ຄອບຄົວຊາວບ້ານ 5 ຄົນ ທີ່ຖືກຈັບ, ຍື່ນໜັງສື ຂໍໃຫ້ປ່ອຍ

0:00 / 0:00

ໃນວັນທີ 18 ເມສາ ທີ່ຜ່ານມານີ້, ຄອບຄົວ ຂອງຊາວບ້ານ 5 ຄົນ ຢູ່ບ້ານສີສະຫວາດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຖືກເຈົ້າໜ້າທີ່ທະຫານຈັບໂຕ ໄປຄຸມຂັງ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຍ້ອນເກີດຂໍ້ຂັດແຍ້ງ ເຣື່ອງທີ່ດິນ ກັບທະຫານ ຄ້າຍ 513 ນັ້ນ, ໄດ້ພາກັນໄປຍື່ນໜັງສື ຕໍ່ກະຊວງປ້ອງກັນປະເທດ ເພື່ອຮ້ອງຂໍ ໃຫ້ປ່ອຍໂຕຜູ້ກ່ຽວ ທັງ 5 ຄົນ ອອກຈາກການຄຸມຂັງ ພາຍຫຼັງຖືກຄວບຄຸມໂຕໄວ້ ເປັນເວລາປະມານ 10 ມື້ແລ້ວ.

ດັ່ງຊາວບ້ານ ທີ່ຮູ້ເຫດການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ ນີ້ວ່າ:

“ຂຶ້ນໄປຍື່ນເພິ່ນວັນຈັນ ປະກອບເອກສານ ເອົາຍື່ນໄປໃຫ້ເພິ່ນ ຈັກເພິ່ນຊິໃຫ້ຄຳຕອບແບບໃດ ກະຖ້າເບິ່ງ. ຄົນໄປ ຂະເຈົ້າຍັງບໍ່ທັນໃຫ້ຄຳຕອບ ວ່າມັນເປັນແນວໃດ. ໄປຮ້ອງຮຽນ ນຳພວກປ້ອງກັນປະເທດ.”

ຍານາງກ່າວຕື່ມວ່າ ທຸກມື້ນີ້, ທາງຄອບຄົວ ຫຼືຍາດພີ່ນ້ອງ ຂອງຜູ້ທີ່ຖືກຈັບ ທັງ 5 ຄົນ ກໍໄດ້ຮັບອະນຸຍາດ ໃຫ້ສາມາດໄປສົ່ງເຂົ້າ-ສົ່ງນ້ຳ ຢູ່ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຕາມປົກກະຕິ, ແຕ່ເຈົ້າໜ້າທີ່ ຈະບໍ່ໃຫ້ພົບພໍ້ ກັບຜູ້ທີ່ຖືກຄວບຄຸມໂດຍຕຣົງ. ມີແຕ່ໃຫ້ຝາກເຂົ້າ ແລະ ຝາກນ້ຳ ນຳເຈົ້າໜ້າທີ່ ແລ້ວເຈົ້າໜ້າທີ່ ຈະເອົາໄປໃຫ້ຜູ້ກ່ຽວ ອີກເທື່ອນຶ່ງ, ເຊິ່ງກໍເຮັດໃຫ້ບັນດາຄອບຄົວ ຮູ້ສຶກອຸ່ນໃຈຂຶ້ນ ເລັກໜ້ອຍ ທີ່ໄດ້ເອົາອາຫານໄປໃຫ້.

ໃນຂະນະທີ່ຍາດພີ່ນ້ອງ ຂອງຊາວບ້ານ ທີ່ຖືກຈັບ ຄົນນຶ່ງ ໃນຈຳນວນ 5 ຄົນ ດັ່ງກ່າວ,​ ເຊິ່ງຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ມາຮອດປັດຈຸບັນ, ກໍຍັງບໍ່ມີວີ່ແວວວ່າ ຊາວບ້ານທີ່ຖືກຈັບ ທັງ 5 ຄົນນັ້ນ, ຈະໄດ້ຮັບການປ່ອຍໂຕ ອອກມາມື້ໃດ ຫຼືວ່າຍັງຈະຕ້ອງ ຖືກສອບສວນເພີ່ມຕື່ມຢູ່, ເຊິ່ງທາງຄອບຄົວ ກໍຮູ້ສຶກເປັນຫ່ວງຫຼາຍ ແລະ ວ່າ ເຖິງແມ່ນວ່າ ທາງເຈົ້າໜ້າທີ່ ໄດ້ອະນຸຍາດ ໃຫ້ໄປສົ່ງເຂົ້າ-ສົ່ງນ້ຳ ໃຫ້ແກ່ຜູ້ກ່ຽວໄດ້ກໍຕາມ, ແຕ່ກໍບໍ່ໝັ້ນໃຈວ່າ ເຂົ້າ ແລະ ນ້ຳ ທີ່ນຳໄປໃຫ້ນັ້ນ ໄດ້ຮອດມືຜູ້ກ່ຽວ ແທ້ ຫຼືບໍ່?”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກະຊວງປ້ອງກັນປະເທດ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ພາຍຫຼັງທີ່ທາງຄອບຄົວ ຂອງຊາວບ້ານ ທີ່ຖືກຈັບ ໄດ້ໄປຍື່ນໜັງສື ເພື່ອຂໍໃຫ້ປ່ອຍໂຕ, ແຕ່ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຂໍ້ມູນ ເພີ່ມຕື່ມໄດ້ເທື່ອ ແລະ ໃນຂະນະດຽວກັນ ກໍໄດ້ຕິດຕໍ່ຫາ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ເພື່ອຕິດຕາມສອບຖາມ ສະພາບຄວາມເປັນຢູ່ ຂອງຊາວບ້ານ 5 ຄົນດັ່ງກ່າວ, ແຕ່ກໍບໍ່ມີເຈົ້າໜ້າທີ່ຜູ້ໃດ ໃຫ້ຂໍ້ມູນໄດ້.

ເຈົ້າໜ້າທີ່ທ້ອງຖິ່ນ ເມືອງນາຊາຍທອງ ທ່ານນຶ່ງ ກ່່າວ່າ ພາຍຫຼັງທີ່ ທາງຄອບຄົວດັ່ງກ່າວ ໄດ້ຍື່ນໜັງສື ຫາກະຊວງປ້ອງກັນປະເທດ ແລ້ວນັ້ນ, ກໍຍັງບໍ່ທັນມີຄຳຕອບ ຈາກທາງຂັ້ນເທິງເທື່ອ ແລະ ມາຮອດປັດຈຸບັນ ກໍຍັງມີຊາວບ້ານ ອີກຫຼາຍຄອບຄົວ ທີ່ນຳໃຊ້ທີ່ດິນ ຢູ່ເຂດບ້ານສີສະຫວາດ ທີ່ເປັນບ່ອນເກີດຂໍ້ຂັດແຍ້ງ ກັບທະຫານ ຄ້າຍ 513 ນັ້ນ, ໄດ້ອອກມາເຝົ້າທີ່ດິນ ຂອງພວກເຂົາເຈົ້າ ໃນຂະນະທີ່ ເຈົ້າໜ້າທີ່ທະຫານ ກໍບໍ່ໄດ້ອອກມາເຄື່ອນໄຫວຕື່ມອີກ.

ດັ່ງທ່ານກ່າວວ່າ:

“ຍື່ນໜັງສື ຮ້ອງຂໍໃຫ້ປ່ອຍໂຕ, ຍັງບໍ່ທັນໄດ້ພິຈາຣະນາ ເພິ່ນວ່າ. ມີ, ມີຢູ່ ປະຊາຊົນກະຍັງຢູ່ຫັ້ນແຫຼະ ປະຊາຊົນຍັງເຝົ້າສວນ ຮົ້ວສວນເຂົາເຈົ້າຢູ່. ທະຫານກະຢູ່ສ່ວນນຶ່ງ ປະຊາຊົນກະຢູ່ສ່ວນນຶ່ງ.”

ສ່ວນຊາວບ້ານໃກ້ຄຽງ ອີກທ່ານນຶ່ງ ກ່າວວ່າ ທີ່ດິນ ບ່ອນທີ່ເກີດ ຂໍ້ຂັດແຍ້ງ ດັ່ງກ່າວນັ້ນ, ແມ່ນໃຜກໍຮັບຮູ້ວ່າ ເປັນດິນ ຂອງປະຊາຊົນ ມາຕັ້ງແຕ່ກ່ອນ ສມັຍປົດປ່ອຍ, ແຕ່ທາງເຈົ້າໜ້າທີ່ຂັ້ນເມືອງ ກໍບໍ່ສາມາດ ປົກປ້ອງຊາວບ້ານໄດ້ ຍ້ອນເປັນຂໍ້ຂັດແຍ້ງ ລະຫວ່າງຊາວບ້ານ ກັບທະຫານ.

ດັ່ງທ່ານກ່າວວ່າ:

“ຊາວບ້ານຫັ້ນ ເຂົາເຮັດຮົ້ວ-ເຮັດສວນ ມາກ່ອນ ຍັງບໍ່ທັນໄດ້ປົດປ່ອຍພຸ້ນລະ, ເວົ້າແຈ້ງໆໄດ໋. ນາຍບ້ານ 2 ບ້ານ 3 ບ້ານ ເຂົາກະຮັບຮູ້ວ່າ ເປັນດິນປະຊາຊົນ. ທາງເມືອງກະບໍ່ຮູ້ ຊິແກ້ໄຂຈັ່ງໃດ ເພາະວ່າ ຄັນວ່າທະຫານ ແລ້ວເຂົາບໍ່ຢາກເວົ້ານ່າ.”

ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງນາຊາຍທອງ ອີກທ່ານນຶ່ງ ກໍໄດ້ກ່າວ ໃນກ່ອນໜ້ານີ້ວ່າ ທີ່ດິນ ຢູ່ເຂດດັ່ງກ່າວ ແມ່ນເປັນດິນ ທີ່ຊາວບ້ານຄອບຄອງ ມາຕັ້ງແຕ່ຣຸ່ນພໍ່-ຣຸ່ນແມ່, ເຊິ່ງສ່ວນຫຼາຍ ມີແຕ່ໃບນຳໃຊ້ທີ່ດິນ, ແຕ່ກໍເສັຽພາສີທີ່ດິນ ທຸກປີ. ແຕ່ນັບຕັ້ງແຕ່ ເກີດບັນຫາດັ່ງກ່າວ ເປັນຕົ້ນມາ ເຈົ້າໜ້າທີ່ທະຫານ ກໍໄດ້ມາຕັ້ງເວນຍາມ ຢູ່ເຂດດັ່ງກ່າວ ແລະ ບໍ່ໃຫ້ຊາວບ້ານ ເຂົ້າໄປທຳມາຫາກິນ ຢູ່ເຂດດິນ ທີ່ພວກເຂົາເຈົ້າ ນຳໃຊ້ອີກເລີຍ.

ດັ່ງທ່ານກ່າວວ່າ:

“ແຕ່ເກົ່າຫັ້ນ, ມັນເປັນດິນ ສືບທອດມູນກັນມານ່າ. ໃນເມື່ອເພິ່ນມາຕັນອ່າງນ້ຳຫຸມນີ້ຂຶ້ນ ກະເບິ່ງຜົລປໂຍດສ່ວນຫຼາຍເນາະ ພວກປະຊາຊົນຫັ້ນລະ ອັບຜົລປໂຍດ.​ ດຽວນີ້, ຊິໄປເຮັດຫຍັງ ກະເຮັດບໍ່ໄດ້, ເຮັດຮົ້ວເຮັດສວນ ປູກຝັງລ້ຽງສັດ ກະເຮັດບໍ່ໄດ້ ທະຫານບໍ່ໃຫ້ເຮັດຫຍັງ.”

ເຫດການທີ່ຊາວບ້ານ ບ້ານສີສະຫວາດ 5 ຄົນ ຖືກທະຫານຈັບນັ້ນ, ເກີດຂຶ້ນເມື່ອວັນທີ 10 ເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຖົກຖຽງ ເຣື່ອງທີ່ດິນ ກັບທະຫານ ເນື່ອງຈາກທະຫານ ໄດ້ກໍ່ສ້າງປະຕູໂຂງ ຫຼືປະຕູທາງເຂົ້າ ຄ້າຍທະຫານ ເທິງດິນ ທີ່ພວກເຂົາເຈົ້ານຳໃຊ້ ຈຶ່ງເຮັດໃຫ້ ເກີດການຖົກຖຽງກັນ ຢ່າງຮຸນແຮງ ຈົນຖືກທະຫານ ຈັບໂຕໄປ.

ຊາວບ້ານ 5 ຄົນດັ່ງກ່າວ ປະກອບດ້ວຍ: ຍານາງ ບຸນມີ ອາຍຸ 55 ປີ, ທ່ານ ຫງັດ ອາຍຸ 58 ປີ, ທ່ານ ບຸນທະວີ ອາຍຸປະມານ 36 ປີ, ທ່ານ ຄຳພຸດ ອາຍຸປະມານ 49 ປີ, ແລະ ພໍ່ຕູ້ ອຸ່ນ ອາຍຸ 72 ປີ.

ອີງຕາມຂໍ້ມູນຫຼ້າສຸດ ຈາກຜູ້ທີ່ຮູ້ ກ່ຽວກັບທີ່ດິນ ບ່ອນທີ່ເປັນບັນຫານັ້ນ, ໄດ້ລະບຸວ່າ ຕອນດິນດັ່ງກ່າວ ມີເນື້ອທີ່ລວມ 250 ເຮັກຕ້າຣ, ໂດຍສ່ວນນຶ່ງ ເປັນດິນທີ່ຊາວບ້ານ ປະມານ 43 ຄອບຄົວ ນຳໃຊ້ມາຕັ້ງແຕ່ດົນ, ເຊິ່ງໄດ້ຮັບສືບທອດ ມາແຕ່ຣຸ່ນພໍ່-ຣຸ່ນແມ່ ກ່ອນປີ 1975 ແລະ ກໍໃຊ້ເປັນບ່ອນທຳມາຫາກິນ ໃນແຕ່ລະປີ. ເຖິງແມ່ນວ່າ ຈະບໍ່ມີໃບຕາດິນ ຢ່າງຄັກແນ່ກໍຕາມ, ແຕ່ພວກເຂົາເຈົ້າ ກໍໄດ້ເສັຽພາສີທີ່ດິນ ໃຫ້ແກ່ຣັຖ ທຸກປີ. ແຕ່ຫຼັງຈາກປີ 2010 ເປັນຕົ້ນມາ, ເຈົ້າໜ້າທີ່ທະຫານ ພະຍາຍາມມາປຸກ ສິ່ງກໍ່ສ້າງ ເທິງທີ່ດິນ, ໂດຍອ້າງວ່າ ເປັນທີ່ດິນ ຂອງກະຊວງປ້ອງກັນປະເທດ, ແຕ່ບໍ່ມີເອກສານ ໃຫ້ຊາວບ້ານ ເບິ່ງຢ່າງຄັກແນ່. ດັ່ງນັ້ນ, ຫຼາຍຄົນຈຶ່ງບໍ່ຍອມ ແລະ ເກີດຂໍ້ຖົກຖຽງ ລະຫວ່າງຊາວບ້ານ ກັບທະຫານ ຢູ່ເລື້ອຍໆ, ອີງຕາມຂໍ້ມູນ ຂອງຊາວບ້ານຄົນນຶ່ງ.