ເຈົ້າໜ້າທີ່ຣັຖ ບາງສ່ວນ ຮັບເງິນເພີ່ມ ເພື່ອແລ່ນໃບຕາດິນ ໃຫ້ໄວຂຶ້ນ

ຈຳປາທອງ
2022.07.29
ເຈົ້າໜ້າທີ່ຣັຖ ບາງສ່ວນ ຮັບເງິນເພີ່ມ ເພື່ອແລ່ນໃບຕາດິນ ໃຫ້ໄວຂຶ້ນ ຍານາງ ວາລີ ເວດສະພົງ ສມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ສເນີໃຫ້ຣັຖບານ ຢູ່ໃນກອງປະຊຸມສະພາ ສມັຍສາມັນເທື່ອທີ 3 ຂອງ ສະພາແຫ່ງຊາຕຊຸດທີ 9 ເພື່ອແກ້ໄຂ ການສໍ້ຣາສບັງຫຼວງ ໃຫ້ຫຼຸດລົງ ແລະ ຖ້າພົບວ່າຜູ້ໃດ ກະທຳຜິດ ຫຼືສໍ້ໂກງ ຂໍໃຫ້ລົງໂທດ ຫຼືປົດຕໍາແໜ່ງ ໂດຍບໍ່ມີການສຶກສາ ອົບຮົມຄືແຕ່ກອ່ນ.
ຮູບພາບ: ທຊລ

ການອອກໃບຕາດິນ ຢູ່ຕາມເມືອງຕ່າງໆ ຂອງລາວ ຊັກຊ້າ ບໍ່ໄປຕາມຄິວ ຍ້ອນມີເຈົ້າໜ້າທີ່ ຂອງຣັຖຈໍານວນນຶ່ງ ມີສ່ວນກ່ຽວຂ້ອງ ເພື່ອຫາເງິນເພີ່ມ ໂດຍຮັບແລ່ນເອກສານ ເອົາໃບຕາດິນ ໃຫ້ຜູ້ທີ່ຍອມຈ່າຍເງິນໃຫ້ເພີ່ມ, ບາງຄົນທີ່ມີເງິນພໍທີ່ຈະຈ່າຍ ກໍຍອມຈ່າຍໃຫ້ ຮວມທັງໝົດ ແຕ່ 5-10 ລ້ານກີບ ກໍມີ ຍ້ອນວ່າຢາກໄດ້ໃບຕາດິນໄວ, ເຮັດໃຫ້ຜູ້ນັ້ນ ໄດ້ຮັບໃບຕາດິນກ່ອນ. ສ່ວນຜູ້ທີ່ເຮັດຕາມລະບຽບ ກໍຕ້ອງໄດ້ລໍຖ້າໄປເລື້ອຍໆ.  

ດັ່ງນັ້ນຫລາຍຄົນ ຈຶ່ງຢາກໃຫ້ທາງການແກ້ໄຂບັນຫາດັ່ງກ່າວ ອີງຕາມຄໍາເວົ້າ ຂອງຊາວນະຄອນຫລວງວຽງຈັນ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ກໍຣະກະດານີ້ວ່າ:

ສົມມຸດວ່າ ຮວມໝົດທີ່ກົມຕາດິນ ເພິ່ນອອກໃຫ້ ທັງບ້ານທັງຫຍັງຫັ້ນນໍ ກະຖືວ່າກະໝົດຫຼາຍເດ ປະມານ 5-6 ລ້ານພຸ້ນເດ ຫລືວ່າກາຍພຸ້ນລະ ຫລືວ່າລະດັບ 9-10 ລ້ານ. ອັນນີ້ຍົກຕົວຢ່າງແບບວ່າ ເຮົາຢາກໄດ້ໄວນໍ ຜູ້ແລ່ນແທ້ ກໍແມ່ນຢູ່ໃນກົມຕາດິນເມືອງ ກໍຢາກໃຫ້ແກ້ໄຂແລ້ວ. ເພິ່ນຈະກິນເງິນບໍ ຈະເຮັດໂຕໃດໄດ້ເງິນຫລາຍ ແລ້ວເຮັດໂຕນັ້ນກ່ອນບໍ ທີ່ຈິງກໍຢາກໃຫ້ແກ້ໄຂຫັ້ນແຫລະ.
ທ່ານກ່າວຕື່ມວ່າ ສ່ວນຄ່າເອກສານ ທີ່ຈະຕ້ອງໃຫ້ເຈົ້າໜ້າທີ່ບ້ານ ອອກໃຫ້ນັ້ນ ແມ່ນຂຶ້ນຢູ່ກັບ ແຕ່ລະບ້ານ ວ່າຈະຮຽກເກັບນໍາເທົ່າໃດ, ຖ້າດິນຢູ່ນອກເຂດພັທນາ ທາງບ້ານຈະເກັບນໍາ ຕໍ່າທີ່ສຸດປະມານ 3 ແສນກີບຕໍ່ຕອນ. ແຕ່ບາງເທື່ອ ບາງບ້ານກໍອາຈເກັບນໍາຫລາຍກວ່ານັ້ນ, ຍິ່ງເປັນເຂດພັທນາ ກໍຍິ່ງເກັບຫລາຍ.

ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນັ້ນວ່າ ເຣື່ອງພະນັກງານອອກໃບຕາດິນໃຫ້ຊ້າ ແລະມີພະນັກງານຣັຖບາງຄົນ ຮັບແລ່ນເອກສານ ເອົາໃບຕາດິນໃຫ້ໄດ້ໄວ ເພື່ອຫາເງິນເພີ່ມນັ້ນ ເປັນບັນຫາທີ່ມີມານານແລ້ວ, ເຮັດໃຫ້ຜູ້ທີ່ປະຕິບັດຕາມລະບຽບການ ໄດ້ຮັບໃບຕາດິນລ້າຊ້າ, ບາງຄົນກໍລໍຖ້າເປັນປີ ຈຶ່ງໄດ້ກໍມີ.

ຮູ້ແຕ່ວ່າ ມັນກໍເປັນແນວນັ້ນເລີຍແຫລະ. ເງິນແດ່ກະໄວແດ່ ລະບົບໃດ ກໍຈະບໍ່ຄືກັນ ຄົນມີນີ້ ເພິ່ນທຸ້ມໃຫ້ໂລດ. ເພິ່ນຢາກໄດ້ໄວເດ້ ຄິດວ່າມັນອັນເດີມ. ມັນກໍເປັນຈັ່ງຊີ້ນ່າ ຜູ້ບໍ່ມີເງິນເດີຍາກ ກະມີສ່ວນຊ້າ. ອຸ້ຍບາງເທື່ອເປັນປີ ຍັງບໍ່ທັນເຫັນເດີນີ້.

ພ້ອມດຽວກັນນັ້ນ ຊາວລາວອີກຜູ້ນຶ່ງ ກໍໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ບັນຫາການອອກໃບຕາດິນລ້າຊ້າ ມາເຖິງຂະນະນີ້ ກໍຍັງບໍ່ເຫັນທາງ ທີ່ຈະແກ້ໄຂໄດ້. ນອກຈາກບັນຫານີ້ແລ້ວ ກໍຍັງມີເຣື່ອງການເຮັດສໍາມະໂນຄົວ, ບັດປະຈໍາຕົວ ແລະໜັງສືຢັ້ງຢືນອື່ນໆອີກ, ຖ້າຫາກຢາກໄດ້ໄວ ນອກຈາກຄ່າທໍານຽມແລ້ວ ກໍຕ້ອງໄດ້ຈ່າຍເງິນ ໃຫ້ເຈົ້າໜ້າທີ່ເພີ່ມອີກ.

ເຣື່ອງຊ້າ ມັນຊ້າຢູ່ແລ້ວ. ມັນຊ້າຕັ້ງແຕ່ຕົ້ນມານະ. ສ່ວນຫລາຍມັນກໍຊ້ານໍາ ພະນັກງານຫັ້ນແຫລະ ລະບົບມັນກໍມີສ່ວນ ຄັນເຮົາເຮັດໃບຕາດິນ ຫລືໃບປະຈໍາໂຕອີ່ຫຍັງກະຢ່າ. ເຂົາເຈົ້າຈະຖາມໂລດວ່າ ຢາກໄດ້ດ່ວນບໍ່ຫັ້ນນ່າ. ເຮົາຈ່າຍແພງຂຶ້ນ ເຂົາເຈົ້າກໍເຮັດໃຫ້ໄດ້ໄວຂຶ້ນ ກະເປັນບັນຫາ. ມັນແກ້ໄຂບໍ່ໄດ້ ບໍ່ວ່າຈະເປັນເຮັດສັມມະໂນຄົວ ຫລືວ່າບັດປະຈໍາໂຕ ອີ່ຫຍັງກະຄືກັນໝົດ.

ກ່ຽວກັບບັນຫາດັ່ງກ່າວ ນາຍໜ້າຂາຍດິນ ຜູ້ນຶ່ງຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ການອອກໃບຕາດິນ ຍັງລ້າຊ້າຢູ່ຄືເກົ່າ, ມັນເປັນທັງລະບົບ, ເຈົ້າໜ້າທີ່ຣັຖບາງຄົນ ຮັບຈ້າງເຮັດໃບຕາດິນໃຫ້, ຜູ້ໃດໃຫ້ຫລາຍກໍເຮັດໃຫ້ຜູ້ນັ້ນກ່ອນ, ບໍ່ຈໍາເປັນຕ້ອງລໍຖ້າດົນ, ໃບຕາດິນແມ່ນກົມທີ່ດິນເປັນຜູ້ອອກໃຫ້.

ພວກເຮັດໃບຕາດິນນີ້ ກະຊິແມ່ນພວກກົມທີ່ດິນເນາະ ອົງການຣັຖຈັ່ງຊີ້ນ່າ. ເພິ່ນເຮັດໃຫ້ບໍ່ແມ່ນວ່າເຮົາເຮັດເອງຈັ່ງຊີ້ນ່າ. ແມ່ນລະ ມັນກໍຍັງຊ້າຢູ່ນ່າ ຄັນໄວສຸດກະ 4 ເດືອນ ຄັນວ່າຊ້າສຸດກະ 6 ເດືອນ ຄືວ່າຫັ້ນແຫລະ. ເຂົາເຈົ້າເຮັດອິຫຍັງ ກະກິນນໍາອັນນັ້ນຫັ້ນນ່າ ກໍໃຫ້ເຂົາເຈົ້າກິນນໍ້າ ກິນໄນ ໜ້ອຍນຶ່ງ ແລ້ວກະຄືຊິໄດ້ໄວຢູ່ຕີ້.

ແລະນາຍໜ້າຂາຍດິນ ຢູ່ນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າວ່າ ບາງເທື່ອ ພະນັກງານເຮັດເອກສານ ກ່ຽວກັບການອອກໃບຕາດິນ ເຮັດເອກສານເສັຍ ກໍເຮັດໃຫ້ເກີດຄວາມລ້າຊ້າ ຍ້ອນຕ້ອງໄດ້ປະກອບເອກສານໃຫ້ເພິ່ນໃໝ່ ແລະການລ້າຊ້ານັ້ນ ກໍເປັນນໍາລະບົບການເຮັດວຽກເພິ່ນ.

ເປັນນໍາລະບົບເພິ່ນ ແຕ່ກໍຕ້ອງເລັ່ງເຂົາເຈົ້າແດ່ ເພາະບາງທີເຂົາເຈົ້າເຮັດເອກສານ ເຮົາເສັຽບໍ່. ບອກບໍ່ ຫລືວ່າເປັນລະບົບ ນໍາເຂົາເຈົ້າຊ້າ ມັນກໍຈະມີ 2 ຂໍ້ນີ້ແຫລະ.

ອີງຕາມຣາຍງານຂອງ ທ່ານ ບຸນຊົມ ຊົງວິລັຍ ຫົວໜ້າ ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ນະຄອນຫລວງວຽງຈັນ ຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ 2 ໃນມື້ວັນທີ 22 ກໍຣະກະດານີ້ ແລ້ວແມ່ນວ່າ ເປັນຍ້ອນສາເຫດ ແບບນັ້ນແທ້ ຈຶ່ງເຮັດໃຫ້ການອອກໃບຕາດິນລ້າຊ້າ; ເຈົ້າຂອງສິທນໍາໃຊ້ທີ່ດິນບຸກຄົນ, ນິຕິບຸກຄົນ ໄດ້ວ່າຈ້າງນາຍໜ້າ ທີ່ເປັນພະນັກງານແລ່ນເອກສານ ແບບນອກລະບົບໃຫ້ ເຮັດໃຫ້ມີການກົດໜ່ວງ ທ່ວງດຶງເອກສານຂອງຄົນອື່ນ ແລະມີທັງປາກົດການ ປອມແປງເອກສານ, ປອມແປງໃບຕາດິນ ເພາະພະນັກງານ ຈໍານວນນຶ່ງ ບໍ່ໜັກແໜ້ນຕາມຈັນຍາບັນ ຂອງຕົນ.

ນອກຈາກບັນຫາທີ່ວ່ານັ້ນແລ້ວ ການອອກໃບຕາດິນລ້າຊ້າ ສາເຫດນຶ່ງ ກໍຍ້ອນລະບົບໂປຣແກຣມ ຖານຂໍ້ມູນ ທີ່ດິນບໍ່ສົມບູນ, ມີໄວຣັສ, ສັນຍານເນັຕເວີຣ໌ກຂາດ, ລະບົບເຊີບເວີ້ຣ໌ຂໍ້ມູນເຕັມ, ຮ້າຍແຮງໄປກວ່ານັ້ນແມ່ນຂໍ້ມູນເສັຍຫາຍ ທີ່ຕ້ອງໄດ້ໃຊ້ເວລາກູ້ຄືນດົນ. ນອກຈາກນັ້ນ ການພິມໃບຕາດິນ ກໍພິມຢູ່ຫລາຍບ່ອນ ຮວມທັງຢູ່ກົມທີ່ດິນເມືອງ ກໍເຮັດໃຫ້ການຄຸ້ມຄອງຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.