ພະນັກງານຜູ້ລະເມີດ ກົດໝາຍ ໃຫ້ລົງໂທດ

ຈໍາປາທອງ
2019.06.14
f-thongloun ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ກ່າວອະທິບາຍ ການນໍາເອົາ ພະນັກງານ ທີ່ກະທໍາຜິດ ຕໍ່ກົດລະບຽບ ຕໍ່ກົດໝາຍມາຂຶ້ນສານ ມາລົງໂທດ ໃນກອງປະຊຸມ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8
ຮູບພາບຈາກ : ປະເທດລາວ

ຍານາງ ອໍາໄພວອນ ລ້ອມບຸນແພງ ສະມາຊິກ ສະພາແຫ່ງຊາດ ເຂດ 8 ແຂວງຫົວພັນ ກ່າວໃນກອງປະຊຸມ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ 8 ໂດຍສເນີໃຫ້ລົງໂທດ ເດັດຂາດ ຕໍ່ພະນັກງານ ທີ່ລະເມີດຣະບຽບ ກົດໝາຍ ຊຶ່ງໃນຂນະນີ້ ຍັງບໍ່ທັນ ເຂັ້ມງວດ. ດັ່ງ ທີ່ຍານາງກ່າວຕອນນຶ່ງວ່າ:

"ເຣຶ່ອງການປະຕິບັດວິນັຍ ຕໍ່ພະນັກງານ ທີ່ລະເມີດກົດໝາຍ ກໍເຫັນວ່າຍັງບໍ່ທັນເດັດຂາດ ເຂັ້ມງວດຕາມກົດໝາຍແທ້ ມີແຕ່ວ່າຊັບຊ້ອນ ຈັດວາງຄືນໃໝ່ເທົ່ານັ້ນ ຖ້າຫາກວ່າໄດ້ສ້າງຜົນເສັຍຫາຍ ກໍຄວນປະຕິບັດຕາມກົດໝາຍເຂັ້ມງວດ."

ຍານາງ ເວົ້າວ່າ ຣະຍະຜ່ານມາ ແຂວງຫົວພັນ ມີພະນັກງານ-ຣັຖກອນ ຈໍານວນ 54 ຄົນ ທີ່ກະທໍາຄວາມຜິດ ສໍ້ຣາດບັງຫລວງ ເຮັດໃຫ້ ເກີດຜົນເສັຍຫາຍ ໃຫ້ຣັຖຢ່າງມະຫາສານ ແຕ່ການລົງໂທດ ພວກທີ່ກະທໍາຄວາມຜິດນັ້ນ ມີພຽງແຕ່ປົດໜ້າທີ່ ຕໍາແໜ່ງ ຫລືໃຫ້ຍ້າຍໄປ ເຮັດວຽກງານອື່ນ ໂດຍບໍ່ມີການດໍາເນີນຄະດີ ແລະລົງໂທດຕາມຣະບຽບກົດໝາຍ ຢ່າງເຂັ້ມງວດ.

ຍານາງ ອໍາໄພວອນ ເວົ້າຕື່ມວ່າອັຍການ ບາງຄົນມີການເລືອກປະຕິບັດ ຫາກວ່າຄະດີໃດທີ່ເຫັນວ່າ ບໍ່ມີຜົນປະໂຫຍດ ກໍຈະແຊ່ເຢັນແກ່ຍາວ ຄະດີນັ້ນ.

ໃນການຕອບຂໍ້ສເນີຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະພາ ທີ່ກໍາລັງດໍາເນີນໄປຢູ່ນີ້ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການ ອັຍການ ປະຊາຊົນສູງສຸດ ກ່າວວ່າ ອົງການອັຍການ ປະຊາຊົນສູງສຸດ ກໍພຍາຍາມເອົາໃຈໃສ່ໃນ ການກວດກາ ແກ້ໄຂບັນຫາການດໍາເນີນ ຄະດີຄວາມ ໃຫ້ມີຄວາມຍຸຕິທັມ ຕາມກົດໝາຍ ໃຫ້ມີປະສິດທິພາບສູງສຸດ ຍ້ອນວ່າ ອັຍການເປັນຂັ້ນຕອນທໍາອິດ ຂອງການດໍາເນີນຄະດີ ຕາມກົດໝາຍ:

"ໃນຣະຍະຜ່ານມາ ອົງການອັຍການປະຊາຊົນໄດ້ຖືສໍາຄັນ ເພາະເປັນຂັ້ນຕອນທໍາອິດ ຂອງການດໍາເນີນຄະດີ ຕາມຂັ້ນຕອນຂະບວນການ ຍຸຕິທັມ ເພື່ອວາງມາຕການແກ້ໄຂ ຄະດີອາຍາ ໃຫ້ຖືກຕ້ອງ ຄົບຖ້ວນ ໄດ້ເອົາໃຈໃສ່ຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການ ສືບສວນສອບສວນ."

ໃນຂນະດຽວກັນ ທະນາຍຄວາມລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

“ຍັງບໍ່ມີຫຍັງໃຫ້ໝັ້ນໃຈ ເພາະແກ້ບັນຫາແຕ່ປາຍເຫດ ຕົ້ນເຫດກໍຄືຄວາມເປັນອິສຣະ ຂອງອົງການຕຸລາການ ຊຶ່ງບໍ່ໄດ້ມີເລີຍ ຍ້ອນອົງການ ຕຸລາການ ຢູ່ພາຍໃຕ້ອໍານາດຂອງພັກ. ສະນັ້ນການພິພາກສາ ຫລື ຂະບວນການສືບສວນສອບສວນ ລ້ວນແຕ່ ຢູ່ພາຍໃຕ້ອໍານາດມືດຄືເກົ່າ.”

ຕົວຢ່າງ ໃນເວລາກວດກາ ພົບຄົນຂອງພັກ ທີ່ກະທໍາຄວາມຜິດ ໂດຍສະເພາະ ສໍ້ຣາດບັງຫລວງ ກໍເຫັນວ່າມີແຕ່ຖືກລົງໂທດທາງວິນັຍ ຕາມ ກົດຣະບຽບ ຂອງພັກ ບໍ່ໄດ້ຖືກລົງໂທດຕາມກົດໝາຍ ເປັນຕົ້ນຜູ້ທີ່ເປັນລູກເຈົ້າຫຼານນາຍ ຍິ່ງເຮັດໜ້າຕາເສີຍ.

ສ່ວນວ່າກໍຣະນີ ຂອງປະຊົນທົ່ວໄປ ຮວມທັງກໍຣະນີ ຈັບຄົນງານລາວ 3 ຄົນ ທີ່ກັບມາຈາກໄທ ກໍຖືກຕັ້ງຂໍ້ຫາໃສ່ຮ້າຍປ້າຍສີ ພັກ-ຣັຖ ແລະຈັບປະຊາຊົນບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ທີ່ທວງເອົາດິນ ທໍາການຜລິດຂອງຕົນ ຄືນຈາກບໍຣິສັດ ປູກຢາງພາຣາວຽດນາມ ກໍຖືກຕັ້ງຂໍຫາໃສ່ວ່າ ກໍ່ຄວາມບໍ່ສະຫງົບໃນສັງຄົມ.

ຈົນມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ປ່ອຍພວກເຂົາເຈົ້າ ຜູ້ບໍ່ມີຄວາມຜິດຫຍັງ ອອກຈາກຄຸກຄຸມຂັງ. ແລະຄະດີຢາເສບຕິດຣາຍໃຫຍ່ ຂອງ ທ້າວ ສີສຸກ ດາວເຮືອງ ທີ່ຖືກຈັບມາຕັ້ງແຕ່ປີ 2017 ກໍຍັງບໍ່ທັນນໍາໂຕຂຶ້ນສານ ຕັດສິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.