ພັລຍາທ່ານສົມບັດຈະສືບຕໍ່ ທວງຖາມ

0:00 / 0:00

ໃນການປາກົດຕົວຂອງຍານາງຊູມີ່ງເປັນເທື່ອທຳອິດຕໍ່ກຸ່ມນັກ ສຶກສາແລະນັກປັນຍາຊົນ ທີ່ມະຫາວິທຍາລັຍ ສິດນີ ປະເທດ ອອສເຕຣເລັຽ ຫລັງຈາກ ການຫາຍສາບສູນຂອງສາມີຄືທ່ານ ສົມບົດສົມພອນ.ຍານາງຊູມີ່ງຈະເວົ້າເຖີງທ່ານສົມບັດໃນນາມ ທ່ານເປັນບຸກຄົນທີ່ມີຄວາມສາມາດແລະວຽກງານທີ່ທ່ານເຮັດ ໃນລາວແລະເບື້ອງຫລັງຂອງຄວາມເປັນມາທີ່ພາໃຫ້ທ່ານ ຫາຍສາບສູນແລະຜົລກະທົບ ຈາກການຫາຍສາບສູນຂອງ ທ່ານຕໍ່ປະຊາຄົມລາວໂດຍສະເພາະການພັທນາພາກປະຊາ ສັງຄົມໃນລາວ.

ສິ່ງນີ້ຈະເປັນເທື່ອທຳອິດທີ່ຍານາງຈະໃຫ້ຄຳອະພິປາຍຕໍ່ກຸ່ມ ນັກປັນຍາຊົນແລະຊຸມຊົນທີ່ອອສເຕຣເລັຽຫລັງຈາກທີ່ສາມີ ຂອງຍານາງ ຫາຍສາບສູນຢູ່ລາວ ໃນວັນທີ 15 ທັນວາ ປີ 2012ແລະທາງການລາວ ກໍບໍ່ເອົາໃຈໃສ່ໃນການຊອກຄົ້ນຫາ ທ່ານເທົ່າທີ່ຄວນ ນານາຊາດ ຮ່ວມທັງ ສະຫະຣັຖອະເມຣີກາ ສະຫະພາບຢູໂຣບ ແລະອົງການສະຫະປະຊາຊາດ ກໍໄດ້ຮຽກຮ້ອງໃຫ້ຣັຖບານລາວ ເລັ່ງລັດໃນການຊອກຫາ ແຕ່ເທົ່າເຖີງ ປັດຈຸບັນ ກໍຍັງບໍ່ຮູ້ວ່າຊະຕາກັມ ຂອງທ່ານເປັນຢ່າງໃດ.

ກ່ອນຫນ້ານີ້ ນາງຊູມີ່ງ ກໍໄດ້ສົ່ງຫນັງສື ເປີດຊອງໄປຫາຫນັງສືພີມ ເອເຊັຽທາມສ໌ ກ່ຽວກັບການຫາຍສາບສູນຂອງສາມີຊຶ່ງຍານາງ ໄດ້ສະແດງຄວາມຮູ້ສືກເສັຽໃຈ ໃນການສູນເສັຽຄົນຮັກ. ຍານາງຊູມີ່ງ ເປັນຄົນຊາວສິງກະໂປ ໄປຢູ່ລາວກັບທ່ານສົມບົດສົມພອນ ແຕ່ປີ1986ຈົບການສຶກສາ ຂັ້ນປຣີນຍາເອກ ຂແນງສັງຄົມສາດ ຈາກມະຫາວິທຍາລັຍຮາວາຍ ແລະກໍເຄີຍເຮັດວຽກ ໃນອົງການ ແມ່ຍີງແລະເດັກນ້ອຍໃນລາວ ໃນຈີນ ແລະຕິມໍ ເລສເຕ ຣະຫວ່າງປີ 1986-2008. ທັງສອງເປັນນັກປັນຍາຊົນທີ່ມີຄວາມສາມາດ.