ສະຫວັນນະເຂດ ປະຕິບັດວິໄນ ສະມາຊິກພັກ 69 ຄົນ
2024.04.19

ທາງການແຂວງສະຫວັນນະເຂດ ໄດ້ປະຕິບັດວິໄນສະມາຊິກທັງໝົດ 69 ຄົນ ທີ່ລະເມີດກົດລະບຽບພັກ ໃນປີ 2023 ທີ່ຜ່ານມາ.
ໃນການປະຕິບັດວິໃນດັ່ງກ່າວ ລວມມີ ກ່າວເຕືອນ 13 ຄົນ, ຕິຕຽນ 15 ຄົນ, ໂຈະຮ່ວມຊີວິດພັກ 28 ຄົນ, ລຶບຊື່ອອກຈາກພັກ 17 ຄົນ, ແລະ ປົດຕໍາແໜ່ງພາຍໃນພັກ 1 ຄົນ ອີງຕາມການລາຍງານຂອງກອງປະຊຸມສະຫຼຸບວຽກງານ ກວດກາພັກ ທົ່ວແຂວງສະຫວັນນະເຂດ ໃນວັນທີ 9 ເມສາ 2024.
ເຈົ້າໜ້າທີ່ແຂວງພຽງແຕ່ ເອົາເອກະສານມາເຜີຍແຜ່ ໂດຍລວມ ແຕ່ ບໍ່ໄດ້ ໃຫ້ລາຍລະອຽດ ກ່ຽວກັບເລື່ອງດັ່ງກ່າວໄດ້.
ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ນາງນຶ່ງ ຢູ່ແຂວງສະຫວັນນະເຂດ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໂອ້! ໂຕນີ້ນ່າຕ້ອງຖາມອັນ ຜູ້ຮັບຜິດຊອບເພິ່ນເລີຍເດີ້ເຈົ້າ ເພາະວ່າທາງເຮົາບໍ່ມີອັ່ນຂໍ້ມູນໃຫ້ໄດ້ໂຕນີ້, ມີແຕ່ເຮັດເອກະສານມາໂລດ.”
ໃນບົດລາຍງານ ຂອງແຂວງສະຫວັນນະເຂດ ໄດ້ລະບຸວ່າ ການປະຕິບັດວິໄນ ຕໍ່ສະມາຊິກພັກ ແມ່ນເປັນໄປຕາມ ມາດຕາ 54 ເລື່ອງ ວິໄນຂອງພັກ, ການລົງວິໄນ ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນກົດລະບຽບພັກ ສະໄໝທີ 11 ຫຼື ມະຕິ 11.
ມາຕາ 54 ໄດ້ລະບຸວ່າ ການລົງວິໄນ ຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ທີ່ກະທຳຜິດຕໍ່ກົດລະບຽບພັກ, ກົດໝາຍຂອງລັດ, ສວຍໃຊ້ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ, ສໍ້ລາດບັງຫຼວງ ແລະ ອື່ນໆ ຕ້ອງໄດ້ຖືກສຳຫຼວດ, ກວດກາ ແລະ ລົງວິໄນ ຕາມການກະທຳຜິດສະຖານໜັກ ຫຼື ເບົາ ດັ່ງນີ້:
- ຕິຕຽນຄວາມຜິດ;
- ກ່າວເຕືອນຄວາມຜິດ;
- ປົດຕຳແໜ່ງພາຍໃນພັກ
- ໂຈະການຮ່ວມຊີວິດພັກຊົ່ວຄາວ ເພື່ອສຶກສາອົບຮົມ ສູງສຸດບໍ່ເກີນ 6 ເດືອນ;
- ເອົາອອກຈາກພັກ.
ການລົງວິໄນ ຕໍ່ສະມາຊິກພັກ ນັບແຕ່ຂັ້ນກ່າວເຕືອນຄວາມຜິດຂຶ້ນໄປ ຕ້ອງຂຽນເຂົ້າໃສ່ຊີວະປະຫວັດຂອງສະມາຊິກພັກ ຜູ້ນັ້ນຕະຫຼອດໄປນຳດ້ວຍ, ແຕ່ ຖ້າຜູ້ຖືກວິໄນ ປະຕິບັດຄວາມຜິດທາງແພ່ງ ຫຼື ອາຍາ ກໍຈະຖືກຟ້ອງຮ້ອງດຳເນີນຄະດີ ຕາມກົດໝາຍດັ່ງກ່າວ ນຳດ້ວຍ.
ແຕ່ໃນທາງປະຕິບັດຜ່ານມາ ຍັງບໍ່ເຄີຍປະກົດມີຂ່າວການດຳເນີນຄະດີ ນຳພະນັກງານລັດຖະກອນ ທີ່ຖືກປະຕິບັດວິໄນດັ່ງກ່າວເລີຍ.
ໃນໄລຍະຜ່ານມາ ຊາວບ້ານ ກໍໄດ້ຮັບຄວາມເດືອດຮ້ອນ ຈາກການເກັບເງິນຄ່າຈໍ້າກາໜັງສື ຜ່ານແດນ ຄັ້ງລະ 100 ບາດ.
ເຖິງແມ່ນວ່າ ທາງການ ຈະມີຄຳສັ່ງບໍ່ໃຫ້ເກັບເງິນຄ່າຈໍ້າກາໜັງສືຜ່ານແດນດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງ ກໍຢັ້ງຢືນວ່າ ບໍ່ມີການເກັບເງິນດັ່ງກ່າວ ແຕ່ໃນທາງປະຕິບັດໂຕຈິງ ແມ່ນຍັງສືບຕໍ່ເກັບ ຈົນເຖິງປັດຈຸບັນ.
ຊາວລາວ ທີ່ເຂົ້າມາເຮັດວຽກຢູ່ປະເທດໄທ ທ່ານ ໜຶ່ງ ໄດ້ກ່າວວ່າ:
“ຂ້ອຍກະບໍ່ຮູ້ນ່າ ຕາມແຕ່ຄວາມເປັນຈິງນ່າ ເຂົາເຈົ້າບໍ່ໃຫ້ເກັບເນາະ ເພາະວ່າການໃຊ້ໜັງສືຜ່ານແດນ ຄືພາສປອດ ຄືໂຕຂ້ອຍເອງ. ຄັນເຂົາຈະໃຫ້ເກັບ ຄືເຮົາໄປເລີຍເວລາ ຫຼື ກ່ອນເວລາ ແຕ່ເຂົາກໍຍັງເກັບຄືເກົ່າ ລະເກັບຂ້ອນຂ້າງທີ່ຈະແພງ. ແຕ່ສິ່ງສຳຄັນຄືເປັນຫຍັງຕ້ອງເອີ້ນເກັບເງິນບາດຢ່າງດຽວ.”
ທີ່ຜ່ານມາ, ການແກ້ໄຂບັນຫາສໍ້ລາດບັງຫຼວງ ຂອງລັດຖະບານ ຍັງແກ້ໄຂບໍ່ໄດ້.
ຊາວລາວ ອີກນາງນຶ່ງ ກ່າວວ່າ:
“ຜູ້ນຳປະເທດ ເຂົາບໍ່ຍອມພັດທະນາ ບໍ່ຍອມສ້າງສາປະເທດ ເພາະວ່າມີແຕ່ຄົນໂກງ. ອັ່ນຕັ້ງແຕ່ຜູ້ນຳປະເທດ ຍັນນາຍບ້ານທຳມະດາ ຊິເອົາຫຍັງມາພັດທະນາປະເທດ ຕ່າງຄົນຕ່າງກິນ ຊິເອົາຫຍັງມາພັດທະນາກ່ອນ.”
ທ່ານ ສີຄຳ ບຸນມີໄຊ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 8 ແຂວງຫົວພັນ, ທັງເປັນປະທານສະພາປະຊາຊົນ ແຂວງຫົວພັນ ໄດ້ກ່າວກ່ຽວກັບ ການແກ້ໄຂບັນຫາກວດກາພັກ ທີ່ຜ່ານມາ ວ່າ:
“ແຕ່ປະຊາຊົນນີ້ບໍ່ໄດ້ລະເມີດຫຼາຍໄດ໋. ປະຊາຊົນລະເມີດຊ່ຳໄດ໋ ແຕ່ເຂົ້າຄຸກ, ເຂົ້າຄຸກເໝິດແຫຼະ ລະດັບ 10 ລ້ານຂື້ນເມືອນີ້, 5 ລ້ານຂື້ນເມືອ ກະຖືກຈັບເຂົ້າຄຸກ. ແຕ່ອັ່ນພະນັກງານເຮົານີ້ ຕັ້ງເປັນຕື້ ສອງຕື້ ບໍ່ໄດ້ເຂົ້າຄຸກ ມັນລະເປັນແນວນັ້ນ ອັນນີ້ແມ່ນພວກເຮົາຈະຕ້ອງລອງຕີລາຄາກັນເບິ່ງ.”
ອີງຕາມກົດລະບຽບ ຂອງພັກ ສະໄໝທີ 11 ມາດຕາ 49 ລະບຸວ່າ ວຽກງານຕິດຕາມ, ກວດກາຂອງພັກ ແມ່ນໜຶ່ງໃນພາລະບົດບາດຂອງພັກ, ຄະນະພັກ ເປັນຜູ້ຊີ້ນຳໂດຍກົງ ກໍ່ວຽກງານຕິດຕາມ, ກວດກາ; ມີຄວາມຮັບຜິດຊອບ ຕໍ່ການນຳພາປະຕິບັດວຽກງານຕິດຕາມ, ກວດກາ ຕ້ານການສໍ້ລາດບັງຫຼວງ ແລະ ແກ້ໄຂຜົນຂອງການກວດກາ.
ທີ່ຜ່ານມາ, ອົງການກວດກາພັກ-ລັດ ຢູ່ຫຼາຍແຂວງ ກໍໄດ້ມີການປະຕິບັດວິໄນ ສະມາຊິກພັກ-ພະນັກງານລັດຖະກອນ ຈຳນວນນຶ່ງ ເປັນຕົ້ນ ຢູ່ແຂວງອັດຕະປື ມີການປະຕິບັດວິໄນ ສະມາຊິກພັກ-ພະນັກງານລັດ ຈຳນວນ 28 ຄົນ ໂດຍເອົາອອກຈາກພັກ 4 ຄົນ, ໂຈະຮ່ວມຊີວິດພັກ 1 ຄົນ ແລະກ່າວເຕືອນ ຈຳນວນ 23 ຄົນ.
ນອກຈາກນີ້, ກະຊວງປ້ອງກັນຄວາມສະຫງົບ ປະຕິບັດວິໄນ ເຈົ້າໜ້າທີ່ຕຳຫຼວດ ແຂວງສະຫວັນນະເຂດ 5 ຄົນ ໂດຍປົດຊັ້ນ ແລະ ຕຳແໜ່ງ ຈາກພັນໂທ ລົງເປັນພັນຕີ 3 ຄົນ, ຊັ້ນວິຊາການ ງົດເລື່ອນຊັ້ນ 2 ຄົນ ແລະ ນາຍຕຳຫຼວດ ຜູ້ບັນຊາ ຖືກໄລ່ອອກຈາກວຽກການ ຍ້ອນໄດ້ຍັກຍອບຢາເສບຕິດ ແລະ ພົວພັນກັບເລື່ອງບັນຫາຊູ້ສາວ.