2 ທັນວາ 45 ປີ ຫຼາຍແຂວງ ຈະບໍ່ຈັດໃຫຍ່

ຈຳປາທອງ
2020.11.30
2 ທັນວາ 45 ປີ ຫຼາຍແຂວງ ຈະບໍ່ຈັດໃຫຍ່ ການປະດັບປະດາ ດອກໄຟແຄມທາງ ຕາມຖນົນລ້ານຊ້າງ ເນື່ອງໃນວັນສະຖາປະນາ ສປປລາວ 45 ປີ. ຮູບຖ່າຍເມື່ອ: ເດືອນພຶສຈິກາ 2020. ໂດຍ: TS
RFA

ຢູ່ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ໃນປີ 2020 ນີ້, ຈະບໍ່ມີພິທີ ສລອງວັນຊາດ ສປປລາວ ທີ 2 ທັນວາ ຄົບຮອບ 45 ປີໃຫຍ່ ຍ້ອນຫຼາຍສາເຫດ ເປັນຕົ້ນແມ່ນ ບັນຫາຫຍຸ້ງຍາກ ທາງດ້ານເສຖກິຈ ແລະ ການເງິນ ແລະ ມີມາຕການ ເຝົ້າຣະວັງ ການແຜ່ຣະບາດ ຂອງໂຄວິດ-19. ດັ່ງເຈົ້າໜ້າທີ່ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິກາ ນີ້ວ່າ:

ບໍ່ເຮັດໃຫຍ່ແຫຼະເນາະ ເພາະວ່າ ມັນກະອີງໃສ່ ສະພາບໂລກ, ຫັ້ນແຫຼະ. ໂຄວິດ ມັນລວມໂຕກັນ ບໍ່ໄດ້ຫຼາຍ ແຕ່ລະປີຫັ້ນ ໄປຢູ່ ລວມມິດຕິ້ງເນາະ. ປີນີ້, ກະບໍ່ໄດ້ຮັບແຈ້ງ ກະເລີຍຊິບໍ່ໄດ້ໄປດອກ ຍິນເພິ່ນວ່າ ສລອງທາງດ່ວນເບາະ ແລ້ວກະປ້ອງກັນ ເວນຍາມ, ຫັ້ນແຫຼະ.

ທ່ານກ່າວຕື່ມວ່າ ສໍາລັບຊາວບ້ານ ຢູ່ເຂດຂອງຕົນ ໃນໂອກາດ ວັນຊາດ ທີ 2 ທັນວາ ທີ່ຈະມາເຖິງນີ້, ຈໍານວນນຶ່ງ ໄດ້ປັກທຸງຊາດ ເປັນສັນຍາລັກ ຕາມເຮືອນໃຜລາວ, ແຕ່ຈະບໍ່ມີ ການຈັດກິຈກັມ ຫຼືຈັດງານ ລື້ນເລີງ ຢູ່ໃນບ້ານ ເພາະປະຕິບັດ ຕາມມາຕການ ຂອງທາງການ ຢ່າງເດັດຂາດ.

ຢູ່ແຂວງອຸດົມໄຊ, ທັງໃນໂຕເມືອງ ແລະ ຢູ່ເຂດຊົນນະບົດ ກໍຈະບໍ່ມີ ການສລອງໃຫຍ່ ໂດຍທີ່ບາງບ່ອນ ຈະຈັດສລອງ ເລັກໆນ້ອຍໆ ຍ້ອນມີຄໍາສັ່ງ ໃຫ້ປະຊາຊົນ ຫຼີກລ້ຽງ ການເຕົ້າໂຮມກັນຫຼາຍ. ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເພິ່ນກະຈັດຢູ່ ຄືບໍ່ໄດ້ໃຫຍ່ ຄືທີ່ຜ່ານມາເດ໋, ເພິ່ນເຮັດທັມດາ ເພິ່ນບໍ່ເຮັດ ຊຸມນຸມໃຫຍ່ດ໋ອກ ໂຄວິດເດ໋. ເຮັດອີ່ຫຍັງ ກະບໍ່ໄດ້ ຍັງຍາກອັນນັ້ນຢູ່ ແບບລັກສະນະ ທີ່ວ່າ ຕ້ອງຣະມັດຣະວັງ ຢູ່ຫັ້ນນ່າ. ງານໃຫຍ່ໆ ເພິ່ນບໍ່ໄດ້ຈັດ.

ສໍາລັບຢູ່ເມືອງພູກູດ ແຂວງວຽງຈັນ, ເຈົ້າໜ້າທີ່ເມືອງນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິກາ ນີ້ວ່າ ສະເພາະ ຢູ່ເມືອງພູກູດນີ້ ຈະບໍ່ສລອງ ວັນຊາດໃຫຍ່, ແຕ່ຍັງຈະຈັດ ປາຖະກະຖາ ຄືທຸກປີ ທີ່ຜ່ານມາ, ແຕ່ຜູ້ທີ່ ຈະເຂົ້າຮ່ວມນັ້ນ ຕ້ອງໄດ້ມີ ການກວດຫາ ເຊື້ອໂຄວິດ-19 ຢ່າງເຂັ້ມງວດ. ດັ່ງທີ່ທ່ານກ່າວວ່າ:

ບໍ່, ໄທເຮົາກະເຮັດ ຫວນຄືນເນາະ ປາຖະກະຖາ. ໂຄວິດ ໄທເຮົາກະ ມີການກັນເນາະ ມີການວັດແທກ ມີການນັ້ນ ຄັກແນ່ເນາະ. ໄທເຮົາ ກະມີແພດ ມີຫຍັງປະຈໍາ. ມີເທົ່າທີ່ ກວດກາອູນຫະພູມ ຄັກແນ່. ໄທເຮົາ ບໍ່ໄດ້ເຮັດ ກິຈກັມຫຍັງ.

ໃນຂະນະດຽວກັນ, ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີນີ້, ຊາວລາວບາງສ່ວນ ບໍ່ມີຄວາມຮູ້ສຶກ ຕື່ນເຕັ້ນຫຍັງຫຼາຍ, ບໍ່ປັກທຸງຊາດ ຢູ່ໜ້າເຮືອນ, ແລະວ່າ ບໍ່ເຄີຍປັກຈັກເທື່ອ, ບໍ່ມີເວລາໄປຫາຊື້ ແລະ ບໍ່ໄດ້ເຮັດຫຍັງ. ດັ່ງທີ່ນາງກ່າວວ່າ:

ບໍ່ເຄີຍປັກຈັກເທື່ອ ທຸງຫຍັງຂະເຈົ້າຂາຍ ກະບໍ່ເຄີຍມີຢູ່ເຮືອນ ບໍ່ຄ່ອຍເຮັດ ປານໃດ ບໍ່ໄດ້ມີກິຈກັມຫຍັງ. ບໍ່ໄດ້ເຮັດຫຍັງ ຈະແມ່ນຜູ້ນໍາ ອາຈແມ່ນອີ່ຫຍັງ ເພິ່ນສລອງ ໃນວົງແຄບ ກະບໍ່ປະດອກ. ເພິ່ນຕ້ອງສລອງ ເປັນທາງການມີຢູ່. ແຕ່ວ່າ ປະຊາຊົນແທ້ໆ ເຮັດເປັນຂະບວນ ໃຫຍ່ໆຫັ້ນ, ບໍ່ຄ່ອຍມີ, ດຽວນີ້.

ນາງເວົ້າຕື່ມອີກວ່າ ສໍາລັບວັນຊາດ ໃນປີນີ້ ຕາມແນວຄິດ ຂອງຕົນ ແມ່ນຢາກໃຫ້ ຣັຖບາລ ແລະ ພາກສ່ວນທາງການ ທີ່ກ່ຽວຂ້ອງ ເພີ່ມຄວາມເອົາໃຈໃສ່ ວຽກງານ ສະກັດກັ້ນ ການແຜ່ຣະບາດ ຂອງເຊື້ອພະຍາດ ໂຄວິດ-19 ໃນລາວ ເພື່ອໃຫ້ປະຊາຊົນ ສາມາດ ກັບມາໃຊ້ຊີວິດໄດ້ ຕາມປົກກະຕິ ໃນປີໜ້າ, ເຊິ່ງຕົນ ແລະ ຊາວບ້ານຫຼາຍຄົນ ກໍບໍ່ສະບາຍໃຈ ຫຼັງຈາກຮູ້ຂ່າວວ່າ ຍັງມີຜູ້ຕິດເຊື້ອ ຢູ່ລາວຕື່ມອີກ.

ສໍາລັບ ຄົນງານລາວ ທີ່ເຮັດວຽກ ຢູ່ສວນກ້ວຍຈີນ ແຫ່ງນຶ່ງ ໃນເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິກາ ນີ້ວ່າ ໃນໂອກາດ ວັນຊາດ ສປປລາວ ທີ 2 ທັນວາ ນີ້, ນາຍຈ້າງ ທີ່ເປັນຄົນຈີນ ບໍ່ຖືເປັນມື້ພັກ, ໃຫ້ຄົນງານ ເຮັດວຽກ ບໍ່ຄືກັນກັບ ນາຍຈ້າງ ທີ່ເປັນຄົນລາວ ທີ່ໃຫ້ພັກວຽກ ແລະວ່າ ຕົນຕ້ອງໄດ້ເຮັດວຽກ ຕາມປົກກະຕິ.

ບໍ່, ບໍ່ໄດ້ພັກວຽກ ເຮັດວຽກສູ່ມື້ ບໍ່ໄດ້ພັກນໍາ. ມື້ໃດກະໄປ ຈົນໄດ້ແລ້ວກ້ວຍ ຈົນໄດ້ຕັດໝົດ ແລ້ວຈຶ່ງໄດ້ພັກ. ເມືອບ້ານ ປະມານ 3 ເດືອນນີ້ແລ້ວ ໄດ້ເມືອແລ້ວ.

ອີງຕາມແຈ້ງການ ຫຼ້າສຸດ ຂອງຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ວ່າດ້ວຍ ມາຕການ ປ້ອງກັນໄວຣັສ ໂຄວິດ-19 ແລ້ວແມ່ນວ່າ ອະນຸຍາດໃຫ້ ຈັດກິຈກັມ ສລອງວັນຊາດ ທີ 2 ທັນວາ, ແຕ່ໃຫ້ຈໍາກັດ ຈໍານວນຜູ້ເຂົ້າຮ່ວມ ຢ່າງເໝາະສົມ ແລະ ປະຕິບັດຕາມ ມາຕການ ຂອງກະຊວງ ສາທາຣະນະສຸຂ ຢ່າງເຂັ້ມງວດ.

ໃນມື້ວັນທີ 30 ພຶສຈິກາ ນີ້, ກະຊວງປ້ອງກັນປະເທດ ສປປລາວ ໄດ້ມີການສາທິດ ການຊ້ອມຣົບ ຢູ່ວິທຍາຄານ ການທະຫານ ກົມມະດໍາ ທີ່ນໍ້າຊວງ ຢູ່ນະຄອນຫຼວງວຽງຈັນ ເພື່ອສລອງ ວັນສ້າງຕັ້ງ ສປປລາວ ຄົບຮອບ 45 ປີ, ໂດຍມີທ່ານ ບຸນຍັງ ວໍຣະຈິດ, ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແລະ ນາຍົກຣັຖມົນຕຣີ, ທ່ານ ທອງລຸນ ສີສຸລິດ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.