ຫຼາຍແຂວງຂອງລາວ ຍັງມີຄົນງານຕ່າງປະເທດອີກຈໍານວນຫຼາຍ ບໍ່ມາຂຶ້ນທະບຽນ ຕາມກົດໝາຍ ໂດຍສະເພາະ ຄົນງານວຽດນາມ ທີ່ ເຂົ້າມາເຮັດວຽກກໍ່ສ້າງ, ຄ້າຂາຍ ແລະເປັນກັມມະກອນສວນຢາງພາຣາ ຕາມຊາຍແດນລາວ-ວຽດນາມ, ຕົວຢ່່າງ: ແຂວງສະຫວັນນະເຂດ ທີ່ມີຄົນວຽດນາມ ເຂົ້າມາເຮັດວຽກ ບໍ່ຖືກຕ້ອງກົດໝາຍຢ່າງຫຼວງຫຼາຍ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກແຮງງານແລະສວັດດີການສັງຄົມ ແຂວງສະຫວັນນະເຂດ ໃນວັນທີ 8 ມີນາ ນີ້:
“ຫຼາຍໆ, ວຽດນາມເຂົ້າມາຫຼາຍ, ເພາະວ່າມັນກໍ ເພິ່ນກໍເຂົ້າມາເຮັດອາຊີບສງວນຂອງຄົນລາວ ກໍມີຢູ່ ມາເຮັດວຽກກໍ່ສ້າງ, ເຮັດວຽກກ່ຽວກັບ ສວນຢາງ ແລ້ວກໍຄ້າຂາຍຕ່າງໆຫັ້ນແຫຼະ.”
ແຂວງຫົວພັນ ກໍເປັນອີກແຂວງນຶ່ງ ທີ່ມີຊາຍແດນຕິດກັບວຽດນາມ ແລະມີຄົນວຽດນາມເຂົ້າມາເຮັດວຽກ ແບບຜິດກົດໝາຍຫຼາຍຮ້ອຍຄົນ, ອີງຕາມຣາຍງານການຂຶ້ນທະບຽນ ໃນປີ 2018 ຜ່ານມາ, ແຕ່ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ເວົ້າວ່າ ຈາກສະພາບ ຕົວຈິງແລ້ວ ຍັງມີຄົນງານວຽດນາມ ອີກຫຼາຍຮ້ອຍຄົນ ຍັງບໍ່ມາຂຶ້ນ, ດັ່ງທ່ານກ່າວວ່າ:
“ຫຼາຍໆເຈົ້າ, ຕາມຈໍານວນທີ່ເຮັດບັດໄດ້ຫັ້ນ, ສອງສາມຮ້ອຍ, ແຕ່ຕົວຈິງຄືສິຫຼາຍ ແຕ່ເຂົາບໍ່ມາເຮັດບັດ.”
ທ່ານຄໍາແພງ ໄຊສົມແພງ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ເນັ້ນໜັກ ໃຫ້ກົມຄຸ້ມຄອງແຮງງານ ເອົາໃຈໃສ່ຄຸ້ມຄອງ ແລະກວດກາແຮງງານຕ່າງປະເທດ ໃນໂຄງການຕ່າງໆທົ່ວປະເທດ ຮວມເຖິງເຂດເສຖກິຈພິເສດທຸກແຫ່ງ, ໃຫ້ຂຶ້ນ ທະບຽນຄົນງານຕາມ ກົດໝາຍ ຕາມກໍານົດ, ດັ່ງເຈົ້າໜ້າທີ່ກົມຄຸ້ມຄອງແຮງງານ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ ໄທເຮົາກໍກໍາລັງແຈ້ງໃຫ້ແຕ່ລະບ້ານ, ແຕ່ລະເມືອງຫັ້ນແລ້ວເນາະ, ໃຫ້ຂະເຈົ້າຂຶ້ນບັນຊີ ອອກບັດອະນຸຍາດ, ເພາະວ່າຣັຖບານມອບ ໃຫ້ວ່າ, ໃຫ້ຂຶ້ນສໍາເຣັດທຸກຫົວໜ່ວຍທຸຣະກິຈ, ຫຼືວ່າ ຜູ້ທີ່ເຄື່ອນໄຫວດ້ວຍຕົນເອງ, ກໍມາເຮັດຂອງຕົນເອງຄັນເປັນ ບຸກຄົນ ເພິ່ນໃຫ້ປະຕິບັດ ຕາມກົດຣະບຽບ ຕາມການແຈ້ງການຂອງຣັຖບານຫັ້ນແຫຼະ.”
ປັດຈຸບັນມີຄົນງານຕ່າງປະເທດ ເຂົ້າມາເຮັດວຽກຢູ່ໃນປະເທດລາວ, ຜ່ານການກວດກາເຫັນວ່າມີປະມານ 50 ພັນຄົນ ໃນນັ້ນ 17 ພັນປາຍ ຄົນຍັງບໍ່ຂຶ້ນທະບຽນ, ອີງຕາມຣາຍງານ ຂອງກົມຄຸ້ມຄອງແຮງງານ ປີ 2018, ຊຶ່ງຫຼຸດລົງຈາກປີ 2017 ທີ່ມີປະມານ 24 ພັນປາຍຄົນ.
ກຸ່ມຄົນງານຕ່າງປະເທດ ທີ່ເຮັດວຽກໃນລາວຫຼາຍທີ່ສຸດຄື, ຄົນງານຈີນແລະວຽດນາມ, ຊຶ່ງສ່ວນໃຫຍ່ແຮງງານທີ່ນໍາເຂົ້າ ແມ່ນເພື່ອເຮັດວຽກ ໃນໂຄງການກໍ່ສ້າງຕ່າງໆ ເປັນຕົ້ນ ໂຄງການກໍ່ສ້າງທາງຣົດໄຟ, ເຂື່ອນໄຟຟ້າ ແລະ ການຂຸດຄົ້ນບໍ່ແຮ່.
ເຈົ້າໜ້າທີ່ກົມຄຸ້ມຄອງແຮງງານກ່າວຕື່ມວ່າ, ການກວດກາຄົນງານຕ່າງປະເທດໃນລາວ, ຍັງພົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະ ຄວາມຮ່ວມມືຈາກພາກສ່ວນຕ່າງໆ ໃນການປະຕິບັດວຽກງານກວດກາ ເຊັ່ນວ່າ: ຣະຫວ່າງພາກຣັຖ ກັບເຈົ້າຂອງໂຮງງານ ແລະຣະຫວ່າງ ເຈົ້າໜ້າທີ່ຣັຖນໍາກັນເອງ ທີ່ບໍ່ພົວພັນປະສານງານກັນ ຢ່າງມີປະສິດຕິພາບ ຈຶ່ງເຮັດໃຫ້ບໍ່ສາມາດກວດກາ ຄົນງານຕ່າງປະເທດໄດ້ສໍາເຣັດ.