ທາງການລາວ ຮ່ວມມືກັບປະເທດເພື່ອນບ້ານ ປາບປາມນັກປົກປ້ອງສິດທິມະນຸສ

ອຸ່ນແກ້ວ
2024.01.23
ທາງການລາວ ຮ່ວມມືກັບປະເທດເພື່ອນບ້ານ ປາບປາມນັກປົກປ້ອງສິດທິມະນຸສ ກອງປະຊຸມ “ຜົລຂອງການປາບປາມຂ້າມຊາຕ ໃນພູມິພາກລຸ່ມນ້ຳຂອງ, ການນຳປະສົບການຕຣົງ ສູ່ການຜັກດັນນະໂຍບາຍ ເພື່ອຍຸຕິການລະເມີດສິດທິ” ທີ່ຈັດຂຶ້ນຢູ່ສມາຄົມ ຜູ້ສື່ຂ່າວຕ່າງປະເທດ ຫຼື Foreign Correspondents' Club of Thailand (FCCT). ວັນທີ 23 ມົກກະຣາ 2024.
RFA

ສະມາຄົມຜູ້ສື່ຂ່າວຕ່າງປະເທດ ປະຈໍາບາງກອກ ປະເທດໄທຍ ໄດ້ຈັດກອງປະຊຸມ ກ່ຽວກັບບັນຫາການປາບປາມນັກກິຈະກັມ ແລະ ນັກປົກປ້ອງສິດທິມະນຸສ.

ການປາບປາມ ລວມມີການຄວບຄຸມໂຕ, ການຄຸມຂັງ, ການພິພາກສາໂທດ ແລະ ການບັງຄັບໃຫ້ນັກກິຈກັມ ຫາຍສາບສູນ ບໍ່ໄດ້ເກີດຂຶ້ນ ສະເພາະຢູ່ແຕ່ປະເທດລາວເທົ່ານັ້ນ, ແຕ່ມັນຍັງກາຍເປັນບັນຫາ ຂ້າມຊາຕ ນໍ້າອີກດ້ວຍ.

ຍານາງ ເອມິລີ ປາລາມີ ປຣະດິຈິຕ, ຜູ້ກໍ່ຕັ້ງ ແລະ ຜູ້ອໍານວຍການ ມູນນິທິມານຸສຍະ ໄດ້ກ່າວໃນກອງປະຊຸມ ວ່າ:

(ພາສາອັງກິດ)ການປາບປາມຂ້າມຊາຕ ເກີດຂຶ້ນກັບນັກກິຈກັມຊາວລາວ ທີ່ອາໄສຢູ່ (ພາຍໃນ) ປະເທດ ແລະ ທີ່ຜ່ານມາ ບໍ່ດົນມານີ້ ການປາບປາມ ຂ້າມຊາຕດັ່ງກ່າວ ກໍເກີດຂຶ້ນ ກັບນັກປົກປ້ອງສິດທິ ຊາວຈີນ ທີ່ອາໄສຢູ່ໃນປະເທດລາວ ເປັນປະເທດທີ່ມີການໃຊ້ອໍານາດ ຜະເດັດການຫຼາຍທີ່ີສຸດ ປະເທດນຶ່ງ ໃນເອເຊັຽຕາເວັນອອກສຽງໃຕ້ ແລະ ທີ່ຜ່ານມາ ໜ່ວຍງານລະຫວ່າງປະເທດຕ່າງໆ ທີ່ຈະເຂົ້າມາເຮັດວຽກແນວໃດກໍຕາມ ໃນລາວ ກໍເປັນໄປໄດ້ຂ້ອນຂ້າງຍາກ.

ສໍາລັບການປາບປາມ ຂ້າມຊາຕທີ່ເກີດຂຶ້ນ ເປັນການປະສານຄວາມຮ່ວມມື ລະຫວ່າງ ຣັຖບານຕໍ່ຣັຖບານ ໃນການຊອກຫາ ຜູ້ທີ່ມີຄວາມເຫັນແຕກຕ່າງ ທີ່ອາໄສຢູ່ໃນປະເທດເພື່ອນບ້ານ.

ທີ່ຜ່ານມາ ນັກກິຈກັມ ແລະ ນັກປົກປ້ອງສິດທິມະນຸສ ຈໍານວນນຶ່ງ ສະແດງຄວາມເຫັນ ໃນປະເດັນທາງດ້ານສັງຄົມ ເປັນຕົ້ນ ການບໍຣິຫານປະເທດ ຂອງຣັຖບານ, ການໃຫ້ສັມປະທານ ໂຄງການພັທນາຕ່າງໆ ແລະ ອື່ນໆ, ແຕ່ຖືກກົດຂີ່ຈາກຣັຖບານຕົ້ນທາງ ເຮັດໃຫ້ນັກປົກປ້ອງສິດທິມະນຸສ ຕ້ອງພາກັນໜີໄປຢູ່ປະເທດເພື່ອນບ້ານ ເພື່ອຄວາມປົດໄພ ແຕ່ສຸດທ້າຍກໍບໍ່ມີຄວາມປອດໄພ ແລະ ຖືກປາບປາມ.

ຍານາງ ພອນເພັນ ຄົງຈະເຣີນກຽດ, ຜູ້ອໍານວຍການມູນນິທິ ປະສານວັທນະທັມ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ພົບເຂົາ. ເຂົາກໍຈະກາຍເປັນຄົນຫາຍ. ຖ້າເຮົາພົບເຂົາ ແລ້ວເຂົາຖືກເຈົ້າໜ້າທີ່ຣັຖ ຈາກປະເທດຕົ້ນທາງຈັບໄປແທ້ໆ ເຂົາກໍຈະຖືກດໍາເນີນຄະດີ ທີ່ບໍ່ເປັນທັມ. ເຂົາຄວນຈະມີພື້ນທີ່ ໃນການເຮັດກິຈກັມ ຂອງເຂົາ ແຕ່ເມື່ອຣັຖບານຕົ້ນທາງ ບໍ່ເຄົາຣົບສິດ ຂອງເຂົາ. ແລ້ວ ເຂົາກໍໜີ. ປະເທດທີ່ເປັນປະເທດຜູ້ຮັບ ກໍຕ້ອງໃຫ້ພື້ນທີ່ເຂົາ ສະແຫວງຫາສະຖານະຜູ້ລີ້ໄພ.

ນັກສິດທິມະນຸສ ຕ້ອງການໃຫ້ປະເທດລາວ ໃນຖານະປະທານວຽນອາຊ້ຽນ ໃນປີ 2024 ເປີດພື້ນທີ່ໃຫ້ແກ່ນັກກິຈກັມ ແລະ ນັກປົກປ້ອງສິດທິມະນຸສ ຢູ່ໃນປະເທດລາວ ເພື່ອໃຫ້ສອດຄອງກັບ ຖແລງການອາຊ້ຽນ ວ່າດ້ວຍສິດທິມະນຸສ ພ້ອມກັບການລົງນາມ ໃນສົນທິສັນຍາຕ່າງໆ ກ່ຽວກັບການປົກປ້ອງ ແລະ ຄຸ້ມຄອງດ້ານສິດທິມະນຸສ ໃຫ້ແກ່ພົລເມືອງຂອງຕົນເອງ.

ຍານາງ ພອນເພັນ ຄົງຈະເຣີນກຽດ, ຜູ້ອໍານວຍການມູນນິທິ ປະສານວັທນະທັມ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ກໍອາຈຕ້ອງລົງນາມ ໃນອະນຸສັນຍາຕ່າງໆ ຫຼື ບໍ່ ທີ່ປະເທດລາວ ຍັງບໍ່ໄດ້ລົງນາມ ເປັນຕົ້ນ ເຣື່ອງການຕໍ່ຕ້ານ ການທໍະມານ, ເລື່ອງອະນຸສັນຍາທີ່ເອີ້ນວ່າ ICPPED ກໍຄື ປ້ອງກັນ ບໍ່ໃຫ້ບຸກຄົນຖືກອູ້ມຫາຍ ແລະ ໃຫ້ຄວາມຮ່ວມມືກັບອົງກອນ ລະຫວ່າງປະເທດ ເປັນຕົ້ນ ຢ່າຂັດຂວາງການໄດ້ຮັບສິດທິ ຜູ້ລີ້ໄພຕາມ UNHCR.”

ຍານາງ ກ່າວຕື່ມວ່າ ປັດຈຸບັນ ປະເທດໄທຍ ມີພຣະຣາຊບັນຍັດ ປ້ອງກັນ ແລະ ປາບປາມການທໍຣະມານ ແລະ ການກະທໍາໃຫ້ບຸກຄົນສູນຫາຍ ເພື່ອກໍາຊັບການເຮັດວຽກ ຂອງເຈົ້າໜ້າທີ່ໄທຍ ໃຫ້ດໍາເນີນການບັນທຶກພາບຕາມໂຕ ເມື່ອຄວບຄຸມບຸກຄົນຕ່າງໆ ເພື່ອເປັນການຢັ້ງຢືນວ່າ ເຈົ້າໜ້າທີ່ຣັຖ ປະຕິບັດກັບຜູ້ທີ່ຖືກຄວບຄຸມ ແບບຖືກຕ້ອງຕາມກົດໝາຍ ຫຼືບໍ່ ເປັນຕົ້ນການທໍຣະມານ, ຖືກບັງຄັບໃຫ້ຫາຍສາບສູນ ຫຼື ຖືກຄວບຄຸມໂຕ ແບບບໍ່ຖືກຕ້ອງ ໃນເວລາດຽວກັນ ຜູ້ໃກ້ຊິດຜູ້ຖືກຄວບຄຸມໂຕ ສາມາດຊ່ວຍບັນທຶກພາບ ແລະ ສຽງ ຫຼື ລັກສະນະການຖືກຄຸກຄາມ ທີ່ຜ່ານມາ ເປັນຕົ້ນ ຜູ້ຖືກຄວບຄຸມໂຕ ຢູ່ກັບຜູ້ໃດ ເປັນບຸກຄົນສຸດທ້າຍ ເພື່ອມາໃຊ້ເປັນຫຼັກຖານ.

ການປາບປາມ ຂ້າມຊາຕ ສ້າງຄວາມບໍ່ປອດໄພ ທາງດ້ານຮ່າງກາຍ ໃນລະດັບບຸກຄົນ ແລະ ຍັງສົ່ງຜົລຕໍ່ຄວາມຮູ້ສຶກ ທາງດ້ານຈິດໃຈ ຂອງຄົນໃນສັງຄົມອີກດ້ວຍ.

ຍາງ Katia Chirizzi ເຈົ້າໜ້າທີ່ ສໍານັກງານຂ້າຫລວງໃຫຍ່ ເພື່ອສິດທິມະນຸສ ແຫ່ງສະຫະປະຊາຊາຕ ປະຈໍາຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ ໄດ້ກ່າວວ່າ:

(ພາສາອັງກິດ) ປັດຈຸບັນ ບຸກຄົນໃນຄື ເປົ້າໝາຍ ຂອງການປາບປາມ ຂ້າມຊາຕ. ຈາກຜົລສໍາຣວດ ລະບຸວ່າ ເປັນກຸ່ມຄົນທີ່ສນັບສນູນ ປະຊາທິປະໄຕ, ນັກກິຈກັມທາງສັງຄົມ, ນັກປົກປ້ອງສິດທິມະນຸສ, ເຊິ່ງກວມເອົານັກປົກປ້ອງ ດ້ານສິ່ງແວດລ້ອມນໍາ ແລະ ນັກຂ່າວ ແລະ ຖືກກຸ່ມທີ່ເປັນເປົ້າໝາຍຄື ກຸ່ມຄົນທີ່ມີຄວາມເຊື່ອຕ່າງສາສນາ, ກຸ່ມຊົນເຜົ່າ ທີ່ມັກຕົກເປັນເປົ້າໝາຍ ໃນການຂ້າມຊາຕ. ແລະ ນອກຈາກນີ້ ການປາບປາມຂ້າມຊາຕ ຍັງສົ່ງຜົລຕໍ່ຄວາມຮູ້ສຶກ ໃນການໃຊ້ຊີວິດ ຂອງຜູ້ຄົນໃນສັງຄົມ ບໍ່ສະເພາະແຕ່ບຸກຄົນ ແຕ່ຍັງສົ່ງຜົລກະທົບຕໍ່ຄອບຄົວ, ສືີ່ມວນຊົນ ແລະ ພາກປະຊາສັງຄົມ ໃນວົງກວ້າງ.

ປະເທດລາວ ເປັນນຶ່ງໃນປະເທດ ທີ່ຮ່ວມລົງນາມ ໃນອະນຸສັນຍາຕ່າງໆ ເພື່ອປົກປ້ອງ ແລະ ຄຸ້ມຄອງສິດທິມະນຸສ ຂອງພົລເມືອງ ໃນປະເທດ ແຕ່ຍັງບໍ່ທັນມີການລົງມື ປະຕິບັດຢ່າງເປັນຮູບປະທັມ.

ຍາງ Katia Chirizzi, ເຈົ້າໜ້າທີ່ສໍານັກງານ ຂ້າຫລວງໃຫຍ່ ເພື່ອສິດທິມະນຸສ ແຫ່ງສະຫະປະຊາຊາຕ ປະຈໍາຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ ໄດ້ກ່າວຕື່ມວ່າ:

(ພາສາອັງກິດ) ພວກເຮົາຈະເຫັນໄດ້ວ່າ ປັດຈຸບັນ ມີ 6 ປະເທດ ໃນພາກພື້ນເອເຊັຽຕາເວັນອອກ ສຽງໃຕ້ ທີ່ເຂົ້າຮ່ວມລົງນາມ ໃນອະນຸສັນຍາ ຕໍ່ຕ້ານການທໍຣະມານ ເປັນຕົ້ນ ປະເທດກັມພູຊາ, ອິນໂດເນເຊັຽ, ສປປ ລາວ, ຟິລິປິນສ໌, ໄທຍ ແລະ ວຽດນາມ ແຕ່ມີພຽງນຶ່ງປະເທດ ຄື ກັມພູຊາ ໄດ້ມີການປັບໃຊ້ອະນຸສັນຍາ ລະຫວ່າງປະເທດ ວ່າດ້ວຍການຄຸ້ມຄອງ ບຸກຄົນຈາກການຫາຍສາບສູນ ອີກທັງ ສປປ ລາວ, ອິນໂດເນເຊັຽ ແລະ ໄທຍ ໄດ້ຮ່ວມລົງນາມແລ້ວ, ແຕ່ຍັງບໍ່ທັນມີການປັບໃຊ້ ຢ່າງເປັນທາງການ.

ອີງຕາມຂໍ້ມູນ ຈາກອົງການສິ້ງຊອມ ດ້ານສິດທິມະນຸສ ຫຼື Human Rights Watch, ໃນປີ 2023 ທີ່ຜ່ານມາ ມີເຫດການປາບປາມ ຂ້າມຊາຕ ຫຼາຍຄັ້ງ ເປັນຕົ້ນ ການຫາຍໂຕໄປຂອງ ທ່ານ Thuzer Maung ນັກກິຈກັມ ຊາວໂຣຮິງຢາ ຢູ່ປະເທດມາເລເຊັຽ ດ້ວຍບຸກຄົນທີ່ອ້າງໂຕເອງວ່າ ເປັນເຈົ້າໜ້າທີ່ຣັຖ, ການຄວບຄຸມໂຕ ແລະ ການຂັບໄລ່ ນັກປົກປ້ອງສິດທິມະນຸສ ຈາກປະເທດກັມພູຊາ ແລະ ປະເທດວຽດນາມ ໃນນີ້ ລວມທັງ ທ່ານ Lu A Da ນັກກິຈກັມມົ້ງ ໂດຍເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າເມືອງຂອງໄທຍ ແລະ ການຄວບຄຸມໂຕ ທ່ານ Lu Siwei ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ໃນປະເທດລາວ ເພື່ອສົ່ງໂຕກັບຄືນປະເທດຈີນ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.