ກົດໝາຍລາວໄຮ້ຄ່າຕໍ່ກຸ່ມ ອິດທິພົນ

ຈໍາປາທອງ
2014.04.17
f-law ກົດໝາຍລາວ ໄຮ້ຄ່າຕໍ່ກຸ່ມ ທີ່ມີອິດທິພົນ
RFA

 

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ປ້ອງກັນ ຄວາມສງົບ ພາຍໃນ ຂອງ ລາວ ທ່ານນຶ່ງ ເປີດເຜີຍ ຕໍ່ ເອເຊັຍ ເສຣີ ເມື່ອມໍ່ໆ ມານີ້ວ່າ ເຂດ ທີ່ ບໍ່ມີ ປະສິດທິພາບ ໃນການ ບັງຄັບ ໃຊ້ ກົດໝາຍ ຕາມຄໍາ ຕັດສິນ ຂອງ ສານ ແມ່ນ ນະຄອນ ຫລວງ ວຽງຈັນ ທີ່ຍັງ ບໍ່ສາ ມາດ ປະຕິບັດ ໄດ້ເລີຍ ຈໍານວນ 400 ກວ່າ ກໍຣະນີ ຄືຫລາຍ ກວ່າ 50% ຂອງ ຈໍານວນ ທັງໝົດ ໃນທົ່ວ ປະເທສ ທີ່ຍັງ ບໍ່ທັນ ສາມາດ ປະຕິບັດ ໄດ້.

ສາເຫດ ກໍຄື ຢູ່ ນະຄອນ ຫລວງ ວຽງຈັນ ສິ່ງສໍາຄັນ ຄືກຸ່ມຄົນ ທີ່ຖືກ ຟ້ອງຮ້ອງ ໃນ ຄະດີຄວາມ ຕ່າງໆນັ້ນ ສ່ວນໃຫຍ່ ເປັນ ເຄືອຍາດ ຂອງ ກຸ່ມຄົນ ທີ່ ມີອໍານາດ ມີ ອິດທິພົນ ທາງ ການເມືອງ ໃນລາວ ແລະ ການ ປະຕິບັດ ໜ້າທີ່ ຂອງ ເຈົ້າໜ້າທີ່ ບັງຄັບ ໃຊ້ ກົດໝາຍ ກໍບໍ່ ໂປ່ງໄສ ມີການຮັບ ສິນບົນ. ດັ່ງ ເຈົ້ໜ້າທີ່ ທ່ານນີ້ ໄດ້ ຢືນຢັນ ວ່າ:

"ຍັງມີ ພະນັກງານ ຈໍານວນ ນຶ່ງ ທີ່ຍັງ ບໍ່ທັນ ກໍາແໜ້ນ ແນວທາງ ປ່ຽນແປງ ໃໝ່ ຂອງພັກ ຢ່າງ ເລິກຊຶ້ງ ຊຶ່ງ ຍັງຂາດ ສະຕິ ຕໍ່ການ ຈັດຕັ້ງ ບໍ່ມີຄວາມ ບໍຣິສຸດ ສັດຊື່ ຕໍ່ໜ້າທີ່ ວຽກງານ. ການ ປະຕິບັດ ຣະບຽບ ກົດໝາຍ ຂອງ ບ້ານເມືຶອງ ຍັງບໍ່ທັນ ໄດ້ດີ ຍັງມີ ພຍາດ ອາຍາສິດ ໃນການ ປະຕິບັດ ໜ້າທີ່ ວຽກງານ ແລະຫາ ຜົລປໂຍດ ໃສ່ ຕົວເອງ".

ຄະດີ ຄວາມ ສ່ວນໃຫຍ່ ທີ່ ເຄືອຍາດ ຂອງ ກຸ່ມຄົນ ທີ່ມີ ອໍານາດ ແລະ ມີ ອິດທິພົນ ທີ່ ໄດ້ຖືກ ຟ້ອງຮ້ອງ ຂຶ້ນສານ ຫລາຍ ທີ່ສຸດ ຄື: ຄະດີ ສໍ້ໂກງ, ການບໍ່ຍອມ ຊໍາຣະ ໜີ້ສິນ ທີ່ເກີດຈາກ ການກູ້ຢືມ ຫລື ການສັ່ງຊື້ ສິນຄ້າ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.