ທາງການລາວ ກີດກັນ ເຈົ້າໜ້າທີ່ ສະຫະຣັຖ ທີ່ ໄປສືບສວນ ກ່ຽວກັບ ລາວ-ອະເມຣິກັນ ສອງຄົນ ແລະ ຄົນລາວ ອີກຜູ້ນຶ່ງ ທີ່ ອາສັຍຢູ່ ສະຫະຣັຖ ຢ່າງຖາວອນ ທີ່ ຫາຍສາບສູນ ໃນລາວ ເມື່ອ 2-3 ເດືອນກ່ອນ.
ເຈົ້າໜ້າທີ່ ສະຖານທູດ ສະຫະຣັຖ ປະຈຳລາວ ເດີນທາງໄປ ແຂວງ ສວັນນະເຂດ ເມື່ອວັນທີ່ 6 ເດືອນ ມິນາ ນີ້ ເພື່ອສືບສວນ ການຫາຍສາບສູນ ຂອງ ຄົນທັງສາມ, ແຕ່ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ຍອມ ໃຫ້ຂໍ້ມູນ ຫຼື ຣາຍລະອຽດ ແນວໃດ ແກ່ ເຈົ້າໜ້າທີ່ ສະຫະຣັຖ, ບໍ່ພຽງເທົ່ານັ້ນ ເຈົ້າໜ້າທີ່ລາວ ຍັງກີດກັ້ນ ເຈົ້າໜ້າທີ່ ສະຫະຣັຖ ບໍ່ໃຫ້ເຂົ້າໄປ ສະຖານທີ່ ບ່ອນເກີດ ອຸບັດຕິເຫດ ນັ້ນເລີຍ ທີ່ສົງໄສວ່າ ເປັນເຫດໃຫ້ ຄົນທັງສາມ ເສັຍຊີວິດ.
ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສະຫະຣັຖ ຢືນຢັນວ່າ ຊາວລາວ ຢູ່ ສະຫະຣັຖ ອະເມຣິກາ ທັງສາມ ໄດ້ ຫາຍສາບສູນ ໄປແທ້ ແຕ່ວັນທີ່ 6 ເດືອນ ມົກກະຣາ ປີນີ້. ພີ່ນ້ອງຄອບຄົວ ແລະ ໝູ່ເພື່ອນ ຂອງ ຄົນທັງສາມ ເວົ້າວ່າ ທ່ານ ສຸລິ ກອງດາລາວົງ, ທ່ານ ບຸນທ່ຽງ ອິນສີຊຽງ ໃໝ່ ແລະ ທ່ານ ບຸນມາ ພັນໂຍທາ ຫາຍສາບສູນ ຢູ່ແຂວງ ສວັນນະເຂດ ແລະ ເຊື່ອວ່າ ພວກເຂົາ ອາດເສັຍຊີວິດ ແລ້ວຍ້ອນ ອຸບັດຕິເຫດ ຣົດຍົນ.
ເຈົ້າໜ້າທີ່ ສະຫະຣັຖ ທ່ານນຶ່ງ ເວົ້າວ່າ ທາງການ ສະຫະຣັຖ ໄດ້ຂໍຮ້ອງໃຫ້ ທາງການລາວ ຊ່ວຍເຫລືອ ແລະ ໃຫ້ຂໍ້ມູນ ເພິ້ມຕື່ມ ກ່ຽວກັບ ການ ຫາຍສາບສູນ ນີ້ ຫລາຍເທື່ອແລ້ວ ແລະ ຍັງຈະຂໍ ຄວາມຮ່ວມມື ຈາກ ທາງການລາວ ສືບຕໍ່ໄປ ເລື້ອຍໆ.
ເຈົ້າໜ້າທີ່ ຕຳຣວດ ທ້ອງຖິ່ນ ຂອງລາວ ເປີດເຜີຍວ່າ ເມື່ອວັນທີ່ 6 ມົກກະຣາ ເຈົ້າໜ້າທີ່ ຄົ້ນພົບຣົດ ຕູ້ຄັນນຶ່ງ ເກີດ ອຸບັດຕິເຫດ ຖືກໄຟໄໝ້ ແລະ ເຫັນສົບ ຜູ້ເສັຍຊີວິດ ສາມຄົນ ຊາຍ ສອງ ຍິງນຶ່ງ ແຕ່ເຈົ້າໜ້າທີ່ ບໍ່ສາມາດ ບອກໄດ້ວ່າ ສົບ ທັງສາມນັ້ນ ແມ່ນສົບ ຂອງໃຜ.
