ເທີ ຢູ່ນາ ນັກສິລປິນ ຖືກ ຕໍາຣວດຈັບ ບໍ່ຮູ້ຂໍ້ຫາ

ຈໍາປາທອງ
2021.07.27
ເທີ ຢູ່ນາ ນັກສິລປິນ ຖືກ ຕໍາຣວດຈັບ ບໍ່ຮູ້ຂໍ້ຫາ ສີພອນ ວົງຈິນດາ ຫລື “ເທີ ຢູ່ນາ” ນັກສິລປິນລາວ ທີ່ມີຊື່ສຽງ ຢູ່ ສປປລາວ.
Una Studio

ຂໍ້ຄວາມຈາກບັນນາທິການ: ຂ່າວນີ້ ມີຂໍ້ມູນເພີ່ມເຕີມ. ເຊີນທ່ານ ອ່ານຣາຍລະອຽດໄດ້ ໃນຕອນທ້າຍ ຂອງຂ່າວນີ້...

ທ່ານ ສີພອນ ວົງຈິນດາ ຫລື ເປັນທີ່ຮູ້ຈັກກັນດີໃນນາມ “ເທີ ຢູ່ນາ” ນັກສິລປິນລາວ ທີ່ມີຊື່ສຽງຢູ່ ສປປລາວ ຖືກເຈົ້າໜ້າທີ່ຕໍາຣວດ ຈັບໂດຍທີ່ມວນຊົນລາວ ຍັງບໍ່ຮູ້ສາເຫດຄັກແນ່ ເມື່ອອາທິດຜ່ານມາ ຢູ່ເມືອງເຊໂປນ ແຂວງສວັນນະເຂດ. ຜູ້ກ່ຽວເປັນຄົນບ້ານນາບໍ່ ເມືອງເຊໂປນ, ປັດຈຸບັນຖືກນໍາຕົວໄປສອບສວນ ຢູ່ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ແຂວງສວັນນະເຂດ ດັ່ງເຈົ້າໜ້າທີ່ ຕໍາຣວດ ເມືຶອງເຊໂປນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ:

“ແມ່ນຫັ້ນແຫຼະ ຕາມແຫລ່ງຂ່າວຫັ້ນແຫຼະ ໂອ, ອັນນີ້ແລ້ວວິຊາສະເພາະ ເພິ່ນເປັນຜູ້ເຊີນ ຜູ້ເຊີນຜູ້ກ່ຽວເດີ ເພາະວ່າຍັງບໍ່ຮູ້ຈັບດ້ວຍ ຂໍ້ມູນໃດ ວິຊາສະເພາະ ປກສ ແຂວງເພິ່ນພຸ້ນ ເພເອົາ ກະບໍ່ຮູ້ວ່າຂໍ້ມູນໃດ ໂຕເພິ່ນເອົາຫັ້ນນ່າ.”

ພາຍຫລັງໄດ້ຮັບການຢືນຢັນ ຈາກຫ້ອງການຕໍາຣວດປ້ອງກັນຄວາມສງົບ ເມືອງເຊໂປນ ແລ້ວ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການດັ່ງກ່າວ ເພື່ອຂໍຮູ້ຄວາມຄືບໜ້າ ແລະ ຣາຍລະອຽດ ກ່ຽວກັບການຈັບ ທ່ານ ເທີ ຢູ່ນາ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງບໍ່ ສະດວກ ທີ່ຈະໃຫ້ຄໍາເຫັນໃດໆໄດ້ເທື່ອ.

ຜູ້ທີ່ຢູ່ໃກ້ຊິດກັບ ທ່ານ ເທີ ຢູ່ນາ ທີ່ຂໍສງວນຊື່ ແລະສຽງ ໄດ້ຢືນຢັນຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ທ່ານ ເທີ ໄດ້ຖືກ ເຈົ້າໜ້າທີ່ ຕໍາຣວດຈັບຕົວໄປແທ້, ແຕ່ຍັງບໍ່ຮູ້ສາເຫດ ຂອງ ການຈັບນັ້ນເທື່ອ ແລ ະທາງຄອບຄົວຂອງທ່ານ ກໍບໍ່ສາມາດເວົ້າ ຫຍັງຫລາຍໄປກວ່ານີ້ໄດ້.

ຊາວບ້ານຜູ້ຢູ່ໃກ້ຄຽງກັບເຮືອນຂອງ ທ່ານ ເທີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ ຕົນກໍຮູ້ຂ່າວເຣື່ອງ ເຈົ້າໜ້າທີ່ ຕໍາຣວດ ຈັບທ່ານໄປ ແຕ່ບໍ່ຮູ້ສາເຫດ ຊຶ່ງ ກ່ອນໜ້ານັ້ນ ກໍຍັງເຫັນທ່ານເຄື່ອນໄຫວ ດ້ານການບັນເທິງຂອງທ່ານ ຢູ່ໃນເຂດເມືອງເຊໂປນ ຕາມປົກກະຕິຢູ່ ແລະກໍບໍ່ຄິດວ່າທ່ານຈະຖືກຈັບຕົວໄປ:

“ຕອນນີ້ຖືວ່າລາວ ຖືກຈັບ ກະຍັງບໍ່ຮູ້ວ່າຈັບຫຍັງຫັ້ນນ່າ ຢູ່ບ້ານດຽວນີ້ແຫລະກັບຂ້ອຍ ຂ້ອຍກະເລີຍຢາກຮູ້ຄືກັນວ່າ ຍ້ອນສາເຫດ ຫຍັງຫັ້ນນ່າ.”

ໃນຂນະດຽວກັນ ຊາວລາວທ່ານນຶ່ງ ທີ່ຕິດຕາມຜົລງານຂອງ ທ່ານ ເທີ ຢູ່ນາ ຕລອດມາ ກໍເວົ້າໃນທໍານອງດຽວກັນນັ້ນ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 27 ກໍຣະກະດາ ນີ້ວ່າ ຕົນກໍຍັງ ບໍ່ຮູ້ເຖິງສາເຫດ ຂອງການຈັບ ທ່ານ ເທີ ໄປ, ຮູ້ພຽງແຕ່ວ່າ ທ່ານ ມິດງຽບໄປຈາກສື່ສັງຄົມອອນລາຍ ມາໄດ້ຫລາຍມື້ແລ້ວ ຊຶ່ງປົກກະຕິ ທ່ານຈະມີການເຄື່ອນໄຫວ ດ້ານການບັນເທີງ ຜ່ານທາງສື່ ສັງຄົມອອນລາຍ ຢູ່ຕລອດ:

“ອັນນີ້ເຮົາບໍ່ຮູ້ນ່າ ຂ່າວໂຕເຂົາອອກ ແຕ່ເຮົາບໍ່ໄດ້ຮູ້ວ່າລາວຖືກຈັບ ຫລື ບໍ່ຖືກຈັບ ເຮົາຮູ້ແຕ່ວ່າ ເອີ໋ ລາວຫັ້ນມິດໄປຈາກເຟສບຸກຊື່ໆ ອ້າຍຮູ້ເທົ່ານັ້ນແຫລະ.”

ແລະຊາວລາວອີກນາງນຶ່ງ ທີ່ຕິດຕາມຜົລງານຂອງ ທ່ານ ເທີ ເຊັ່ນດຽວກັນນັ້ນ ກໍເວົ້າຕໍ່ວິທຍຸເອເຊັຍ ໃນມື້ດຽວກັນນີ້ວ່າ ນາງຮູ້ສຶກ ຕົກໃຈ ຫລັງຈາກທີ່ຮູ້ຂ່າວ ທາງສື່ສັງຄົມອອນລາຍ ວ່າ ທ່ານ ເທີ ຢູ່ນາ ຖືກຕໍາຣວດຈັັບຕົວໄປ, ແຕ່ນາງກໍບໍ່ຮູ້ວ່າ ເປັນຍ້ອນຫຍັງ ເພາະຍັງບໍ່ທັນມີການຖແລງ ຈາກພາກສ່ວນທີ່ກ່ຽວຂ້ອງ ອອກມາເທື່ອ:

“ເຫັນແຕ່ເຂົາໂພສລົງ ຂ້ອຍກະບໍ່ຮູ້ ເຫັນຢູ່ເຂົາໂພສລົງຫັ້ນ ບໍ່ປານໃດ ສ່ວນຫລາຍຈັບແບບນີ້ເຂົາບໍ່ຖແລງການດອກ ນອກຈາກ ພວກຄ້າຢາມ້າ ພວກຮ້າຍແຮງອີ່ຫລີ.”

ເຖິງຢ່າງໃດກໍຕາມ ຈົນມາຮອດມື້ນີ້ ກໍຍັງບໍ່ມີຂໍ້ມູນ ທີ່ຄັກແນ່ວ່າ ທ່ານ ເທີ ຢູ່ນາ ຖືກຕໍາຣວດ ຈັບມາຕັ້ງແຕ່ມື້ໃດ ແລະຈັບຢູ່ບ່ອນໃດ ກັນແທ້, ຮູ້ພຽງແຕ່ວ່າ ຄັ້ງຫລ້າສຸດ ທີ່ທ່ານໄດ້ ເຄື່ອນໄຫວ ແລະ ອອກຂ່າວທາງ ສື່ສັງຄົມອອນລາຍ ແມ່ນມື້ວັນທີ 20 ກໍຣະກະດາ 2021 ນີ້, ຫລັງຈາກນັ້ນ ກໍບໍ່ໄດ້ມີຂ່າວກ່ຽວກັບ ການເຄື່ອນໄຫວຂອງທ່ານ ອອກມາອີກເລີິຍ.

ເມື່ອເດືອນກໍຣະກະດາ 2020 ທ່ານ ເທີ ຢູ່ນາ ໄດ້ພົບພໍ້ໂອ້ລົມກັບ ທ່ານ ປີເຕີ ເຮ່ມອນ ທູດສະຫະຣັຖ ອາເມຣິກາ ປະຈໍາລາວ ໃນໂອກາດ ທີ່ທ່ານໄປຢ້ຽມຢາມ ແຂວງສວັນນະເຂດ ເພື່ອເບິ່ງໂຄງການຕ່າງໆ ທີ່ສະຫະຣັຖຊ່ອຍເຫລືອລາວ ຮວມທັງໂຄງການ ໂພຊນາການ, ໂຄງການເກັບກູ້ຣະເບີດ ບໍ່ທັນແຕກ ແລະໄດ້ໄປຢ້ຽມຢາມ ຢູ່ນາ ສະຕູດິໂອ ແລກ ປ່ຽນວັທນະທັມ ແລະ ທີ່ຜ່ານມາ ທາງສະຖານທູດ ສະຫະຣັຖ ອາເມຣິກາ ກໍໄດ້ທາບທາມ ທ່ານ ເທີ ຢູ່ນາ ຢາກໃຫ້ທ່ານໄປຢ້ຽມຢາມ ສະຫະຣັຖ ອາເມຣິກາ ເປັນ ເວລາ 2 ອາທິດ ເພື່ອຮຽນຮູ້ຫລາຍແນວ ແຕ່ເສັຍດາຍທີ່ທ່ານຍັງບໍ່ໄດ້ ພາສາອັງກິດດີ.

ທ່ານ ເທີ ຢູ່ນາ ໄດ້ຜລິດເພງ ທີ່ມີຊື່ວ່າ “ປະລິນຍາຄົນຈົນ” ທີ່ມີເນື້ອໃນວ່າ ຄອບຄົວນຶ່ງຢາກໃຫ້ລູກໄດ້ຮຽນໜັງສື ມີປະຣິນຍາ ໄດ້ຂາຍໄຮ່ຂາຍນາ ເອົາເງິນສົ່ງລູກໄປຮຽນ ແຕ່ເມື່ອ ຮຽນຈົບ ໄດ້ປະຣິນຍາມາແລ້ວ ພັດບໍ່ໄດ້ເຮັດວຽກ ເຮັດການ, ຖ້າຢາກໄດ້ ວຽກງານເຮັດ ກໍຕ້ອງໄດ້ຈ້າງເຂົ້າ.

ແຕ່ອີງຕາມຂໍ້ມູນເບື້ອງຕົ້ນ ທີ່ມີການເຜີຍແຜ່ ທາງສື່ສັງຄົມອອນລາຍ, ສາເຫດທີ່ເຮັດໃຫ້ ທ່ານ ເທີ ຢູ່ນາ ຖືກຕໍາຣວດຈັບຕົວໄປນັ້ນ ແມ່ນເປັນຍ້ອນຜູ້ທີ່ຄ້າຂາຍອາວຸດເຖື່ອນ ໄດ້ຊັກທອດໄປເຖິງທ່ານວ່າ ທ່ານມີສ່ວນກ່ຽວຂ້ອງນໍາ, ແຕ່ຄວາມຈິງເປັນຄືແນວໃດກັນແທ້ ນັ້ນກໍຕ້ອງໄດ້ລໍຖ້າຄໍາຊີ້ແຈງ ຢ່າງເປັນທາງການ ຈາກພາກສ່ວນທີ່ກ່ຽວຂ້ອງກ່ອນ.

ທ່ານ ສີພອນ ວົງຈິນດາ ຫລື ເທີ ຢູ່ນາ ເປັນສິລປິນ ທີ່ມີຊື່ສຽງໂດ່ງດັງໃນລາວ, ທ່ານເປັນຜູ້ທີ່ມີຄວາມສາມາດ ຫລາຍຢ່າງ ແລະ ຢູທູບ ຂອງທ່ານ ເປັນຢູທູບ ທີ່ມີຜູ້ຕິດຕາມຫລາຍ ເຖິງລ້ານປາຍຄົນ. ທ່ານເປັນຜູ້ກໍ່ຕັ້ງ ແລະເປັນເຈົ້າຂອງຄ້າຍເພງ ຢູ່ນາ ສະຕູດິໂອ ທີ່ຜລິດທັງເພງ, ທັງຮູບເງົາເຣື່ອງສັ້ນ ແລະ ຄລິບວິດິໂອກ່ຽວກັບ ເຣື່ອງລາວຕ່າງໆໃນລາວ ທີ່ໄດ້ເຜີຍແຜ່ ທາງສື່ສັງຄົມ ອອນລາຍເປັນຫລັກ.

ທີ່ຜ່ານມາ ທ່ານ ເທີ ຢູ່ນາ ມັກຈະຕົກເປັນທີີ່ເພັ່ງເລັງ ຂອງເຈົ້າໜ້າທີ່ທາງການລາວຢູ່ຕລອດ ຍ້ອນທ່ານເຄີຍໄດ້ເຄື່ອນໄຫວ ຮ່ວມ ຄອນເສີດ ກັບ ນາງ ຮວາຍເຮືອງ ໄຊຍະບູລີ ຫລື ນາງໝວຍ ແລະ ເຈ້ນາງ ພໍໃຈ ຈົນຖືກເຈົ້າໜ້າທີ່ ຕັກເຕືອນ.

ຂ່າວຄືບໜ້າຫຼ້າສຸດ.

ຕໍ່ຂ່າວນີ້ ໃນມື້ວັນທີ 29 ກໍຣະກະດາ 2021 ນີ້ ທ່ານ ເທີ ຢູ່ນາ ໄດ້ອອກມາປະກົດໂຕຢູ່ ເຟສບຸກ ຂອງຜູ້ກ່ຽວ ແລະ ກ່າວວ່າ:

“ສະບາຍດີ ຄືວຸ້ນວາຍແທ້ ມີຄົນເຂົ້າເບິ່ງເຟສບຸກຫຼາຍ. ຄົນທີ່ເຂົ້າມາ 10 ສ່ວນຮ້ອຍ ເປັນຫ່ວງເປັນໃຍ, ສ່ວນອີກ 90 ສ່ວນຮ້ອຍ ເສືອກ ຫລັງໄດ້ຍິນຂ່າວຈາກຫຼາຍໆບ່ອນ; ບາງຄົນ ເວົ້າວ່າ ເທີ ຖືກ ຕຳຣວດຈັບ ຍ້ອນຄ້າ ຢາເສບຕິດ ມີເງິນຫຼາຍ ໂດຍທີ່ບໍ່ຮູ້ ທີ່ໄປທີ່ມາ. ຖ້າບໍ່ຮູ້ຫຍັງ ບໍ່ຟ້າວເວົ້າ. ມື້ນີ້ ຂ້ອຍຢາກເວົ້າວ່າ ຂ້ອຍກຳລັງຕັດຕໍ່ໜັງຢູ່; ຄວາມຈິງ ການຕັດຕໍ່ສຳເຣັດແລ້ວ ຍັງຕ້ອງ ໃສ່ສຽງປະກອບຕື່ມ. ນັ້ນແມ່ນວຽກໃຫຍ່ ທີ່ກຳລັງເຮັດໃນຕອນນີ້. ວຽກທີ່ສອງ ຂ້ອຍມີສັນຍາ ກັບ ບໍຣິສັດ ມີໄຊ ຂົນສົ່ງ ທີ່ຈະຖ່າຍ ໂຄສະນາ ໃນໄວໆນີ້; ຕອນນີ້ ຝົນຕົກລຽນມື້ ຍາກຕໍ່ການຖ່າຍທຳ. ນັ້ນແມ່ນວຽກ ທີ່ກຳລັງເຮັດໃນໄວໆນີ້. ສ່ວນເຣື່ອງອື່ນໆນັ້ນ ແມ່ນເຣື່ອງຂອງພວກເຈົ້າ. ຢ່າລືມຕິດຕາມ ເບິ່ງໜັງບຸນສວນ ແລະ ໂຄສະນາ ທີ່ ພວກເຮົາຈະເຜີຍແຜ່ ໃນໄວໆນີ້. ຂອບໃຈ...”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 28, 2021 12:26 PM

ການຈັບ ແບບບໍ່ຮູ້ຂໍ້ຫາ ມັນບໍ່ແມ່ນເລື້ອງແປກແລະໃໝ່ ສຳລັບ ສປປລາວ ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ ຫລືຄອມມິວນິດດອກ. ຫາກວ່າຜູ້ໃດ ທີ່ມີຜົນງານແລະບົດບາດຫລາຍກ່ອນພາກລັດແດ່ ແລະຜົນງານຂອງເຂົາເຈົ້າຫລາຍແລະດີກ່ອນ ເຈົ້າໜ້າທີ່ພັກລັດແດ່ ຫລືວ່າໄປຂັດກັບຜົນປະໂຫຍດ ຂອງພັກລັດແດ່ ບຸກຄົນຫລືກຸ່ມຄົນເຫລົ່ານັ້ນ ກຽມຕົວກຽມໃຈໄວ້ໂລດວ່າ ອາດຈະມີສິ່ງໃດສິ່ງເກີດຂຶ້ນກັບພວກເຂົາເຈົ້າ ນອກຈາກແຕ່ວ່າ ເຈົ້າໜ້າທີ່ລັດ ຈະໄດ້ຮັບຜົນປະໂຫຍດນຳ. ການຈັບ ເທີ ຢູ່ນາ ເຊິ່ງເປັນສິນລະປິນຂັວນໃຈປະຊາ ແລະເປັນຜູ້ທີ່ເຮັດລາຍການໂທລະພາບ ທີ່ມີສາລະ ແລະເຂົ້າເຖິງປະຊາຊົນຜູ້ທຸກຍາກ ແລະຕ້ອງການການຊ່ວຍເຫລືອ ຈາກພາກລັດ ກໍເຮັດໃຫ້ ເທີ ຢູ່ນາ ຕົກໃນທີ່ນັ່ງລຳບາກ ເພາະວ່າ ເຂົາໄດ້ໄປເປີດເຜີຍຄວາມອ່ອນແອ ແລະຈຸດບົກຜ່ອງ ຂອງລັດຖະບານສປປລາວ. ສັງຄົມທຸກມື້ນີ້ ເປັນສັງຄົມທີ່ມີຄວາມເຫລື່ອມລ້ຳຫລາຍ ພັກປະຊາຊົນປະຕິບັດລາວ ໃຊ້ສິດອຳນາດກົດຂີ່ຂົ່ມເຫັງປະຊາຊົນ. ປະທານປະເທດທອງລຸນ ອອກມາເວົ້າວ່າ ປະຊາຊົນມີສິດເຮັດແນວນັ້ນແນວນີ້ ແມ່ນເປັນການແກ້ໂຕ ຍ້ອນວ່າຖືກສັງຄົມປະນາມ ແຕ່ບໍ່ແມ່ນ ໃຫ້ສິດທິ ທີ່ຈິງໃຈ ແຕ່ຢ່າງໃດ. ກົມການເມືອງຄວນປ່ຽນແປງທັດສະນະ ແນວທາງໃໝ່ ທີ່ຮັບໃຊ້ປະຊາຊົນ.