ຄົນງານລາວ ຕ້ອງຫຼີກທາງໃຫ້ຄົນງານຈີນ ນັບພັນເຂົ້າລາວ
2023.07.10

ຄົນງານຈີນຈໍານວນຫຼາຍພັນຄົນ ເຂົ້າມາເຮັດວຽກຢູ່ໂຄງການ ຂຸດຄົ້ນບໍ່ເກືອກາລີ ຂອງບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແລະບ້ານນາຄໍາ ເມືອງໜອງບົກ ແຂວງຄໍາມ່ວນ ພ້ອມດຽວກັນນັ້ນ ຄົນງານລາວຈໍານວນນຶ່ງໃນທ້ອງຖິ່ນ ກໍຕ້ອງອອກໄປຫາເຮັດວຽກອື່ນໆ ທີ່ມີຄວາມສ່ຽງຕໍ່ການຖືກຄ້າມະນຸສ, ອີງຕາມການຣາຍງານ ຂອງທ່ານ ພັນເອກ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ຕໍ່ກອງປະຊຸມສລຸບການຈັດຕັ້ງ ວຽກງານຕ້ານການຄ້າມະນຸສ ປະຈໍາປີ 2022 ແລະ 6 ເດືອນຕົ້ນປີ 2023 ຂອງແຂວງຄໍາມ່ວນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບວຽກງານດັ່ງກ່າວ ບໍ່ສະດວກໃຫ້ຂໍ້ມູນ. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຄໍາມ່ວນ ກ່າວວ່າ ສໍາລັບຈໍານວນຄົນງານຈີນ ທີ່ເຂົ້າມາເຮັດວຽກຢູ່ໂຄງການຂຸດຄົ້ນບໍ່ເກືອກາລີ ພາຍໃນແຂວງຄໍາມ່ວນນັ້ນ ກໍຍັງບໍ່ສາມາດສລຸບໂຕເລຂ ແບບເປັນທາງການໄດ້ວ່າ ມີຈໍານວນທັງໝົດຈັກຄົນ ແລະປັດຈຸບັນ ກໍຍັງຄົງຫຼັ່ງໄຫຼເຂົ້າມາຕື່ມເລື້ອຍໆ ໂດຍມີໜັງສືເດີນທາງ ແລະໃບອະນຸຍາດອອກແຮງງານ ຫຼືໃບອະນຸຍາດເຮັດວຽກ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຄໍາມ່ວນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ກໍຣະກະດາ ນີ້ວ່າ:
“ກະມີຕາມກົດໝາຍແຮງງານ ເຮົາຫັ້ນແຫຼະ ທໍາອິດກະຕ້ອງເຂົ້າມາຕາມກົດໝາຍ ແຮງງານຫັ້ນນ່າ ແລ້ວກະເຮັດບັດແຮງງານ ເຂົ້າມາເຮັດວຽກ.”
ໃນຂະນະທີ່ ຄົນງານລາວທ່ານນຶ່ງ ທີ່ເຮັດວຽກຢູ່ບໍ່ເກືອກາລີ ເຂດບ້ານນາຄໍາ ເມືອງໜອງບົກ ກໍຢືນຢັນວ່າ ສໍາລັບຄົນງານ ທີ່ໄດ້ເຮັດວຽກແບບຖາວອນ ຢູ່ບໍ່ເກືອກາລີ ສ່ວນໃຫຍ່ແມ່ນຄົນງານຈີນ, ສ່ວນຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ບໍ່ເກືອກາລີ ແມ່ນຈະເຮັດວຽກຊົ່ວຄາວຕາມສັນຍາ ຂອງບໍຣິສັດ ຜູ້ຮັບເໝົາເທົ່ານັ້ນ ຈຶ່ງເຮັດໃຫ້ຄົນງານລາວ ບໍ່ຫຼາຍປານໃດ.
ດັ່ງທ່ານກ່າວວ່າ:
“ຄົນຈີນລະເຂົາ. ເຂົາຈະລົງອຸໂມງ. ມີວຽກລົງອຸໂມງ ມີວຽກເຮັດກ່ຽວກັບຕຶກ. ມັນກະຫຼາຍໆວຽກຫັ້ນນ່າ ມັນຫຼາຍບໍຣິສັດ ນອນຢູ່ໃນຫັ້ນເນາະ, ແຕ່ວ່າ ຄົນລາວເຮັດວຽກ ມັນກະແບບວຽກງານກໍ່ສ້າງ ຖ້າສໍາເຣັດແລ້ວ ມັນກະໝົດນ່າ ຖືວ່າຢູ່ໃນບໍ່ເກືອຫັ້ນ ດຽວນີ້ຫັ້ນ ເວົ້າງ່າຍໆ ວຽກມັນຫຼາຍ ຕ່າງແຕ່ວ່າ ມັນເວົ້າເຣື່ອງບໍຣິສັດ ທີ່ເຂົາຮັບ.”
ທາງດ້ານຊາວບ້ານ ຢູ່ບ້ານນາຄໍາ ເມືອງໜອງບົກ ທ່ານນຶ່ງ ກໍຢືນຢັນວ່າ ສໍາລັບຄົນງານລາວ ທີ່ເຂົ້າມາເຮັດວຽກຢູ່ບໍ່ເກືອກາລີ ເຂດບ້ານນາຄໍາ ສ່ວນໃຫຍ່ ແມ່ນຄົນງານທີ່ມາຈາກຕ່າງແຂວງ ແລະໄດ້ຮັບຄ່າຈ້າງບໍ່ຫຼາຍ, ສ່ວນຄົນງານລາວໃນທ້ອງຖິ່ນແທ້ໆ ແມ່ນຈະອອກໄປຫາວຽກເຮັດວຽກອື່ນໆ ທີ່ໄດ້ຄ່າຈ້າງດີກວ່າ.
ດັ່ງທ່ານກ່າວວ່າ:
“ຄົນຈີນນີ້ ຢູ່ຖາວອນເດີ້ ຄົນຈີນນີ້ ສ່ວນຫຼາຍຄົນລາວນີ້ ຈະເປັນສະເພາະ ແບບວ່າ ບໍ່ແມ່ນພະນັກງານຖາວອນອ້າຍ ເປັນຜູ້ຮັບເໝົາຊື່ໆ ຈົບໂຄງການແລ້ວກະຄືວ່າ ສົ່ງກັບເທົ່ານັ້ນ ມາແຕ່ຕ່າງແຂວງພຸ້ນໃດ໋ ຄົນພື້ນທີ່ນີ້ ເຂົາເຈົ້າຈະຮູ້ວ່າ ຣາຍໄດ້ເຂົາເຈົ້າໄດ້ໜ້ອຍ ເຂົາເຈົ້າບໍ່ສົມຄ່າ ແລ້ວເຂົາເຈົ້າກະໄປບ່ອນອື່ນ.”
ຮູບຖ່າຍຈາດາວທຽມ ສແດງໃຫ້ເຫັນເຖິງໂຄງການຂຸດຄົ້ນເກືອກາລີ ຂອງບໍຣິສັດ ຊິໂນ-ອາກຣີ ໂປຕາສ ມີການປັບປຸງ.
ສ່ວນຊາວບ້ານອີກທ່ານນຶ່ງ ທີ່ເຄີຍໄປເຮັດວຽກຢູ່ບໍ່ເກືອກາລີ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວວ່າ ສໍາລັບຄົນງານລາວ ທີ່ບໍ່ມີສີມືແຮງງານ ແມ່ນຈະໄດ້ຮັບຄ່າຈ້າງປະມານ 1 ໝື່ນບາທຕໍ່ເດືອນ ຫຼືປະມານ 5 ລ້ານ 4 ແສນກີບ ໃນຂະນະທີ່ ຕ້ອງອອກແຮງງານຢ່າງໜັກ ແລະຄັນເປັນຄົນງານທີ່ມີສີມືແຮງງານ ແລະປະສົບການສູງແມ່ນໄດ້ຄ່າຈ້າງຫຼາຍກວ່າ.
ດັ່ງທ່ານກ່າວວ່າ:
“ເພິ່ນກະຊິບໍ່ຄ່ອຍຊິທໍາງານຢູ່ນີ້ດອກ ເພາະວ່າ ຖ້າເຮົາໃຊ້ແຮງງານນີ້ ຈີນມັນຊິ ມັນຈະຈ້າງແບບບໍ່ກຸ້ມຄ່າປານໃດ ເດືອນນຶ່ງກະ ປະມານ 1 ໝື່ນກວ່າບາທ ຄົນທີ່ມີສີມືແຮງງານ ກະເຮັດນໍາມັນໄດ້ ເພາະວ່າ ຈະຈ້າງຂຶ້ນໄປອີກ ສູງຂຶ້ນອີກ ກະປະມານຢູ່ 2 ໝື່ນກວ່າບາທໜ້ອຍນຶ່ງ.”
ໃນຂະນະດຽວກັນ ຍ້ອນການເຂົ້າມາຂອງຄົນຈີນຈໍານວນຫຼາຍ ກໍໄດ້ເຮັດໃຫ້ເກີດຮ້ານບໍຣິການຕ່າງໆ ຢູ່ອ້ອມຂ້າງເຂດບໍ່ເກືອກາລີ ເປັນຕົ້ນ: ຮ້ານອົບນວດ ແລະ ຮ້ານກິນດື່ມ ເຊິ່ງຮ້ານຈໍານວນນຶ່ງ ກໍໄດ້ມີການເປີດຮັບສມັກພະນັກງານເພດຍິງເພີ່ມຕື່ມ ເພື່ອໄວ້ບໍຣິການລູກຄ້າຊາວຈີນ, ດັ່ງພະນັກງານຮ້ານອົບນວດແຫ່ງນຶ່ງ ທີ່ຢູ່ໃກ້ກັບບໍ່ເກືອກາລີ ເມືອງໜອງບົກ ກ່າວວ່າ:
“ຮັບຢູ່ເຈົ້າ ຢາກໄດ້ 3 ຄົນ ຄົນຈີນ ກໍຫຼາຍ ບາງມື້ ກະຮັບບໍ່ທັນ ຫຼາຍໆ.”
ຢ່າງໃດກໍຕາມ ຄົນງານເພດຍິງ ທີ່ເຮັດວຽກຢູ່ເຮືອນພັກ, ຮ້ານກິນດື່ມ, ຮ້ານອົບນວດ ແລະຮ້ານຄາຣາໂອເກະ ຢູ່ແຂວງຄໍາມ່ວນ ຈໍານວນນຶ່ງ ແມ່ນໄດ້ມີການຄ້າປະເວນີແອບແຝງ ຢູ່ໃນຮ້ານປະເພດດັ່ງກ່າວ, ເຊິ່ງໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຄໍາມ່ວນ ສາມາດມ້າງໄປແລ້ວ ຈໍານວນ 4 ຮ້ານ ແລະກັກໂຕຜູ້ຖືກກ່າວຫາເພດຍິງ ຈໍານວນ 12 ຄົນ ເຊິ່ງເຈົ້າໜ້າທີ່ຕໍາຣວດ ໄດ້ສລຸບສົ່ງໃຫ້ອັຍການແຂວງຄໍາມ່ວນ ຕາມລະບຽບກົດໝາຍ, ອີງຕາມການຣາຍງານ ຂອງທ່ານ ພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ.