ຊາວລາວອົພຍົບຢູ່ ແຂວງອຸບົນຣາຊທານີ ຂອງໄທ ພາກັນດີໃຈ ທີ່ລູກຫລານ ຂອງພວກຂະເຈົ້າ ຫລາຍຄົນ ໄດ້ສັນຊາດໄທ ແລ້ວ ຫລັງຈາກລໍຖ້າ ມາເປັນເວລາ ຫລາຍປີ ເປັນຕົ້ນ ໃນເວລານີ້ ແມ່ນລູກຫລານ ຂອງຊາວອົພຍົບລາວ ທີ່ບ້ານບະໄຫ ເມືອງບຸນທະຣຶກ ໄດ້ສັນຊາດໄທແລ້ວ ຈຳນວນນື່ງ. ດັ່ງຄຳເວົ້າຂອງ ຊາວອົພຍົບລາວ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 4 ພຶສພາ ນີ້ວ່າ:
"ສະເພາະຢູ່ບະໄຫ ນີ້ມັນໄດ້ 20 ລາຍ ສະເພາະທີ່ເກີດກ່ອນ 35 (ປີ 1992) ຫລັງ 35 ນີ້ 11 ຣາຍ ຊາວບ້ານເຂົາ ກະພູມໃຈແນ່ ອັນນາມັນໄດ້ກໍດີ ເພາະວ່າບັນຫາ ມັນກະທົບ ກັບຊາວບ້ານ ມາກອີ່ຫລີຄັບ ທາງອຳເພີ ກໍມາໃຫ້ ຄວາມຮູ້ເຂົາ ບອກວ່າ ມັນມີຜົລບັງຄັບ ອອກມາແລ້ວເດີ ເພາະວ່າກົດຫມາຍ ໃຫ້ແລ້ວແບບນີ້".
ການໃຫ້ສັນຊາດນີ້ ແມ່ນເນື່ອງມາຈາກຣັຖບານໄທ ໄດ້ອອກກົດຫມາຍ ສະບັບໃຫມ່ ໃນມື້ວັນທີ 27 ທັນວາ ປີ 2016 ຜ່ານມາ ໂດຍມີ ເນື້ອໃນວ່າ ທາງການໄທ ຈະມອບສັນຊາດ ໃຫ້ແກ່ເດັກນ້ອຍ ຜູ້ທີ່ເກີດໃນໄທ ຈາກຄອບຄົວ ຄົນບໍ່ມີສັນຊາດ ທີ່ອາສັຍຢູ່ ປະເທດໄທ ເກີນກວ່າ 15 ປີ.
ກົດຫມາຍດັ່ງກ່າວ ເຮັດໃຫ້ລູກຫລານຊາວລາວ ຜູ້ອົພຍົບ ທີ່ເກີດຢູ່ປະເທດໄທ ກ່ອນຫລືຫລັງ ປີ 1992 ໄດ້ຮັບສັນຊາດໄທ ຊຶ່ງໃນປັດຈຸບັນ ທີ່ບ້ານບະໄຫ ເມືອງບຸນທະຣຶກ ແຂວງອຸບົນ ໄດ້ແລ້ວ 31 ຄົນ ແລະຍັງອີກ 20 ປາຍຄົນ ກຳລັງດຳເນີນການ ຢູ່ໃນເວລານີ້.
ໃນຂນະດຽວກັນທີ່ບ້ານສອງຄອນ ແລະບ້ານປາກຂ່າ ຊຸມຊົນເມືອງໂພໄຊ ກໍໄດ້ແລ້ວ 20 ປາຍຄົນ ຍັງເຫລືອພຽງບໍ່ຮອດ 10 ຄົນໃນບ້ານນີ້ ທີ່ກຳລັງຖ້າຢູ່.
ສ່ວນຢູ່ເຂດອື່ນໆ ທ່ານ ສີຣິສັກ ຜູ້ປະສານງານເຄືອຂ່າຍ ຄົນຮັກນ້ຳຂອງຂອງໄທ ບອກວ່າ ທ່ານຈະຈັດ ກອງປະຊຸມ ໃນໄວໆນີ້ ທີ່ເມືອງ ຂົງຈຽມ ເພື່ອຍື່ນຫນັງສື ພ້ອມກັນ, ເຂດເມືອງຂົງຈຽມ ຍັງມີລູກຫລານ ຊາວອົພຍົບລາວ ບໍ່ທັນໄດ້ສັນຊາດໄທ ປະມານ 20 ຄົນ ຊຶ່ງໃນ ປັດຈຸບັນ ຍັງບໍ່ຮູ້ຂໍ້ມູນ ກ່ຽວກັບ ເຣື້ອງນີ້ເທື່ອ. ທ່ານກ່າວວ່າ:
"ກຳລັງນັດໂອ້ລົມກັບທາງເມືອງ ເພື່ອຈະໄດ້ຮູ້ໄປດ້ວຍກັນເລີຍ ທີ່ນັດຄຸຍກັນ ທີ່ຄົນກຸ່ມນີ້ຢູ່ຫຼາຍ ໃນໂຂງຈຽມ ເພື່ອໃຫ້ຊາວບ້ານ ມາຮ່ວມ ກັນ ໂດຍສະເພາະ ລູກຂະເຈົ້າ ທີ່ຍັງບໍ່ເຄີຍໄດ້ ປະມານ 200 ຄົນ ມີພໍ່ບ້ານ ແລະຜູ້ຊ່ອຍພໍ່ບ້ານ ຮ່ວມນຳ.
ທ່ານກ່າວຕື່ມວ່າ ປັດຈຸບັນ ລູກຫລາຍຊາວອົພຍົບລາວ ໃນແຂວງອຸບົນ ໄດ້ສັນຊາດໄທ ຫລາຍຄົນແລ້ວ ແລະຍັງອີກຫລາຍຄົນ ຍັງບໍ່ໄດ້ ສັນຊາດໄທ ເປັນຕົ້ນ ທີ່ເມືອງ ໂຂງຈຽມ ເມືອງເຂມມະຣາດ ແລະເມືອງອຸບົນ.
ເຖິງຢ່າງໃດກໍຕາມ ກົດຫມາຍດັ່ງກ່າວ ໃຫ້ສັນຊາດໄທ ສຳລັບເດັກນ້ອຍ ທີ່ເກີດໃນໄທ ເທົ່ານັ້ນ ສ່ວນພໍ່ແມ່ນັ້ນ ຍັງບໍ່ໃຫ້ເທື່ອ.
