ບັນຫາສິດທິມະນຸດ ຢູ່ລາວ ຕ້ອງປັບປຸງ ແກ້ໄຂ

ສິດນີ
2021.06.22
ບັນຫາສິດທິມະນຸດ ຢູ່ລາວ ຕ້ອງປັບປຸງ ແກ້ໄຂ ສະຫະພັນສິດທິມະນຸດ ສາກົນ ແລະ ປະຊາຄົມໂລກ ຝາກຄວາມຫວັງໄວ້ກັບ ນາຍົກ ສປປ ລາວ, ທ່ານ ພັນຄໍາ ວິພາວັນ ແກ້ໄຂບັນຫາ ການຣະເມີດ ສິດທິມະນຸດ ໃນລາວ
ນັກຂ່າວພົລເມືອງ

ສະຫະພັນສິດທິມະນຸດ ສາກົນ ຫຼື FIDH ແລະ ອົງການພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ປະເທດເຢັຽຣະມັນ ໄດ້ຮຽກຮ້ອງໃຫ້ ສະຫະພາບຢູໂຣບ ກົດດັນ ຣັຖບາລລາວໃຫ້ແກ້ໄຂ ບັນຫາການຣະເມີດສິດທິມະນຸດໃນລາວ ໃນວາຣະກອງປະຊຸມ ທາງໄກກ່ຽວກັບສິດທິມະນຸດ ຄັ້ງທີ 10 ຣະຫວ່າງ ສະຫາພາບຢູໂຣບ ແລະສປປລາວ ໃນມື້ວັນທີ 16 ມິຖຸນາ 2021 ໂດຍສະເພາະ ບັນຫາ ການຣະເມີດສິດ ຂອງຜູ້ທີ່ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ແລະ ສິດທິອຶ່ນໆ ທີ່ທາງການລາວ ຍັງຣະເມີດຢູ່ ຮວມທັງສິດທິ ທາງສາສນາ.

ກ່ຽວກັບເຣື່ອງນີ້, ທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສິດທິມະນຸດສາກົລ ປະຈຳຂົງເຂດເອເຊັຽ ກໍໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜ່ານທາງອີເມລ ວ່າ:

“ສະພາບ ຂອງສິດທິມະນຸດໃນລາວ ຍັງຖືວ່າຢູ່ໃນຣະດັບທີ່ຂີ້ຮ້າຍຢູ່ ແລະ ມີສັນຍານຫຼາຍຢ່າງວ່າ ຄະນະຜູ້ນຳຊຸດໃໝ່ ຂອງລາວ ຍັງຄົງຈະປະຕິບັດທຸກຢ່າງ ບໍ່ແຕກຕ່າງຈາກ ຄະນະ ຜູ້ນຳຊຸດທີ່ຜ່ານມາ ຮວມທັງການສືບຕໍ່ ຈຳກັດຮັດແຄບ ພາກປະຊາສັງຄົມ. ບັນຫາການບັງຄັບໃຫ້ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ທີ່ຍັງບໍ່ຖືກແກ້ໄຂນັ້ນ ກໍຖືເປັນບັນຫາ ໃຫຍ່ ອີກບັນຫານຶ່ງ ທີ່ຍັງໜ້າເປັນຫ່ວງ.”

ທ່ານກ່າວຕື່ມວ່າ:

“ກອງປະຊຸມດ້ານສິດທິມະນຸດ ປະຈຳປີ ຣະຫວ່າງ ສະຫະພາບຢຸໂຣປ ແລະ ລາວ ຖືເປັນ ສິ່ງທີ່ປະຊາຄົມໂລກ ຈະໄດ້ສະແດງ ຄວາມເປັນຫ່ວງເປັນໃຍ ແລະ ຍົກບັນຫາດ້ານ ສິດທິມະນຸດ ໃຫ້ທາງຣັຖບານລາວໄດ້ແກ້ໄຂ, ແຕ່ເປັນທີ່ໜ້າເສັຽດາຍວ່າ ເວທີ ດັ່ງກ່າວນັ້ນ, ເປັນພຽງແຕ່ຮູບການ ແບບການປະຊຸມ ທີ່ເປີດໂອກາດໃຫ້ຣັຖບານລາວ ມີໂອກາດມາ ປັ່ນຫົວ ບັນດານັກການທູຕ ສາກົລ ແລະ ຫຼີກເວັ້ນທີ່ຈະເອົາທ່າທີຕ່າງໆ ເພື່ອເປັນການແກ້ໄຂບັນຫາ ສິດທິມະນຸດ ຢ່າງເອົາຈິງເອົາຈັງ.”

ນອກຈາກນີ້, ສະຫະພັນສິດທິມະນຸດສາກົລ ຍັງຮຽກຮ້ອງໃຫ້ ຣັຖບານລາວ ແກ້ໄຂບັນຫາ ຜູ້ທີ່ນັບຖືສາສນາຄຣິສຕຽນ ທີ່ຍັງຄົງຖືກ ກົດຂີ່ຂົ່ມເຫັງ ຈາກເຈົ້າໜ້າທີ່ທ້ອງຖິ່ນນັ້ນຢູ່ ເຖິງວ່າຈະມີກົດໝາຍ ແລະນິຕິກັມຕ່າງໆ ໃນການຮອງຮັບສິດທິ ພວກເຂົາເຈົ້າແລ້ວ ກໍຕາມ, ແຕ່ກໍຍັງປະກົດມີຣາຍງານ ກ່ຽວກັບການລະເມີດສິດທິ ຂອງພວກເຂົາເຈົ້າ ອອກມາຢູ່ ເລື້ອຍໆ.

ໃນຂນະດຽວກັນ ດຣ ບຸນທອນ ຈັນທະລາວົງ ວີີເຊີ ຜູ້ອຳນວຍການ ອົງການພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ກໍໄດ້ໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນມື້ວັນທິີ 19 ມິຖຸນາ ປີ 2021 ກ່ຽວກັບກອງປະຊຸມດັ່ງກ່າວວ່າ:

“ກອງປະຊຸມເທື້່ອນີ້ ກໍເປັນເປົ້າໝາຍ ຂອງສະຫະພາບຢູໂຣບ ໃນຄວາມພຍາຍາມຢາກຊຸກຍູ້ໃຫ້ ສປປລາວ ນັບຖືສິດທິມະນຸດ ຢາກ ໃຫ້ທາງການລາວແກ້ໄຂ ການຣະເມີດ ສິດທິມະນຸດ ໃນລາວ”

ກ່ຽວກັບການປະຕິບັດຕໍ່ຂໍ້ແນະນຳ ຂອງສະຫະພາບຢູໂຣບ ໃຫ້ທາງການລາວແກ້ໄຂບັນຫາ ການຣະເມີດສິດທິມະນຸດໃນລາວ ທ່ານ ເວົ້າວ່າ:

“ຜ່ານມາສັງເກດເຫັນວ່າທາງ ສປປລາວ ທີ່ເພິ່ນຮັບປາກ ກັບສະຫະພາບຢູໂຣບ ຈະຮັບໄປແກ້ໄຂບັນຫາ ສິດທິມະນຸດດ້ານນັ້ນດ້ານນີ້ ຫັ້ນ ເພິ່ນບໍ່ໄດ້ເອົາໃຈໃສ່ ໃນການແກ້ໄຂ.”

ອົງການພັນທະມິດ ເພຶ່ອ ປະຊາທິປະຕັຍ ໃນລາວ ໄດ້ສເນີຕໍ່ກອງປະຊຸມ ເທື່ອນີ້ ໃນຫລາຍບັນຫາ ທີ່ຢາກໃຫ້ທາງການລາວ ແກ້ໄຂ ນອກຈາກບັນຫາ ການຣະເມີດສິດທິມະນຸດແລ້ວ ກໍຍັງມີບັນຫາສິດທິ ທາງສາສນາ, ສິດເສຣິພາບ ໃນການປາກເວົ້າ ການຊຸມນຸມ ແລະ ການສະແດງອອກ ຢ່າງເປັນທັມ ແລະ ເສຣີ ຮ່ວມທັງການບັງຄັບໃຫ້ຄົນ ຫາຍສາບສູນ. ດຣ. ບຸນທອນ ກ່າວຕຶ່ມວ່າ:

“ພວກເຮົາ ພັນທະມິດ ເພຶ່ອ ປະຊາທິປະຕັຍ ໄດ້ຍື່ນຂໍ້ສເນີ ຕໍ່ສະຫະພາບຢູ່ໂຣບ ໃນການປະຊຸມກັບ ສປປລາວ ອັນສຳຄັນທີ່ສຸດແມ່ນ ໃຫ້ມີກນແກ້ໄຂສິດທິ ໃນການສະແດງອອກ, ໃຫ້ມີການແກ້ໄຂ ເຣື້ອງການຈຳກັດສິດທິ ສື່ສັງຄົມອອນລາຍ, ບັນຫາປະຊາຊົນອອກມາ ຮຽກຮ້ອງຄວາມເປັນທັມ, ບັນຫາຍຶດທີ່ດິນ ນອກຈາກນັ້ນກໍແມ່ນ ບັນຫາສິດທິມະນຸດອື່ນໆ ທີ່ຣັຖບານລາວ ຍັງມີການຣະເມີດ ຢ່າງ ຮ້າຍແຮງ.”

ສ່ວນ ທ່ານ ຟຽວ ໂຣເບີດຊັນ ຮອງຜູ້ນຳນວຍການ ອົງການສີ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຽ-ປາຊິຝິກ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານອີມຽວ ໃນມື້ວັນນທີ 20 ມິຖຸນາ ກ່ຽວກັບກອງປະຊຸມເທື່ອນີ້ວ່າ:

“ສະຫະພາບ ຢູໂຣບ ຄວນຈະໄດ້ຮັບ CREDIT ໃນການຈັດກອງປະຊຸມ ຮຽກຮ້ອງໃຫ້ ສປປລາວ ຍຸຕິການຮະເມີດສິດທິມະນຸດຕໍ່ ປະຊາຊົນລາວ ແຕ່ຣັຖບານລາວ ຕ້ອງການຢາກຟັງ ສິ່ງທີ່ຂະເຈົ້າຢາກໄດ້ຍິນ ຖ້າວ່າ ສະຫະພາບ ຢູໂຣບ ຕ້ອງການຢາກໃຫ້ ສປປລາວ ປະຕິບັດຢ່າງຈິງຈັງ ສະຫະພາບ ຢູໂຣບ ຕ້ອງຜູກມັດການຕັດສິນໃຈ ການຊ່ອຍເຫຼລຶອລາວ ໃສ່ໃນ ຄວາມຄືບຫນ້າທາງ ດ້ານສິດທິມະນຸດ ໃນລາວເປັນຫຼັກ.”

ທ່ານ ໂຣເບີດຊັນ ກ່າວຕື່ມວ່າ:

“ມັນມີທາງອອກ ຢ່າງຈະແຈ້ງ ຖ້າ ສປປລາວ ຢາກແກ້ໄຂບັນຫາ ດ້ານສິດທິມະນຸດ ຢ່າງຈິງຈັງ ເປັນຕົ້ນ ປ່ອຍນັກໂທດການເມືອງ, ສິ້ນສຸດການຈຳກັດ ແລະ ຄວບຄຸມສື່ມວນຊົນ ອອນລາຍ, ເປີດເຜີຍຊະຕາກັມ ຂອງ ທ່ານສົມບັດ ສົມພອນ ແລະ ເຄົາຣົບນັບຖື ສິດທິມະນຸດ ແລະ ສິດທິທາງສາສນາ ແລະ ສິດທິອື່ນໆໃນລາວ ແຕ່ສິ່ງດັ່ງກ່າວ ທັງຫມົດນີ້ຈະບໍ່ຖືກ ແກ້ໄຂ ຖ້າຫາກ ສປປລາວ ມາປະຈຳໃນແຕ່ລະປີ ກັບ ສະຫະພາບ ຢູໂຣບ ແຕ່ບໍ່ປະຕິບັດ.”

ກ່ຽວກັບການຣະເມີດ ທາງສາສນາ ປະຊາຊົນລາວ ທ່ານນຶ່ງ ຜູ້ທີ່ປະສົບບັນຫາດັ່ງກ່າວ ໂດຍສະເພາະ ຊາວຄຣິສຕຽນ ກໍໄດ້ໃຫ້ ການຢືນຢັນວ່າ ມາເຖິງປັດຈຸບັນ ຊາວຄຣິສຕຽນລາວ ຢູ່ຫລາຍເຂດ ກໍຍັງຖືກອໍານາດ ການປົກຄອງບ້ານຂົ່ມເຫັງຢູ່. ເຖິງແມ່ນວ່າ ທາງການລາວ ໄດ້ມີການຮັບຮອງ ສາສນາຄຣິສຕຽນ ແລ້ວກໍຕາມ ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ຈໍານວນນຶ່ງກໍຍັງ ຣະເມີດຢູ່ ດັ່ງທີ່ຊາວ ຄຣິສຕຽນລາວ ຢູ່ແຂວງພາກໃຕ້ທ່ານນຶ່ງ ເວົ້າໃນມື້ວັນທີ 18 ມິຖຸນາ ນີ້ວ່າ:

“ພີ່ນ້ອງ ທີ່ຢູ່ແບບວ່າແຕ່ລະປີກ ແຕ່ລະຍ່ອມ ບາງບ່ອນເຂົາກະຍັງຂົ່ມເຫັງໄດ້ ເຂົາກະຍັງກົດດັນຢູ່ນ່າ ເວົ້າລວມແລ້ວແຂງກະດ້າງ ຫັ້ນນ່າ ເຂົາບໍ່ຍອມຮັບແກ້ຫັ້ນນ່າ ໂຕນັ້ນ ຂນາດເຂົາຮູ້ຈັກກົດໝາຍ ເຂົາກະບໍ່ຍອມແກ້ຕາມນັ້ນ.”

ຊາວຄຣິສຕຽນລາວ ຢູ່ ເມືອງພີນ ແຂວງສວັນນະເຂດ ຜູ້ນຶ່ງກ່າວວ່າ ປັດຈຸບັນ ຢູ່ໃນເມືອງນີ້ ຍັງມີບັນຫາເຣື່ອງອໍານາດການປົກ ຄອງບ້ານ ບ້ານນຶ່ງ ບໍ່ຍອມຮັບຊາວຄຣິສຕຽນລາວ ຄອບຄົວນຶ່ງ ແລະ ບໍ່ອະນຸຍາດໃຫ້ພວກເຂົາເຈົ້າ ທີ່ໄດ້ຖືກໃຫ້ອອກຈາກບ້ານ ໄປນັ້ນ ກັບເຂົ້າມາຢູ່ໃນບ້ານຄືນເທື່ອ ຊຶ່ງຖືວ່າເປັນການຣະເມີດ ສິດທິມະນຸດ ຂັ້ນຮ້າຍແຮງ ແບບນຶ່ງ ດັ່ງທີ່ທ່ານກ່າວວ່າ:

“ການຣະເມີດຫັ້ນນະ ຄືວ່າ ຍັງມີບ້ານນຶ່ງທີ່ວ່າ ບໍ່ທັນເຂົ້າສອດຄ່ອງ ກັບຊາວຄຣິສຕຽນ ທາງການເຂົາຂຶ້ນໄປເຜີຍແຜ່ແລ້ວ ທາງນາຍ ບ້ານນີ້ບໍ່ຍອຮັບ ທາງການມາແລ້ວມັນເຮັດຄື ແລ້ວຂະເຈົ້າເມືອມັນຍັງຄືເກົ່າ ມັນເປັນບ້ານມັນເປັນສໍ່າວ່າກັດລີ້ນໂຕເອງ ຫັ້ນແຫຼະ.”

ກ່ຽວກັບສິດທິມະນຸດ ຢູ່ລາວ ທ່ານ Adilur Rahman Khan ເລຂາທິການໃຫຍ່ ຂອງ ສະຫະພັນ ສິດທິມະນຸດສາກົນ ກ່າວວ່າ ຢູ່ ປະເທດລາວ ຍັງມີການຣະເມີດສິດທິມະນຸດ ຫຼາຍດ້ານ ເປັນຕົ້ນການຣະເມີດສິດທິ ໃນການເຊື່ອຖືສາສນາ ໂດຍສະເພາະ ສາສນາ ຄຣິສຕຽນ ຊຶ່ງຊາວຄຣິສຕຽນລາວ ຢູ່ຫລາຍເຂດ ຍັງຖືກເຈົ້າໜ້າທີ່ ທາງການທ້ອງຖິ່ນ ຈໍາກັດ ສິດທິ ໃນການເຊື່ອຖື, ຖືກຂົ່ມເຫັງ, ຖືກຈັບດໍາເນີນຄະດີຢູ່. ທ່ານກ່າວວ່າ ໃນໄລຍະ 2 ປີ ຜ່ານມາ ນັບຕັ້ງແຕ່ໄດ້ມີການ ຫາລືດ້ານສິດທິມະນຸດ ກັບ ສະຫະພາບຢູໂຣບ ມານີ້ ກໍບໍ່ໄດ້ເຮັດໃຫ້ ສະຖານະການ ດ້ານສິດທິມະນຸດໃນລາວ ດີຂຶ້ນແຕ່ຢ່າງໃດ.

ອີງຕາມຖແລງການຮ່ວມ ຈາກກອງປະຊຸມດັ່ງກ່າວ ໃນມື້ວັນທີ 16 ມິຖຸນາ, ສອງຝ່າຍໄດ້ໂອ້ລົມກັນ ໃນຫຼາຍບັນຫາ ທີ່ຫນ້າເປັນຫ່ວງ ນອກຈາກບັນຫາ ສິດທິມະນຸດໃນລາວແລ້ວ ກໍຍັງມີບັນຫາ ຜົລກະທົບຈາກ ໂຄວິດ-19 ຣະບາດ ຊຶ່ງເປັນສີ່ງທ້າທາຍ ຕໍ່ຣະບົບສາທາ ຣະນະສຸກ ເສຖກິດ ແລະສັງຄົມ ໃນຫລາຍປະເທດໃນໂລກ ຮ່ວມດ້ວຍ ສປປລາວ.

ສະຫະພາບຢູໂຣບ ໄດ້ໃຫ້ການຊ່ອຍເຫລືອລາວ ໃນການຕ້ານໂຣຄດັ່ງກ່າວ ໃນນັ້ນ ຮ່ວມດ້ວຍການຊ່ອຍເຫລືອ ດ້ານວັກຊິນ ຜ່ານອົງການ COVAX ແລະ ການພົວພັນທາງດ້ານ ສາທາຣະນະສຸຂ ກັບ ຣັຖບານລາວ ແລະ ກັບອົງການ ອະນາມັຍໂລກ.

ກອງປະຊຸມໄດ້ໂອ້ລົມກັນໃນບັນຫາ ທີ່ທຸກຝ່າຍສົນໃຈ ແລະເປັນຫວ່ງຫຼາຍບັນຫາ ເລີ້ມຈາກບັນຫາປະຊາຊົນ ເສຖກິຈການເມືອງ, ສັງຄົມ ແລະ ໂທດປະຫານຊິວິດ, ຮ່ວມດ້ວຍ ຄວາມສເມີພາບ ທາງເພດວັຍ, ສິດທິເດັກນ້ອຍ, ການຄ້າມະນຸດ, ໄປຮອດສິດທິ ຄົນເສັຽອົງຄະ ນອກຈາກນັ້ນສະຫະພາບຢູໂຣບ ຍັງໄດ້ຍົກບັນຫາບຸກຄົນ ທີ່ຫນ້າເປັນຫ່ວງຫຼາຍຄົນ ມາໂອ້ລົມກັນໃນກອງປະຊຸມ.

ສະຫະພາບຢູໂຣບ ໄດ້ກ່າວຢ້ຳ ເຖິງຄວາມສຳຄັນ ທີ່ຣັຖບານລາວ ຄວນຮັບຮອງເອົາ ສັຕຍາບັນສົນທິສັນຍາ ວ່າດ້ວຍການປົກປ້ອງ ບຸກຄົນ ຈາກການຖືກບັງຄັບ ໃຫ້ຫາຍສາບສູນ, ພ້ອມທັງໃຫ້ເຫັນຄວາມສຳຄັນ ໃນການອອກໜັງສືເຊີນ ຄະນະຜູ້ຣາຍງານພິເສດ ຂອງອົງການ ສະຫະປະຊາຊາຕ ເຂົ້າໄປສັງເກດການ ນໍາດ້ວຍ.

ກອງປະຊຸມຍັງໄດ້ ໃຫ້ຄວາມສຳຄັນອັນເລິກເຊິ່ງ ຕໍ່ການທົບທວນ ດ້ານສິດທິມະນຸຸດ ຂອງອົງການສະຫະປະຊາຊາດ ທີ່ປະເທດ ສະມາຊິກ ຄວນນຳເອົາໄປປະຕິບັດ ໃນການແກ້ໄຂ ບັນຫາດ້ານສິດທິມະນຸດ ຮ່ວມດ້ວຍ ສປປລາວ.

ສ່ວນຝ່າຍລາວໄດ້ຣາຍງານ ຕໍ່ສະຫະພາບຢູໂຣບ ກ່ຽວກັບຄວາມຄືບໜ້າ ທີ່ທາງການລາວໄດ້ບັນລຸຜົລ ໃນຂົງເຂດສິດເສຣີພາບ ການສະແດງອອກ ແລະ ສິດເສຣີພາບ ໃນຈັດຕັ້ງ ສະມາຄົມ ແລະ ການໂຮມຊຸມນຸມ ຢ່າງສັນຕິ.

ໃນປະເດັ່ນ ດັ່ງກ່າວ ສະຫະພາບຢູໂຣບ ໄດ້ຮຽກຮ້ອງໃຫ້ທາງການລາວ ປະຕິບັດ ຕາມສົນທິສັນຍາ ສາກົນ ທາງດ້ານ ສິດທິມະນຸດ ທີ່ລາວໄດ້ລົງນາມ ໃນສັນຍານັ້ນ ຮວມທັງ ກົດໝາຍ ວ່າດ້ວຍສິດທິມະນຸດ ໂດຍທົ່ວໄປ ທີ່ອົງການສະຫະປະຊາຊາດ ໄດ້ແນະນຳໃຫ້ ປະເທດສະມາຊິກ ປະຕິບັດໃຊ້ ໃນກອງປະຊຸມ ທົບທວນ ດ້ານສິດທິມະນຸດ ໃນປີ 2020.

ດຣ ບຸນທ່ອນ ກ່າວມ້ວນທ້າຍວ່າ:

“ນອກເໜືອຈາກບັນຫາ ດ້ານສິດທິມະນຸດ ໃນລາວນັ້ນ ທາງການ ສປປລາວ ບໍ່ໄດ້ແກ້ໄຂຢ່າງຈິງຈັງ ມີພຽງແຕ່ມາກ່າວບົດຣາຍງານ ແບບແກ້ໜ້າມີແຕ່ເວົ້າລວມໆບໍ່ລົງເລິກ ຂ້າພະເຈົ້າສັງເກດເຫັນວ່າ ຢູ່ໃນບົດຣາຍງານ ຂອງພວກເພິ່ນ ບໍ່ໄດ້ເນັ້ນໜັກເລີຍ ກ່ຽວກັບ ຄົນງານລາວ ທີ່ຖືກຈັບ 3 ຄົນ ບັນຫາ ນາງໝ້ວຍ ຫລື ໄຊຍະບູລີ ຖືກຈັບ.”

ໃນຖແລງການ ສະຫະພາບຢູໂຣບ ຍັງໄດ້ບັນທຶກຄວາມມຸ້ງຫມັ້ນ ຂອງ ຣັຖບານຊຸດໃຫມ່ ຂອງ ສປປລາວ ທີ່ໃຫ້ໄວ້ ໃນກອງປະຊຸມ ກ່ຽວກັບການປັບປຸງ ສະຖານະພາບຄວາມເປັນຢູ່ ຂອງ ປະຊາຊົນລາວ, ການບໍຣິການ ຈັດການ ແລະ ການປາບປາມ ການສໍ້ຣາສ ບັງຫລວງ.

ສະຫະພາບຢູ່ໂຣບ ໄດ້ຮ່ວມມື ກັບ ລາວ ໃນຫລາຍໂຄງການ ໃນການສນັບສນູນ ຄວາມພຍາຍາມດັ່ງກ່າວ ຂອງລາວ ໂດຍຜ່ານ ໂຄງການ ສົ່ງເສີມການປົກຄອງ ດ້ວຍຣະບົບ ກົດຫມາຍ, ຄວາມຮັບຜິດຊອບ ໃນຂແນງການຕ່າງໆຂອງລາວ ເປັນຕົ້ນຜແນກ ບໍຣິຫານ ຈັດການດ້ານການເງິນ ສາທາຣະນະ, ການສຶກສາ ແລະ ໂຄງການອາຫານ ທີ່ມີຄຸນນະພາບ.

ກອງປະຈຳຊຸມ ປະຈຳປີ ດ້ານສິດທິມະນຸດ ຣະຫວ່າງ ສະຫະພາບຢູໂຣບ ກັບ ສປປລາວ ໃນປີນີ້ເປັນຄັ້ງທິີ 10 ແລະ ກໍເປັນກອງ ປະຊຸມປະຈຳປີໃນແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.