ຊາວບ້ານຢຶບ, ເມືອງທ່າແຕງ ແຂວງເຊກອງ 15 ຄົນ, ທີ່ຖືກເຈົ້າໜ້າທີ່ ທາງການແຂວງເຊກອງ ຈັບຂັງຄຸກ ຍ້ອນຂໍ້ຂັດແຍ່ງທີ່ດິນ, ກັບ ບໍຣິສັດຢາງພາຣາວຽດນາມ ໃນເດືອນ ກໍຣະກະດາ 2017 ທີ່ຜ່ານມາ. ໃນນັ້ນມີຜູ້ເສັຽຊີວິດ 1 ຄົນ ແລະຖືກປ່ອຍຕົວ 4 ຄົນ, ແລະຍັງເຫຼືອ 10 ຄົນ ທີ່ຍັງຖືກຂັງຄຸກຢູ່.
ຂ່າວຫລ້າສຸດ, ຊາວບ້ານທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
"ຊາວບ້ານ 2 ຄົນ, ໃນຈຳນວນ 10 ຄົນ, ທີ່ຍັງຖືກຂັງຄຸກຢູ່ນັ້ນ ຄື: ທ້າວ ສຸວັນ ແລະ ທ້າວ ໃນ ມີອາການເຈັບເປັນ ຫລື ມີບັນຫາ ດ້ານສຸຂພາບ."
ຊາວບ້ານທ່ານນີ້ ໄດ້ກ່າວຕື່ມອີກວ່າ:
"ທ້າວ ສຸວັນ ມີອາການບົວຕາມໂຕ ໄຂ່ຕາມແຂນ ແລະຂາ ໃນຂນະທີ່ ທ້າວ ໃນ ມີອາການຖ່າຍອອກເລືອດ ຈົນເຈົ້າໜ້າທີ່ ຕ້ອງພາ ລາວ ໄປໂຮງໝໍ."
ອົງການຈັດຕັ້ງດ້ານສິດທິມະນຸດ, ໄດ້ສະແດງຄວາມເປັນຫ່ວງຕໍ່ການຈັບຕົວຊາວບ້ານຢຶບ, ແລະຮຽກຮ້ອງໃຫ້ທາງການລາວປ່ອຍຕົວ.
ຍານາງ ວະນິດາ ເທພສຸວັນ ປະທານຂະບວນການ ລາວ ເພື່ອສິດທິມະນຸດ ທີ່ຕັ້ງຢູ່ປາຣີ ປະເທດຝຣັ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
"ຂໍໃຫ້ ຣັຖບານ ສປປ ລາວ, ປ່ອຍຕົວຢ່າງຮີບດ່ວນ ໂດຍບໍ່ມີເງື່ອນໄຂ, ຊາວບ້ານທີ່ບໍຣິສຸດ, ເຂົາເຈົ້າຖືກຈັບຂັງຄຸກມາດົນແລ້ວ. ພວກເຮົາ ຂໍສະແດງຄວາມເສັຽໃຈ ຢ່າງສຸດຊຶ້ງອີກເທື່ອນຶ່ງ, ຕໍ່ກັບການເສັຽຊີວິດ ຂອງຊາວບ້ານຄົນນຶ່ງ ຢູ່ໃນຄຸກ."
ຍານາງ ກ່າວຕື່ມອີກວ່າ:
"ສ່ວນຊາວບ້ານຜູ້ທີ່ຍັງຖືກຂັງຄຸກຢູ່ນັ້ນ,ກໍ່ມີບັນຫາສຸຂພາບ ຍ້ອນຂາດອາຫານແດ່, ແລະ ບໍ່ໄດ້ຮັບການປິ່ນປົວ, ຖືກກັກຂັງຢູ່ໃນຄຸກມືດ ຊຶ່ງເຂົາເຈົ້າ ອາດຈະເສັຽຊີວິດໄດ້ ທຸກຍາມ."
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ທາງການລາວ, ກໍໃຫ້ເຫດຜົນວ່າ ມີພຽງຊາວບ້ານຈຳນວນນຶ່ງ ບໍ່ຍອມຮັບເອົາຄ່າຊົດເຊີຍ.
ທ່ານ ພູຂົງ ສີສຸລາດ ຫົວໜ້າ ກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດ, ໄດ້ຣາຍງານ ຕໍ່ຄນະກັມມະການ ສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ໃນ ເດືອນກໍຣະກະດາ ປີ 2018 ທີ່ຜ່ານມາວ່າ:
ຊາວບ້ານປະມານ 100 ຄອບຄົວ ຍອມຮັບເອົາທີ່ດິນຕອນໃໝ່, [ທີ່ທາງການຊົດເຊີຍໃຫ້] ແລະມີພຽງແຕ່ຊາວບ້ານ ບໍ່ພໍເທົ່າໃດຄົນ ບໍ່ຍອມຮັບເອົາ, ສະນັ້ນ ຂ້າພະເຈົ້າຄິດວ່າ, (ໝາຍເຖິງ ທ່ານພູຂົງ) ອັນນີ້ ບໍ່ແມ່ນເລື້ອງປົກປ້ອງທີ່ດິນ ແລະ ມັນເປັນຄວາມຕັ້ງໃຈ ຂອງກຸ່ມຄົນນ້ອຍໆນຶ່ງ ເທົ່ານັ້ນ ທີ່ຂັດຂວາງ ການພັທນາປະເທດຊາດ.
ເຖິງຢ່າງໃດກໍຕາມ, ໃນການຈັບກຸມຊາວບ້ານຄັ້ງນີ້ ທາງການແຂວງເຊກອງ ຍັງບໍ່ໄດ້ຕັ້ງຂໍ້ກ່າວຫາເຂົາເຈົ້າ, ຢ່າງເປັນທາງການ ແລະ ຊາວບ້ານທີ່ຖືກຈັບກຸມນັ້ນ, ບໍ່ສາມາດເຂົ້າເຖິງ ທະນາຍຄວາມໄດ້. ຣາຍຊື່ຂອງຊາວບ້ານທີ່ຖືກຈັບ ລວມມີ:
1- ທ. ສົມສະຫວັນ (ເສັຽຊີວິດຢູ່ໃນຄຸກ)
2- ທ. ວິຫານ (ຖືກປ່ອຍຕົວ)
3- ນ. ນີ ອາຍຸຕ່ຳກວ່າ 18 ປີ (ຖືກປ່ອຍຕົວ)
4- ທ. ນາກ ອາຍຸຕ່ຳກວ່າ 18 ປີ (ຖືກປ່ອຍຕົວ)
5- ທ. ພອນສະໄຫວ (ຖືກປ່ອຍຕົວ)
6- ທ. ສຸວັນ (ຍັງຖືກຂັງຄຸກຢູ່)
7- ທ. ບຸນແທ່ນ (ຍັງຖືກຂັງຄຸກຢູ່)
8- ທ. ໂປະ (ຍັງຖືກຂັງຄຸກຢູ່)
9- ທ. ໄນ (ຍັງຖືກຂັງຄຸກ)
10- ທ. ສົນ (ຍັງຖືກຂັງຄຸກ)
11- ທ. ບຸນສົດ (ຍັງຖືກຂັງຄຸກ)
12- ທ. ວິຄຳ (ຍັງຖືກຂັງຄຸກ)
13- ທ. ບຸນແລງ (ຍັງຖືກຂັງຄຸກ)
14- ທ. ບຸນໂປກ (ຍັງຖືກຂັງຄຸກ)
15- ທ. ບຸນເຕັ້ຽ (ຍັງຖືກຂັງຄຸກ)
