ສາຍພົວພັນລາວ-ວຽດນາມຫຼຸດລົງ ຍ້ອນອິດທິພົນຈີນ
2024.02.29

ໃນວັນທີ 26 ກຸມພາ 2024 ທ່ານ ດຣ. ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເດີນທາງໄປພົບປະ ທ່ານ ຫງຽນຟູຈອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກຄອມມູນິດວຽດນາມ ເພື່ອປຶກສາຫາລື ວຽກງານລະຫວ່າງສອງປະເທດ.
ການພົບປະດັ່ງກ່າວ ປະຊາຊົນຊາວ ນະຄອນຫຼວງວຽງຈັນກ່າວວ່າ ສາຍພົວພັນທາງການທູດ ລະຫວ່າງ ລາວ-ວຽດນາມ ຖືວ່າຍັງມີຄວາມແໜ້ນແຟ້ນທີ່ດີຕໍ່ກັນ ແຕ່ຢູ່ໃນລະດັບຂັ້ນຜູ້ນໍາຂອງພັກ ແລະລັດຖະບານເທົ່ານັ້ນ ສ່ວນປະຊາຊົນລາວຄົນລຸ້ນໃໝ່ ເລີ້ມຕິດຕໍ່ພົວພັນກັນໜ້ອຍລົງ ເພາະໃນໄລຍະຫຼັງນີ້ ເຫັນອິດທິພົນຂອງຈີນ ໃນລາວຫຼາຍຂຶ້ນ.
ດັ່ງປະຊາຊົນ ຊາວນະຄອນຫຼວງວຽງຈັນ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ເມື່ອວັນທີ 29 ກຸມພາ ນີ້ວ່າ:
“ຄົນຮຸ່ນເກົ່າຍັງຮັດແໜ້ນຢູ່ ແຕ່ວ່າຮຸ່ນໃໝ່ນີ້ ບໍ່ຢາກປານໃດ ເພາະມັນມີການພົວກັນກັັບຈີນຫຼາຍຂຶ້ນເພາະວ່າໄປຮຽນຈີນ ກາຫຼາຍຂຶ້ນ ແລ້ວເຮັດໃຫ້ຄົນຮຸ່ນໃໝ່ນີ້ມັນກາຫັນໆ ໄປທາງນັ້ນເຮັດວຽກຮ່ວມກັບທຸລະກິດຈີນຫັ້ນ.”
ປະຊາຊົນ ຊາວນະຄອນຫຼວງວຽງຈັນ ທ່ານໄດ້ກ່າວຕື່ມວ່າ ໄລຍະຫຼາຍປີມານີ້ປະຊາຊົນລາວ ແລະ ຄົນລຸ້ນໃໝ່ ຫັນໄປຮຽນໜັງສື ຢູ່ປະເທດຈີນ, ຮຽນພາສາຈີນ ຢູ່ຕາມສະຖາບັນຕ່າງໆ ຫຼາຍຂຶ້ນເປັນຕົ້ນສະຖາບັນຂົງຈື້, ໂຮງຮຽນສອນພາສາຈີນ ເນື່ອງຈາກເມື່ອຮຽນຈົບມາແລ້ວ ສາມາດເຮັດວຽກ ນໍາບໍລິສັດຈີນ ທີ່ເຂົ້າມາລົງທຶນ ຢູ່ໃນປະເທດລາວໄດ້ເລີຍ ເຊິ່ງໃນປັດຈຸບັນທີ່ບໍລິສັດຈີນ ໄດ້ມາລົງທຶນຢູ່ປະເທດລາວ ນັບມື້ນັບຫຼາຍຂຶ້ນ ແລະບໍລິສັດເຫຼົ່ານັ້ນ ຕ້ອງການຄົນງານລາວ ທີ່ເວົ້າພາສາຈີນໄດ້.
ປະຊາຊົນ ຊາວນະຄອນຫຼວງວຽງຈັນ ອີກທ່ານໜຶ່ງກ່າວວ່າ ສາຍພົວພັນທາງການທູດ ລະຫວ່າງ ລາວ-ວຽດນາມ ປຽບດັ່ງອ້າຍນ້ອງກັນ ໂດຍສະເພາະໃນລະດັບຂັ້ນຜູ້ນໍາ ລະຫວ່າງທັງສອງຝ່າຍ ທີ່ໃນອະດີດເຄີຍຮ່ວມຕໍ່ສູ້ ກັນມາຈຶ່ງກາຍເປັນສາຍພົວພັນ ອັນດີມາຮອດປັດຈຸບັນ.
ແຕ່ມາເບິ່ງການຮ່ວມມື ທາງດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ ເທັກໂນໂລຈີ ແລະ ດ້ານອື່ນໆ ຖືວ່າບໍ່ໄດ້ຮັບຜົນປະໂຫຍດຫຼາຍເທົ່າທີ່ຄວນ ແລະນັບມື້ຫຼຸດໜ້ອຍຖອຍລົງເລື້ອຍໆ ເມື່ອທຽບໃສ່ການຮ່ວມມື ລະຫວ່າງ ລາວ-ຈີນ ແລະ ລາວ-ໄທຍ ໃນປັດຈຸບັນ.
ດັ່ງປະຊາຊົນ ຊາວນະຄອນຫຼວງວຽງຈັນ ອີກທ່ານໜຶ່ງກ່າວຕໍ່ວິທະຍຸ ເອເຊັຍເສຣີ ໃນມື້ດຽວກັນວ່າ:
“ການສໍາພັນລະຫວ່າງ ລາວ-ວຽດນາມ ນີ້ມາເບິ່ງແລ້ວມັນກາຄືວ່າ ບໍ່ຢາກເຫັນມີຫຍັງໃດ. ບໍ່ປະຕິເສດດອກເລື່ອງບຸນ ເລື່ອງຄຸນ ເນາະ, ແຕ່ມາເບິ່ງໂຕຈິງແລ້ວນີ້ ບໍ່ແມ່ນມີແຕ່ວຽດນີ້ ຊ່ອຍລາວ. ລາວກາຊ່ອຍວຽດ ຄືກັນ. ສະນັ້ນມາເບິ່ງເລື່ອງການພັດທະນາ ກາເຫັນວ່າ ມັນກາເກືອບວ່າ ຈະບໍ່ມີຫຍັງແລ້ວ.”
ເຈົ້າໜ້າທີ່ຜະແນກ ແຜນການ ແລະການລົງທຶນ ແຂວງອັດຕະປືກ່າວວ່າ ສະເພາະຢູ່ແຂວງອັດຕະປື ການເຂົ້າມາລົງທຶນ ສູງສຸດ ຂອງຄົນຕ່າງປະເທດ ຍັງເປັນນັກລົງທຶນຈາກວຽດນາມ ທີ່ເຂົ້າມາລົງທຶນ ໃນຂະແໜງການກະເສດ ແລະດ້ານພະລັງງານ ເປັນຫຼັກເປັນຕົ້ນການປູກອ້ອຍ, ຢາງພາລາ ແລະ ເຂື່ອນໄຟຟ້າ.
ການເຂົ້າມາລົງທຶນນັ້ນ ເປັນການເຂົ້າມາສໍາປະທານ ທີ່ດິນເພື່ອຜະລິດ ເປັນສິນຄ້າ ແລະສົ່ງອອກໄປປະເທດວຽດນາມ. ສະນັ້ນປະຊາຊົນລາວ ຈະໄດ້ຮັບຜົນປະໂຫຍດ ພຽງສ່ວນໃດໜຶ່ງເທົ່ານັ້ນ ເປັນຕົ້ນຄ່າເຊົ່າສຳປະທານ ທີ່ດິນ, ຄ່າຈ້າງວຽກ ຈາກການເປັນກຳມະກອນ.
ດັ່ງເຈົ້າໜ້າທີ່ ແຜນການແລະການລົງທຶນ ແຂວງອັດຕະປື. ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ປະເທດວຽດນາມ ເຂົ້າມາສໍາປະທານທີ່ດິນນີ້ ສ່ວນຫຼາຍມັນຊິເປັນການປູກຝັງ ຕົ້ນໄມ້ ໃຫ້ໝາກບໍ່ ຕົ້ນອ້ອຍ ຕົ້ນຢາງພາລາ ສ່ວນຫຼາຍມີແຕ່ປະເທດວຽດນາມ ເຂົ້າມາມັນກາແບບວ່າ ມັນບໍ່ກຸ້ມຄ່າ.”
ທາງດ້ານ ອາຈານ ອະດິສອນ ເສມແຍ້ມ ຈາກສະຖາບັນ ເອເຊັຍສຶກສາ ຈຸລາລົງກອນ ມະຫາວິທະຍາໄລ ຂອງປະເທດໄທຍ ກ່າວວ່າ ຜູ້ນຳທັງສອງຝ່າຍລາວ-ວຽດນາມ ຈະຍັງມີສາຍພົວພັນທາງການທູດ ທີ່ດີຕໍ່ກັນ ແລະຍັງມີຄວາມແໜ້ນແຟ້ນ ທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍສະເພາະກຸ່ມຜູ້ນໍາ ປະເທດທີ່ຮ່ວມຕໍ່ສູ້ກັນມາ.
ຖ້າມາເບິ່ງແນວຄິດ ຂອງຄົນລຸ້ນໃໝ່ໃນປະເທດລາວ ຈະເຫັນວ່າການຕິດຕໍ່ພົວກັນ ສອງຝ່າຍ, ການໄປຮຽນໜັງສືປະເທດວຽດນາມ ນັບມື້ຈະຫຼຸດລົງ ເພາະຈີນເຂົ້າມາມີບົດບາດ ແລະອິດທິພົນຫຼາຍຂຶ້ນ ໃນລາວຈະເຫັນໄດ້ວ່າ ຈາກການເຂົ້າມາລົງທຶນ ຂອງຈີນໃນໂຄງກາຂະໜາດໃຫຍ່, ໂຄງການຮ່ວມລົງທຶນ ແລະໂຄງການຊ່ອຍເຫຼຶອລ້າ ເຊິ່ງເຮັດໃຫ້ສະພາບເສດຖະກິດ-ການເງິນ ຂອງລາວ ເກີດການຂະຫຍາຍໂຕຂຶ້ນຢ່າງໄວວາ.
ສ່ວນທ່າທີຂອງປະເທດລາວ ໂດຍສະເພາະລະດັບຜູ້ນໍາຂັ້ນສູງ ຍັງຄົງວາງໂຕ ເປັນກາງເພາະບໍ່ສມາດເຫັນດີ ເຫັນງາມ ກັບປະເທດໜຶ່ງໄດ້ ເນື່ອງຈາກປະເທດລາວ ຍັງຕ້ອງເພີ່ງພາອາໃສ ປະເທດຈີນ ແລະປະເທດວຽດນາມ ເປັນຫຼັກ ທັງໃນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມເຖິງການຮ່ວມມື ດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ ເທັກໂນໂລຈີ.
ດັ່ງທ່ານ ອະດິສອນ ເສມແຍ້ມ ໄດ້ກ່າວຕໍ່ວິທະຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ໄທຍ ຄວາມສໍາພັນບ່ອນນີ້ກັບວຽດນາມ ຂ້ອນຂ້າງຢູ່ໃນເກນທີ່ດີ ແຕ່ວ່າມັນເລີ້ມຫຼຸດໜ້ອຍລົງ. ສ່ວນໜຶ່ງກາຄືຈີນເອງ ກາມີຄວາມພະຍາຍາມທີ່ຈະຄານອຳນາດ ກັບວຽດນາມຢູ່. ວຽດນາມກັບຈີນ ໂດຍສະເພາະເລື່ອງທະເລຈີນໃຕ້ ມັນເຮັດໃຫ້ລາວມີບັນຫາ ໃນດ້ານຂອງການເມືອງ. ນະໂຍບາຍ, ຄວາມສຳພັນລະຫວ່າງປະເທດ ເຊິ່ງມັນຕ້ອງວາງໂຕເປັນກາງ ເພາະວ່າຢ່າລືມວ່າ ຈີນເປັນຜູ້ລົງທຶນລາຍໃຫຍ່ (ໃນລາວ).”
ໃນປີ 2023 ທີ່ຜ່ານມານີ້ ການລົງທຶນສອງຝ່າຍລາວ-ວຽດນາມ ສາມາດບັນລຸໄດ້ປະມານ 1,521 ລ້ານໂດລ້າຣ໌ສະຫະລັດ ຫຼຸດລົງປະມານ 2% ເມື່ອທຽບໃສ່ປີ 2022. ປັດຈຸບັນມີນັກລົງທຶນ ຂອງວຽດນາມ ທີ່ໄດ້ມາຈົດທະບຽນລົງທຶນ ຢູ່ປະເທດລາວ ຈຳນວນ 245 ໂຄງການ, ມີມູນຄ່າປະມານ 5.5 ຕື້ໂດລ້າຣ໌ສະຫະລັດ. ໃນຂະນະທີ່ການລົງທຶນຂອງລາວ ໃນປະເທດວຽດນາມ ມີ 18 ໂຄງການ, ມູນຄ່າປະມານ 110 ລ້ານໂດລ້າຣ໌ສະຫະລັດ.