ຄົນລາວ, ຄົນໄທຍ, ຄົນເນປາລ, ຄົນເອທິໂອເປັຍ ລວມທັງໝົດ ປະມານ 500 ຄົນ ທີ່ເຮັດວຽກຢູ່ປະເທດພະມ້າ ຖືກທະຫານພະມ້າຈັບ ເປັນໂຕປະກັນ ຫຼື ໂລ້ມະນຸສ ແລະ ເອົາໄປເປັນຄົນງານຂຸດຂຸມຫຼົບໄພ (ຂຸມຄອງ) ໃຫ້ແກ່ທະຫານພະມ້າ ໃນເຂດທີ່ມີການສູ້ຣົບກັນ ກັບກຸ່ມຊົນຊາຕຕິພັນ ຢູ່ເຂດເມືອງເລົ່າກ່າຍ ພາກເໜືອຂອງຣັຖສານ.
ໃນຈໍານວນ 500 ຄົນ ຍັງບໍ່ມີການລະບຸຄັກແນ່ວ່າ ມີຄົນລາວຈໍານວນຈັກຄົນ ອີງຕາມການຣາຍງານຂອງສໍານັກຂ່າວ ອິຣະວະດີ (Irrawaddy) ຂອງພະມ້າ ໃນວັນທີ 2 ພຶສຈິກາ 2023.
ສະຖານທູດລາວ ປະຈໍາປະເທດພະມ້າ ຍັງບໍ່ໄດ້ຮັບການຣາຍງານ ກ່ຽວກັບເລື່ອງດັ່ງກ່າວເທື່ອ, ແຕ່ເຫັນຂໍ້ມູນຂ່າວສານຕ່າງໆ ແລະຈະປະສານງານໄປຫາ ທາງການພະມ້າ ເພື່ອຕິດຕາມຊອກຫາທາງຊ່ວຍເຫຼືອ ພົລເມືອງລາວ.
ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 3 ພຶສຈິກ ວ່າ:
" ບໍ່ແມ່ນແຕ່ລາວ ກະມີຫຼາຍປະເທດ ການຕິດຕໍ່ມັນກະແມ່ນຢູ່ ບາງເຂດມັນກະເຂົ້າບໍ່ເຖິງນີ້ນ່າ ຕ້ອງໄດ້ອາໄສທາງການ ຂອງມ້ຽນມ້າໄປຊ່ວຍ. "
ໃນຂະນະດຽວກັນ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກະຊວງ ການຕ່າງປະເທດລາວ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ໄດ້ຮັບແຈ້ງຢ່າງເປັນທາງການເທື່ອ ຈຶ່ງຍັງບໍ່ສາມາດໃຫ້ສໍາພາດໄດ້.
ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງບໍ່ທັນໄດ້ຮັບຣາຍງານ ກ່ຽວກັບເລື່ອງດັ່ງກ່າວ ແຕ່ຈະປະສານງານ ກັບພາກສ່ວນກ່ຽວຂ້ອງ ເພື່ອໃຫ້ມີການຕິດຕາມ.
ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ:
" ໂອແຮງງານລາວເນາະ ແຮງງານລາວ ຖືກຈັບໄປເປັນໂຕປະກັນ ຢູ່ພະມ້າ ເຂດສູ້ຣົບຢູ່ພະມ້າເນາະ . ຍັງ ຍັງເທື່ອ ດຽວເຮົາຊິຖາມທາງຫົວໜ້າເພິ່ນຕື່ມເບິ່ງກ່ອນ."
ຄົນລາວ ຈໍານວນນຶ່ງ ທີ່ຮັບຮູ້ເຫດການດັ່ງກ່າວ ມີສະແດງຄວາມເປັນຫ່ວງ ນໍາຄົນລາວທີ່ຖືກຈັບເປັນໂຕປະກັນ.
ຊາວລາວ ຄົນນຶ່ງໄດ້ກ່າວວ່າ:
“ໄດ້ຍິນຂ່າວຢູ່ ຈິດໃຈສ່ວນໂຕນີ້ ກະຢາກໃຫ້ຣັຖບານໄປສືບຂ່າວເບິ່ງ ຕົ້ນປາຍສາເຫດແທ້ມັນເປັນແນວໃດ ແຕ່ວ່າ ຢູ່ໃນອົງກອນຂອງພາກຣັຖ ເພິ່ນກໍມີການປຶກສາຫາລື ກັນຢູ່.”
ໃນການຊ່ວຍເຫຼືອຄົນລາວ ຖືກຈັບຢູ່ຕ່າງປະເທດນັ້ນ ມັນເປັນໜ້າທີ່ຂອງຣັຖບານລາວ ຈະຕ້ອງດໍາເນີນການຊ່ວຍເຫຼືອ.
ຊາວລາວອີກຄົນນຶ່ງ ໄດ້ກ່າວວ່າ:
“ຖ້າວ່າ ຄົນລາວຖືກຈັບໂຕຢູ່ຫັ້ນເນາະ ນຶ່ງມາເລີຍກໍຖ້ວ່າ ໜ້າທີີ່ຂອງການຊ່ວຍເຫຼືອ ຊິເປັນຣັຖບານລາວເປັນຫຼັກເນາະ ເຊິ່ງວ່າຣັຖບານລາວນີ້ ກໍຊິລົມກັບພະມ້າງ່າຍຢູ່ແລ້ວ ເພາະວ່າ ຄົນລາວເຮົາເອງ. ຣັຖບານຂອງເຮົານີ້ ກະເວົ້າງ່າຍ ກໍເປັນພັກປະຊາຊົນ ປະຕິວັດລາວ ເຊິ່ງວ່າ ມີທະຫານເປັນແກນນໍາຫຼັກ.”
ທາງດ້ານນັກປັນຍາຊົນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວວ່າ ໃນຫຼາຍເຫດການທີ່ຜ່ານມາ ກ່ຽວກັບກໍລະນີພົລເມືອງລາວ ຕົກທຸກໄດ້ຍາກ ຫຼື ຕົກເປັນເຫຍື່ອຂອງກຸ່ມຄົນທີ່ບໍ່ດີ ຢູ່ຕ່າງປະເທດ ຫຼາຍຄົນກໍບໍ່ໄດ້ຮັບການຊ່ວຍເຫຼືອ ຈາກພາກສ່ວນກ່ຽວຂ້ອງ ຂອງລາວ ໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ສໍາລັບກໍລະຢູ່ປະເທດພະມ້າ ໃນຄັ້ງນີ້ ກໍຢາກໃຫ້ທາງການລາວ ເລັ່ງປະສານງານ ແລະ ຕິດຕາມຊ່ວຍເຫຼືອແບບຮີບດ່ວນ.
ໃນຂະນະດຽວກັນ ຣັຖບານໄທຍ ກໍໄດ້ມີການປະສານງານ ກັບທາງການພະມ້າ ເພື່ອຂໍໃຫ້ການຊ່ວຍເຫຼືອຄົນໄທຍ ຈໍານວນ 162 ຄົນ ແລະ ໄດ້ຈັດໃຫ້ພັກເຊົາຢູ່ບ່ອນທີ່ປອດໄພ ພ້ອມກັບຫາລືກັບທາງການພະມ້າເພື່ອຊ່ວຍເຫຼືອຄົນໄທຍ ຈໍານວນດັ່ງກ່າວ ໃຫ້ສາມາດເດີນທາງກັບມາປະເທດໄທຍ ຢ່າງຮີບດ່ວນ ອີງຕາມການຣາຍງານ ຂອງສໍາຂ່າວໄທຍ ພີບີເອສ ໃນວັນທີ 3 ພຶສຈິກາ 2023.
ນອກຈາກນີ້ ຍັງມີຣາຍງານອີກວ່າ ຄົນລາວ ແລະ ຄົນຊາຕອື່ນໆ ໃນຈໍານວນ 500 ຄົນ ທີ່ຖືກຈັບເປັນໂຕປະກັນ ສ່ວນຫຼາຍຖືກຕົວະ ໃຫ້ເຮັດວຽກຄອລເຊັນເຕີ້ຣ໌ ຢູ່ປະເທດພະມ້າ ໃນກ່ອນໜ້ານີ້ ແລະ ຫາກໍ່ໄດ້ຮັບການຊ່ວຍເຫຼືອ ຈາກໜ່ວຍງານດ້ານການຄ້າມະນຸສ ຂອງພະມ້າ ເຊິ່ງຄວບຄຸມ ໂດຍຣັຖບານທະຫານພະມ້າ, ແຕ່ຫຼັງຈາກທີ່ມີການຊ່ວຍເຫຼືອແລ້ວ ໜ່ວຍງານດັ່ງກ່າວ ບໍ່ໄດ້ນໍາພົລເມືອງເຫຼົ່ານັ້ນ ກັບຄືນສູ່ປະເທດ ແລະ ພັດນໍາໂຕສົ່ງໄປຍັງຄ້າຍ ທະຫານພະມ້າ ໃນພື້ນທີ່ ທີ່ມີການສູ້ຣົບ ລະຫວ່າງ ທະຫານພະມ້າ ກັບກອງກໍາລັງພັນທະມິຕ ຊາຕຕິພັນ ຢູ່ເມືອງເລົ່າກ່າຍ ເຂດພາກເໜືອຂອງຣັຖສານ.
ນອກຈາກນີ້, ພະຫານພະມ້າ ຍັງໃຫ້ພົລເມືອງເຫຼົ່ານັ້ນ ຂຸດຂຸມຫຼົບໄພ, ກໍ່ສ້າງບ່ອນຫຼົບລູກປືນ ໃນສະໜາມຣົບ ແລະ ໃຊ້ເປັນໂລມະນຸສ ເຊິ່ງຖ້າພົລເມືອງເຫຼົ່ານັ້ນ ເສັຽຊີວິດ ທະຫານພະມ້າ ຈະໃຊ້ເປັນຂໍ້ອ້າງວ່າ ຝ່າຍກົງກັນຂ້າມ ເປັນຜູ້ສັງຫານພົລເມືອງເຫຼົ່ານັ້ນ ອີງຕາມການຣາຍງານ ຂອງສໍານັກຂ່າວ Irrawaddy ຂອງພະມ້າ.