Shui Meng Ng ກ່າວຢູ່ນະຄອນ ຊິດນີ
2014.02.26

ເປັນເທື່ອທຳອິດທີ່ ດຣ. Shui Meng Ng ພັລຍາຂອງ ດຣ.ສົມບັດສົມພອນ ໄດ້ເດີນທາງມາກ່າວຕໍ່ສາທາຣະນະຊົນຢູ່ມະຫາວິທະຍາໄລ ຊິດນີປະເທດອອສເຕຣເລັຽໃນຄືນວັນພຸດວັນທີ 26 ກຸມພາ 2014, ນັບຕັ້ງແຕ່ ດຣ.ສົມບັດໄດ້ຖືກຈັບ ແລະຫາຍໄປ ຕັ້ງແຕ່ຄືນວັນທີ 15 ທັນວາ 2012, ຊຶ່ງເປັນເວລາກວ່າ 1 ປີແລ້ວ.
ຈຸດປະສົງໃນການອອກມາກ່າວ ກໍເພື່ອເນັ້ນໃຫ້ຊາວໂລກຮູ້ກ່ຽວກັບວຽກງານຂອງ ດຣ.ສົມບັດຊຶ່ງບໍ່ເຄີຍລ່ວງລ້ຳເຂດອຳນາດຂອງທາງການ ລາວ ດຣ. Shui Meng Ng ເວົ້າກັບຜູ່ສື່ຂ່າວວິທຍຸເອເຊັຽເສຣີຢູ່ນະຄອນຊິດນີອອສເຕຣເລັຽວ່າ:
"ສິ່ງທີ່ເພິ່ນເຮັດໂຄງການໃດກໍຕາມກໍຕ້ອງໄດ້ຮັບອະນຸຍາດ ຈາກຣັຖບານກ່ອນທຳອິດແມ່ນຂັ້ນສູນກາງ,ຕໍ່ມາກໍຂັ້ນແຂວງ,ຂັ້ນເມືອງຂັ້ນ ບ້ານ.ອີກອັນໜຶ່ງສົມມຸດວ່າລົງໄປອົບຮົມ ຊາວນາຊາວສວນຢູ່ໃນບ້ານຫລືວ່າຊາວໜຸ່ມກໍມີບັນດາ ຣັຖບານໄປນຳເພິ່ນເນາະບໍ່ແມ່ນວ່າ ເຮັດບໍ່ໄດ້ຮັບອະນຸຍາດ. ອີກອັນໜຶ່ງ ໂຄງການໃດກໍມີການປຶກສາຫາລືກັນ ຈັ່ງຊັ້ນຈັ່ງວ່າຂ້າພະເຈົ້າບໍ່ເຂົ້າໃຈ".
ໃນເວລາດຽວກັນນັ້ນນາງ ກໍໄດ້ຮຽກຮ້ອງມາຍັງອົງການຣັຖບານ ແລະບໍ່ສັງກົດຣັຖບານທັງໃນອອສເຕຣເລັຽ ແລະທົ່ວໂລກໃຫ້ສືບຕໍ່ຕິດ ຕາມຂ່າວຄາວແລະສອບຖາມທາງການລາວໃຫ້ເຮັດທຸກສິ່ງທຸກຢ່າງໃນການສືບສວນຕິດຕາມຊອກຫາ ດຣ.ສົມບັດ,ນາງກ່າວວ່າ:
"ຂ້າພະເຈົ້າກະບໍ່ມີສິທບອກຣັຖບານວ່າເຮັດຫຍັງ ບໍ່ເຮັດຫຍັງ ມີແຕ່ວ່າເນາະ ສົມບັດແມ່ນຄົນລາວຜູ່ໜຶ່ງ ທີ່ວ່າໄດ້ເຮັດວຽກຫລາຍປີຢູ່ ໃນລາວແລ້ວບໍ່ມີຜົນງານໃຫຍ່ກໍມີຜົນງານນ້ອຍກະຂໍໃຫ້ຜູ້ທີ່ເວົ້ານຳຣັຖບານລາວ ຮ້ອງຂໍໃຫ້ຣັຖບານລາວ ເຮັດທຸກສິ່ງທຸກຢ່າງທີ່ເຮັດໄດ້ ໄປຊອກຫາ ສົມບັດ ໃຫ້ເພິ່ນກັບບ້ານ ດ້ວຍຄວາມປອດພັຍ ໃຫ້ເພິ່ນກັບມາຢູ່ ນຳຄອບຄົວ. ແມ່ເພິ່ນກະ 86 ປີແລ້ວ ໂຊແຮງ ທຸກມື້ ຮ້ອງໃຫ້ຖ້າລູກເພິ່ນກັບມາ. ຂໍໃຫ້ຣັຖານລາວ ແລະຜູ່ໃດກະຕາມອີ່ຕົນສົງສາ ຊອກເພິ່ນ ເມືອບ້ານ ດ້ວຍຄວາມປອດພັຍ ອັນນີ້ ແມ່ນເປັນຄວາມຫວັງຂອງຂ້າພະເຈົ້າ".
ການລັກພາໂຕແລະຫາຍໄປຂອງດຣ.ສົມບັດສົມພອນສ້າງຄວາມສົນໃຈໃຫ້ອົງການຣະດັບໂລກຫລາຍອົງການເຊັ່ນ:ອົງການນິຣະໂທດກັມ ສາກົນ,ຄນະກັມມາທິການສິທທິມະນຸສສະຫະປະຊາຊາດ,ອົງການປະຊາສັງຄົມແລະ ຜູ້ນຳຂອງຫລາຍໆປະເທດ ທົ່ວໂລກ.