ອົງການເສຣີພາບ ວ່າ ສປປລາວ "ບໍ່ມີເສຣີພາບ"

ຈໍາປາທອງ
2021.03.08
ອົງການເສຣີພາບ ວ່າ ສປປລາວ "ບໍ່ມີເສຣີພາບ" ປ້າຍໂຄສະນາຂຽນວ່າ " ບໍຣິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ " ແຕ່ໃນຣາຍງານປະຈໍາປີ 2021 ກ່ຽວກັບ ເສຣີພາບ ຂອງປະຊາຊົນ ຢູ່ປະເທດຕ່າງໆໃນໂລກ ທີ່ອົງການສາກົນ ໄດ້ປະເມີນໃນປີ 2020 ຢູ່ ສປປລາວ ເປັນປະເທດ “ບໍ່ມີເສຣີພາບ”
File photo: RFA

ອົງການ ເສຣີພາບ Freedom House ຊຶ່ງຕັ້ງຢູ່ ສະຫະຣັຖ ອາເມຣິກາ ໄດ້ຕິດຕາມເບິ່ງ ສະພາບການປະຕິບັດ ດ້ານເສຣີພາບ ທາງດ້ານການເມືອງ ແລະ ທາງດ້ານພົລເຮືອນ ຂອງ ປະຊາຊົນ ຢູ່ໃນປະເທດຕ່າງໆ ທົ່ວໂລກ ປີ 2020 ໂດຍຈັດອັນດັບໃຫ້ ສປປລາວ ເປັນປະເທດທີ່ “ບໍ່ມີເສຣີພາບ”.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສັງລວມການເມືອງ ສໍານັກງານນາຍົກຣັຖມົນຕຣີລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ຣັຖບານລາວໃຫ້ສິດ ແລະ ເສຣີພາບແກ່ປະຊາຊົນ ລາວທຸກຄົນ ທີ່ອາສັຍຢູ່ໃນປະເທດລາວ, ທຸກຄົນສາມາດວິພາກວິຈານພັກ-ຣັຖ ໄດ້, ແຕ່ການວິພາວິຈານ ແລະການຮຽກຮ້ອງສິດທິ ຕ່າງໆນັ້ນ ຕ້ອງມີ ມູນຄວາມຈິງ ທີ່ຈະແຈ້ງ ແລະ ເປັນໄປຕາມກົດໝາຍກໍານົດ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

“ເບິ່ງນໍາເຟສບຸກເນາະ ມັນກະມີອັນນັ້ນການວິຈານ ແຕ່ວ່າມັນກະບົນພື້ນຖານ ຄວາມຖືກຕ້ອງຫັ້ນແຫຼະເນາະ ກະຄືອອກກົດໝາຍ ກໍານົດຫັ້ນແຫຼະເນາະ ຕ້ອງມີຫລັກຖານພະຍານ ອິຫຍັງຄັກແນ່ ກ່ອນຈະວິຈານ ອັນໃດອັນນຶ່ງ ຫລືກ່ອນຈະເວົ້າໃຫ້ຜູ້ໃດຜູ້ນຶ່ງ ຫັ້ນນ່າ.”

ແຕ່ຊາວລາວຈໍານວນນຶ່ງເຫັນວ່າ ບໍ່ວ່າເຣື່ອງໃດກໍຕາມ ປະເທດລາວ ທີ່ບໍ່ແມ່ນປະເທດເປັນປະຊາທິປະຕັຍນັ້ນ ປະຊາຊົນລາວຈຶ່ງ ບໍ່ມີສິດເສຣີພາບ ທີ່ຈະສະແດງອອກຢູ່ແລ້ວ. ຍິ່ງເປັນເຣື່ອງທີ່ກ່ຽວຂ້ອງກັບ ການເມືອງ ກໍຍິ່ງເວົ້າບໍ່ໄດ້ ບໍ່ວ່າທາງກົງ ຫລືທາງອ້ອມ ດັ່ງຊາວລາວຜູ້ນຶ່ງ ທີ່ຂໍບໍ່ອອກຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເວົ້າບໍ່ໄດ້ ເວົ້າແມ໋ ເວົ້າຕິດຄຸກ ໃຜຢາກເວົ້າ ມັນບໍ່ແມ່ນປະຊາທິປະຕັຍເຕັມ 100 ເນາະ ສູ້ກະສິໄປສູ້ຫຍັງ ຢູ່ໄປຈັ່ງຊີ້ແຫຼະ ສິໄປສູ້ປາກ ສູ້ສຽງນໍາເຂົາໄດ້ ສູ້ເຂົາກະໄປຂັງຄອກ ຫາຍສາບສູນ ແຕ່ ສົມບັດ ສົມພອນ ໂລກຮັບຮູ້ໝົດມັນຍັງ ຫາຍສາບສູນ ເຮົາແມ່ນໃຜສິມາຮັບຮູ້ເຮົາ.”

ແລະ ຊາວລາວ ທີ່ນະຄອນປາກເຊ ແຂວງຈໍາປາສັກ ຜູ້ຂໍບໍ່ອອກຊື່ຄືກັນ ຍ້ອນຢ້ານບໍ່ມີຄວາມປອດພັຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ຄັນເຮົາເວົ້າຫລາຍ ເພິ່ນວ່າເຮົາແຍກພັກແຍກພວກ:

“ຄັນເຮົາເວົ້າຫລາຍ ເພິ່ນເວົ້າແຍກພັກແຍກພວກ ວ່າທໍາຣາຍສິດປໂຍດຂອງພັກຂອງຣັຖ ເວົ້າໜ້ອຍກະບໍ່ໄດ້ ເວົ້າຫຼາຍກະບໍ່ໄດ້ ລູກເອີ໋ຍ ພໍ່ແມ່ປະຊາຊົນ ກະປາກກະທັກຖຽງບໍ່ໄດ້ ຢູ່ໄປຈັ່ງຊີແຫລະລູກເອີ໋ຍ.”

ຢູ່ແຂວງຫລວງພຣະບາງ ອາຈານສອນວິຊາສັງຄົມສາດ ປະຈໍາມະຫາວິທຍາລັຍ ສຸພານຸວົງ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງແມ່ນ ກົດໝາຍລາວ ຈະບົ່ງເອົາໄວ້ ແລະ ຮັບປະກັນສິດ ແລະເສຣີພາບ ຂອງພົລເມືອງລາວທຸກຄົນ ໃນການສະແດງອອກເຖິງ ຄວາມຄິດຄວາມເຫັນຂອງຕົນ, ແຕ່ໃນທາງປະຕິບັດຕົວຈິງ ແມ່ນບໍ່ເປັນຄືແນວນັ້ນ ຍ້ອນສັງຄົມລາວ ຖືກທາງການລາວຈໍາກັດສິດ ແລະເສຣີພາບມາດົນແລ້ວ. ແລະໄລຍະຜ່ານມາ ກໍມີປາກົດການ ໃຫ້ເຫັນແລ້ວວ່າ ຄົນທີ່ອອກມາເວົ້າ ຫລື ສະແດງຄວາມຕິດເຫັນ ທາງການເມືອງອອກມາ ຫລື ເຣື່ອງໃດກໍຕາມ ທີ່ແຕກຕ່າງໄປຈາກແນວຄວາມຄິດຂອງພັກ ຂອງຣັຖ ກໍມັກຈະຖືກດໍາເນີນຄະດີ.

ສະນັ້ນຈຶ່ງວ່າ ເຖິງຈະບໍ່ມີການຂົ່ມຂູ່ ຈາກທາງການ ແຕ່ປະຊາຊົນລາວ ສ່ວນໃຫຍ່ ກໍຍັງພາກັນຢ້ານກົວ ບໍ່ກ້າທີ່ຈະອອກມາສະແດງ ຄວາມຄິດເຫັນ ຫລືຮຽກຮ້ອງສິດ ແລະເສຣີພາບ ຂອງພວກຕົນ ຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍ:

“ຕາມຄະແນນຂະເຈົ້າໂວດຫັ້ນແຫລະ ຂະເຈົ້າໃຫ້ຫັ້ນແຫລະ ຫລາຍຄົນບໍ່ກ້າ ຄິດວ່າຍັງສິເປັນແບບເກົ່າ ແຕ່ກະບໍ່ໄດ້ຂູ່ໃຫ້ຂະເຈົ້າ ຢ້ານດອກ ມັນບໍ່ມີແລ້ວເນາະ ແຕ່ວ່າກະຍັງມີ ຂອບເຂດຢູ່ ມັນກະຢູ່ໃນກົດໝາຍຫັ້ນແຫລະ.”

ທ່ານ Phil Robertson ຮອງຜູ້ອໍານວຍ ການອົງການສິດທິມະນຸດ Human Rights Watch ປະຈໍາພູມີພາກເອເຊັຽ ໃຫ້ຄວາມ ເຫັນກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນານີ້ວ່າ ໃນປີ 2020 ຜ່ານມາຣັຖບານລາວ ໄດ້ເອົາບັນຫາການຣະບາດ ຂອງໂຄວິດ-19 ຂຶ້ນມາເປັນຂໍ້ອ້າງ ໃນການຈໍາກັດສິດ ແລະເສຣີພາບ ຂອງປະຊາຊົນລາວ ທັງເສຣີພາບ ໃນການ ສະແດງອອກ ເຣື່ອງການປ້ອງກນ ແລະຄວບຄຸມການຣະບາດຂອງໂຄວິດ-19 ຂອງຣັຖບານ, ຈໍາກັດສິດເສຣີພາບ ໃນການເຂົ້າເຖິງການກວດຫາ ເຊື້ອໂຄວິດ-19.

ນອກຈາກນີ້ ປະຊາຊົນລາວ ຍັງຖືກຈໍາກັດສິດ ເສຣີພາບ ໃນການວິພາກວິຈານ ເຖິງເຣື່ອງເສຖກິດຂອງລາວ ທີ່ກໍາລັງຕົກຕໍ່າ ຍ້ອນ ເຫັນວ່າ ຈະເກີດຜົລກະທົບ ຕໍ່ຄວາມເຊື່ອໝັ້ນ ແລະຄວາມໝັ້ນຄົງ ຂອງຣັຖບານລາວ ດັ່ງທີ່ທ່ານກ່າວວ່າ:

“ທ່ານເວົ້າວ່າ ຣັຖບາລໃຊ້ໂຄວິດ ເປັນຂໍ້ອ້າງ ທີ່ຈະຣະເມີດສິດທິມະນຸດ ຂອງປະຊາຊົນຫລາຍຂຶ້ນ, ຣັຖບາລເປັນຫ່ວງວ່າ ປະຊາຊົນ ຈະບໍ່ພໍໃຈ ເພາະວ່າເສຖກິດຕົກຕໍ່າ ແລ້ວກໍເລີຍ ຣະມັດຣະວັງຫລາຍຂຶ້ນ ບໍ່ໃຫ້ໃຜເວົ້າຫຍັງ ຫລື ນິນທາຣັຖບາລ ແລະ ເວົ້າເຣື່ອງ ສິດທິ ເຣື່ອງສຸຂພາບ ແລ້ວເຣື່ອງການຢູ່ດີກິນດີ ຂອງປະຊາຊົນ ແມ່ນມາຕາມທີຫລັງ.”

ໃນຣາຍງານປະຈໍາປີ 2021 ກ່ຽວກັບ ສະພາບດ້ານເສຣີພາບປະຊາຊົນ ຢູ່ປະເທດຕ່າງໆໃນໂລກ ທີ່ອົງການ Freedom House ປະເມີນ ສິ່ງທີ່ເກີດຂຶ້ນ ໃນປີ 2020 ຢູ່ 195 ປະເທດ ທົ່ວໂລກ ໄດ້ຈັດອັນດັບໃຫ້ ສປປລາວ ເປັນປະເທດ “ບໍ່ມີເສຣີພາບ” ຄືໄດ້ ຄະແນນລວມພຽງ 13 ຄະແນນ ໃນຈໍານວນຄະແນນຄິດໄລ່ ທັງໝົດເຕັມ 100. ໃນນັ້ນ ເຣື່ຶອງສິດທິ ທາງການເມືອງ ໄດ້ 2 ຄະແນນ ແລະ ສິດເສຣີພາບພົລເຮືອນ ໄດ້ 11 ຄະແນນ.

ອົງການ Freedom House ຍັງຣາຍງານອີກວ່າ ລາວ ເປັນປະເທດ ທີ່ມີຣັຖບາລພັກດຽວ ຄືພັກປະຊາຊົນ ປະຕິວັດລາວ ປົກຄອງ ທຸກດ້ານທາງການເມືອງ ແລະຈໍາກັດເສຣີພາບ ປະຊາຊົນຢ່າງຮຸນແຮງ, ບໍ່ໃຫ້ມີການຕໍ່ຕ້ານຢ່າງເປັນຣະບົບ ແລະ ບໍ່ມີພາກປະຊາ ສັງຄົມ ທີ່ເປັນອິສຣະ ຢ່າງແທ້ຈິງ, ການຣາຍງານຕ່າງໆຖືກຈໍາກັດ ດ້ວຍອໍານາດ ຂອງ ພັກແລະຣັຖ. ຍັງບໍ່ມີຄວາມຈະແຈ້ງຂອງ ຣະບອບການປົກຄອງ. ການພັທນາເສຖກິດ ນໍາໄປສູ້ຂໍ້ຂັດແຍ້ງ ທີ່ເພີ່ມສູງຂຶ້ນ ກ່ຽວກັບເຣື່ອງທີ່ດິນ ແລະສິ່ງແວດລ້ອມ ໃນໄລຍະ ຫລາຍປີຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.