ສາກົນບໍ່ເຫັນດີທີ່ ນາງ ໝວຍ ຖືກຈັບ

ມະນີຈັນ
2019.09.16
f-Debbie ມາດາມ ແດັບບີ ສະຕັອດຮາດ ເລຂາທິການ ສະຫະພັນສາກົນ ດ້ານສິດທິມະນຸດ ຫລື FIDH
RFA

ອົງການຈັດຕັ້ງສາກົນດ້ານ ສິດທິມະນຸດຣະດັບ ພູມີພາກ ອາຊຽນ ບໍ່ເຫັນດີນໍາກໍຣະນີ ຣັຖບານລາວ ຈັບ ນາງ ຮວ່າຍເຮືອງ ໄຊຍະບູຣີ ຫລື ນາງ ໝວຍ ຊາວເມືອງໂພນທອງ ແຂວງຈຳປາສັກ ໃນຂໍ້ຫາເຄື່ອນໄຫວ ໂຄສະນາຕ້ານຣັຖບານລາວ ຜ່ານສື່ສັງຄົມ ອອນລາຍ ຫຼັງຈາກ ທີ່ນາງໄດ້ສະແດງ ຄໍາເຫັນຢ່າງຕໍ່ເນື່ອງ ເຖິງຄວາມບໍ່ໂປ່ງໃສ ຂອງເຈົ້າໜ້າທີ່ ພັກ-ຣັຖ, ຄວາມບໍ່ເທົ່າທຽມກັນໃນສັງຄົມ ແລະ ຫລ້າສຸດ ກໍເວົ້າເຣື່ອງນ້ຳຖ້ວມ ທີ່ທາງການຂັ້ນສູງ ຄວນເອົາໃຈໃສ່ ປະຊາຊົນ ຫລາຍກວ່ານີ້.

ມາດາມ ແດັບບີ ສະຕັອດຮາດ ເລຂາທິການ ສະຫະພັນສາກົນ ດ້ານສິດທິມະນຸດ ຫລື FIDH ກ່າວເຖິງກໍຣະນີການຈັບ ນາງ ໝວຍ ວ່າ:

"ເປັນເຣື່ອງທີ່ຫນ້າຕົກໃຈ ທີ່ສຸດ ແລະ ຮັບບໍ່ໄດ້ທີ່ ເຈົ້າໜ້າທີ່ລາວ ຈັບແມ່ຍິງຄົນນີ້ ຍ້ອນນາງພຽງແຕ່ຮຽກຮ້ອງ ໃຫ້ຜູ້ຖືກຜົນກະທົບ ຈາກ ພັຍພິບັດ ໄດ້ຮັບການຊ່ອຍເຫຼືອທີ່ຈຳເປັນ, ນາງພຽງແຕ່ພຍາຍາມຢາກໄດ້ການຊ່ອຍເຫຼືອ ໃຫ້ແກ່ຊຸມຊົນຂອງນາງ. ມັນເປັນເຣື່ອງທີ່ໜ້າ ຢ້ານກົວ ແລະ ໜ້າອັບອາຍທີ່ສຸດ ທີ່ຣັຖບານລາວ ເຮັດແນວນີ້ ກັບນາງ."

ແລະ ຍານາງ ກອນກະໜົກ ຄຳຕາ ກັມການອົງການນິຣະໂທດກັມສາກົນ Amnesty International ປະຈໍາປະເທດໄທ ກໍໄດ້ໃຫ້ຄໍາເຫັນ ກ່ຽວກັບເຣື່ອງນີ້ ຕໍ່ RFA ໃນມື້ດຽວກັນນີ້ວ່າການຈັບ ນາງໝວຍ ຖືເປັນການຣະເມີດສິດທິມະນຸດ ຂັ້ນພື້ນຖານ ແລະ ກໍຣະນີນີ້ບໍ່ສົມຄວນ ເກີດຂຶ້ນ ບໍ່ວ່າໃນປະເທດໃດ ໃນໂລກ:

"ປະເທດໃດກໍຕາມ ການສະແດງຄໍາຄິດເຫັນ ເປັນເສຣີພາບຂັ້ນພື້ນຖານ ຂອງມະນຸດທຸກຄົນ ແລະສິ່ງທີ່ເຂົາສະແດງ ຄໍາຄິດເຫັນ ບໍ່ໄດ້ຕ້ອງ ການທີ່ຈະລືບລ້າງຣັຖບານ ຫລືທາງການເມືອງໃດໆເລີຍ ແຕ່ເປັນການຮຽກຮ້ອງ ສິດທິຂັ້ນພື້ນຖານ ໃນການທີ່ຈະ ໄດ້ຮັບການຊ່ອຍເຫລືອ ໃນພາວະວິກິດນໍ້າຖ້ວມ ຈຶ່ງເປັນເຣື່ອງທີ່ບໍ່ສົມຄວນ ຢ່າງຍິ່ງທີ່ຈະເກີດຂຶ້ນ ແລະຈໍາເປັນທີ່ຈະຕ້ອງປ່ອຍຕົວນາງ ເພື່ອທີ່ທາງການລາວ ຈະໄດ້ ສະແດງ ໃຫ້ເຫັນເຖິງຄວາມໂປ່ງໃສ ວ່າແທ້ຈິງແລ້ວຕັ້ງໃຈ ທີ່ຈະຊ່ອຍເຫລືອປະຊາຊົນ ບໍ່ແມ່ນຈະບໍ່ໃຫ້ເວົ້າເຣື່ອງ ການປະຕິບັດໜ້າທີ່ຂອງ ທາງການ."

ພ້ອມກັນນັ້ນ ນັກວິຊາການ ດ້ານສິດທິມະນຸດ ປະຈໍາອົງການຈັດຕັ້ງສາກົນ ຢູ່ນະຄອນ ຫລວງວຽງຈັນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກໍໃຫ້ ຄໍາເຫັນກ່ຽວກັບກໍຣະນີ ທີ່ວ່ານັ້ນວ່າຣັຖບານ ຄວນໃຫ້ຄວາມເປັນທັມຕໍ່ ນາງໝວຍ ໃນການຈ້າງທະນາຍຄວາມ ແລະ ເຣື່ອງອື່ນໆນໍາດ້ວຍ:

"ມັນບໍ່ມີໃຜເປັນທະນາຍ ແກ້ໃຫ້ ໝວຍເດ໋ ໝວຍ ເປັນໂຈດເດ໊ ມີແຕ່ຖືກກ່າວໄປ ແລ້ວກໍຖືກ ທາງຂັ້ນເທິງ ເປັນຄົນສືບສວນ ໄປແລ້ວກໍ ເວົ້າວ່າເປັນຍ້ອນເຈົ້າເຮັດ ຈັ່ງຊັ້ນຈັ່ງຊີ້ເດີສິນະ ວ່າເກີນກວ່າເຫດບໍ່ ລາວກໍອາດຈະມີການກ່າວເກີນກວ່າເຫດ ແຕ່ວ່າ ໃນການກ່າວເກີນ ກວ່າເຫດ ລາວ ມີສິດຂໍທະນາຍ ບໍ່ຄວາມຈິງລາວມີສິດ ແຕ່ວ່າທາງເຈົ້າໜ້າທີ່ ອະນຸຍາດ ລາວ ຂໍທະນາຍ ບໍ່ຫລືວ່າໃຜ ສິເປັນທະນາຍ ໄປຊ່ວຍລາວບໍ່ ຫລືວ່າໃຜສິກ້າໄປຊ່ວຍ ຄົນດັ່ງກ່າວຫັ້ນໄດ້ເວົ້າຜິດຈັກມາດຕຣາ ຫຼືຜິດຂໍ້ໃດຂອງ ກົດໝາຍລາວ ຫາກວ່າລາວເວົ້າຜິດແທ້ ຜິດແບບໃດ ຜິດແຮງຜິດຄ່ອຍ ຜິດແບບດ້ວຍວາຈາ ຫລື ວ່າຜິດດ້ວຍອິຫຍັງ ຫັ້ນນ່າ ມັນບໍ່ມີ."

ກ່ຽວກັບເຣື່ອງ ນາງໝວຍ ຖືກທາງການລາວ ຈັບໃນມື້ວັນທີ 12 ກັນຍາ ນີ້ເຈົ້າໜ້າທີ່ອົງການຈັດຕັ້ງສາກົນຫຼາຍໆທ່ານ ກໍໄດ້ເວົ້າວ່າຈະມີ ຜົນກະທົບຢ່າງໜັກ ຕໍ່ການປະເມີນວ່າຣັຖບານລາວ ໄດ້ເອົາຈິງເອົາຈັງ ຫລືບໍ່ໃນການປະຕິບັດ ຕາມຫລັກ ສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ເພື່ອໃຫ້ປະເທດຫລຸດພົ້ນ ຈາກຄວາມທຸກຍາກ ຊຶ່ງຈະມີຂຶ້ນໃນເດືອນ ກໍຣະກະດາ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.