ທະຫານລາວຖືກຕູ່ວ່າຍິງ ງົວຄວາຍ

0:00 / 0:00

ຈາກກໍຣະນີ ທີ່ ສື່ມົນຊົນ ຂອງ ກໍາພູຊາ ຣາຍງານວ່າ ໃນວັນທີ 2 ກຸມພາ ວ່າມີ ທະຫານລາວ ລັກລອບ ເຂົ້າໄປຍິງ ງົວແລະຄວາຍ ຂອງຊາວບ້ານ ຢູ່ແຂວງຊຽງແຕຼງ ກໍາພູຊາ ທີ່ຕິດກັບ ຊາຍແດນ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ. ຫລ້າສຸດ ເຈົ້າໜ້າທີ່ ຫ້ອງການ ປກຊ-ປກສ ແຂວງ ຈໍາປາສັກ ໄດ້ອອກມາ ປະຕິເສດ ວ່າບໍ່ມີ ກໍຣະນີ ດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ປກຊ-ປກສ ແຂວງ ຈໍາປາສັກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 4 ກຸມພາ ວ່າ:

"ໂອບໍ່ເປັນຄວາມຈິງ ດອກ ໂຕນີ້, ການເຂົ້າໄປ ກໍອາດຈະມີແທ້ ແຕ່ວ່າໄປຕາມ ລຽບເລາະ ສາລະເວ ໄປເລາະລຽບ ຊາຍແດນເດ້ ມັນອາດ ຈະມີຄົດມີງໍ ມັນ ອາດຈະມີ ການເລື່ອມລໍ້າ ເຂົ້າໄປຢູ່ ແຕ່ວ່າບໍ່ມີ ທະຫານ ບໍ່ມີ ເຮົາບໍ່ມີ ແນວນັ້ນ".

ເຈົ້າໜ້າທີ່ ທ່ານ ນີ້ ກ່າວອີກວ່າ ຕອນນີ້ ຍັງບໍ່ທັນໄດ້ ຮັບຣາຍງານ ຈາກ ເຈົ້າໜ້າທີ່ ຝ່າຍ ກໍາພູຊາ ກ່ຽວກັບ ເລື້ອງ ດັ່ງກ່າວ, ແຕ່ ກໍພ້ອມ ທີ່ຈະປະສານ ກັບ ກໍາພູຊາ ເພື່ອແກ້ ໄຂບັນຫາ ດັ່ງກ່າວ ຖ້າວ່າໄດ້ ຮັບການຢືນຢັນ ຈາກ ທາງການ ກໍາພູຊາ ກ່ຽວກັບ ເລື້ອງນີ້.

ແຂວງຊຽງແຕຼງ ຂອງ ກໍາພູຊາ ມີຊາຍແດນ ຕິດກັບ ແຂວງ ຈໍາປາສັກ ພາກໃຕ້ ຂອງປະເທດ ລາວ. ຈຸດທີ່ ສື່ມວນຊົນ ກໍາພູຊາ ຣາຍງານວ່າ ມີທະຫານລາວ ເຂົ້າໄປຍິງ ງົວແລະຄວາຍ ຊາວບ້ານ ທີ່ເປັນ ຄົນຊົນເຜົ່າ ແມ່ນຢູ່ຈຸດ ບໍລິເວນ ຫລັກຊາຍແດນ ທີ 31, 32 ແລະ 34.