ເຈົ້າໜ້າທີ່ລາວ ໃນແຂວງ ສວັນນະເຂດ ທ່ານນື່ງ ກ່າວຕໍ່ ເອເຊັຍເສຣີ ວ່າ ໃນປີຜ່ານມາ ທາງເຈົ້າໜ້າທີ່ ໄດ້ສົ່ງຄົນງານ ວຽດນາມ ທີ່ເຂົ້າມາ ເຮັດວຽກ ຢູ່ໃນແຂວງ ກັບຄືນ ປະເທດ ຍ້ອນກຸ່ມຄົນ ພວກນັ້ນ ກໍ່ປັນຫາ ສ້າງຄວາມບໍ່ສງົບ ເປັນຕົ້ນ ພາກັນ ກິນເຫລົ້າເມົາ ແລ້ວກໍ່ການ ວິວາດ ຜິດຖຽງກັນ ຈົນຮອດທໍາຮ້າຍ ຮ່າງກາຍ ໃນໝູ່ດຽວກັນ, ຊື່ງເປັນການ ສ້າງ ຄວາມວຸ້ນວາຍ ໃນສັງຄົມ. ເຈົ້າໜ້າທີ່ ອະທິບາຍ ວ່າ:
“ຄັນໝົດຫັ້ນ ເຂົາກໍກິນເຫລົ້າ ເມົາແລ້ວ ຕີກັນ ໃດ ບໍ່ຢູ່ອີກ ຄັນເຮັດຜິດແລ້ວ ສົ່ງເມືອໂລດ ສົ່ງກັບຄືນໂລດ”.
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ນອກຈາກນັ້ນແລ້ວ ຜ່ານມາ ກໍມີຄົນງານ ວຽດນາມ ກໍ່ບັນຫາ ລັກຊັພ ທາງເຈົ້າໜ້າທີ່ ກໍຈັບສົ່ງຄືນ ປະເທດ ຕໍ່ຈາກນັ້ນມາ ກໍບໍ່ຄ່ອຍມີ ຄົນງານໃດ ສ້າງຄງາມວຸ້ນວາຍ ອີກເລີຍ.
ອີງຕາມຂໍ້ມູນ ຈາກຜແນກ ແຮງງານ ແລະ ສວັດດິການ ສັງຄົມ ແຂວງ ສວັນນະເຂດ ປັຈຸບັນ ມີຄົນງານ ວຽດນາມ ເຂົ້າມາເຮັດວຽກ ພາຍໃນແຂວງ ປະມານ 3 ພັນ ກ່ວາເກືອບ ຮອດ 4 ພັນຄົນ, ສ່ວນຫລາຍ ເຮັດວຽກ ກໍ່ສ້າງ ຕາມຫົວເມືອງ ຕ່າງໆ ແຕ່ ເຈົ້າໜ້າທີ່ ບໍ່ໄດ້ບອກ ຈໍານວນ ຄົນງານ ວຽດນາມ ທີ່ຖຶກສົ່ງກັບ ປະເທດ.
ຢ່າງໃດກໍຕາມ ໃນອະນາຄົດ ອັນໃກ້ນີ້ ທາງແຂວງ ສວັນນະເຂດ ຈະມີໂຄງການ ສ້າງທາງຣົຖໄຟ ຄວາມໂວສູງ ຣະຫວ່າງ ລາວ ແລະ ວຽດນາມ ຊື່ງຄາດວ່າ ຈະມີຄົນງານ ວຽດນາມ ເຂົ້າມາເພີ້ມອີກ ຢ່າງແນ່ນອນ ແລະຖ້າວ່າ ບໍຣິສັດ ເປັນຜູ້ເອົາມາ ຫາກບໍ່ເບີ່ງແຍງ ແລະ ຄວບຄຸມ ຢ່າງເຄັ່ງຄັດ ພວກຄົນງານ ວຽດນາມ ກໍຈະສ້າງ ຄວາມວຸ້ນວາຍ ອີກ ຢ່າງແນ່ນອນ.
