ກົດໝາຍລາວຍັງຈະຍານ ຄືເກົ່າ

ສິດນີ
2016.04.22
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລາວ ກ່າວຄໍາປາໄສ ໃນວັນເຂົ້າຮັບຕໍາແໜ່ງ ຢູ່ ສະພາແຫ່ງຊາດ
screen captured from LNTV video

ພາຍຫຼັງທີ່ ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 8 ຄັ້ງທໍາອິດ ໄດ້ຮັບຮອງເອົາ ທ່ານ ທອງລຸນ ສີສຸລິດ ຂຶ້ນເປັນ ນາຍົກ ຣັຖມົນຕຣີ ແຫ່ງ ສປປລາວ ຄົນທີ 7ແລ້ວນັ້ນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ປະກາດ ແຕ່ງຕັ້ງ ຄນະຣັຖບານ ຊຸດໃໝ່ ຂຶ້ນທັນທີ ພ້ອມທັງ ນຳສເນີ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະ ວິສັຍທັສ ສປປລາວ ຮອດປີ 2030, ພ້ອມທັງ ກ່າວວ່າ, ໃນຄນະ ຣັຖບານ ຊຸດໃໝ່ ຂອງ ທ່ານນັ້ນ ຈະສືບຕໍ່ ປະຕິບັດ ກົດໝາຍ ຢ່າງ ເຂັ້ມງວດ ເຖິງວ່າ ຜ່ານມາຈະມີ ຫາງສຽງ ວ່າ ການເຄົາຣົບ ກົດໝາຍ ຂອງ ຣັຖບານລາວ ຍັງອ່ອນແອ ຫຼາຍກໍ່ຕາມ. ດັ່ງ ທ່ານກ່າວວ່າ:

"ຂໍສເນີວ່າ ພວກເຮົາ ຈະຕ້ອງໄດ້ ສືບຕໍ່ ປະຕິບັດ ກົດໝາຍ, ຣັຖທັມມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ ແລະ ເປັນຮູປທັມ ເພາະວ່າ ຕາມການຕີຣາຄາ ຂອງ ສະພາ ແຫ່ງຊາດ ໃນລະຍະ ຜ່ານມາ ນັ້ນວ່າ, ພວກເຮົາ ຍັງອ່ອນ ໃນການ ປະຕິບັດ ຣະບຽບ ກົດໝາຍ, ຍັງອ່ອນຫຼາຍ. ຄັນພວກເຮົາ ບໍ່ເອົາໃຈໃສ່ ດ້ານນີ້ ແຕ່ ເທິງລົງລຸ່ມ, ທຸກ ພາກສ່ວນ ທຸກການ ຈັດຕັ້ງ ທຸກຄົນ, ຮວມທັງ ການເປັນ ແບບຢ່າງ ຂອງ ພະນັກງານ ຣັຖກອນ ຂອງພວກເຮົາ ໃຫ້ ປະຊາຊົນ ໃນການ ປະຕິບັດ ຣະບຽບ ກົດໝາຍ ໃຫ້ ເຄັ່ງຄັດນີ້ ຄວາມຍຸຕິທັມ ບໍ ມັນຈະບໍ່ ເກີດຂຶ້ນ ຢູ່ໃນສັງຄົມ ຂອງ ພວກເຮົາໄດ້".

ແຕ່ ນັກວິຊາການລາວ ທ່ານນຶ່ງ ໃນ ນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 21 ເມສາ 2016 ກ່ຽວກັບການ ກ່າວສເນີ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະ ວິສັຍທັສ ສປປລາວ ຮອດປີ 2030 ຂອງ ນາຍົກ ຣັຖມົນຕຼີລາວ ວ່າ ບັນຫາ ການ ບັງຄັບໃຊ້ ກົດໝາຍ ຫຼື ການເຄົາຣົບ ກົດໝາຍ ໃນລາວ ຍັງຈະສືບຕໍ່ ອ່ອນແອ ຢູ່ຕໍ່ໄປ ເພາະ ຣັຖບານລາວ ຍັງປົກຄອງ ໂດຍ ພັກດຽວ ປາສຈາກ ການກວດສອບ ຢ່າງ ເຂັ້ມງວດ ແລະ ໂປ່ງໄສ.

ຍັງມີຜູ້ໃຊ້ ສິທອຳນາດ ເໜືອກົດໝາຍ, ການສໍ້ຣາສ ບັງຫຼວງ ໃນລາວ ຍັງຈະສືບ ຕໍ່ໄປ ແລະ ການເກັບ ຣາຍຮັບ ເຂົ້າງົປມານ ແຫ່ງຣັຖ ຍັງຈະຮົ່ວໄຫຼ ສົ່ງຜົນໃຫ້ ການແກ້ ບັນຫາ ເບີກຈ່າຍ ເງິນເດືອນ ພະນັກງານ ຣັຖກອນ, ທະຫານ, ຕຳລວດ, ແພດໝໍ ແລະ ຄຣູອາຈານ ຍັງຈະລະເຫຼີງ.

ແຕ່ຖ້າຈະແກ້ໄດ້ ກໍ່ຈະແກ້ໄດ້ ໃນລະຍະສັ້ນໆ ເທົ່ານັ້ນ ເຖິງຈະມີ ຮອງນາຍົກ ຣັຖມົນຕຼີ ທີ່ເກັ່ງ ດ້ານແຜນການ ແລະ ການລົງທຶນ ກໍ່ຕາມ. ປັດຈັຍຫລັກ ກໍແມ່ນຢູ່ທີ່ ຄວາມເດັດຂາດ ຂອງການ ບັງຄັບໃຊ້ ກົດໝາຍ ເທົ່ານັ້ນ. ທ່ານກ່າວວ່າ:

"ການແກ້ໄຂ ບັນຫາ ລະຍະສັ້ນນີ້ ໜ້າຈະແກ້ໄດ້ ຕໍ່ໄປກະຊິ ເປັນຄືເກົ່າ. ເພາະວ່າ ຫຍັງ, ຮອງນາຍົກ ຣັຖມົນຕຼີ ທ່ານ ສົມດີ ດວງດີ ນີ້ ກະເລື່ອງ, ແຕ່ເກົ່າ ເພິ່ນກະຍັງ ແກ້ບັນຫາ ບໍ່ໄດ້. ມາເປັນ ຮອງນາຍົກ ກະຊິ ຄືເກົ່າ, ແກ້ໄຂ ບັນຫາໄດ້ ແຕ່ຊ່ວງ ທຳອິດ ຫັ້ນແຫຼະ. ຖ້າເຮົາ ບໍ່ເດັດຂາດ ກະຄືເກົ່າ".

ການກ່າວສເນີ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະ ວິສັຍທັສ ສປປລາວ ຮອດປີ 2030 ປາສຈາກ ການກ່າວ ເຖິງ ການແກ້ໄຂ ບັນຫາ ການສໍ້ຣາສ ຂອງ ຜູ້ນຳລາວ ຫຼື ນາຍົກ ຣັຖມົນຕຼີ ລາວ ຖືວ່າ ເປັນສິ່ງທີ່ ແຕກຕ່າງ ຈາກບັນດາ ປະເທດ ອ້ອມຂ້າງຫຼາຍ ເຊັ່ນ ປະເທດໄທ, ອິນໂດເນເຊັຽ, ຟິລິປປິນ ແລະ ສປຈີນ, ຊຶ່ງບັນດາ ຜູ້ນຳ ເຫຼົ່ານັ້ນ ກ່ອນຈະຮັບ ໜ້າທີ່ ຕຳແໜ່ງ ເປັນຜູ້ນຳ ປະເທດ ຫຼື ຜູ້ນຳ ຣັຖບານ ກໍ່ມັກຈະຖືເອົາ ການແກ້ໄຂ ແລະ ຕ້ານ ການສໍ້ຣາສ ບັງຫຼວງ ເປັນວາຣະ ແຫ່ງຊາດ ທີ່ ສປປລາວ ບໍ່ມີການ ກ່າວເຖິງ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.