ຄົນງານລາວຫຼາຍຮ້ອຍຄົນ ຍັງຄ້າງ ຢູ່ດ່ານໄທ

ສຸພັດຕາ
2020.04.07
F-Border ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ ຂອງໄທ ຊຶ່ງເປັນແຂວງທີ່ຕິດກັບ ແຂວງຈໍາປາສັກ ຂອງລາວ
RFA

ຫຼັງຈາກວັນທີ 5 ເມສາ 2020 ແຕ່ລະດ່ານຂອງໄທ ທີ່ຕິດກັບປະເທດລາວ ໄດ້ປິດຢ່າງຖາວອນ ບໍ່ມີການຜ່ອນຜັນໃຫ້ຄົນງານລາວຈາກໄທ ຂ້າມໄປລາວແລ້ວ ຈົນຮອດວັນທີ 19 ເມສາ 2020 ເພາະທີ່ຜ່ານມາ ເຈົ້າໜ້າທີ່ໄດ້ມີການຜ່ອນຜັນມາຫຼາຍມື້ ພາຍຫຼັງຖືກສັ່ງປິດດ່ານ ເມື່ອວັນທີ 23 ມີນາ 2020 ກໍຍັງມີຄົນງານລາວ ເດີນທາງມາຢູ່ເລື້ອຍໆ.

ຢູ່ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ ຂອງໄທ ຊຶ່ງເປັນແຂວງທີ່ຕິດກັບ ແຂວງຈໍາປາສັກຂອງລາວ ຍັງມີຄົນງານລາວຈາກໄທ ປະມານ 100 ປາຍຄົນເດີນທາງມາດ່ານ ໃນວັນທີ 6 ເມສາ ປີ 2020 ເພື່ອຈະກັບບ້ານ ແຕ່ທາງເຈົ້າໜ້າທີ່ໄທບໍ່ຜ່ອນຜັນໃຫ້ຂ້າມ, ດັ່ງເຈົ້າໜ້າທີ່ ແຂວງຈໍາປາສັກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ:

“ເພິ່ນບໍ່ໃຫ້ຂ້າມມາເລີຍ ແຕ່ຊ້ວງມື້ວານ ມື້ຊືນນັ້ນມີປະມານ 100 ນຶ່ງນິ່ແຫຼະຄ້າງຢູ່ຫັ່ນ ບໍ່ໃຫ້ເຂົ້າມາຊໍ້າ ຈະເຮັດຈັ່ງໃດກັນຢູ່ກັກຢູ່ຫັ່ນແຫຼ້ວ ໝົດທຸກຄົນ ຢູ່ນໍາກັນຫັ່ນແລ້ວ ລາວເປັນຫຍັງຈຶ່ງບໍ່ໃຫ້ເຂົ້າ ຄົນລາວ ເດ.”

ເຈົ້າໜ້າທີ່ດ່ານຊ່ອງເມັກ ແຂວງອຸບົນຣາຊທານີ ຂອງໄທ ກ່າວວ່າ ເມື່ອສອງມື້ຜ່ານມາ ກໍຍັງມີຄົນງານລາວຈາກໄທ ຈໍານວນນຶ່ງເດີນທາງ ມາດ່ານ ເພື່ອຈະຂ້າມໄປຝັ່ງລາວ ແຕ່ກໍບໍ່ຫຼາຍ ຊຶ່ງດ່ານໄດ້ປິດແລ້ວ ເພາະມີຄໍາສັ່ງຈາກເຈົ້າແຂວງ ແຂວງອຸບົນຣາຊທານີ ບໍ່ໃຫ້ມີການ ຜ່ອນຜັນໃຫ້ຄົນງານລາວ ຈາກໄທກັບປະເທດ, ຄົນງານລາວດັ່ງກ່່າວ ກໍໂທຫານາຍຈ້າງໃຫ້ມາຮັບ ກັບໄປຢູ່ບ່ອນພັກອາສັຍ ຫຼືໄປພັກຕາມ ບ້ານພີ່ນ້ອງ:

“ບໍ່ຫຼາຍ ບໍ່ຫຼາຍ ນາຍຈ້າງພວກເຂົາກໍມາຮັບກັບໄປ ເພາະໄປບໍ່ໄດ້ຕອນນີ້ດ່ານປິດແລ້ວ ແລະເຈົ້າແຂວງກໍບໍ່ຜ່ອນຜັນແລ້ວນະ ມີຄໍາສັ່ງມາ ຊັດເຈນແລ້ວ ສໍາລັບຄົນທີ່ຕົກຄ້າງ ນາຍຈ້າງຕ້ອງມາຮັບກັບໄປ ຫຼືເຂົ້າຣະບົບແຮງງານຂອງແຂວງ.”

ສໍາລັບຢູ່ດ່ານຂົວມິຕພາບ ໄທ-ລາວ ແຫ່ງທີ່ 2 ແຂວງມຸກດາຫານ ທີ່ຕິດກັບແຂວງສວັນນນະເຂດ ໃນວັນທີ 6 ເມສາ ກໍມີຄົນງານລາວ ຈາກໄທ ເດີນທາງເພື່ອຈະຂ້າມໄປລາວ ປະມານ 30 ປາຍຄົນ ເຈົ້າໜ້າທີ່ ກໍບໍ່ໃຫ້ຂ້າມ ຍ້ອນມີຄໍາສັ່ງຈາກເຈົ້າແຂວງ:

“ມື້ວານນີ້ ຢູ່ 20, 30 ນີ້ແຫຼະ ແລ້ວພວກເຮົາກໍປະກາດແລ້ວວ່າ ມຸກດາຫານ ບໍ່ສາມາດເປີດອະນຸຍາດໄດ້ ມີຄໍາສັ່ງໃຫ້ປິດດ່ານຖາວອນ ເຂົາກໍຕ້ອງຂີ່ຣົດໄປດ່ານອື່ນ ຫຼືກໍໄປພັກຕາມບ້ານຍາດພີ່ນ້ອງ ຫຼືມີຍາດ ພີ່ນ້ອງໃນເມືອງໄທ.”

ໃນຂນະທີ່ ຢູ່ດ່ານທ່າລີ້ ແຂວງເລີຍ ທີ່ຕິດກັບແຂວງໄຊຍະບູຣີ ກໍມີຄົນງານລາວຈາກໄທ ຕົກຄ້າງປະມານ 100 ປາຍຄົນ ຊຶ່ງເຈົ້າໜ້າທີ່ ບໍ່ໃຫ້ຂ້າມໄປຄືກັນ ຍ້ອນດ່ານທາງລາວກໍປິດ ແຕ່ທາງການໄທ ກໍໄດ້ຊ່ອຍ ເຫຼືອໃຫ້ໄປພັກຢູ່ສູນພັກຊົ່ວຄາວ ທີ່ວັດຣາດປູ່ສົງທັມ ແລະ ພາຍໃນໂຮງຮຽນບ້ານຫາດພະ ໃກ້ດ່ານທ່າລີ້, ດັ່ງເຈົ້າໜ້າທີ່ຕໍາຣວດ ທ່າລີ້ ກ່າວວ່າ:

“ທີ່ມາເພີ້ມມື້ວານເກືອບ 100 ຄົນຢູ່ທາງເມືອງ ເພິ່ນຈັດໃຫ້ໄປພັກຢູ່ວັດໃກ້ໆກັບດ່ານນັ້ນແຫຼະ ກໍມີຕໍາຣວດໄປກວດກາເບິ່ງແຍງຄວາມສງົບ ມີເຈົ້າໜ້າທີ່ ອໍສໍ ເຝົ້າຢູ່ຫັ້ນ ບໍ່ໃຫ້ອອກ ສ່ວນອາຫານ ມີເຈົ້າເມືອງ ແລະກໍມີຄົນບໍຣິຈາກນໍາ.”

ເບື້ອງຕົ້ນເຈົ້າໜ້າທີ່ໄທ ກໍໄດ້ປະສານກັບທາງເຈົ້າແຂວງໄຊຍະບູຣີ ຊຶ່ງໃນວັນທີ 7 ເມສານີ້ ເຈົ້າໜ້າທີ່ແຂວງໄຊຍະບູຣີ ຈະສົມທົບກັບພາກ ສ່ວນກ່ຽວຂ້ອງ ໄປຮັບໂຕຄົນງານລາວ ທີ່ຢູ່ສູນພັກດັ່ງກ່າວມາລາວ, ດັ່ງທ່ານກ່າວວ່າ:

“ມື້ນີ້ທາງຄະນະນໍາ ແຂວງໄຊຍະບູຣີ ກໍລົງໄປສົມທົບ ກໍລົງໄປຮັບເອົາເດ້ ເຂົ້າມາມື້ນີ້ຈໍານວນນຶ່ງ ຢູ່ທ່າລີ້ນະ ພວກເຮົາໄດ້ມີການກວດກາ ໄດ້ມີການເອົາໄປເຂົ້າສູນພັກພີງປະມານ 14 ວັນ ຕິດຕາມອາການ.”

ທ່ານກ່າວຕື່ມວ່າ ຫຼັງຈາກທີ່ທາງການໄທ ມີການສັ່ງປິດດ່ານ ຫ້າມເຂົ້າ-ອອກ ຕັ້ງແຕ່ວັນທີ 23 ມີນາ 2020 ກໍມີຄົນງານລາວ ກັບມາຈາກ ໄທ ຢູ່ແຂວງໄຊຍະບູຣີ ປະມານ 6 ພັນຄົນ.

ເຖິງຢ່າງໃດກໍຕາມ ຄົນງານລາວຈາກໄທ ທີ່ຍັງກັງວົນ ເຣື່ອງໜັງສືເດີນທາງຈະໝົດອາຍຸ ຫຼື ໝົດອາຍຸແລ້ວ ທາງສໍານັກງານຕໍາຣວດກວດ ຄົນເຂົ້າເມືອງ ໄດ້ສເນີໄປຍັງຄະນະຣັຖມົນຕຣີ ເພື່ອໃຫ້ພິຈາຣະນາ ຂໍຜ່ອນຜັນຕໍ່ອາຍຸໜັງສື ເດີນທາງ ເຖິງວັນທີ 26 ເມສາ 2020 ນີ້ ຫາກໄດ້ຮັບການອະນຸມັດ ກໍຈະພໍດີກັບກໍານົດທີ່ທາງການລາວ ເປີດປະເທດ.

ປັດຈຸບັນ ຍັງມີຄົນງານລາວຈໍານວນຫຼາຍ ທະຍອຍເດີນທາງກັບມາຍັງຊາຍແດນ ລາວ-ໄທ ແຫ່ງຕ່າງໆ ເພື່ອຈະເດີນທາງກັບເມືອເຮືອນ ທີ່ຝັ່ງລາວ ເນື່ອງຈາກສະຖານທີ່ ທີ່ພວກເຂົາເຈົ້າເຮັດວຽກ ໄດ້ປິດ ຍ້ອນ ມາຕການ ການເຝົ້າຣະວັງ ການແຜ່ຣະບາດຂອງເຊື້ອໄວຣັສ ໂຄວິດ-19 ແລະຫຼາຍຄົນຈຶ່ງວ່າງງານ ບໍ່ມີຣາຍໄດ້ ແລະບໍ່ມາສາດອາສັຍຢູ່ໃນປະເທດໄທໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.