ຄົບຮອບ 1 ປີ ທີ່ນັກເຄື່ອນໄຫວລາວ ຖືກຍິງເສຍຊີວິດ ຢູ່ໄທ

ອຸ່ນແກ້ວ
2024.05.15
ຄົບຮອບ 1 ປີ ທີ່ນັກເຄື່ອນໄຫວລາວ ຖືກຍິງເສຍຊີວິດ ຢູ່ໄທ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ປະຊາທິປະໄຕຊາວລາວ ຖືກຍິງເສຍຊີວິດ ຢູ່ທ້າຍບ້ານໂນນຈິກ ຕາແສງວາຣິນ ເມືອງສີເມືອງໃໝ່ ແຂວງອຸບົນຣາຊະທານີ ປະເທດໄທຍ. ວັນທີ 16 ພຶດສະພາ 2023.
RFA

ໃນຮອບ 1 ປີ ທີ່ຜ່ານມາ, ທາງການໄທ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີການສືບສວນ-ສອບສວນ, ເກັບກໍາຂໍ້ມູນ ແລະ ໄດ້ສະຫຼຸບວ່າ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ ນັກເຄື່ອນໄຫວເພື່ອປະຊາທິປະໄຕ ໃນລາວ ຖືກຄາດຕະກຳດ້ວຍອາວຸດປືນ ແຕ່ບໍ່ສາມາດຈັບໂຕຜູ້ລົງມືຄາດຕະກໍາໄດ້.

ທ້າວ ບຸນສວນ ໄດ້ຮັບສະຖານະລີ້ໄພ ທາງການເມືອງ ຢູ່ປະເທດໄທ ຈາກສຳນັກງານຂ້າຫຼວງໃຫຍ່ ຜູ້ລີ້ໄພແຫ່ງສະຫະປະຊາຊາດ ຫຼື UNHCR.    

ພັນຕໍາຫຼວດເອກ ສັກໄຊ ເກດໂກມົນ ຜູ້ກໍາການຕໍາຫຼວດພູທອນ ສີເມືອງໃໝ່ ແຂວງອຸບົນຣາຊະທານີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶດສະພາ ວ່າ:

(ພາສາໄທ) ພວກເຮົາກໍພະຍາມຕິດຕາມ ຖ້າເວລາມີການຈັບປືນ ຫຼືວ່າ ອິຫຍັງ ປືນທີ່ມີຂະໜາດກົງກັນ ເຮົາກໍຈະມີການເອົາໄປກວດພິສູດ ຫົວລູກປືນວ່າ ເປັນກະບອກດຽວກັນກັບລູກປືນ ຂອງກາງ ຫຼືບໍ່ ແຕ່ກໍຍັງບໍ່ກົງກັນມາຕະຫຼອດໝົດປີ. ກວດເປັນ 10​ ຄົນແລ້ວ ເວລາຈັບປືນໄດ້ ກໍຄົງເປັນຄາດຕະກໍາຫັ້ນແຫຼະ ແຕ່ວ່າ ຍັງບໍ່ ເຮົາຍັງບໍ່ມີໂຕ ຫຼືວ່າ ຂອງກາງເຮົາບໍ່ໄດ້ໂຕ.

ທີ່ຜ່ານມາ, ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງອຸບົນຣາຊະທານີ ກໍໄດ້ລາຍງານເຫດການທີ່ເກີດຂຶ້ນ ໃຫ້ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ຂອງໄທ ໄດ້ຮັບຮູ້ແລ້ວ ແລະ ປະສານຫາທາງການລາວ.

ພັນຕໍາຫຼວດເອກ ສັກໄຊ ເກດໂກມົນ ໄດ້ກ່າວວ່າ:

(ພາສາໄທ) ລາວເປັນຜູ້ລີ້ໄພຫັ້ນນ່າ ທາງການ, ທາງນັ້ນ ເຂົາກໍບໍ່ໄດ້ຕິດຕໍ່ມາ ແຕ່ເຮົາກໍລາຍງານຜ່ານພວກກະຊວງການຕ່າງປະເທດ. ຜ່ານກວດຄົນເຂົ້າເມືອງອິຫຍັງແລ້ວ ກໍ ເຮົາກໍລາຍງານຂໍ້ມູນໄປໃຫ້ທາງນັ້ນຊາບແລ້ວ ເພາະວ່າ ເຮົາເປັນໜ່ວຍຍ່ອຍໃນພື້ນທີ່. ເຮົາກໍຕ້ອງລາຍງານຜູ້ບັງຄັບບັນຊາຂຶ້ນໄປ ເຮົາຈະບໍ່ປະສານເອງ.

ກ່ອນໜ້ານີ້, ພັນຕໍາຫຼວດເອກ ສັກໄຊ ເກດໂກມົນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ເຈົ້າໜ້າທີ່ຊຸດສືບສວນ ສອບສວນ ໄດ້ລົງພື້ນທີ່ເກັບຫຼັກຖານ ທີ່ເປັນວັດຖຸ ແລະ ໄດ້ສືບປາກຄໍາ ຈາກພິຍານ ບຸກຄົນແລ້ວ ເປັນຈໍານວນ 20 ຄົນ.

ໂຄສົກ ອົງການນິລະໂທດສະກໍາສາກົນ ຫຼື Amnesty International ໄດ້ກ່າວວ່າ ໃນວັນທີ 14 ພຶດສະພາ ວ່າ:

(ພາສາໄທ) 4 ຜູ້ຊ່ຽວຊານ ກັບ 2 ຄະນະເຮັດວຽກ ໄດ້ຮ່ວມກັນ ເພື່ອທີ່ຈະຂຽນຈົດໝາຍ ສະບັນໜຶ່ງຂຶ້ນມາ ເກັບກໍາຂໍ້ມູນ ກ່ຽວກັບນັກປົກປ້ອງສິດ ຫຼືວ່າ ນັກເຄື່ອນໄຫວ ທີເຮັດວຽກເຄື່ອນໄຫວ ໃນປະເທດລາວ ແລ້ວ ຖືກລະເມີນດສິດນີ້. ເກັບກໍາມາໄດ້ຫຼາຍກໍລະນີ ແລ້ວຈຶ່ງສົ່ງໄປໃຫ້ລັດຖະບານລາວ ໃນວັນທີ 13 ກັນຍາ 2023, ແຕ່ ລັດຖະບານລາວ ກໍຍັງບໍ່ທັນໄດ້ຕອບກັບມາແຕ່ຢ່າງໃດ.

ທ່ານ ກ່າວຕື່ມວ່າ ສໍາລັບຜູ້ຊ່ຽວຊານ 4 ທ່ານ ປະກອບມີ ຜູ້ຊ່ຽວຊານດ້ານປົກປ້ອງສິດທິມະນຸດ, ການກວດສອບການສັງຫານ ນອກລະບົບ, ເສລີພາບໃນການສະແດງອອກ ແລະ ການກວດສອບ ການຊ້ອມທໍລະມານ ສ່ວນຄະນະເຮັດວຽກອີກ 2 ຊຸດ ປະກອບມີ ຄະນະເຮັດວຽກ ກ່ຽວກັບການຄວບຄຸມໂຕ ໂດຍພະລະການ ແລະ ຄະນະເຮັດວຽກ ກ່ຽວກັບການບັງໃຫ້ບຸກຄົນຫາຍສາບສູນ.

ໂຄສົກ ອົງການນິລະໂທດສະກໍາສາກົນ ຍັງກ່າວຕື່ມວ່າ:

(ພາສາໄທ) ຫຼາຍອົງກອນກ່ຽວກັບສິດທິມະນຸດ ໃນປະເທດລາວ ຫຼື ສິດທິມະນຸດ ທີ່ກ່ຽວຂ້ອງກັບປະເທດລາວ. ກໍມີການຍົກກະລະນີ ຂອງ ທ້າວ ບຸນສວນ ຂຶ້ນມາເວົ້າເລື້ອງໆ ເພາະວ່າ ມັນເປັນກໍລະນີທີ່ຮ້າຍແຮງ. ເປັນກໍລະນີ ປາບປາມຂ້າມຊາດ ທີ່ຄົນລາວໃນປະເທດໄທ ຖືກຄາດຕະກໍາເສຍຊີວິດ. ມີການສົ່ງຂໍ້ມູນໄປໃຫ້ຊ່ຽວຊານຂອງສະຫະປະຊາຊາດ.​

ການປາບປາມນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແມ່ນເຮັດໃຫ້ປະຊາຊົນເກີດຄວາມຢ້ານກົວ ທີ່ຈະສະແດງຄໍາຄິດ ຄໍາເຫັນ.

ທ່ານ ຟິວ ໂຣເບີດສັນ, ຜູ້ອໍານວຍການ ສູນສະໜັບສະໜູນສິດທິມະນຸດ ແລະ ແຮງງານ ເອເຊຍ ຫຼື Asia Human Rights and Labor Advocates (AHRLA) ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນດຽວກັນວ່າ:

ລັດຖະລາາວ ມັກດໍາເນີນການແນວທາງ ຂ້າໄກ່ໃຫ້ລິງເບິ່ງ ເພື່ອໃຫ້ນັກເຄື່ອນໄຫວຄົນອື່ນໆ ເກີດຄວາມຮູ້ສຶກຢ້ານກົວ ແລະ ບໍ່ກ້າເຮັດຕາມ ຊຶ່ງວິທີການດັ່ງກ່າວ ໄດ້ເຮັດໃຫ້ເກີດບັນຍາກາດແຫ່ງຄວາມຢ້ານກົວ ແລະ ເຮັດໃຫ້ບໍ່ມີຜູ້ໃດກ້າທີ່ຈະຈັດກິດຈະກໍາແນວໃດ ເພື່ອເປັນການຕໍ່ຕ້ານລັດຖະບານ.

ທ່ານ ຟິວ ໂຣເບີດສັນ ກ່າວຕື່ມວ່າ ທ້າວ ບຸນສວນ ກິດຕິດຍາໂນ ເປັນນັກເຄື່ອນໄຫວອາວຸໂສ ຂອງກຸ່ມ Free Lao ແລະ ເຖິງແມ່ນວ່າ ເຈົ້າໜ້າທີ່ລາວ ແລະ ເຈົ້າໜ້າທີ່ໄທ ຈະຍັງບໍ່ສາມາດໃຫ້ລາຍລະອຽດກ່ຽວກັບການເສຍຊີວິດຂອງຜູ້ກ່ຽວໄດ້ ແຕ່ ຜູ້ຄົນຈໍານວນຫຼາຍ ກໍເຊື່ອວ່າ ເຫດການທີ່ເກີດຂຶ້ນ ແມ່ນເປັນການລອບສັງຫານແບບມີເປົ້າໝາຍ ຊຶ່ງມີຄວາມຈໍາເປັນທີ່ ທາງການທັງສອງປະເທດ ຕ້ອງປະສານຄວາມຮ່ວມມື ໃນການນໍາສຶບຄະດີຢ່າງຈິງຈັງ.  

ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕໃນລາວ ຖືກຕາດຕະກໍາ ຢູ່ແຄມທາງ ໃນບໍລິເວນບ້ານໂນນຈິກ ຕາແສງວາຣິນ ເມືອງສີເມືອງໃໝ່ ແຂວງອຸບົນຣາຊະທານີ ໃນວັນທີ 16 ພຶດສະພາ 2023.

ກ່ອນທີ່ຜູ້ກ່ຽວຈະຖືກຍິງເສຍຊີວິດ, ທ້າວ ບຸນສວນ ກໍາລັງຢູ່ໃນຂັ້ນຕອນລໍຖ້າ ທີ່ຈະເດີນທາງໄປລີ້ໄພການເມືອງຢູ່ປະເທດທີ 3 ຄື ປະເທດອອສເຕຣເລຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.