ຜູ້ສັງຫານຄຸນພໍ່ຍັງບໍ່ຖືກ ໃສ່ໂທດ

0:00 / 0:00

ເຈົ້າຫນ້າທີ່ ຮັກສາ ຄວາມສງົບ ທີ່ ແຂວງ ຫຼວງພຣະບາງ ເວົ້າວ່າ, ຊາຍໜຸ່ມ ຜູ້ຕ້ອງຫາ ໃນຄະດີ ຄາຕກັມ ຄຸນພໍ່ ສິງແກ້ວ ວົງກົງແພງ ຜູ້ສອນ ສາສນາ ຄຣິສຕຽນ ຢູ່ ບ້ານ ນາອ່າງ ເມືອງ ຈອມເພັດ ແຂວງ ຫຼວງພຣະບາງ, ປັດຈຸບັນ ຍັງບໍ່ຖືກ ນຳຕົວ ຂຶ້ນ ສານ ເທື່ອ, ຍັງຂັງຢູ່ ໃນຄຸກ ທີ່ ແຂວງ ຫຼວງພຣະບາງ ປາສຈາກ ການ ປະກັນ ຕົວ. ເຖິງວ່າ ເຈົ້າຫນ້າທີ່ ໄດ້ ສືບສວນ ແລະ ເກັບ ລັກຖານ ຄົບຖ້ວນ ແລ້ວ ກໍຕາມ ດັ່ງທ່ານ ກ່າວວ່າ:

"ຍັງຍັງ ທາງເມືອງ ພວກເຮົາ ມອບໃຫ້ ທາງແຂວງ ທາງແຂວງ ເພີ່ນດຳເນີນ ແລ້ວເດີ ຄົນໃນ ພື້ນທີ່ ນີ້ແຫຼະ ຊິ ເອົາຕາມ ເຮັດ ຂອງມັນຫັ້ນ ແລ້ວເນາະ ໄດ້ເອົາ ເຣື້ອງ ຫັ້ນ ແຫລະ".

ທ່ານກ່າວ ຕື່ມວ່າ ຜ່ານມາ ພັລຍາ ແລະ ຄອບຄົວ ຂອງ ຜູ້ເສັຽ ຊີວິດ ໄດ້ເລັ່ງ ໃຫ້ ເຈົ້າຫນ້າທີ່ ຕຳຣວດ ດຳເນີນ ຄະດີ ໃຫ້ໄວ ແລະ ລົງໂທດ ຢ່າງ ຮຸນແຮງ ເພາະ ຊາວບ້ານ ຫຼາຍຄົນ ຍອມຮັບ ບໍ່ໄດ້ ກ່ຽວກັບ ການ ສັງຫານ ຄຸນພໍ່ ສິງແກ້ວ ຢ່າງ ໂຫດຫ້ຽມ. ທາງ ເຈົ້າຫນ້າທີ່ ບອກວ່າ ຈະມີການ ຕັດສີນ ຄະດີ ຜູ້ຕ້ອງຫາ ແບບ ເປັນທັມ ຢ່າງ ແນ່ນອນ ຍ້ອນເປັນ ຄະດີ ທ້າທາຍ ຕໍ່ ກົດຫມາຍ ບ້ານເມືອງ.

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປ ຍັງ ຫ້ອງການ ຄະດີ ແຂວງ ຫຼວງພຣະບາງ ເພື່ອ ຂໍ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ ຂໍ້ມູນ ເພີ້ມຕື່ມ ໄດ້ ຍ້ອນ ກຳລັງ ປະກອບ ສຳເນົາ ເພື່ອ ສົ່ງ ຟ້ອງ ສານ.

ຄຸນພໍ່ ສິງແກ້ວ ຖືກຄົນ ເມົາຢາບ້າ ເອົາມີດແທງ ຈົນ ເສັຽ ຊີວິດ ໃນເຮືອນ ຂອງ ທ່ານເອງ ໃນ ວັນທີ 8 ກັນຍາ ຜ່ານມາ ຊາວ ຄຣີສຕຽນ ທີ່ ແຂວງ ຫຼວງພຣະບາງ ເຊື່ອວ່າ ຄົນຮ້າຍ ທີ່ເຂົ້າໄປ ແທງ ຄຸນພໍ່ ນັ້ນ ອາດເປັນພວກ ທີ່ ພຍາຍາມ ລັກພາຕົວ ຄຸນພໍ່ ສີງແກ້ວ ແລະ ຄອບຄົວ ແຕ່ເກີດມີ ການຂັດຂຶນ ຈື່ງ ຖືກ ແທງ.