ສາກົນວ່າບົດລົງໂທດ ມາດຕຣາ 117 ຄວນຍົກເລີກ
2020.10.28

ຫລັງຈາກຊ່ຽວຊານດ້ານສິດທິມະນຸດ ຂອງສະຫະປະຊາຊາດ ໄດ້ສົ່ງໜັງສືໄປຫາຣັຖບານລາວ ໃນວັນທີ 17 ກັນຍາ ເພື່ອສະແດງຄວາມ ເປັນຫ່ວງກ່ຽວກັບການຈັບຕົວ ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ອາຍຸ 31 ປີ, ບໍ່ສອດຄ່ອງກັບຫຼັກການສາກົນ ດ້ານສິດທິ ມະນຸດ ແລະ ມີການພິຈາຣະນາຄະດີ ໄວເກີນໄປ.
ຕໍ່ມາ ໃນວັນທີ 20 ຕຸລາ ຄະນະຜູ້ແທນລາວປະຈຳສະຫະປະຊາຊາດ ຢູ່ນະຄອນເຈນີວາ ປະເທດສະວິດສະແລນ ໄດ້ອອກໜັງສືຊີ້ແຈງຕໍ່ຜູ້ ຊ່ຽວຊານດ້ານສິດທິມະນຸດ ຂອງ ສະຫະປະຊາຊາດ ວ່າ ນາງ ໝວຍ ຖືກເປັນຄະດີອາຍາ ຂໍ້ຫາໂຄສະນາຕໍ່ຕ້ານ ສປປລາວ ຕາມມາດຕຣາ 117 ແລະ ລາວ ຖືກຕັດສິນຈຳຄຸກ 5 ປີ ພ້ອມທັງປັບໃໝ ເປັນເງິນຈຳນວນ 20 ລ້ານກີບ.
ໜັງສືຊີ້ແຈງ ຍັງໄດ້ລະບຸອີກວ່າ: ມັນເປັນໂທດສູງສຸດ ອັນເກີດຈາກການທີ່ ນາງ ໝວຍ ໄດ້ວິຈານການເຮັດວຽກ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ກ່ຽວການຊ່ວຍເຫຼືອ ຜູ້ປະສົບພັຍນ້ຳຖ້ວມທາງພາກໃຕ້ ຜ່ານສື່ສັງຄົມ ອອນລາຍ ໃນປີ 2019.
ໜັງສືຊີ້ແຈງ ຍັງລະບຸອີກວ່າ: ນາງ ໝວຍ ຍັງໃຊ້ສື່ສັງຄົມອອນລາຍ ກ່າວຫາ ແລະ ໂຈມຕີຣັຖບານລາວ ເພື່ອຫວັງທຳລາຍ ຫຼື ເຮັດໃຫ້ ອຳນາດຂອງຣັບຖານ ອ່ອນແອລົງ ແລະ ວີດີໂອ ທີ່ ນາງ ໝວຍ ສ້າງຂຶ້ນ ນັ້ນຖືວ່າມີຄວາມພຍາຍາມ ທີ່ຈະສ້າງຄວາມເຂົ້າໃຈຜິດ ແລະ ຂັດຂວາງການຊ່ວຍເຫຼືອ ແລະ ບັນເທົ່າທຸກ ຕໍ່ຜູ້ປະສົບພັຍ ນ້ຳຖ້ວມໃນເວລານັ້ນ ແລະ ກະຕຸ້ນກໍ່ໃຫ້ເກີດຄວາມວຸ້ນວາຍ ໃນສັງຄົມ ໃນຂນະທີ່ ຄວາມເປັນຈິງ ຣັຖບານລາວ ລົງພື້ນທີ່ ຊ່ວຍເຫຼືອ ແລະ ແກ້ໄຂສະຖານະການ ຢ່າງຮີບດ່ວນ.
ກ່ຽວກັບເລື່ອງນີ້ ທ່ານ Phil Robertson ຮອງອຳນວຍການອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳເອເຊັຍຕາເວັນອອກສ່ຽງໃຕ້ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ຕຸລາ ວ່າການຈັບ ນາງ ໝວຍ ບໍ່ຖືກຕາມ ຫຼັກການສິດທິມະນຸດ ແລະ ຄວນປ່ອຍຕົວລາວ:
"ຄວາມຈິງແລ້ວ ຣັຖບານ ເຂົາຕ້ອງເຂົ້າໃຈວ່າ ນາງ ໝວຍ ບໍ່ເຮັດຫຍັງຜິດ ແຕ່ຕ້ອງຕິດຄຸກ ເພາະຂໍ້ກ່າວຫາວ່າ ເປັນການໂຄສະນາຕໍ່ຕ້ານ ຣັຖບານ ເປັນເລື່ອງທີ່ບໍ່ຖືກຕາມຫຼັກ ສິດທິມະນຸດ ເປັນກົດໝາຍ ທີ່ບໍ່ຄວນມີ ໃນລາວ ຣັຖບານລາວ ຄວນຍົກເລີກ ແລ້ວ ກໍຄວນຈະປ່ອຍ ນາງ ໝວຍ ທັນທີ ໂດຍບໍ່ມີເງື່ອນໄຂໃດໆ."
ທ່ານ Phil ກ່າວຕື່ມອີກວ່າ ເຫັນໄດ້ຈະແຈ້ງວ່າ ຣັບຖານລາວ ກໍເປັນຜະເດັດການ ພັກດຽວ ແລະ ເປັນຣັຖບານທີ່ລະເມີດ ສິດທິມະນຸດ ຮ້າຍແຮງ ເປັນຣັຖບານທີ່ ບໍ່ນັບຖືຄຳຄິດຄຳເຫັນ ແລະ ສິດທິຂອງ ປະຊາຊົນໃນປະເທດ ຖ້າຣັບຖານລາວ ມີຄວາມຈິງໃຈ ແລະ ຕ້ອງການພິສູດວ່າ ສິ່ງທີ່ປະຕິບັດໄປນັ້ນ ບໍ່ແມ່ນການລະເມີດ ສິດທິມະນຸດ ຣັຖບານລາວ ຕ້ອງປ່ອຍນາງ ໝວຍ ແລະ ຕ້ອງໃຫ້ ນາງ ໝວຍ ເຂົ້າເຖີງ ທະນາຍຄວາມທີ່ດີ ແລະ ຍຸຕິທັມທີ່ສຸດ.
ທ່ານ ເນຕິວິດ ໂພທິພັດໄພສານ ຜູ້ອຳນວຍການອົງການ ມະນຸສທັມບໍ່ມີເຂດແດນ ຫຼື Humanity Beyond Borders ຢູ່ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ສິ່ງທີ່ຣັຖບານລາວອ້າງ ເປັນສິ່ງທີ່ບໍ່ສົມເຫດ ສົມຜົນ:
ສິ່ງທີ່ຣັຖບານລາວອ້າງ ມັນກະເບິ່ງບໍ່ສົມເຫດສົມຜົນ ຄື ເສຣີພາບໃນການເວົ້າ ໃນການຄິດ ຣັຖນານຊ້ຳພັດເຫັນວ່າ ເປັນເລື່ອງອາຊຍາກັມ ກະຄິດວ່າ ຕ້ອງກົດດັນຕໍ່ໄປ ເຮົາເຫັນເລີຍມາດຕຣາ 117 ຂອງ ຣັຖບານ ລາວ ຈັບຄົນທີ່ບໍຣິສຸດ ຈັບຄົນທີ່ເຫັນຕ່າງຈາກຣັຖບານ ຍັດຂໍ້ ກ່າວຫາໃຫ້ເຂົາຕະຫຼອດ, ດັ່ງນັ້ນກົດໝາຍຂອງລາວ ຫຼາຍຢ່າງ ເປັນສິ່ງທີ່ທຳລາຍ ສິດທິມະນຸດ.
ທ່ານ ເນຕິວິດ ກ່າວຕື່ມອີກວ່າ ຫຼັງຈາກນີ້ ຈະເຄື່ອນໄຫວໃຫ້ອົງການສະຫະປະຊາຊາດ ແລະ ອົງການສິດທິມະນຸດຕ່າງໆ ບໍ່ໃຫ້ເຫັນດີ ກັບບົດລົງໂທດ ຕາມມາດຕຣາ 117 ເພາະ ມາດຕຣາ ດັ່ງກ່າວ ເປັນການລະເມີດ ສິດມະນຸດ.
ໃນຂນະທີ່ ເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ກ່າວຕໍ່ເອເຊັຽເສຣີ ວ່າ ຍາດພີ່ນ້ອງ ທີ່ຈະເຂົ້າຢ້ຽມ ນາງ ໝວຍ ຈະຕ້ອງຂຽນ ໃບສເນີ ກຳນົດວັນ ເວລາ ການເຂົ້າຢ້ຽມ:
"ສຳລັບກອງບັນຊາການ ປກສ ແຂວງເຮົານີ້ ຖືວ່າ ເຮົາເປັນເບື້ອງການດຳເນີນເນາະ ການຕິດຕາມການຝາກຂັງຕ່າງໆ, ຍາດພີ່ນ້ອງ ທີ່ຈະເຂົ້າຢ້ຽມຢາມ ກະຕ້ອງເຂົ້າໄປພົວພັນ ຂຽນແບບຟອມ ໃນການກຳນົດ ວັນ ເວລາ ເຂົ້າຢ້ຽມຢາມເນາະ."
ນາງ ໝວຍ ເປັນຊາວບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ຖືກຈັບຕົວ ໃນວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ຕໍ່ຕ້ານ ສປປລາວ.
ຕໍ່ມາໃນວັນທີ 22 ພືສພາ 2019 ສານຂັ້ນຕົ້ນ ແຂວງຈຳປາສັກ ໄດ້ຕັດສິນຈຳຄຸກ ນາງ ໝວຍ ເປັນເວລາ 5 ປີ ແລະ ປັບໃໝ 20 ລ້ານ ກີບ ຕາມກົດໝາຍອາຍາມາດຕຣາ 117 ແລະ ປັດຈຸບັນ ນາງ ໝວຍ ຖືກກັກຂັງ ຢູ່ຄຸກບັງເຢາະ ບ້ານໂນນສະຫວ່າງ ນະຄອນປາກເຊ ແຂວງຈຳປາສັກ.