ປະຊາຊົນ ບໍ່ເຊື່ອໝັ້ນ ຕໍ່ລະບົບສານ

ອຸ່ນແກ້ວ
2023.09.21
ປະຊາຊົນ ບໍ່ເຊື່ອໝັ້ນ ຕໍ່ລະບົບສານ ທ່ານ ບຸນທັນ ບຸນທະວິໄລ, ຮອງປະທານ ອົງການໄອຍະການ ປະຊາຊົນສູງສຸດ.
ຂໍຂອບໃຈຮູບພາບຈາກ KPL

ຣັຖບານລາວ ເຄີຍຕັ້ງເປົ້າໝາຍວ່າ ຈະພັທນາປະເທດລາວ ໃຫ້ກາຍເປັນຣັຖແຫ່ງກົດໝາຍ, ແຕ່ວ່າ ໃນໂຕຈິງ ປະຊາຊົນ ຍັງບໍ່ເຊື່ອໝັ້ນ ຕໍ່ລະບົບກົດໝາຍ ແລະ ລະບົບຍຸຕິທັມ.

ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຖາມວ່າປະຊາຊົນເຊື່ອໝັ້ນບໍ່. ມັນກະບໍ່ເຊື່ອໝັ້ນ ໂຕມັນເຫັນແຈ້ງມາດຕຣາ 38 ກົດໝາຍ ການປະມົງນີ້ແຫຼະ. ໂຕມັນໜ້າກຽດແຮງແທ້ໆ ເຮົາເຮັດຕ້ອນເຮັດລີ່ ລວງປາໃສ່ມອງ. ບາດກົດໝາຍມາດຕຣາ 38 ອອກມາ ບໍ່ໃຫ້ປະຊາຊົນເຮັດວຽກ ວ່າມັນຜິດກົດໝາຍ. ປະຊາຊົນໃສ່ຕ້ອນໃສ່ລີ່ ວ່າມັນຜິດກົດໝາຍ.

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

ການປະຕິບັດໂຕອື່ນ ມັນກະຢາກຄ້າຍຄືກັນຫັ້ນແຫຼະ. ຄືດິນນີ້ເນາະ ວານນີ້ ເພິ່ນກະເວົ້າໝົດບ້ານ ເຂົາກະເວົ້າຖາມຫັ້ນແຫຼະ ເວົ້າເຣື່ອງກົດໝາຍເຮົານີ້. ໃຫ້ມັນເຂັດຢໍາຄືກົດໝາຍເຂົາແດ່ ເປັນຫຍັງ ອັນນີ້ຈີນມາ ສວນມັນກະດຸດຖິ້ມເລີຍ.

ປະຊາຊົນອີກທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ຂ້ອຍເຊື່ອໝັ້ນບໍ່ຮອດ 10 ເປີເຊັນ. ຄືນ້ອງພົວພັນຊ່ວຍຄະດີຂອງພີ່ນ້ອງ ເຂົາຕັດສິນແລ້ວ ຈົນນ້ອງມາຫາສານສູງ, ສານສູງອ່ານ. ໂອ້ມັນບໍ່ຖືກ ເຫດການທີ່ເກີດຂຶ້ນ ມັນບໍ່ໜ້າຕັດສິນ ໃຫ້ຝ່າຍໂຈດຊະນະ.​

ນັກກົດໝາຍທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

“ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ໃນຂະແໜງສານ ແລະໄອຍະການ ໃນລາວ ຜ່ານມາເຫັນວ່າມີກະແສໂຈມຕີ ຈາກສັງຄົມ ຂ້ອນຂ້າງຫລາຍ ບໍ່ວ່າຈະເປັນການຈັດຕັ້ງ ປະຕິບັດກົດໝາຍ ທີ່ມີມາດຖານຕ່ຳ ມີການສວຍໃຊ້ໜ້າທີ່ ຕຳແໜ່ງ.”

ນັກກົດໝາຍ ທ່ານນີ້ ຍັງກ່າວຕື່ມອີກວ່າ:

ມີການຊື້ຈ້າງ ແລະບໍ່ປະຕິບັດຕາມ ຫລັກການ ຂ້ອນຂ້າງຫລາຍ, ຫລັກໆແມ່ນຄວາມບໍ່ໂປ່ງໃສ ໃນຂະບວນການ ດຳເນີນຄະດີ,​ ຜ່ານມາຍັງເຫັນວ່າ ມີການຖ່ວງດຶງ ແລະແກ່ຍາວເວລາ, ບໍ່ໃຫ້ການຮ່ວມມືກັບຄູກໍຣະນີ ຝ່າຍໃດຝ່າຍນຶ່ງ ໂດຍນຳໃຊ້ຮູບ, ແບບການຖິ້ມຄວາມຮັບຜິດຊອບ ແລະ ເອົາຫົວໜ້າມາອ້າງ ຈົນເຮັດໃຫ້ມີຫາງສຽງ ຕໍ່ສະຖາບັນຕຸລາການ ໃນວົງກວ້າງ.

ເຖິງຢ່າງໃດກໍຕາມ, ທ່ານ ບຸນທັນ ບຸນທະວິໄລ, ຮອງຫົວໜ້າ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ:

“ວຽກງານໃຫ້ຄຳປຶກສາ ປະຊາຊົນ ໄດ້ເຮັດທົດລອງ ຢູ່ອົງການໄອຍະການ ປະຊາຊົນສູງສຸດ ເປັນຫ້ອງໃຫ້ຄໍາປຶກສາ ປະຊາຊົນ ໄດ້ປະມານ 1 ປີ ໃນແຕ່ລະເດືອນ ມີພໍ່ແມ່ປະຊາຊົນ ມາຂໍຄຳປຶກສາ ປະມານ 25 ຄົນ, ເຮັດໃຫ້ປະຊາຊົນ ມີຄວາມເຂົ້າໃຈ ລະບົບການເຮັດວຽກ ຂອງອົງການໄອຍະການ ປະຊາຊົນ ດີຂຶ້ນ ແລະ ເຂົ້າເຖິງຂະບວນຍຸຕິທັມງ່າຍຂຶ້ນ.

ທ່ານ ບຸນທັນ ບຸນທະວີໄລ ກ່າວຕື່ມອີກວ່າ:

ອົງການໄອຍະການ ປະຊາຊົນ ສືບຕໍ່ຈັດຕັ້ງປະຕິບັດ ຫ້ອງໃຫ້ຄໍາປຶກສາ ປະຊາຊົນ ເພື່ອໃຫ້ຄໍາປຶກສາທາງດ້ານກົດໝາຍ ໂດຍສະເພາະຂະບວນຍຸຕິທັມ ແລະ ລະບົບເຮັດວຽກ ຂອງອົງການໄອຍະການ ແຕ່ລະຂັ້ນ, ຈະໄດ້ແຈ້ງຕອບປະຊາຊົນ ເປັນລາຍລັກອັກສອນ ກ່ຽວກັບການແກ້ໄຂຄຳຮ້ອງ ຫລື ຄະດີທີ່ເຂົ້າມາອົງການໄອຍະການ ປະຊາຊົນ.

ອີງຕາມຂໍ້ມູນ ຈາກສະພາແຫ່ງຊາຕ, ມາເຖິງປັດຈຸບັນ ສະພາແຫ່ງຊາຕ ໄດ້ອອກກົດໝາຍແລ້ວ ປະມານ 100 ປາຍສະບັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.