ວັນສື່ມວລຊົນ ຢູ່ລາວ ງຽບເຫງົາ

ຈໍາປາທອງ
2016.05.04
f-press ນັກຂ່າວທົ່ວທຸກມຸມໂລກ ຫ້າວຫັນ ສເນີຂ່າວໃຫ້ໂລກຮູ້
Courtesy of UNESCO

ໃນໂອກາດ ທີ່ ອົງການ ສຶກສາ ວິທຍາສາດ ແລະ ວັທນະທັມ ແຫ່ງ ສະຫະປະຊາຊາດ ຫລື UNESCO ກຳນົດເອົາ ວັນທີ 3 ພຶສພາ 2016 ເປັນວັນ ເສຣີພາບ ສື່ມວນຊົນ ສາກົນ, ປະເທສຕ່າງໆ ໃຫ້ ຄວາມສົນໃຈ ແລະ ຈັດກິຈກັມ ກ່ຽວກັບ ວັນ ດັ່ງກ່າວ, ແຕ່ ປະກົດວ່າ ສປປລາວ ຊຶ່ງເປັນ ສະມາຊິກ UNESCO ນັ້ນ ບໍ່ມີການ ເຄື່ອນໄຫວ ຫລື ຈັດ ກິຈກັມ ອັນໃດຂຶ້ນ, ມີແຕ່ເວົ້າວ່າ ສື່ມວນຊົນ ຢູ່ ສປປລາວ ກໍມີ ເສຣີພາບ. ດັ່ງ ເຈົ້າໜ້າທີ່ ສື່ມວນຊົນ ຂອງ ທາງການລາວ ເວົ້າຕໍ່ RFA ໃນ ວັນທີ 3 ພຶສພາ 2016 ນີ້ວ່າ:

"ຄວາມຈິງແລ້ວ ສື່ມວນຊົນ ລາວ ກໍມີ ເສຣີພາບ ໂດຍ ພາບລວມແລ້ວ ເສຣີ ໃນດ້ານ ເສຣີພາບ ຢູ່ລາວນັ້ນ ຄິດວ່າ ຫຼາຍປະເທສ ຊິບໍ່ມີ ໃນມຸມມອງ ຂອງ ພວກເຮົາ".

ແຕ່ວັນທີ 2 ຫາ ວັນທີ 4 ພຶສພາ 2016 ອົງການ UNESCO ຈັດພິທີ ສລອງວັນ ເສຣີພາບ ຂອງ ສື່ມວນຊົນ ໂລກ. ສຳລັບ ຢູ່ເມືອງ ແຮນຊິງກີ ປະເທສ ຟິນແລັນ ກໍຈັດ ກອງປະຊຸມ ພາຍໃຕ້ ຫົວຂໍ້: ການເຂົ້າເຖິງ ຂໍ້ມູນ ຂ່າວສານ ແລະ ເສຣີພາບ ຂັ້ນ ພື້ນຖານ ໂດຍ ຫວັງໃຫ້ມີ ເສຣີພາບ ທາງດ້ານ ຂໍ້ມູນ ແລະ ການພັທນາ ທີ່ ຢັ້ງຍຶນ ໃຫ້ມີ ການປົກປ້ອງ ເສຣີພາບ ຂອງ ສື່ມວນຊົນ ຈາກ ການກວດສອບ ແລະ ຄວາມປອດພັຍ ຂອງ ນັກຂ່າວ.

ເມື່ອບໍ່ນານ ມານີ້ ອົງການ ຟຣີດົມຮາວສ ຂອງ ສະຫະຮັຖ ອະເມຣິກາ ໄດ້ຈັດອັນດັບ ເສຣີພາບ ຂອງ ສື່ມວນຊົນ ໃນ ທົ່ວໂລກ ຊຶ່ງ ໃນນັ້ນໄດ້ ຈັດ ສປປລາວ ຢູ່ ໃນອັນດັບ ທີ 173 ໃນຈຳນວນ 190 ປະເທສ ຄືຢູ່ໃນກຸ່ມ ປະເທດ ທີ່ ເສຣີພາບ ຂອງ ສື່ມວນຊົນ ມີໜ້ອຍ ທີ່ສຸດ. ແລະ ໃນກຸ່ມ ປະເທສ ອາຊຽນ ສປປລາວ ກໍຕົກເປັນ ທີ 9 ໃນກຸ່ມ ປະເທດ ສະມາຊິກ 10 ປະເທດ ຄືມີພຽງ ວຽດນາມ ປະເທດດຽວ ທີ່ ຕາມຫລັງ ສປປລາວ ໃນ ເຣຶ່ອງ ຕັດ ເສຣີພາບ ຂອງ ສື່ມວນຊົນ ໃຫ້ມີໜ້ອຍ ທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.