ສາຍພົວພັນ ລາວ-ວຽດນາມ ຍັງແໜ້ນແຟ້ນ ຢູ່ຄືເກົ່າ

ຈຳປາທອງ
2022.05.14
Share on WhatsApp
Share on WhatsApp
ສາຍພົວພັນ ລາວ-ວຽດນາມ ຍັງແໜ້ນແຟ້ນ ຢູ່ຄືເກົ່າ ສປປ ລາວ ແລະ ສ.ສ ວຽດນາມ ມີຄວາມສັມພັນ ແບບພິເສດ
ຮູບພາບ: Public Domain

ການພົວພັນຮ່ວມມືຮອບດ້ານ ຮວມທັງດ້ານການເມືອງ ລະຫວ່າງ ສປປ ລາວ ແລະວຽດນາມ ເປັນຕົ້ນພາຍຫລັງມີສົນທິສັນຍາມິຕພາບ ແລະການຮ່ວມມືນໍາກັນມາແຕ່ປີ 1977 ນີ້ ແມ່ນແໜ້ນແຟນມາໂດຍຕລອດ ໂດຍສະເພາະຢ່າງຍິ່ງຈະເຫັນໄດ້ ຢ່າງຈະແຈ້ງໃນໄລຍະທ້າຍຊຸມປີ 1970 ຫາຕົ້ນຊຸມປີ 1980 ທີ່ວຽດນາມຂັດແຍ່ງກັນແຮງ ເຖິງຂັ້ນເປັນປໍລະປັກກັບຈີນ ຈົນຈີນໃຊ້ກອງທັບບຸກໂຈມຕີພາກເໜືອ ວຽດນາມໃນຕົ້ນປີ 1979 ຊຶ່ງວຽດນາມເວົ້າວ່າ ໄດ້ດັບສູນທະຫານຈີນໄປຫລາຍກວ່າ 60,000 ຄົນ ແລະຜູ້ນໍາ ສປປ ລາວ ກໍໂຄສະນາໂຈມຕີຈີນສຸດຂີດວ່າ ຈີນເປັນປະຕິການສາກົນ, ຂຍາຍອານາເຂດ, ແພ່ອໍານາດຊາດໃຫຍ່ຢູ່ໃນຂົງເຂດ ເອເຊັຽຕາເວັນອອກສ່ຽງໃຕ້ ແລະໄດ້ຈັດຕັ້ງຂະບວນການ ໂຮມຊຸມນຸມປະທ້ວງຈີນຢ່າງຮຸນແຮງ ໃນໄລຍະນັ້ນ.

ເວົ້າເຖິງສົນທິສັນຍາມິຕພາບ ແລະການຮ່ວມມືລາວ-ວຽດນາມ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ໃຫ້ສັມພາດວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ພຶສພານີ້ວ່າ.

ເມື່ອມໍ່ໆຜ່ານມານີ້ ການຮັດແໜ້ນສາຍພົວພັນມິຕພາບ ແລະການຮ່ວມມືລະຫວ່າງ ສປປ ລາວ ແລະວຽດນາມ ທີ່ວ່ານັ້ນ ສະແດງໃຫ້ເຫັນຕື່ມອີກ ຄືຢູ່ໃນກອງປະຊຸມປຶກສາຫາລື ດ້ານການເມືອງຂັ້ນຣັຖມົນຕຣີຄັ້ງທີ 9 ສອງມື້ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ກັມມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮັບຜິດຊອບວຽກງານການຕ່າງປະເທດຂອງພັກ, ຣັຖມົນຕຣີກະຊວງການຕ່າງປະເທດ ແລະທ່ານ ບຸຍແທັງ ເຊີນ ຣັຖມົນຕຣີກະຊວງການຕ່າງປະເທດ ວຽດນາມ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 28 ແລະ 29 ເມສາ 2022 ນີ້.

ບົນຈິດໃຈຂອງການເສີມຂຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ສປປ ລາວ ແລະ ວຽດນາມ ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດຄວາມເຫັນ ເຖິງຫລາຍບັນຫາ ທີ່ພົວພັນກັບທັງສອງຝ່າຍ ແລະບັນຫາສາກົນ ຊຶ່ງຫລາຍຄົນເວົ້າວ່າ ໄດ້ຮ່ວມກັນຊອກຫາຍຸທວິທີ ດຶງດູດເອົາການລົງທຶນຂອງຕ່າງປະເທດ ແລະນັກທ່ອງທ່ຽວຕ່າງປະເທດ ຮວມທັງຄົນລາວ ແລະຄົນວຽດນາມຢູ່ຕ່າງປະເທດເຂົ້າມາລາວ ແລະວຽດນາມ ຊຶ່ງເປັນລາຍຮັບອັນໃຫຍ່ໂຕ ທີ່ຊ່ອຍແກ້ ໄຂບັນຫາຫຍຸ້ງຍາກທາງດ້ານເສຖກິຈ ແລະສັງຄົມຂອງທັງສອງປະເທດຢູ່ນີ້ ແລະເຮັດໃຫ້ລວມຍອດມູນຄ່າຜລິດພາຍໃນ ຫລື GDP ຂອງແຕ່ລະປະເທດເພີ່ມຂຶ້ນ.

ແລະເມື່ອເວົ້າເຖິງນະໂຍບາຍການຕ່າງປະເທດ ໃນຂະນະທີ່ຣັສເຊັຽ ຮຸກຮານຢູເຄຣນ ມາໄດ້ 2 ເດືອນປາຍແລ້ວນີ້ ທັງ ສປປລາວ ແລະວຽດນາມ ຊຶ່ງຖືຣັສເຊັຽເປັນທີ່ເພິ່ງທາງຍຸທສາດ, ທີ່ເພິ່ງທາງດ້ານອາວຸດສົງຄາມຂອງພວກຕົນ ກໍເປັນເອກກະພາບກັນ, ເອົາທ່າທີອັນດຽວກັນໃນເວທີສາກົນ ດັ່ງຈະເຫັນໄດ້ຈາກການລົງຄະແນນສຽງ ກ່ຽວກັບບັນຫາການບຸກໂຈມຕີຂອງປະເທດຣັສເຊັຽ ເຂົ້າປະເທດຢູເຄຣນ ຊຶ່ງໄດ້ເຣີ່ມມາຕັ້ງແຕ່ມື້ວັນທີ 24 ກຸມພາ 2022 ຢູ່​ກອງ​ປະ​ຊຸມສຸກ​ເສີນສ​ມັຍ​ພິ​ເສດ ຄັ້ງ​ທີ 11 ຂອງສ​ະ​ຫະ​ປະ​ຊາ​ຊາດໃນມື້ວັນທີ ມິນາທີ່ຜ່ານມານັ້ນມີ​ 141 ​ປະເທດອອກສຽງປະ​ນາມ​ຣັສເຊັຽ ທີ່​ໃຊ້​ກຳ​ລັງ​ທະ​ຫານ​ຮຸກ​ຮານ​ຢູ​ເຄຣນແຕ່ ສປປ ລາວ ແລະວຽດນາມ ງົດອອກສຽງ ໃນຂະນະທີ່ 8 ປະເທດ ອື່ນໆ ຊຶ່ງເປັນສະມາຊິກອາຊ້ຽນ ອອກສຽງສນັບສນູນມະຕິຂອງສະຫະປະຊາຊາດ ​ປະ​ນາມ​ຣັສເຊັຽ ທີ່ຮຸກຮານຢູເຄຣນ.

ວຽດນາມງົດອອກສຽງ ທັ້ງໆທີ່ຮູ້ວ່າ ຣັສເຊັຽຮຸກຮານຢູເຄຣນ ຍ້ອນວ່າວຽດນາມມີຮຸ້ນສ່ວນທາງຍຸທສາຕກັບຣັສເຊັຽ, ມີການຮ່ວມມືນໍາກັນຫລາຍຢ່າງ ຮວມທັງການສໍາຣວດນໍ້າມັນ ແລະແກສຢູ່ນອກຊາຍຝັ່ງທະເລ ຊຶ່ງເປັນສິ່ງທ່ວງດຶງໃນການຕ້ານການຮຸກຮານ ຂອງຈີນຢູ່ທະເລຈີນໃຕ້. ວຽດນາມກໍາລັງເພີ່ມຄວາມລະມັດລະວັງໃນເຣື່ອງຂໍ້ຂັດແຍ່ງກັບຈີນ ຮວມທັງ ບັນຫາຢູ່ທະເລຈີນໃຕ້ ຊຶ່ງຈີນອ້າງເອົາເປັນກໍາມະສິດຂອງຕົນເກືອບວ່າທັງໝົດ.

ຢູ່ໃນກອງປະຊຸມ ຣັຖມົນຕຣີການຕ່າງປະເທດຄັ້ງທີ 9 ຂອງລາວ-ວຽດນາມນີ້ ທັງສອງຝ່າຍ

ໄດ້ຕົກລົງກັນວ່າ ຈະເຮັດວຽກເປັນເສນາທິການໃຫ້ການນໍາຂອງພັກ-ຣັຖໃຫ້ດີຂຶ້ນ ແລະທັງວ່າຈະຕິດຕາມ ແລະແກ້ໄຂບັນຫາຫຍຸ້ງຍາກ ໃນການພົວພັນຮ່ວມມືສອງຝ່າຍໃຫ້ມີປະສິດທິພາບ ຂຶ້ນກວ່າເກົ່າ; ໄດ້ເວົ້າເຖິງການສົ່ງເສີມການຮ່ວມມືທາງດ້ານເສຖກິຈ, ການຜະລິດເປັນສິນຄ້າອຸປະໂພກ-ບໍລິໂພກຮ່ວມກັນ ແລະຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງ, ການຮ່ວມມືໃນຂົງເຂດວຽກງານຊາຍແດນ,ວັທນະທຳ-ສັງຄົມ,ການສຶກສາ, ສາທາຣະນະສຸຂ, ຖແລງ ຂ່າວ ແລະທ່ອງທ່ຽວ. ສອງຝ່າຍສະໜັບສະໜູນຊ່ອຍເຫລືອຊຶ່ງກັນ ແລະກັນ ໃນຂອບການຮ່ວມມືສອງຝ່າຍ, ຫລາຍຝ່າຍກ່ຽວກັບບັນຫາຕ່າງໆໃນພາກພື້ນ ແລະສາກົນ ເປັນຕົ້ນໃນຂອບການຮ່ວມມືສະຫະປະຊາຊາດ, ອາຊ້ຽນ ແລະການກະກຽມເປັນປະທານວຽນອາຊ້ຽນຂອງລາວໃນປີ 2024 ຊຶ່ງໃນນັ້ນຫລາຍຄົນເວົ້າວ່າ ບັນຫາຊາຍແດນ, ບັນຫາຊາວວຽດ ນາມໂຍກຍ້າຍເຂົ້າມາຕັ້ງຖິ່ນຖານ ແລະທໍາມາຫາກິນຢູ່ລາວເປັນຈໍານວນຫລວງຫລາຍ ເປັນບັນຫາສໍາຄັນທີ່ຝ່າຍລາວຄວນຍົກຂຶ້ນມາເວົ້າ ແລະແກ້ໄຂຮ່ວມກັນ.

ສອງຝ່າຍຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ວຽດນາມ, ວຽດນາມ-ລາວ ຮວມທັງການຮັດແໜ້ນການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ. ເຖິງໂຄວິດ-19 ຈະຍັງສືບຕໍ່ແພ່ຣະບາດ ແຕ່ກໍມີການແລກປ່ຽນການຢ້ຽມຢາມທັງຄະນະນໍາຂັ້ນສູງ ທັງຂະແໜງການຕ່າງໆ ແລະກໍໄດ້ສືບຕໍ່ປະສານສົມທົບກັນຢ່າງເປັນປົກກະຕິ ທັງຜ່ານທາງອອນລາຍ ຊຶ່ງນັກຄົ້ນຄວ້າການເມືອງ ທີ່ເຄີຍໄດ້ຮ່ວມງານວິໃຈຢູ່ໃນສູນກາງພັກປະຊາຊົນປະຕິວັດລາວ ເຫັນວ່າ ແຕ່ໃດມາ ວຽດນາມພະຍາຍາມເກັ້ຍກ່ອມ ໃຫ້ຜູ້ນໍາພັກປະຊາຊົນປະຕິວັດລາວ ສຶກສາອົບຮົມປະຊາຊົນລາວ ໂດຍສະເພາະຄົນລຸ້ນໜຸ່ມ ໃຫ້ຮຽນຮູ້ປະວັດການຮ່ວມສໍາພັນສູ້ຣົບ ແລະຄວາມສາມັກຄືພິເສດກັບກັບວຽດນາມ ແລະເສີມຂຍາຍມູນເຊື້ອນີ້ຕໍ່ໆໄປຕລອດກາລະນານ. ວຽດນາມຢ້ານວ່າ ຈະຄວບຄຸມລາວບໍ່ໄດ້ຕໍ່ໄປ ແລະຢ້ານຈີນຈະເອົາລາວໄປ. ດັ່ງ ດຣ. ບຸນທອນ ຈັນທະວົງ-ວີເຊີ ກ່າວວ່າ.

ແຕ່ເຖິງຢ່າງໃດກໍຕາມ ໃນປີ 2022 ນີ້ ລາວ ແລະວຽດນາມ ກໍໄດ້ຮ່ວມກັນເປີດປີສາມັກຄີມິດຕະພາບລາວ-ວຽດນາມ, ສະລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ວຽດນາມ ຄົບ ຮອບ 60 ປີ ແລະມື້ເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ-ວຽດນາມຄົບຮອບ 45 ປີ.

ສອງຝ່າຍ ເປັນເອກະພາບໃນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ ເພື່ອການຄົງຕົວ ແລະຂຍາຍຕົວຂອງການພົວພັນພິເສດລາວ-ວຽດນາມ ແລະອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຄ້າ, ການລົງທຶນ, ການຂົນສົ່ງ, ການໄປມາຫາສູ່ກັນໃຫ້ຫລາຍຂຶ້ນ.

ໃນປີ 2021 ການຄ້າສອງຝ່າຍ ມີມູນຄ່າ  1.3 ຕື້ໂດລ້າຣ໌ສະຫະຣັຖ ເພີ່ມຂຶ້ນເກືອບເຖິງ 30% ທຽບໃສ່ປີ 2020. ປະຈຸບັນ ວຽດນາມລົງທຶນຢູ່ລາວ 426 ໂຄງການ, ມູນຄ່າ 4.3 ຕື້ປາຍໂດລ້າຣ໌ສະຫະຣັຖ.

ໃນຂະນະດຽວກັນ ສປປ ລາວ ກໍຍາດແຍ່ງການລົງທຶນ ແລະການຊ່ອຍເຫລືອຈາກຈີນໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ຈົນວ່າຈີນກາຍເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດຢູ່ລາວ ຄືແຕ່ປີ 1989 ມາເຖິງເດືອນກໍຣະກະດາ 2021 ຈີນລົງທຶນ 815 ໂຄງການ, ມູນຄ່າຫລາຍກວ່າ 16 ຕື້ໂດລ້າຣ໌ສະຫະຣັຖ, ອີງຕາມຄໍາເວົ້າຂອງທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີກະ ຊວງແຜນການ ແລະການລົງທຶນ.

ເຖິງມີຄວາມຫຍຸ້ງຍາກຍ້ອນການຣະບາດຂອງໂຄວິດ-19 ສປປລາວ ກໍສາມາດຂໍການຊ່ອຍເຫລືອຈາກຈີນໄດ້ຫລາຍສົມຄວນ ຄືຈີນໄດ້ສົ່ງທິມຊ່ຽວຊານ, ອຸປະກອນການແພດແລະວັກຊິນປ້ອງກັນໂຄວິດ-19 ມາໃຫ້. ພ້ອມກັນນັ້ນໃນປີ 2021 ທີ່ຜ່ານມາ ຈີນກໍໄດ້ລົງທຶນຢູ່ລາວໃນ 21 ໂຄງການ ໃນຂແນງບໍ່ແຮ່, ຂແນງບໍລິການ, ໄຟຟ້າ, ກະສິກໍາ ແລະຂແນງໂຄງຮ່າງພື້ນຖານ ເປັນມູນຄ່າສູງເຖິງ 2.5 ຕື້ໂດລ້າຣ໌ສະຫະຣັຖ.

ເວົ້າເຖິງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະຈີນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ຈີນໃຊ້ເສຖກິຈຜູກມັດລາວແບບບໍ່ຮູ້ສຶກຕົວ.

ແຕ່ເຖິງຢ່າງໃດກໍຕາມ ຄະນະຜູ້ແທນທັງສອງຝ່າຍ ສປປລາວ ແລະວຽດນາມກໍເວົ້າວ່າ ກອງປະຊຸມຄັ້ງທີ 9 ນີ້ ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິຕພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ວຽດນາມ, ວຽດນາມ-ລາວ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພາຍຫລັງກອງປະຊຸມ ກະຊວງການຕ່າງປະເທດວຽດນາມ ກໍໄດ້ມອບຄອມພິວເຕີຈຳນວນໜຶ່ງ ໃຫ້ກະຊວງການຕ່າງປະເທດ ສປປ ລາວ ໃຊ້ໃນການປະຕິບັດໜ້າທີ່ວຽກງານ.

ເວົ້າເຖິງການພົວພັນຮ່ວມມືລາວ-ວຽດນາມ ແລະ ລາວ-ຈີນ ກໍສລັບຊັບຊ້ອນພໍສົມຄວນ, ມີທັງອັນປິດລັບ ແລະທັງເປີດເຜີຍ. ຖ້າຫວນຄືນ ພາຍຫລັງທີ່ຄ້າຍສັງຄົມນິຍົມ ຢູໂຣບຕາເວັນອອກພັງທະລາຍ ເຣື່ອງອາວຸດຍຸດໂທປະກອນສົງຄາມ ສປປ ລາວ ກໍຍັງເພິ່ງພາການຊ່ອຍເຫລືອຂອງຣັສເຊັຽຢູ່ ເຖິງແມ່ນວ່າໃນໄລຍະສົງຄາມຈະໃຫ້ຜ່ານວຽດນາມ ແລະວຽດນາມກໍເອົາໃຫ້ຕໍ່ຕາມໃຈ. ຫລັງສົງຄາມ ເມື່ອຜູ້ນໍາພັກປະຊາຊົນປະຕິວັດລາວ ຕົກຢູ່ໃນຄວາມອັດຕະຄັດຂັດສົນ ໜັກໜ່ວງໃນການຮັກສາອໍານາດ ແລະໃນການພັທນາເສຖກິຈ-ສັງຄົມ ຈະອາສັຍແຕ່ການຊ່ອຍເຫລືອ ຂອງວຽດນາມກໍເປັນໄປບໍ່ໄດ້, ວຽດນາມບໍ່ສາມາດຊ່ອຍຫຍັງໄດ້ຫລາຍພໍເທົ່າໃດ ນອກຈາກທາງດ້ານການທະຫານ. ດັ່ງນັ້ນ ເພື່ອເອົາຕົວລອດ ຫລາຍຄົນເວົ້າວ່າ ສປປລາວ ຕ້ອງໄດ້ປະຖິ້ມຄວາມຜິດພາດ ທີ່ໄດ້ຫລົ້ມຫົວຈົມທ້າຍທັງໝົດນໍາວຽດ ນາມໃນໄລຍະແຕ່ທ້າຍຊຸມປີ 1970 ຫາຕົ້ນຊຸມປີ 1980 ສມັຍວຽດນາມເປັນປໍລະປັກກັບຈີນ ແລ້ວກັບມາຂໍຄືນດີກັບຈີນ ຊຶ່ງຈີນກໍມີແຜນດຶງດູດ ເອົາລາວມາແຕ່ດົນແລ້ວ ເພື່ອຮັບໃຊ້ຍຸທສາດຂຍາຍອິດທິພົນ ແລະອະນາເຂດຂອງຕົນຢູ່ເອເຊັຽຕາເວັນອອກສ່ຽງໃຕ້ ຮວມທັງທາງຣົຖໄຟຄວາມໄວສູງ ແລະທາງດ່ວນຢູ່ລາວ ຊຶ່ງໃນໄລຍະສົງຄາມ ຈີນກໍໄດ້ໃຫ້ການຊ່ອຍເຫລືອຫລາຍຢ່າງທີ່ຈໍາເປັນ ແຕ່ການຊ່ອຍເຫລືນັ້ນບໍ່ຫລວງຫລາຍຄືກັບສະຫະພາບໂຊວຽດ.

ສິ່ງນຶ່ງສໍາຄັນ ທີ່ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງ ເຖິງການຫັນທິດຂອງຜູ້ນໍາ ສປປ ລາວ ເຂົ້າຫາຈີນ ຄືຄະນະຜູ້ແທນຂັ້ນສູງພັກ-ຣັຖ ສປປ ລາວ ນໍາໂດຍທ່ານ ບຸນຍັງ ວໍລະຈິດ ໄປຂໍສໍາມະນາຖອດຖອນບົດຮຽນດ້ານການພັທນາເສຖກິຈຢູ່ຈີນ ແຕ່ມື້ວັນທີ 19 ພຶສພາ ຫາວັນທີ 2 ມິຖຸນາ 1994 ໂດຍທີ່ຈີນປາຖະກະຖາໃຫ້ 7 ບົດ ຊຶ່ງໃນນັ້ນມີທັງກ່ຽວກັບ 4 ຫລ່ຽມເສຖກິຈ ທີ່ປະກອບດ້ວຍ ຈີນ, ລາວ, ໄທຍ ແລະພະມ້າ ຊຶ່ງຈະກວມເອົາເນື້ອທີ່ 20 ພັນກິໂລແມັດມົນທົນ ແລະ 3 ຫລ່ຽມເສຖກິຈ: ຈີນ, ລາວ ແລະວຽດນາມ ຊຶຶ່ງຈະຕິດຈອດກັບ 4 ຫລ່ຽມເສຖກິຈ. ໃນນັ້ນກວມເອົາເຂດຊີ້ມາວ ແລະເກີຈິ້ວຂອງຈີນ, ແຂວງຜົ້ງສາລີຂອງລາວ, ລາຍເຈົາ ແລະຫວາງລຽນເຊີນຂອງວຽດນາມ ແຕ່ເຣື່ອງນີ້ບໍ່ໄດ້ຖືກເປີດເຜີຍ ໃຫ້ສາທາລະນະຊົນຮູ້ ຫລືແມ່ນແຕ່ຄະນະນໍາພັກ-ຣັຖ ສປປ ລາວ ກໍໜ້ອຍຄົນທີ່ຈະຮູ້ ແລະເມື່ອກ່ອນນັ້ນຜູ້ນໍາພັກປະຊາຊົນປະຕິວັດລາວ ກໍໄດ້ສົ່ງຜູ້ແທນໄປຂໍຄໍາແນະນໍາຈາກຈີນກ່ອນແລ້ວ.

ການຫັນທິດຂອງຜູ້ນໍາພັກ-ຣັຖ ສປປລາວ ໄປຕິດຕໍ່ພົວພັນ ແລະຮ່ວມມືກັບຈີນຫລາຍຂຶ້ນ ນໍາເລື້ອຍໆນັ້ນ ເປັນທີ່ຜິດສັງເກດມາຕັ້ງແຕ່ທ້າຍຊຸມປີ 1980 ຈົນວຽດນາມອອກປາກວ່າ ຄວາມສາມັກຄີພິເສດລາວ-ວຽດນາມ ແມ່ນລາວເປັນຜູ້ເວົ້າກ່ອນ ແລະຖາມວ່າ ຄວາມສາມັກຄີພິເສດລາວ-ວຽດນາມ ຢູ່ໃສ.

ເມື່ອເວົ້າເຖິງວຽດນາມ ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກປີ 1972 ຄືກ່ອນຈະມີການປ່ຽນແປງລະບອບການປົກຄອງຢູ່ລາວ ຈາກລະບອບປະຊາທິປະໄຕ ຫລາຍພັກການ ເມືອງ ເປັນລະບອບຜະເດັດການພັກດຽວຜູກຂາດອໍານາດນັ້ນ ບົ່ງໄວ້ວ່າ ກ້ອນກໍາລັງຮ່ວມສໍາພັນສູ້ຣົບລະຫວ່າງລາວ ແລະວຽດນາມ ເວລາໃດກໍເປັນເງື່ອນໄຂພື້ນຖານອັນນຶ່ງຂອງໄຊຊະນະ.

ຄໍາວ່າ ຄວາມສາມັກຄີພິເສດກັບວຽດນາມ ແມ່ນຈະເຫັນໄດ້ຢູ່ໃນບົດປາໃສຂອງທ່ານ ໄກສອນ ພົມວິຫານ ກ່ຽວກັບການປະກາດສ້າງຕັ້ງ ສປປ ລາວ ວັນທີ 2 ທັນວາ 1975. ແລະແມ່ນແຕ່ຢູ່ໃນສົນທິສັນຍາມິຕພາບ ແລະການຮ່ວມມືລາວ-ວຽດນາມ ປີ 1977 ກໍໄດ້ກໍານົດເອົາໄວ້ຢູ່ໃນມາດຕຣາ 1 ທີ່ວ່າ ສອງຝ່າຍໃຫ້ຄໍາໝັ້ນສັນຍາວ່າ ຈະອອກແຮງປົກປັກຮັກສາ ແລະຂຍາຍສາຍພົວພັນແບບພິເສດລະຫວ່າງລາວ-ວຽດນາມ.

ແລະຫລັງຈາກນັ້ນ ບໍ່ວ່າຈະແມ່ນກອງປະຊຸມໃຫຍ່ ຂອງພັກແຕ່ລະຄັ້ງ, ການພົບພໍ້ກັບວຽດນາມແຕ່ລະເທື່ອ, ການຢ້ຽມຢາມກັນແຕ່ລະໂອກາດ ຜູ້ນໍາພັກ-ຣັຖ ສປປ ລາວ ກໍເວົ້າບໍ່ຂາດ ວ່າ ພັກ ແລະຣັຖເຮົາໄດ້ຍຶດໝັ້ນຢ່າງສເມີຕົ້ນສເມີປາຍ ສາຍພົວ ພັນມິຕພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານກັບວຽດນາມ ດັ່ງທີ່ໄດ້ບົ່ງໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ໃນຂະນະທີ່ເວົ້າເຖິງຈີນພຽງແຕ່ວ່າ ພັກ ແລະຣັຖເຮົາໄດ້ຕັ້ງໜ້າເພີ່ມທະວີມິຕພາບ, ຄວາມສາມັກຄີອັນເປັນມູນເຊື້ອ ລະ ຫວ່າງປະຊາຊົນສອງຊາດລາວ-ຈີນ, ໄດ້ຊຸກຍູ້ສົ່ງເສີມການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃຫ້ຂຍາຍຕົວຢ່າງແຂງແຮງ ບົນພື້ນຖານການພົວພັນແບບຄູ່ຮ່ວມມື ຍຸທສາດຮອບ ດ້ານ ທີ່ໝັ້ນຄົງຍາວນານ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ