ທາງການທ້ອງຖິ່ນວ່າ ຊາວບ້ານຖືຜີ

ຊາວໜຸ່ມ ຄຣິສຈຽນ ສອງຄົນ ໃນແຂວງ ສວັນນະເຂດ ຖືກບັງຄັບ ໃຫ້ເຊົາເຊື່ອຖື ພຣະເຈົ້າ.
ມະນີຈັນ
2013.02.05

ຊາວຄຣິສຈຽນ ຜູ້ນຶ່ງ ຢູ່ແຂວງ ສວັນນະເຂດ ບອກວ່າ ມີການເວົ້າເຖິງ ຊາວໜຸ່ມ ຄຣິສຈຽນ 2 ຄົນ ທີ່ບ້ານ ໂນນສະຫວ່າງ ເມືອງ ທ່າປາງທອງ ແຂວງ ສວັນນະເຂດ ຖືກທາງການ ຈັບຕົວໄປ ແລະ ບັງຄັບໃຫ້ ປະລະ ຄວາມເຊື່ອຖື ໃນພຣະເຈົ້າ. ຊຶ່ງຄວາມຈິງ ເປັນແນວໃດນັ້ນ ຍັງບໍ່ຮູ້ ຄັກແນ່ເທື່ອ ເພາະບໍ່ສາມາດ ຕິດຕໍ່ກັບ ຜູ້ປົກຄອງ ຂອງຊາວຫນຸ່ມ ສອງຄົນ ນັ້ນໄດ້ເທື່ອ:

"ໄດ້ຍິນປະມານ 3 ວັນ ກ່ອນວ່າ ເຂົາຖືກຂົ່ມເຫັງ ທີ່ ບ້ານໂນນສະຫວ່າງ ເມືອງທ່າປາງທອງ ເຂົາເລົ່າລືກັນວ່າ ເຂົາກັກຕົວ ສອງຄົນ ແຕ່ບໍ່ແມ່ນ ເດັກນ້ອຍ ຜູ້ໃຫຍ່ ອາຍຸ ປະມານ 19-20 ປີ ເຂົາກັກ ເຂົາບັງຄັບ ໃຫ້ອອກຈາກ ຄວາມເຊື່ອ".

ທ່ານເວົ້າຕໍ່ໄປວ່າ ຊາວຫນຸ່ມທັງ 2 ຄົນນີ້ ເຂົ້າມານັບຖື ພຣະເຈົ້າ ເມື່ອປະມານ 3 ປີ ກ່ອນ ຊຶ່ງການຈັບກຸມນັ້ນ ຖ້າເປັນຄວາມຈິງ ກໍຄືກັບວ່າ ທາງການ ບໍ່ຕ້ອງການ ໃຫ້ມີຄົນລຸ້ນໃໝ່ ນັບຖືພຣະເຈົ້າ ແລະຕ້ອງການ ທີ່ຈະລົບລ້າງ ໃຫ້ໝົດໄປ ຈາກ ສັງຄົມລາວ.

ທາງດ້ານ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ເມືອງທ່າປາງທອງ ແຂວງ ສວັນນະເຂດ ກໍຊີ້ແຈງວ່າ ທາງ ປກສ ບໍ່ໄດ້ຈັບຊາວຫນຸ່ມ 2 ຄົນ ນັ້ນແຕ່ຢ່າງໃດ ແລະວ່າ ເຣື່ອງດັ່ງກ່າວ ເປັນເຣື່ອງຣະຫວ່າງ ອໍານາດ ການປົກຄອງບ້ານ ແລະ ຜູ້ນັບຖື ສາສນາ ຄຣິສຈຽນ:

"ອັນນີ້ ບໍ່ໄດ້ຈັບກຸມ ມີແຕ່ວ່າ ທາງອໍານາດ ການປົກຄອງ ເຂົາບໍ່ເຫັນດີ ໃຫ້ໄປນັບຖື ອັນນີ້ມັນ ອໍານາດ ການປົກຄອງບ້ານ ເປັນຜູ້ເຮັດ ບົດບັນທຶກ ເພາະວ່າມັນຜິດ ຕໍ່ຮີດຂອງບ້ານ ສາສນາຄິຣສຕຽນ ກັບ ສາສນາຜີ ມັນບໍ່ເຂົ້າກັນ ອັນນີ້ ຖ້າຢາກໄປເຊື່ອ ສາສນາ ເຂົາໃຫ້ອອກ ຈາກບ້ານ".

ເຈົ້າໜ້າທີ່ ເວົ້າຕື່ມວ່າ ຣະຫວ່າງ ສາສນາຄຣິສຈຽນ ແລະ ສາສນາຜີ ມີຄວາມ ຂັດແຍ່ງກັນ ໃນເຣື່ອງ ຂອງຄວາມເຊື່ອ ຊຶ່ງ ບ້ານໂນນສະຫວ່າງ ນັບຖືສາສນາຜີ ຢູ່ກ່ອນແລ້ວ. ດັ່ງນັ້ນ ຫາກຊາວຫນຸ່ມ ທັງສອງຄົນ ຕ້ອງການທີ່ຈະ ນັບຖື ສາສນາຄຣິສຈຽນ ຕໍ່ໄປ ກໍຈະບໍ່ສາມາດ ອາສັຍ ຢູ່ໃນບ້ານ ໂນນສະຫວ່າງ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.