ສປປລາວ ຍັງຂາດ ຄຣູ ແລະ ໂຮງຮຽນ

ມະນີຈັນ
2018.06.26
f-teacher ນັກສຶກສາ ວິທຍາໄລຄຣູ ແຂວງຫຼວງນໍ້າທາ
RFA/VD

ສປປລາວ ຕ້ອງການນາຍຄຣູເກືອບເຖິງ 20 ພັນຄົນ ໃນອີກ 12 ເດືອນຂ້າງໜ້າສໍາລັບໂຮງຮຽນ ໃນທົ່ວປະເທດ ທີ່ມີທັງໝົດ 12 ພັນ 744 ແຫ່ງ. ໃນນັ້ນໂຮງຮຽນບາງແຫ່ງ ບໍ່ມີຄຣູສອນ, ບາງແຫ່ງມີຄຣູສອນ ແຕ່ບໍ່ຖືກວິຊາ, ບາງບ່ອນ ຕ້ອງການຄຣູສອນ ວິຊາຄະນິຕສາດ ແຕ່ບໍ່ມີ ຕ້ອງໄດ້ເອົາຄຣູວິຊາອື່ນສອນແທນ, ເອົາຄຣູພາສາອັງກິດ ໄປສອນວິຊາຄອມພິວເຕີ ຫລື IT ຊຶ່ງ ຖືເປັນກໍຣະນີ ຄຣູບໍ່ພໍຕາມວິຊາຕ້ອງການ ຫລືວ່າບໍ່ມີ ຄຣູ ແຕ່ເອົາຄຣູ ອາສາສມັກ ມາສອນ.

ຂ່າວຂອງທາງການລາວ ຣາຍງານໂດຍອີງໃສ່ການສໍາຣວດ ຣັຖກອນຄຣູ ແລະຄຣູອາສາສມັກ ໃນໂຮງຮຽນຕ່າງໆ ທົ່ວປະເທດທີ່ດໍາເນີນໄປ ເມື່ອຕົ້ນປີ 2018 ນີ້ວ່າ ມີຄຣູເຫລືອ ຢູ່ບາງບ່ອນ ທີ່ສອນວິຊາດຽວກັນ. ສົມມຸດວ່າ ວິຊາຄະນິຕສາດ ມີຄຣູສອນ ຕາມຈໍານວນຊົ່ວໂມງ ທີ່ ແບ່ງໃຫ້, ແຕ່ພັດມີຄຣູນັ້ນ ຫລາຍຄົນ ຢູ່ໂຮງຮຽນດຽວກັນ ຈຶ່ງໄດ້ແບ່ງປັນກັນສອນ ນັ້ນກໍຖືເປັນ ກໍຣະນີຄຣູ ເຫລືອ, ຫລືວ່າ ຄຣູ ມັທຍົມຕົ້ນ ແຕ່ໄປສອນຊັ້ນປະຖົມ ກໍຖືເປັນກໍຣະນີ ຄຣູເຫລືອ ຊຶ່ງການສໍາຣວດພົບວ່າ ມີຄຣູເຫລືອ ເກືອບຮອດ 9 ພັນ 700 ຄົນ.

ການສໍາຣວດນັ້ນ ມີຂຶ້ນ ໃນຂນະທີ່ທາງກະຊວງສຶກສາທິການ ແລະກິລາ ໄດ້ ຮັບໂຄຕາຣັຖກອນ ຈາກຣັຖບານ ປີ 2018 ນີ້ພຽງ 1850 ຄົນ, ໃນນັ້ນກະຊວງ ຈະແບ່ງໃຫ້ ແຂວງສວັນນະເຂດ ຫລາຍກວ່າໝູ່ ຄື 172 ຄົນ ແລະແຂວງທີ່ຈະໄດ້ໜ້ອຍ ກວ່າໝູ່ ຄືແຂວງໄຊສົມບູນ 68 ຄົນ.

ຢ່າງໃດກໍຕາມ ຫາກເວົ້າເຖິງໂຮງຮຽນ ທີ່ຍັງຂາດຄຣູຫລາຍ ກໍປາກົດວ່າມີຫລາຍໂຮງຮຽນ ໃນເຂດແຂວງຕ່າງໆທົ່ວປະເທດ ຮວມທັງ ແຂວງອຸດົມໄຊ, ຜົ້ງສາລີ, ສາລະວັນ ຮວມຢູ່ດ້ວຍ. ເວົ້າສະເພາະແຂວງອຸດົມໄຊ ຮວມທັງເມືອງຮຸນເຖິງຈະມີ ຄຣູອາສາສມັກສອນຢູ່ແລ້ວ 126 ຄົນ ແຕ່ຄຣູຢູ່ຕາມໂຮງຮຽນຕ່າງໆ ກໍຍັງບໍ່ພຽງພໍຫລາຍຢູ່. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງຮຸນ ທ່ານນຶ່ງຕໍ່ RFA ເມື່ອໄວໆມານີ້:

"ຕ້ອງການຫລາຍ 2018 ນີ້ຕ້ອງການຕື່ມ 50 ຄົນພຸ້ນນະ ເພາະວ່າມັທຍົມກັບປະຖົມ ກັບຫ້ອມກຽມ ມັນຈຶ່ງພຽງພໍ ແຕ່ຕົວຫລັກໆນີ້ມີ ຄວາມຕ້ອງການຄຣູ ອະນຸບານ ເພີ່ມຂຶ້ນອີກ."

ຫາກເວົ້າເຖິງແຂວງຫົວພັນ ຈຳນວນນາຍຄຣູ ກໍຄ້າຍຄືກັນກັບ ຫລາຍແຂວງອື່ນໆຂອງລາວ ຊຶ່ງເຈົ້າໜ້າທີ່ຜແນກສຶກສາທິການແລະກິລາ ປະຈໍາແຂວງເວົ້າວ່າບາງໂຮງຮຽນ ເປັນຕົ້ນຢູ່ເຂດຊົນນະບົດ ມີຄຣູພຽງແຕ່ 2-3 ຄົນ ຫລືບາງແຫ່ງ ກໍມີຄຣູພຽງຄົນດຽວ ຊຶ່ງຈໍາເປັນຕ້ອງໄດ້ ຮັບຜິດຊອບ ສອນນັກຮຽນຫລາຍຫ້ອງ, ຕັ້ງແຕ່ຫ້ອງ ປ.1 ຫາຫ້ອງ ປ.5 ເຮັດໃຫ້ຄຣູຜູ້ນຶ່ງ ຕ້ອງໄດ້ສອນຫລາຍຫ້ອງ ຊຶ່ງໝາຍເຖິງເອົາ ນັກຮຽນຊັ້ນຕ່າງກັນ ມາຮຽນຢູ່ຫ້ອງດຽວກັນ ມີຄຣູສອນຄົນດຽວ. ດັ່ງທີ່ທ່ານກ່າວວ່າ:

"ຄວບຫ້ອງເນາະຄວບ 2-3 ອັນ ຢູ່ເຂດນອກກໍຈະ 2-3 ຄົນສູງສຸດເນາະ ບາງບ່ອນນີ້ກໍຈະ 1 ຄົນ."

ການມີຄຣູບໍ່ພຽງພໍ ກັບຄວາມຕ້ອງການ ຂອງນັກຮຽນນີ້ ໄດ້ກະທົບຕໍ່ການຮຽນຂອງເດັກນ້ອຍນັກຮຽນ ແລະທັງຕໍ່ການສອນ ຂອງຄຣູ ຊຶ່ງ ຈະບໍ່ໄດ້ດີເທົ່າທີ່ຄວນ. ນີ້ຄືບັນຫາການຂາດຄຣູ, ສະພາບການຮຽນການສອນ ຢູ່ແຂວງຫົວພັນ ໂດຍສະເພາະຢູ່ເຂດ ຊົນນະບົດຫ່າງໄກ.

ແລະຫາກເວົ້າເຖິງ ແຂວງຜົ້ງສາລີ ກໍປາກົດວ່າບໍ່ແຕກຕ່າງຫຍັງໄປຈາກແຂວງອື່ນໆຂອງລາວ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ RFA ໂດຍຍົກເອົາ ກໍຣະນີເມືອງຍອດອູ ມາເປັນຕົວຢ່າງ. ໃນຈໍານວນໂຮງຮຽນທັງໝົດ ເກືອບຮອດ 80 ແຫ່ງນັ້ນມີ 20 ປາຍໂຮງຮຽນ ທີ່ຂາດເຂີນຄຣູ:

"ມີຊັ້ນປະຖົມ 70 ກວ່າແຫ່ງຄຣູກໍຍັງບໍ່ພໍ ສ່ວນຫຼາຍມັນເຂດຊົນເຜົ່າ ເຂດຕາລີຊູເຂດຜາແດງ ບາງໂຮງຮຽນນັ້ນມີແຕ່ຜູ້ນຶ່ງ ບາງໂຮງຮຽນ ກໍມີຄຣູ 2 ຄົນ ບາງໂຮງຮຽນ ກໍຄຣູຜູ້ນຶ່ງຫັ້ນ ຕ້ອງໄດ້ສອນໝົດ ໂຮງຮຽນໝົດ ທຸກວິຊາ ຊີ້ນະ."

ຫາກເວົ້າເຖິງແຂວງສວັນນະເຂດ, ເຈົ້າໜ້າຜແນກສຶກສາທິການ ແລະກິລາ ກໍບອກວ່າ ໂດຍສະເພະເມືອງພິນ ໃນຫລາຍບ້ານ ຮວມທັງ ບ້ານປ່າຕອງ ບ້ານອາເປັຽ ບ້ານໄຜ່ ແລະບ້ານປ່າອົກ ຊຶ່ງລ້ວນແຕ່ເປັນບ້ານທຸກຍາກ ຢູ່ເຂດພູດອຍ ແມ່ນຂາດເຂີນຄຣູຫຼາຍ, ເດັກນ້ອຍ ນັກຮຽນ ກໍຕ້ອງຍ່າງໄປໂຮງຮຽນ ຫລາຍກິໂລແມັຕ:

"ກໍບໍ່ພໍຫັ້ນແຫຼະ ໂຮງຮຽນເຮົາກໍຍັງບໍ່ໄດ້ຄົບໝົດ ແມ່ນຢູ່ວ່າບ້ານເຂົາບໍ່ມີໂຮງຮຽນ ແຕ່ວ່າເອົາໂຮງຮຽນໃຫ້ແຫຼະ ທາງສຶກສາ ເພິ່ນຕອບ ສນອງຄຣູໃຫ້ບໍ່ໄດ້ ຊົນນະບົດ ມີໂຮງຮຽນ ແຕ່ວ່າບໍ່ມີຄຣູສອນ." 

ໂຮງຮຽນປະຖົມເມືອງພິນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້ ແລ້ວແມ່ນວ່າ ເປັນໂຮງຮຽນປຸກຕູບ ມີຄຣູອາສາສມັກເປັນຜູ້ສອນ.

ສໍາລັບຢູ່ແຂວງ ເຊກອງ ເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ບອກວ່າ ປະເຊີນກັບບັນຫາ ຄຣູເຫລືອບໍ່ພໍ ຂນະທີ່ຄຣູບໍຣິຫານ ມີຈໍານວນຫລາຍກວ່າ ຄຣູວິຊາການ ຫລືຄຣູທີ່ສອນຕົວຈິງ ເຮັດໃຫ້ຫລາຍໂຮງຮຽນປະຖົມ ໃນເຂດຊົນນະບົດ ຫ່າງໄກ ບໍ່ມີຄຣູສອນ:

"ຄຣູກະແມ່ນເຫຼືອບໍ່ພໍ ແຕ່ວ່າບາງໂຮງຮຽນ ມັນບໍ່ພໍຫັ້ນນະ ບາງໂຮງຮຽນກໍສອນຫ້ອງຄວບ ເພາະວ່າ ອີງໃສ່ນັກຮຽນກັບຄຣູ ມັນຂາດກັນ ຫານກັນແນວນັ້ນ."

ທ່ານເວົ້າວ່າ ທີ່ຜ່ານມາຈົນຮອດປັດຈຸບັນນີ້ ຄຣູຣັຖກອນ ທີ່ເຂົ້າໃໝ່ໃນແຕ່ລະປີ ສ່ວນຫລາຍ ຈະເປັນຄຣູບໍຣິຫານ ບໍ່ແມ່ນຄຣູ ວິຊາການ ທີ່ພ້ອມຈະໄປສອນຢູ່ ໂຮງຮຽນທຸກບ່ອນ ໂດຍສະເພາະ ໃນເຂດຫ່າງໄກ ທີ່ບໍ່ມີຄຣູ ຊຶ່ງບໍ່ແມ່ນຄວາມ ຕ້ອງການ ຂອງຜແນກສຶກສາທິການ ແລະກິລາ ແຂວງເຊກອງ ແຕ່ຢ່າງໃດ.ສາເຫດທີ່ສໍາຄັນ ແນວນຶ່ງທີ່ເຮັດໃຫ້ເຂດແຂວງ ຕ່າງໆມີບັນຫາ ຄຣູເຫລືອບໍ່ພໍ ກໍຍ້ອນຣັຖກອນ ລຸ້ນໃໝ່ ສ່ວນໃຫຍ່ບໍ່ຄ່ອຍສົນໃຈ ໄປສອນຢູ່ໂຮງຮຽນເຂດຫ່າງໄກ ຢາກສອນຢູ່ໂຮງຮຽນ ໃນຕົວເມືອງ ເພາະມີຄວາມສະດວກ ຫລາຍກວ່າຢູ່ ເຂດຊົນນະບົດ ຫ່າງໄກ. ດັ່ງເຈົ້າໜ້າທີ່ອີກທ່ານນຶ່ງ ໄດ້ກ່າວໂດຍຍົກເອົາແຂວງເຊກອງ ເປັນຕົວຢ່າງ:

"ຕົວຢ່າງຢູ່ແຂວງເຊກອງ ບາດນີ້ເຂົາສົ່ງໄປເມືອງເນາະ ສົ່ງລົງເມືອງ ກໍບໍ່ມີໃຜໄປ ເພາະມັນເຂດແບບ ກໍາລັງພັທນາ ກໍຍັງບໍ່ໄດ້ອີ່ຫຍັງ."

ຫາກເວົ້າເຖິງ ແຂວງສາລະວັນ ໂດຍສະເພາະໃນເຂດເມືອງ ຄົງເຊໂດນ ເຈົ້າໜ້າທີ່ແຂວງກໍບອກວ່າ ເຖິງຈະມີຄຣູອາສາສມັກ ເກືອບ 100 ຄົນ ແຕ່ກໍຍັງ ບໍ່ພໍ:

"ຄຣູອາສາຢູ່ໃນເມືອງ ເຮົານີ້ຍັງຢູ່ 82 ແຕ່ວ່າມັນຍັງ ຕ້ອງການ ຢູ່ 96 ຄົນ ຈໍານວນ ຄຣູທີ່ວ່າບໍ່ພໍຫັ້ນ ຈັດຢູ່ໃນຮວມໝົດຄຣູປະຖົມ, ມັທຍົມ ແຕ່ວ່າໄລ່ຮວມວ່າຊັ້ນສະ."  

ໂຮງຮຽນຊັ້ນປະຖົມຢູ່ແຂວງສາຣະວັນ ຍັງຂາດຄຣູຍ້ອນທາງກະຊວງໃຫ້ໂຄຕ້າໜ້ອຍ, ປັຈຈຸບັນໂຮງຮຽນປະຖົມໃນແຂວງ ສາຣະວັນ ສ່ວນຫຼາຍມີຄຣູພຽງ 1 ຫລື 2 ຄົນ ແລະຄຣູສ່ວນຫຼາຍຕ້ອງສອນຫ້ອງຄວບ. ດັ່ງເຈົ້າໜ້າທີ່ ສຶກສາແຂວງສາຣະວັນ ທ່ານນື່ງກ່າວວ່າ:

“ເຣື້ອງອັຕຣາ ນາຍຄຣູກໍແມ່ນວ່າບໍ່ພຽງພໍກັບຄວາມຕ້ອງການ ແລະບໍ່ພຽງພໍກັບໂຮງຮຽນ ແລ້ວການຮຽນການສອນ ກໍ່ອິງໃສ່ຈໍານວນ ປະຊາກອນ ກໍຣະນີຫາກ ມັນມີ 25 ຄົນລົງມາ ປ ໜື່ງ ປ ສອງ ປ ສາມ ມັນອາດມີນາຍຄຣູ ຄົນດຽວສອນ ຫ້ອງຄວບ”

ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ໂຮງຮຽນປະຖົມຫລາຍແຫ່ງ ໃນແຂວງສາຣະວັນ ໂດຍສະເພາະໃນເຂດ ຊົນນະບົດຫ່າງໄກ ມີພຽງແຕ່ຊັ້ນ ປ.1 ຫາ ປ 3 ແຕ່ລະແຫ່ງ ມີຄຣູພຽງຄົນດຽວ ທີ່ຈະຕ້ອງໄດ້ສອນ ນັກຮຽນທັງໝົດ 3 ຊັ້ນຮຽນ ໄປພ້ອມໆກັນ

ແລະວ່າ ໂຮງຮຽນປະຖົມ ໃນບາງບ້ານ ທີ່ມີໂຮງຮຽນປະຖົມນັ້ນ ນັກຮຽນບາງຄົນ ເມື່ອຮຽນຈົບ ຊັ້ນ ປ.3 ແລ້ວ ກໍບໍ່ໄດ້ຮຽນຕໍ່ຊັ້ນ ປ.4 ຍ້ອນຕ້ອງໄດ້ເດີນທາງໄປຮຽນ ຢູ່ໂຮງຮຽນປະຖົມບ້ານອື່ນ.

ທ່ານກ່າວຕຶ່ມວ່າ ດຽວນີ້ ທາງແຂວງ ກໍາລັງຈະປັບ ໃຫ້ໂຮງຮຽນປະຖົມ ທີ່ມີຮອດຊັ້ນ ປ. 3 ແຕ່ລະແຫ່ງ ເປັນໂຮງຮຽນປະຖົມ ທີ່ມີຮອດຊັ້ນ ປ.5

"ແຕ່ວ່າດຽວນີ້ ເພີ່ນຢາກ ຈະປັບໃໝ່ ເປັນໂຮງຮຽນ ທີ່ມີຄົບ 5 ຊັ້ນຮຽນບາງບ່ອນ ຈໍາເປັນຕ້ອງມີນາຍ ຄຣູ ສອງຄົນ.”

ທ່ານເວົ້າວ່າ ບັນຫານາຍຄຣູບໍ່ພຽງພໍ ເຮັດໃຫ້ໂຮງຮຽນບາງບ່ອນ ຈັດການຮຽນການສອນ ບໍ່ໄດ້ມາຕຖານ ໂດຍສເພາະ ວິຊາພາສາອັງກິດ ຄຣູປະຖົມບາງຄົນ ກໍຍັງບໍ່ຮູ້ພາສາອັງກິດ ພໍປານໃດ ເຮັດໃຫ້ການຮຽນຕໍ່ ຊັ້ນມັທຍົມ ຂອງເດັກນ້ອຍລໍາບາກ ໃນວິຊານີ້.

ແລະວ່າ ມາເຖິງປັດຈຸບັນ ບັນຫາການຂາດເຂີນຄຣູຢູ່ລາວ ກໍຍັງເປັນບັນຫາໜັກໜ່ວງ ໂດຍສະເພາະໃນຊັ້ນປະຖົມແລະມັທຍົມຫຼາຍກ່ວາ ຊັ້ນອື່ນໆ ຊຶ່ງສ່ວນຫລາຍຈະແມ່ນ ໂຮງຮຽນໃນເຂດຊົນນະບົດ ທີ່ມີຄຣູ ພຽງຄົນສອງຄົນ ຊຶ່ງມີຄວາມຈຳເປັນ ທີ່ຣັຖບານລາວ ຈະຕ້ອງໄດ້ ເພີ້ມງົບປະມານ ໃນການສ້າງຄຣູນີ້ອີກຕື່ມ ເພື່ອໃຫ້ມີພຽງພໍກັບຄວາມຕ້ອງການຕົວຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.