ອີງຕາມຂ່າວທີ່ ພນົມເປັນໂພສ ໄດ້ຣາຍງານເມື່ອວັນທີ 4 ແລະ ວັນທີ 6 ເມສາ 2017 ນີ້ວ່າ, ເກີດມີຂໍ້ຂັດແຍ້ງກັນ ທາງດ້ານຊາຍແດນ ຣະຫວ່າງ ທະຫານລາວ ແລະທະຫານ ກຳພູຊາ, ເຈົ້າໜ້າທີ່ ລະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ແລະສຽງ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ເມສາ 2017 ນີ້ວ່າ, ຂໍ້ຂັດແຍ້ງ ທີ່ວ່າ ນັ້ນມີແທ້ ເນື່ອງຈາກຝ່າຍລາວເຫັນວ່າ ຝ່າຍກຳພູຊາ ໄດ້ສ້າງຖນົນເຂົ້າມາໃນເຂດ ທີ່ຍັງບໍ່ທັນ ຕົກລົງກັນ ໄດ້ເທື່ອ ແລະ ຝ່າຍກຳພູຊາ ກໍໄດ້ທັກທ້ວງ ຝ່າຍລາວ ຕໍ່ການສ້າງ ເຮືອນພັກຂອງ ຕຳຣວດ ຊາຍແດນລາວ ທີ່ກຳລັງ ສ້າງຢູ່ ໃນພື້ນທີ່ ທີ່ຍັງຕົກລົງ ກັນບໍ່ໄດ້.
ແຕ່ມາເຖິງປະຈຸບັນ, ທຸກຢ່າງແມ່ນ ເປັນປົກກະຕິແລ້ວ ເພາະ ກອງບັນຊາການ ປກຊ-ປກສ ທັງສອງຝ່າຍ ໄດ້ຕົກລົງ ເຈຣະຈາກັນ ເມື່ອວັນທີ 5 ເມສາ 2017 ນີ້. ທ່ານກ່າວວ່າ
“ໄດ້ເວົ້າກັນແລ້ວ ແຕ່ວັນທີ 5 ພຸ້ນ, ສຳເຣັດແລ້ວ. ມີແຕ່ວ່າເຮືອນ ທໍ່ນັ້ນດອກ ອ້າຍນ້ອງເຂົາ ປຸກໃໝ່ ປຸກແທນ ເຮືອນຫຼັງເກົ່າ, ເຮືອນຫຼັງເກົ່າມັນເພ. ທາງຝ່າຍ ກຳພູເຈັຽ ກະເລີຍວ່າ ບໍ່ຢາກໃຫ້ເຮັດ, ບໍ່ໃຫ້ເຮັດຈັ່ງໃດ ແນວມັນ ເຮືອນຫຼັງເກົ່າ, ກະເລີຍເວົ້າກັນ ກະຕົກແຕກ ກັນລະເດ, ເຮັດຢູ່ ອະທິປະຕັຍ ຂອງໃຜຂອງມັນ. ມີແຕ່ວ່າ ເຮັດທາງ ຄັນມັນເລິກເຂົ້າດິນແດນ ຂອງ ຝ່າຍນຶ່ງ ເຂົາ ກະຫ້າມ. ເຮົາກະຫ້າມ, ກວດກາກັນຫັ້ນແຫຼະ ເວີ້ຍ ອັນນັ້ນນ່າ”.
ທ່ານກ່າວຕື່ມວ່າ ຈາກຂໍ້ມູນທີ່ ສຳນັກຂ່າວ ພນົມເປັນໂພສ ໄດ້ຣາຍງານຂ່າວ ໂດຍອ້າງໃສ່ ອີງຄວາມເວົ້າຂອງ ເຈົ້າໜ້າທີ່ ຕຳຣວດ ຊາຍແດນ ຂອງກຳປູຊາ ທີ່ວ່າມີ ຝ່າຍລາວ ປະມານ 400 ຄົນ ໄດ້ເຂົ້າມານາບຂູ່. ເຈົ້າໜ້າທີ່ ຝ່າຍກຳພູຊາ ຕາມຊາຍແດນ ເມື່ອ ເດືອນກຸມພາ ທີ່ຜ່ານມານັ້ນ ແມ່ນບໍ່ມູນ ຄວາມຈິງ ແລະ ຖືເປັນການຣາຍງານ ຂ່າວທີ່ເກີນ ກວ່າເຫຕ. ທ່ານກ່າວວ່າ:
“ໂຕນີ້ປະຕິເສດເລີຍໂລດ ບໍ່ແມ່ນແຫຼະອັນນັ້ນນ່າ, ຄວາມເວົ້າແບບວ່າ ບໍ່ຖືກຕ້ອງແຫຼະ. ເອີ່…ໂຕເພິ່ນກະຂ່າວໄປ ມີຫຼາຍອັນຂ່າວ ລືຂອງເພິ່ນ ພວກເຮົາກະຍັງ ເສັຽໃຈນ່າ ພວກຂ່າວ. ຂ່າວແບບຕາບໍ່ເຫັນ ອອກໄປທົ່ວທີບ ທົ່ວແດນ ມັນກະບໍ່ເປັນ. ໂອ້ຍ! ມັນ ບໍ່ແມ່ນເຣື້ອງການ ສູ້ຣົບຕົບຕີກັນ ການເວົ້າກັນ ໄດ້ນ່າ”.
ຢ່າງໃດກໍ່ຕາມ, ທ່ານກໍໄດ້ກ່າວວ່າ ຄວາມຂັດແຍ້ງ ຕ່າງໆທີ່ເກີດຂຶ້ນ ຣະຫວ່າງຊາຍ ແດນລາວ ແລະກຳພູຊາ ໃນເຂດພາກ ໃຕ້ນີ້ບໍ່ໄດ້ ເປັນສາເຫຕ ທີ່ເຮັດໃຫ້ເກີດ ມີການ ປິດດ່ານປະເພນີ ເວີນຄາມແຕ່ຢ່າງໃດ, ພຽງແຕ່ ເຈົ້າໜ້າທີ່ ຕໍາຣວດຊາຍແດນ ແລະເຈົ້າໜ້າທີ່ ພາສີອາກອນ ຢາກໃຫ້ຜູ້ທີ່ ເຄີຍທຽວ ເຂົ້າ-ອອກ ດ່ານປະເພນີ ເວີນຄາມ ນັ້ນໄປ ໃຊ້ດ່ານສາກົນ ໜອງນົກຂຽນແທນ ເພື່ອຫຼຸດຜ່ອນ ການຫຼົບຫຼີກ ພາສີ ຂອງ ຜູ້ສວຍໂອກາດ ທ່ານເວົ້າວ່າ:
“ດ່ານບໍ່ແມ່ນເຂົາປິດ ອັນນັ້ນເຂົາເອີ້ນວ່າ ຈິຕໃຈນີ້ໂຕບ່ອນ ປະເພນີຫັ້ນ, ຢາກໃຫ້ໄປເຂົ້າຢູ່ບ່ອນດ່ານສາກົນ ທະຫານ ເຂົາແນະນຳ. ເອີ ມັນກະແປະໆກັນເດ ຢູ່ບ່ອນເວີນຄາມ ກະພັດຢາກ ອອກມາທາງຂ້າງ ຢາກຫຼົບຫຼີກໜີພາສີ ບໍ່ແມ່ນເຣື້ອງປິດ ເຣື້ອງສິນຄ້າ ເຂົ້າ-ອອກ ຜ່ານດ່ານ”