ຊາວລາວປະທ້ວງ ວັນທີ 2 ທັນວາ

ອະວາຣີ
2018.12.03
ຊາວລາວ ໃນສະຫະຣັຖ ປະທ້ວງວັນທີ 2 ທັນວາ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ.
RFA/MA

ຊາວລາວ ໃນຕ່າງປະເທດ ຈາກ 11 ອົງການ ໄດ້ພາກັນມາໂຮມຊຸມນຸມ ຢູ່ຕໍ່ໜ້າສະຖານທູດ ສປປລາວ ໃນວັນທີ 1 ທັນວາ 2018 ນີ້ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັຖອະເມຣິກາ. ນັກຂ່າວເອເຊັຽເສຣີ ຖາມວ່າ.

ພວກທ່ານມາໂຮມຊຸມນຸມກັນ ເທື່ອນີ້ ເນື່ອງໃນໂອກາດໃດ?:

“ພວກເຮົາມາຮ່ວມປະທ້ວງ ວັນທີ 2 ທັນວາ ເປັນວັນມະຫາວິວາດ ເປັນວັນສູນເສັຍຊາດ ຂອງລາວຂອງເຮົາ.”

ໃນການມາປະທ້ວງເທື່ອນີ້ ມີຄຳຮຽກຮ້ອງຫຼາຍຢ່າງ ຕົວຢ່າງຄຳຮຽກຮ້ອງ 3 ຢ່າງ ທີ່ສຳຄັນທີ່ສຸດ ທຳອິດນີ້ມີຫຍັງແດ່?:

“ນຶ່ງແມ່ນໃຫ້ປ່ອຍນັກໂທດ ທີ່ຖືກຈັບກຸມຄຸມຂັງ ລູກລາວແລະຫຼານລາວ ໃນປັດຈຸບັນນີ້ ກະມີ 3 ຄົນ ທີ່ເດີນທາງກັບປະເທດໄປຕໍ່ໜັງສືຫັ້ນ.”

ອີກຂໍ້ນຶ່ງທີ່ສຳຄັນ ຄືປະກົດວ່າຂໍຮຽກຮ້ອງໃຫ້ຣັຖບານລາວ ປ່ອຍຕົວນັກໂທດການເມືອງບໍ໊?

“ເຈົ້າແມ່ນແລ້ວ ນັກໂທດການເມືອງທີ່ຖືກກັັກຂັງ ທີ່ມີຊື່ແລະບໍ່ມີຊື່ ຢູ່ໃນລາວປັດຈຸບັນນີ້.”

ພວກມີຊື່ແມ່ນໃຜ?

“ພວກມີຊື່ແມ່ນ ທ່ານ ສົມບັດ ສົມພອນ ຮູ້ວ່າບັງຄັບໃຫ້ຫາຍສາບສູນ ຜູ້ທີ່ສອງມາກະແມ່ນ ທ່ານ ບຸນທັນ ທັມມະວົງ ເປັນເຊື້ອຊາດລາວ ສັນຊາດໂປໂລ້ຍ ແລະກະບຸກຄົນອື່ນໆອີກ.”

ນັ້ນແມ່ນຄຳຕອບຂອງ ທ່ານ ວັນລັງ ຄຳສຸກ ພັນທະມິດ ເພື່ອ ປະຊາທິປະຕັຍ.

ສຳລັບເຈົ້າເດຢາກຮຽກຮ້ອງຫຍັງ?

“ຢາກຮຽກຮ້ອງໃຫ້ລົບລ້າງສັນຍາພິເສດ ຣະຫວ່າງລາວ-ວຽດນາມ ເພິ່ນເຊັນກັນ ເພາະວ່າສັນຍານີ້ ເປັນສັນຍາວຽດນາມໄດ້ປຽບ.”

ທີ່ດິນເດ້ ເຣື້ອງບັນຫາທີ່ດິນເດ້ ພວກປະທ້ວງພວກທ່ານ ມີຄຳຮຽກຮ້ອງແນວໃດ?

“ຮຽກຮ້ອງບໍ່ຢາກໃຫ້ຣັຖບານລາວ ມີການສັມປະທານທີ່ດິນ ໃຫ້ແກ່ນາຍທຶນຕ່າງດ້າວ ດິນຂອງພວກເຮົາ ແມ່ນຊາວຕ່າງດ້າວ ແມ່ນນາຍທຶນ ຕ່າງດ້າວ ຄອບຄຸມເບິດ ສ່ວນປະຊາຊົນນິ່ ມີແຕ່ເສັຍຜົນປະໂຫຍດ.”

ເວົ້າໂດຍລວມໆລະພວກທ່ານມາປະທ້ວງເທື່ອນີ້ເພື່ອຮຽກຮ້ອງຫຍັງ?

“ກະຫຼັກໃຫຍ່ ກະແມ່ນຢາກແນ່ໃສ່ ຢາກໃຫ້ ສປປລາວ ຄນະນຳຂອງພວກເພິ່ນ ໃຫ້ປ່ຽນຣະບົບການປົກຄອງ ຊຶ່ງເປັນຣະບອບພັກດຽວນັ້ນ ຜະເດັດການ ຄອມມຸຍນິດ ຫັ້ນ ມາເປັນຣະບອບປະຊາທິປະຕັຍ.”

ຊາວລາວທີ່ມາປະທ້ວງພັກ-ຣັຖ ສປປລາວ ຄັ້ງນີ້ມີທັງໝົດປະມານ 16 ຄົນ ສ່ວນຫຼາຍກະມາຈາກ ສະຫະຣັຖ ອະເມຣິກາ ນີ້ເອງ. ອົງການ ທີ່ສຳຄັນ ທີ່ມາຮ່ວມເທື່ອນີ້ ກໍມີ ສະພາໂຮມລາວ ເພື່ອສັນຕິພາບ ເສຣີພາບ ແລະ ຟື້ນຟູຊາດ ລາວເສຣີ ອົງການທ້ອນໂຮມລາວ ເພື່ອ ປະຊາທິປະຕັຍ ແລະພັນທະມິດເພື່ອປະຊາທິປະຕັຍໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.