ຣັຖບານລາວ ໃຫ້ອະໄພຍະໂທດ ນັກໂທດ 1,824 ຄົນ
2023.12.01

ຣັຖບານໃຫ້ອະໄພຍະໂທດ ແລະປ່ອຍນັກໂທດ ຈໍານວນ 1,824 ຄົນ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຫຼື ວັນຊາຕທີ 02 ທັນວາ ຄົບຮອບ 48 ປີ. ວັນທີ 02 ທັນວາ 2023 ນີ້, ໃນນັ້ນໄດ້ຮັບການຫຼຸດຜ່ອນໂທດ ຈຳນວນ 1,602 ຄົນ ເປັນຄົນຕ່າງປະເທດຈຳນວນ 13 ຄົນ ແລະ ໄດ້ຮັບໂອກາດປ່ອຍໂຕຈຳນວນ 222 ຄົນ ເປັນຄົນຕ່າງປະເທດ 03 ຄົນ.
ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ທັນວາ ນີ້ວ່າ:
“ຄົບເງື່ອນໄຂມາຕຖານ ຂອງການອະໄພຍະໂທດຫັ້ນແຫຼະ. ອະໄພໝົດກາແມ່ນບຸກຄົນ ທີ່ປະຕິບັດໂທດໃກ້ຊິໝົດໂທດ ຫຼື ມີຜົລງານຊີ້ນ່າ ມີການອະໄພ ແລ້ວກາຫຼຸດຜ່ອນໂທດ ຊ່ອຍຫັ້ນນ່າ ເພື່ອເປັນແບບຢ່າງໃຫ້ຜູ້ທີ່ປະຕິບັດໂທດ ຢູ່ໃນຫັ້ນ.
ການໃຫ້ອະໄພຍະໂທດ ແລະປ່ອຍນັກໂທດ ໃນລາວກໍເພື່ອປະຕິບັດ ແນວທາງນະໂຍບາຍມະນຸສທັມ ໂດຍແຕ່ລະປີ ຣັຖບານຈະມີການໃຫ້ອະໄພຍະໂທດ, ຜ່ອນໂທດ ໃຫ້ແກ່ນັກໂທດ ທີ່ເປັນຄົນລາວ ແລະນັກໂທດທີ່ເປັນຄົນຕ່າງປະເທດ ທີ່ມີການປະພຶດດີ, ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທຳຜິດ, ໄດ້ຕັ້ງໜ້າຝຶກຝົນ ຫຼືຫຼໍ່ຫຼອມໂຕເອງຕລອດໄລຍະເວລາ ປະຕິບັດໂທດ ດ້ວຍແນວທາງນະໂຍບາຍ ດ້ານມະນຸສທັມດັ່ງກ່າວ.
ການໃຫ້ອະໄພຍະໂທດ ແລະປ່ອຍນັກໂທດໃນລາວຄັ້ງນີ້ ສ່ວນໃຫຍ່ແມ່ນມີຄະດີລັກຊັບ, ປຸ້ນຈີ້ ແລະ ສິ່ງເສບຕິດ ທີ່ບໍ່ແມ່ນຄະດີໃຫຍ່ ເຊິ່ງສ່ວນໃຫຍ່ ປະຕິບັດໂຕຕາມກົດລະບຽບວິໄນ ຂອງຄ້າຍຄຸມຂັງ-ດັດສ້າງເຂັ້ມງວດແລະຄະດີໃກ້ຈະໝົດອາຍຸແລ້ວສ່ວນກຸ່ມນັກໂທດຄະດີທາງການເມືອງທີ່ມີການເຄື່ອນໄຫວໂຈມຕີຣັຖບານ ແລະໃສ່ຮ້າຍປ້າຍສີຣັຖບານ ຈະບໍ່ໄດ້ການພິຈາຣະນາ ໃຫ້ອະໄພຍະໂທດ.
ດັ່ງເຈົ້າໜ້າທີ່ ກະຊວງຍຸຕິທັມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ສານໄດ້ຕັດສີນລົງໂທດ ແລ້ວເຈົ້າມີການປະພຶດດີມີຜົລງານ, ເຣື່ອງຢາເສບຕິດນີ້ສ່ວນຫຼາຍ ບໍ່ໄດ້ອະໄພຍະໂທດ (ຄະດີການເມືອງເດ້) ເຄື່ອນໆ ເຂົາບໍ່ຢຸດເຊົາດອກ ພວກນີ້ນ່າ ແນວຄິດແນວໃດ ເຂົາກໍຍັງຄືເກົ່າຫັ້ນແຫຼະ ເຄືອຂ່າຍເຂົາເດ້ ຍາດຕິພີ່ນ້ອງເຂົາເດ້.”
ເຈົ້າໜ້າທີ່ທາງການລາວ ອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການໃຫ້ອະໄພຍະໂທດ ແລະປ່ອຍໂຕນັກໂທດ ໃນລາວທຸກຄັ້ງ ຫຼື ແມ່ນແຕ່ໃນໂອກາດ ພິເສດຈະບໍ່ມີກຸ່ມນັກໂທດການເມືອງ ໄດ້ຮັບການພິຈາຣະນາ ເພື່ອໃຫ້ອະໄພຍະໂທດ ແລະປ່ອຍອອກກ່ອນກຳນົດ ເນື່ອງຈາກຣັຖບານ ເຫັນວ່ານັກໂທດທາງການເມືອງ ມີແນວຄິດໂຄ່ນລົ້ມ, ເຮັດໃຫ້ອຳນາດຂອງຣັຖບານຫຼຸດລົງ ແລະຂາດຄວາມໜ້າເຊື່ອຖື ຈຶ່ງໃຫ້ກຸ່ມນັກໂທດທາງການເມືອງ ໃນລາວບໍ່ໄດ້ຮັບການໃຫ້ອະໄພຍະໂທດ ແລະປ່ອຍໂຕທຸກກໍຣະນີ ຍິ່ງເປັນນັກໂທດທາງການເມືອງ ທີ່ຍັງອາຍຸນ້ອຍ, ມີແນວຄິດແຕກຕ່າງ ຈາກແນວຄິດຂອງພັກ-ຣັຖຍິ່ງເຮັດໃຫ້ຣັຖບານລາວ ຕິດຕາມຄວບຄຸມຢ່າງເຂັ້ມງວດ ຂຶ້ນຕື່ມ.
ດັ່ງເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄະດີການເມືອງ ຄັນໜັກມັນກາບໍ່ສາມາດປ່ອຍໂຕໄດ້ ຄັນເຄື່ອນໄຫວທາງດ້ານການເມືອງ ຫຼືຮັບໃຊ້ທາງນອກລະແມ່ນເອີ.. ຢາກໜັກແນ່ອັນນັ້ນຫວັງໂຄ່ນລົ້ມ ລະແມ່ນຍາກແຫຼະ ຈຳນວນນັ້ນ, ມັນກາອີງໃສ່ສະພາບເຣື່ອງເງື່ອນໄຂ ກົດໝາຍ ຂອງແຕ່ລະປະເທດ ເພາະວ່າກົດໝາຍ ມັນເປັນການປົກປ້ອງ ອຳນາດອະທິປະໄຕ ຂອງລະບອບນັ້ນ.”
ສ່ວນຊາວລາວ ໃນແຂວງອຸດົມໄຊ ກ່າວວ່າການໃຫ້ອະໄພຍະໂທດ ແລະປ່ອຍນັກໂທດ ໃນລາວທຸກຄັ້ງຣັຖບານລາວ ຕ້ອງໝັ້ນໃຈໄດ້ວ່າ ນັກໂທດເລົ່ານັ້ນໄດ້ຮັບການສຶກສາ, ອົບຮົມມາເປັນແບບຢ່າງທີ່ດີແລະເມື່ອໄດ້ຮັບການປ່ອຍໂຕ ອອກມາແລ້ວ ຈະບໍ່ກະທຳຄວາມຜິດຊໍ້າຊ້ອນ.
ດັ່ງຊາວລາວ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ປ່ອຍແລ້ວເຂົາກະມາ (ເຮັດຜິດ) ຄືເກົ່ານ່ານັກໂທດນີ້ ໂຕຢ່າງວ່າເວົ້າເຣື່ອງການສຶກສາອົບຮົມ ກ່າວເຕືອນ ແຕ່ວ່າເຂົາມັກຈະກະທຳຜິດຊ້ອນນ່າ.”
ທາງດ້ານທ່ານ Phil Robertson ຮອງອຳນວຍການ ອົງການສິ້ງຊອມ ສິດທິມະນຸສ ຫຼື Human Right Watch ປະຈຳພູມີພາກ ເອເຊັຽຕາເວັນອອກ ກ່າວວ່າ ການໃຫ້ອະໄພຍະໂທດ ແລະປ່ອຍນັກໂທດ ໃນລາວ ເພື່ອປະຕິບັດຕາມແນວທາງ ນະໂຍບາຍມະນຸສທັມເປັນພຽງຄຳກ່າວອ້າງ ຂອງຣັຖບານລາວເທົ່ານັ້ນ ເພາະຣັຖບານລາວ ບໍ່ເຄີຍມີການໃຫ້ອະໄພຍະໂທດ ຫຼືປ່ອຍໂຕນັກໂທດ ທາງການເມືອງ ຈັກເທື່ອສ່ວນໃຫຍ່ ເປັນນັກໂທດ ໃນຄະດີອາຊຍາກັມທົ່ວໄປ.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຣັຖບານລາວ ກາບໍ່ໄດ້ສົນໃຈສິດທິມະນຸສຊົນເທົ່າໃດ ເປັນແຕ່ຂໍ້ອ້າງຢ່າງດຽວ ຂ້ອຍເລີຍຄິດວ່າ ເປີເຊັນມັນໜ້ອຍ ທີ່ຈະເອົາກໍຣະນີ (ນັກໂທດການເມືອງ) ປ່ອຍອອກມາ ເຂົາຈະປ່ອຍແບບນັກໂທດອາຊຍາກັມທົ່ວໄປ.”
ສໍາລັບປີ 2022 ທີຜ່ານມາ ຣັຖບານລາວ ໄດ້ມີການປ່ອຍໂຕນັກໂທດ ກ່ອນກໍານົດ ແລະນັກໂທດທີ່ໄດ້ຮັບອະໄພຍະໂທດ ຕາມວາລະຕ່າງໆ ລວມທັງໝົດ 1,992 ຄົນ ໃນນັ້ນເປັນຄົນຕ່າງປະເທດ 25 ຄົນ.
ປັດຈຸບັນນັກໂທດ ຜູ້ຖືກກ່າວຫາ ແລະຜູ້ຖືກດັດສ້າງ ທົ່ວປະເທດ ລວມມີ 35,000 ປາຍຄົນ, ເປັນແມ່ຍິງປະມານ 3,400 ປາຍຄົນ ໃນຈຳນວນດັ່ງກ່າວ ມີນັກໂທດຕ່າງປະເທດ ປະມານ 400 ປາຍຄົນ ແລະ ຖືກກ່າວຫາ 380 ຄົນ.