ລາວຄຣິສຕຽນ ຢູ່ ມ.ຕະໂອ້ຍ ຖືກຂັບໄລ່

ຈໍາປາທອງ
2020.10.13
F-Christian-Lnt ຊາວຄຣິສຕຽນລາວ 3 ຄອບຄົວ ຢູ່ ເມືອງລອງ ແຂວງ ຫລວງນໍ້າທາ ຖືກທາງການບ້ານ ໄລ່ອອກຈາກ ໝູ່ບ້ານ ຍ້ອນປະລະ ການເຊື່ອຖືຜີ.
Citizen Journalist

ຊາວຄຣິສຕຽນລາວ 2 ຄອບຄົວທັງໝົດ 7 ຄົນ ຢູ່ບ້ານປະສິງບ້ານກາງ ເມືອງຕະໂອ້ຍ ແຂວງສາລະວັນ ຖືກເຈົ້າໜ້າທີ່ບ້ານ ແລະຕໍາຣວດ ກຸ່ມບ້ານ  ຂັບໄລ່ອອກຈາກບ້ານ ແລະມ້າງເຮືອນຂອງພວກ ເຂົາເຈົ້າຖິ້ມ ຍ້ອນພວກເຂົາ ເຈົ້າບໍ່ຍອມປະລະການເຊື່ອຖືສາສນາ ຄຣິສຕຽນ, ອີງຕາມຂໍ້ມູນຈາກຊາວຄຣິສຕຽນລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ ທີ່ວ່າ:

“ຊາວຄຣິສຕຽນລາວທັງ 7 ຄົນດັ່ງກ່າວປະກອບດ້ວຍ ທ້າວ ທອງວັນ, ນາງ ເນັດ, ນາງ ລາ, ນາງເອິ້ນ, ແມ່ລຽບ, ແມ່ອ້ອງ ແລະຍ່າເຊັ້ນ, ປັດຈຸບັນທັງ 7 ຄົນນີ້ໄດ້ໄປອາສັຍ ຢູ່ຕູບນ້ອຍ ໃນພື້ນທີ່ເຂດປ່າຫ່າງໄກຈາກ ເຮືອນ ຊຶ່ງແຕ່ລະຄົນກໍາລັງ ປະສົບກັບຄວາມຫຍຸ້ງຍາກ ໃນການຫາຢູ່ຫາກິນ ບໍ່ຮູ້ວ່າຈະຂໍຄວາມເປັນທັມ ຈາກພາກສ່ວນໃດ.”

ທ່ານກ່າວຕື່ມວ່າ ພາຍຫລັງຮູ້ຂ່າວນີ້ ທາງເຄືອຂ່າຍຂອງພວກທ່ານ ກໍປຶກສາຫາລືກັນ ແລະ ກຽມເດີນທາງໄປຢ້ຽມຢາມ ພວກພີ່ນ້ອງຊາວ ຄຣິສຕຽນລາວ ດັ່ງກ່າວ ເພື່ອໃຫ້ຄວາມຊ່ອຍເຫລືອໃນເບື້ອງຕົ້ນ ໃນຖານະພີ່ນ້ອງຊາວຄຣິສຕຽນລາວ ຮ່ວມຊາດ.

ແລະ ຊາວຄຣິສຕຽນລາວ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ກໍໃຫ້ການຢືນຢັນວ່າ ປັດຈຸ ບັນ ຊາວຄຣິສຕຽນລາວ 7 ຄົນ ທີ່ອາສັຍຢູ່ຕູບນ້ອຍໃນປ່າ ທີ່ບໍ່ມີໄຟຟ້າ ແລະ ນໍ້າປະປາໃຊ້ນັ້ນ ກໍລັງປະສົບກັບບັນຫາ ຂາດແຄນ ເຂົ້າ, ນໍ້າ ແລະຜ້າທົ່ມ ຍ້ອນເຈົ້າໜ້າທີ່ບ້ານ ຫ້າມບໍ່ໃຫ້ຍາດພີ່ນ້ອງ ແລະ ຊາວບ້ານຄົນອື່ນໆ ເອົາອາຫານໄປໃຫ້ຢ່າງເດັດຂາດ, ຫາກຜູ້ໃດຝ່າຝືນກໍຈະຖືກມ້າງເຮືອນຖິ້ມ ເຊັ່ນດຽວກັນ, ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 12 ຕຸລາ ນີ້ວ່າ:

“ດຽວນີ້ພີ່ນ້ອງຂາດເຂົ້າກິນ ບໍ່ມີເຂົ້າກິນເພາະວ່າທາງບ້ານ ເຂົາຫ້າມບໍ່ໃຫ້ເອົາເຂົ້າ ໄປໃຫ້ເຂົາກິນຫັ້ນນະ. 2 ແລ້ວກະເຣື່ອງຜ້າຫົ່ມເພາະວ່າ ເຣື່ອງຜ້າຫົ່ມດຽວນີ້ ຖືວ່າພີ່ນ້ອງບໍ່ມີ ແບບວ່າພີ່ນ້ອງເຂົາເອງຫັ້ນ ແຖວນັ້ນກະບໍ່ກ້າໄປໃຫ້ ຖ້າວ່າຜູ້ໃດໃຫ້ຖືວ່າ ໄລ່ມ້າງເຮືອນຜູ້ນັ້ນອີກ.”

ເພື່ອຂໍຮູ້ຣາຍລະອຽດກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາຄອບຄົວຊາວຄຣິສຕຽນລາວ 7 ຄົນດັ່ງກ່າວ ແຕ່ຍັງບໍ່ສາມາດ ຕິດຕໍ່ໄດ້.

ໃນຂນະດຽວກັນ ກໍໄດ້ຕິດຕໍ່ໄປຫາອໍານາດປົກຄອງບ້ານປະສິງ ບ້ານກາງ ເພື່ອຖາມຫາສາເຫດ ຂອງການກະທໍາຄືດັ່ງກ່າວຄັກແນ່ ແຕ່ບໍ່ມີ ຜູ້ໃດສະດວກທີ່ຈະໃຫ້ສໍາພາດ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ແຂວງສາລະວັນ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ທາງຫ້ອງການພວກເຮົາຍັງບໍ່ທັນໄດ້ຮັບແຈ້ງຂ່າວ ກ່ຽວກັບກໍຣະນີ ການຂັບໄລ່ຊາວຄຣິສຕຽນລາວ ນັ້ນເທື່ອ ແຕ່ຈະມີການກວດສອບຄືນ, ຍັງບໍ່ສາມາດອອກຄໍາເຫັນໃດໆໄດ້ ດັ່ງທີ່ທ່ານ ກ່າວວ່າ:

“ບໍ່ນະ ແນວເຮົາກະປົກຕິ ບໍ່ເຫັນວ່າແນວໃດບໍ່ເຫັນເທື່ອ ເພາະວ່າຜ່ານມາກະບໍ່ເຫັນແນວນັ້ນ ຫົວໜ້າສາສນາຫຍັງເຂົ້າມາພົວພັນໄທເຮົານະ ຂແນງສາສນາເພິ່ນຮັບຜິດຊອບ ໂດຍກົງ.”

ເວົ້າເຖິງເຣື່ອງນີ້ ເຈົ້າໜ້າທີ່ເຄືອຂ່າຍ ສູນລວມຄຣິສຕະຈັກ ຂ່າວປະເສີດແຫ່ງປະເທດລາວ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນີ້ວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ຂອງສູນລວມ ຄຣິສຕະຈັກຂ່າວປະເສີດ ໄດ້ຫາລືກັນເພື່ອຕິດຕາມ ແລະ ຊ່ອຍເຫລືອ ຊາວຄຣິສຕຽນລາວ ກຸ່ມດັ່ງກ່າວ ຍ້ອນເປັນເຣື່ອງທີ່ບໍ່ສາມາດນິ້ງນອນໃຈ ໄດ້ອີກ ດັ່ງທີ່ທ່ານກ່າວວ່າ:

“ເພິ່ນເຮັດວຽກຢູ່ ເພິ່ນໄປຕິດຕາມເບິ່ງຢູ່ ຄວາມຈິງກະສູນລວມ ຄຣິສຕະຈັກ ຂ່າວປະເສີດ ກະພຍາຍາມແກ້ໄຂ ເຣື່ອງນີ້ຢູ່ ກະມີແຕ່ຊ່ວຍ ແຮງໃຈໃນການອະທິຖານ ເພື່ອເນາະ ກະຮູ້ສຶກວ່າມັນບໍ່ແຟຣ ໃນສິ່ງທີ່ຂະເຈົ້າ ເຮັດເນາະ ກະພຍາຍາມອະທິຖານ ເພື່ອເຂົາຢູ່.”

ທ່ານກ່າວຕື່ມວ່າ ໃນຖານະຊາວຄຣິສຕຽນ ຄົນນຶ່ງ ກໍຮູ້ສຶກໂສກເສົ້າ ແລະເສັຍໃຈ ທີ່ຍັງເຫັນພີ່ນ້ອງຊາວຄຣິສຕຽນລາວ ຄົນອື່ນໆ ຍັງຖືກ ເຈົ້າໜ້າທີ່ ບ້ານຂົ່ມເຫັງຢູ່, ເຖິງແມ່ນວ່າທາງສູນ ລວມຄຣິສຕະຈັກ ຂ່າວ ປະເສີດ ໄດ້ຈັດກອງປະຊຸມ ເຜີຍແພ່ທໍາມະນູນ ວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວ ສາສນາຄຣິສຕຽນ ຂອງ ສູນລວມຄຣິສຕະຈັກຂ່າວປະເສີດ ແຫ່ງປະເທດລາວ ໄປແລ້ວໃນຫລາຍແຂວງ ເປັນຕົ້ນ ແຂວງໄຊສົມບູນ, ບໍລິຄໍາໄຊ, ບໍ່ແກ້ວ ແລະ ແຂວງສວັນນະເຂດ ເພື່ອຄຸ້ມຄອງການນັບຖື ແລະ ການເຄື່ອນໄຫວ ສາສານາ ຄຣິສຕຽນ ໃນລາວ ໃຫ້ດີຂຶ້ນ ແລະທັງເປັນການປົກປ້ອງ ສິດເສຣີພາບ ຂອງຊາວຄຣິສຕຽນລາວ ຢູ່ແຕ່ລະແຂວງ ເພື່ອຫວັງວ່າຈະບໍ່ ມີເຫດການ ທີ່ບໍ່ພຶງປາຖນາ ຂຶ້ນອີກ, ແຕ່ກໍຍັງມີເຫດການ ບໍ່ດີເກີດຂຶ້ນຄືເກົ່າ.

ກ່ອນໜ້ານີ້ໃນວັນທີ 12 ກຸມພາ 2020 ໄດ້ເກີດກໍຣະນີ ຊາວຄຣິສຕຽນລາວ ເຜົ່າອາຂ່າ 3 ຄອບຄົວທັງໝົດມີ 14 ຄົນຢູ່ບ້ານຕີນດອຍ ເມືອງລອງ ແຂວງ ຫລວງນໍ້າທາ ຖືກນາຍບ້ານ ແລະຊາວບ້ານຈໍານວນ ນຶ່ງມ້າງເຮືອນ ແລະຂັບໄລ່ໃຫ້ອອກຈາກບ້ານ ໄປຢູ່ແຄມທາງ ຍ້ອນພວກເຂົາເຈົ້າໄດ້ ປະລະການເຊື່ອຖືຜີ ແລ້ວຫັນໄປເຊື່ອຖືສາສນາ ຄຣິສຕຽນ ແລະບໍ່ຍອມປະກອບສ່ວນເຂົ້າ ໃນການທໍາພິທີເຊື່ອຖືຜີ ຂອງບ້ານ ເຮັດໃຫ້ນາຍບ້ານ ແລະຊາວບ້ານບໍ່ພໍໃຈ, ມາເຖິງປັດຈຸບັນ ກໍຍັງບໍ່ທັນມີຣາຍງານວ່າ ພາກສ່ວນທາງການທີ່ກ່ຽວຂ້ອງ ໄດ້ແກ້ ໄຂບັນຫາ ດັ່ງກ່າວນັ້ນແລ້ວ ຫລືຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.