ແລະໄດ້ແຈ້ງໃຫ້ທ່ານ ປູຕິນ ຊາບວ່າ ລາວຈະຮັບໜ້າທີ່ ເປັນປະທານວຽນອາຊຽນ ໃນປີ 2024 ແລະໄດ້ ເຊື້ອເຊີນ ທ່ານ ປູຕິນ ໄປຢ້ຽມຢາມລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.
ຕໍ່ກັບເຣື່ອງນີ້, ທ່ານ ອະດິສອນ ເສມແຍ້ມ ໃຫ້ຄຳເຫັນວ່າ ການຮ່ວມມືລະຫວ່າງ ລາວ ແລະ ຣັສເຊັຽ ໃນໄລຍະໃໝ່ນີ້ ສ່ວນຫຼາຍແມ່ນການຮ່ວມມື ດ້ານການທະຫານ, ຣັຖບານລາວ ເພິ່ງພາອາວຸດ ຣັສເຊັຽ ຊຶ່ງຈີນ ບໍ່ຂັດຂ້ອງ, ຍ້ອນວ່າ ຈີນ ແລະ ຣັສເຊັຽ ກຳລັງເປັນພັນທະມິຕ ຕ້ານອິດທິພົລ ຂອງສະຫະຣັຖອາເມຣິກາ ໃນປັດຈຸບັນ.
ທ່ານກ່າວວ່າ ຄວາມພະຍາຍາມ ໃນການຊື້ນ້ຳມັນເຊື້ອເພີງ ຈາກຣັສເຊັຽ ທີ່ຣັຖບານລາວ ໄດ້ປະກາດໄວ້ ໃນປີກາຍນີ້ ກໍຖືກໂຈະໄປແລ້ວ, ຍ້ອນວ່າ ຄ່າຂົນສົ່ງ ຈາກຣັສເຊັຽ ແພງກວ່າຄ່າຂົນສົ່ງ ທີ່ນຳເຂົ້າໃນປັດຈຸບັນ.
ຂະນະນີ້ ປະເທດລາວ ໄດ້ຮັບໝາກຜົລ ຈາກການເຂົ້າຮ່ວມໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ ເປັນຕົ້ນ ໂຄງການທາງຣົຖໄຟ ລາວ-ຈີນ ທີ່ຈະເຊື່ອມຕໍ່ ການຂົນສົ່ງຜູ້ໂດຍສານ ແລະສິນຄ້າ ລະຫວ່າງຈີນ ແລະບັນດາປະເທດອາຊ້ຽນ ແລະ ໂຄງການທາງດ່ວນ ລາວ-ຈີນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງຈະສືບຕໍ່ກໍ່ສ້າງ ຮອດດ່ານສາກົລບໍ່ເຕັນ ໃນອະນາຄົດ.
ນອກຈາກນີ້ແລ້ວ, ແມ່ນໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ຫາ ນະຄອນປາກເຊ ແຂວງຈຳປາສັກ ໄລຍະທາງ 578.6 ກິໂລແມັດ, ຊຶ່ງຈະເຊື່ອມ ຕໍ່ໄປຫາກັມພູຊາ, ໄທຍ ແລະ ວຽດນາມ.
ແຕ່ເຖິງຢ່າງໃດກໍຕາມ, ການທີ່ ສປປ ລາວ ກູ້ຢື້ມເງິນຈາກຈີນ ເພື່ອສ້າງໂຄງ ການດັ່ງກ່າວ ຈຳນວນຫຼວງຫຼາຍນັ້ນ ກໍໄດ້ເຮັດໃຫ້ລາວ ມີໜີ້ສິນສາທາຣະນະ ຢ່າງມະຫາສານ ຊຶ່ງກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ເສຖກິຈລາວ ຝືດເຄືອງໜັກໜ່ວງ ຢູ່ໃນປັດຈຸບັນນີ້.