ງານລໍາລຶກເຖິງ ທ.ສົມບັດ ສົມພອນ

ຈໍາປາທອງ
2018.12.14
ສູນອົບຮົມຮ່ວມພັທນາ ຈັດງານປາແດກແຟ ປະຈຳປີ 2018 ແລະ ລໍາລຶກເຖິງທ່ານ ສົມບັດ ສົມພອນ ພາຍຫຼັງຖືກລັກພາໂຕ ຄົບຮອບ 06 ປີ
RFA/LX

ສູນອົບຮົມຮ່ວມພັທນາ ຫຼື ສູນປາແດກ ຈັດງານປາແດກແຟ ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນສຸກ ທີ 14 ທັນວາ ນີ້ ເພື່ອວາງ ສະແດງຜົລງານ ການເຄື່ອນໄຫວ ຂອງອົງກອນຕ່າງໆໃນເຄືອຂ່າຍ ດ້ານການພັທນາ ແລະ ມີພິທີລໍາລຶກ ເຖິງຄຸນງາມ ຄວາມດີຂອງທ່ານ ສົມບັດ ສົມພອນ, ໃນຖານະຜູ້ກໍ່ຕັ້ງສູນ ດັ່ງກ່າວ ພາຍຫຼັງທີ່ທ່ານຖືກລັກພາໂຕ ຄົບຮອບ 06 ປີເຕັມ. ກ່ອນເປີດງານ ທາງຄອບຄົວ ທ່ານ ສົມບັດ ສົມພອນ, ໄດ້ນິມົນພຣະສົງ ມາທຳພິທີທາງພຸທສາສນາ ເພື່ອເປັນສິຣິມຸງຄຸນ ຄືດັ່ງທີ່ໄດ້ ປະຕິບັດກັນມາ.

ສຽງຄຣູບາເທສນາ ຈາກນັ້ນ, ມາດາມ ອຶ້ງ ຊຸຍ-ເມັ້ງ ກໍໄດ້ຂຶ້ນກ່າວສະແດງຄວາມຊາບຊຶ້ງໃຈ ຕໍ່ຜູ້ທີ່ມາຮ່ວມງານ ທີ່ຍັງບໍ່ລືມ ທ່ານ ສົມບັດ ສົມພອນ.

“So as we come together today to celebrate Sombath’ life and work, I hope you will continue to walk this difficult path with me, with Padetc and the rest of our family.”

ມາດາມກ່າວວ່າ: “ດັ່ງນັ້ນແລ້ວ, ເມື່ອພວກເຮົາໄດ້ມາຮ່ວມກັນສເລີມສລອງ ຊີວິຕແລະຜົລງານ ຂອງ ທ່ານ ສົມບັດ, ຂ້າພະເຈົ້າຫວັງວ່າ ບັນດາ ທ່ານຈະເດີນຮ່ວມເສັ້ນທາງ ທີ່ຍາກລຳບາກນີ້ກັບຂ້າພະເຈົ້າ, ສູນປາແດກ ແລະ ຄອບຄົວເຮົາທັງໝົດ.”

ຫຼັງຈາກນັ້ນ, ຕາງໜ້າຄນະບໍຣິຫານງານສູນປາແດກ ກໍໄດ້ຂຶ້ນກ່າວຕ້ອນຮັບ ແລະ ເປີດງານຢ່າງເປັນທາງການ.

“I would like to express my sincere thank and warm welcome to all of you for being here with us. As you know that 2018 marks us the 6th year of the disappearance of our great founder, Mr. Sombath Somphone.”

ທ່ານກ່າວວ່າ: “ຂ້າພະເຈົ້າຂໍຂອບໃຈຢ່າງຈິງໃຈ ແລະ ຍິນດີຕ້ອນຮັບບັນດາທ່ານ ທີ່ໄດ້ມາຮ່ວມງານກັບພວກເຮົາ. ດັ່ງທີ່ບັນດາທ່ານໄດ້ ຮູ້ແລ້ວນັ້ນ, ປີ 2018 ເປັນປີທີ 6 ທີ່ຜູ້ກໍ່ຕັ້ງສູນຂອງພວກເຮົາ ທ່ານ ສົມບັດ ສົມພອນ ໄດ້ຫາຍສາບສູນໄປ.”

ພາຍໃນງານ ກໍໄດ້ມີການວາງສະແດງຜົລງານ ແລະ ຜລິຕພັນຈາກບັນດາສູນ, ອົງການຈັດຕັ້ງພາກປະຊາສັງຄົມ ແລະ ຊຸມຊົນເຂັ້ມແຂງ ໃນເຄືອຂ່າຍສູນປາແດກ ເພື່ອໃຫ້ຜູ້ທີ່ເຂົ້າມາຮ່ວມງານ ໄດ້ຮັບຊົມ ແລ ຮຽນຮູ້ເຖິງຜົລສຳເຣັຈ ທີ່ໄດ້ແຮງບັນດານໃຈ ຈາກແນວຄຶດດ້ານ ການພັທນາ ທີ່ເປັນຕົ້ນແບບຈາກ ທ່ານ ສົມບັດ ສົມພອນ ພາຍໃຕ້ຫົວຂໍ້ “ຣະບົບນິເວດຍືນຍົງ ສັງຄົມລາວທີ່ໜ້າຢູ່”.

ໃນປີນີ້, ມີແຂກຈາກຫຼາຍພາກສ່ວນ ໄດ້ເຂົ້າຮ່ວມງານ ເປັນຕົ້ນວ່າບັນດາ ທູຕຕານຸທູຕ ຈາກສະຖານເອກອັກຄຣັຖທູຕ ປະຈຳລາວ ກໍມາ ຮ່ວມງານ ຢ່າງມາກໜ້າຫຼາຍຕາ ກວ່າປີຜ່ານໆມາ. ໂຕແທນຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັທນາ, ໂຕແທນຈາກອົງການຈັດຕັ້ງ ພາກປະຊາສັງຄົມ, ບັນດາອະດີດອາສາສມັກ ຕລອດເຖິງເພື່ອນຮ່ວມງານ ແລະ ສະມາຊິກຄອບຄົວ ກໍໄດ້ເຂົ້າຮ່ວມງານລໍາລຶກ ເຖິງ ທ່ານ ສົມບັດ ສົມພອນ ຢ່າງພ້ອມພຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.