ການປະຕິບັດ ສິດທິມະນຸດຢູ່ລາວ ໃນປີ 2023 ບໍ່ມີຫຍັງດີຂຶ້ນ
2024.04.24

ຫ້ອງການເພື່ອປະຊາທິປະໄຕ, ສິດທິມະນຸດ ແລະແຮງງານ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກລາຍງານ ກ່ຽວກັບການປະຕິບັດ ສິດທິມະນຸດ ຢູ່ ສປປ ລາວ ເມື່ອວັນທີ 22 ເມສາ 2024 ນີ້ວ່າ ບໍ່ມີການປ່ຽນແປງທີ່ສໍາຄັນໃດໆ ກ່ຽວກັບສະພາບສິດທິມະນຸດ ຢູ່ປະເທດລາວ ໃນລະຫວ່າງປີ 2023 ທີ່ຜ່ານມານີ້.
ສະຫລຸບລາຍງານນັ້ນ ເວົ້າວ່າ ປະເດັນສິດທິມະນຸດ ທີ່ສໍາຄັນສໍາຄັນ ຮວມທັງລາຍງານທີ່ເຊື່ອຖືໄດ້ ເລື້ອງການສັງຫານ ຫລືການຂ້າແບບຊະຊາຍ ຫລືແບບບໍ່ເປັນໄປຕາມກົດໝາຍ ຮວມທັງການຂ້າແບບບໍ່ມີການໄຕ່ສວນ, ບໍ່ຜ່ານຂັ້ນຕອນຕ່າງໆ; ເຈົ້າໜ້າທີ່ລັດ ປະຕິບັດ ຫລືລົງໂທດ ແບບດູຖູກ ປ່າເຖື່ອນ, ໄຮ້ມະນຸດສະທໍາ; ການຈັບກຸມ ຫລືການກັກຂັງແບບຊະຊາຍ; ມີບັນຫາຮ້າຍແຮງ ເລື່ອງຄວາມເປັນເອກກະລາດ ທາງດ້ານຍຸຕິທໍາ; ມີນັກໂທດການເມືອງ; ການກົດດັນໃຫ້ຂ້າມຊາດ ຕໍ່ບຸກຄົນໃນປະເທດອື່ນ; ການຈໍາກັດສິດອິດສະລະພາບຂັ້ນຮ້າຍແຮງ ໃນເລື້ອງການສະແດງຄວາມຄິດເຫັນ ແລະເສລີພາບດ້ານສື່ມວນຊົນ, ຮວມທັງເຫດຮຸນແຮງຕໍ່ນັກຂ່າວ, ມີການກວດກາຂ່າວ ແລະການໃຊ້ກົດ ໝາຍອາຍາ ໄປໃນທາງທີ່ບໍ່ຖືກຕ້ອງ; ການຫ້າມທີ່ໜັກໜ່ວງ ໃນເລື້ອງເສລີ ພາບທາງອິນເຕີແນັຕ; ການເຂົ້າຫຍູ້ງກ່ຽວ ລົບກວນສິດເສລີພາບໃນການຊຸມ ນຸມຢ່າງສັນຕິ ແລະເສລີພາບໃນເລື້ອງການຈັດຕັ້ງສະມາຄົມ; ການບັງຄັບໃຫ້ຜູ້ອົບພະຍົບຫລົບໄພ ໄປປະເທດ ທີ່ເຊື່ອກັນວ່າ ພວກເຂົາເຈົ້າຈະປະເຊີນ ກັບການທໍລະມານ ຫລືການສັງຫານ; ປະຊາຊົນ ບໍ່ມີຄວາມສາມາດ ທີ່ຈະປ່ຽນແປງ ລັດຖະບານຂອງພວກເຂົາເຈົ້າຢ່າງສັນຕິ ຜ່ານການເລືອກຕັ້ງ ທີ່ເສລີ ແລະເປັນທໍາ; ການຫ້າມຢ່າງໜັກໜ່ວງ ແລະບໍ່ມີເຫດມີຜົນ ຕໍ່ການມີສ່ວນຮ່ວມທາງການເມືອງ; ນອກຈາກນັ້ນ ລາຍງານຍັງເວົ້າເຖິງການສໍ້ລາດບັງຫລວງ ຂອງລັດຖະບານ ທີ່ໜັກໜ່ວງ; ການຫ້າມຂອງລັດຖະບານ ຕໍ່ອົງການສິດທິມະນຸດ ທັງພາຍໃນ ແລະສາກົນ; ຄວາມຮຸນແຮງບົນພື້ນຖານທາງເພດ, ຮວມທັງຄວາມຮຸນແຮງທາງເພດ, ແລະການແຕ່ງດອງ ແຕ່ອາຍຸເຍົາໄວ ແລະແບບບັງຄັບ. ອາດຊະຍາກໍາ ທີ່ກ່ຽວຂ້ອງກັບການໃຊ້ຄວາມຮຸນແຮງຕໍ່ຄົນສອງເພດ, ກະເທີຍ, ຜູ້ຜ່າຕັດແປງເພດ; ແລະຫ້າມບໍ່ໃຫ້ມີອົງການ ຈັດຕັ້ງກໍາມະບານ ທີ່ເປັນເອກກະລາດ.
ລາຍງານຂອງກະຊວງການຕ່າງປະເທດ ເວົ້າວ່າ ມີລາຍງານ ການລະເມີດສິດ ທິມະນຸດ ທີ່ກ່ຽວຂ້ອງກັບການບັງຄັບໃຊ້ແຮງງານ ໂດຍພວກນັກລົງທຶນຕ່າງ ປະເທດ ໂດຍສະເພາະບໍລິສັດລັດວິສາຫະກິດ ຂອງຈີນ ແລະເອກຊົນຈີນ ແມ່ນມີຂຶ້ນເລື້ອຍໆ. ການປະຕິບັດຄືດັ່ງກ່າວ ຂອງບໍລິສັດເຫລົ່ານັ້ນ ແມ່ນຢູ່ເຂດເສດຖະກິດພິເສດ ທີ່ເປັນເຂດປົກຄອງຕົນເອງ; ບາງບໍລິສັດ ກໍມີການກ່ຽວພັນກັບອາດສະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງສູງ ຊຶ່ງທົ່ວໄປແລ້ວ ທາງການແມ່ນບໍ່ໄດ້ສືບສວນສອບສວນ ຫລືດໍາເນີນຄະດີ ກ່າວໂທດຮຸນແຮງ ຕໍ່ກໍລະນີທີ່ເກີດຂຶ້ນນັ້ນ ແຕ່ຢ່າງໃດເລີຍ.
ລາຍງານ ຂອງກະຊວງການຕ່າງປະເທດສະຫະຣັຖອາເມຣິກາ ໄດ້ລະບຸໃນພາກທີ 1 ເຖິງເລື້ອງຄວາມບໍ່ໃຫ້ກຽດສັກສີ, ຄວາມຢຽບຫຍາມບຸກຄົນ. ມີລາຍງານວ່າ ລັດຖະບານ ຫລືເຈົ້າໜ້າທີ່ລັດຖະບານ ດໍາເນີນການສັງຫານ ຜູ້ປົກປ້ອງສິດທິມະນຸດ ໂດຍບໍ່ມີການໄຕ່ສວນ ເຊັ່ນ ທ້າວ ບຸນສວນ ກິດຕິຍາໂນ ອາດີດນັກເຄື່ອນໄຫວຊາວລາວ ທີ່ໄດ້ໂຕນໄປໄທ ແລະສະຫະປະຊາຊາດດ້ານຜູ້ອົບພະຍົບ ໄດ້ຮັບຮູ້ເປັນຜູ້ອົບພະຍົບຢ່າງເປັນທາງການ ກໍຖືກພົບວ່າ ຖືກຍິງເສຽຊີວີດ ຢູ່ຂ້າງທາງ ໃນເຂດແຂວງອຸບົນ ເມື່ອວັນທີ 17 ພຶດສະພາ. ນັກວິຈານສື່ສັງຄົມອອນລາຍ ຫລາຍຄົນກໍເວົ້າວ່າ ລັດຖະບານລາວ ກ່ຽວຂ້ອງກັບການກະທໍາຜິດ ຫລືທີ່ບໍ່ຖືກຕ້ອງຕາມກົດໝາຍ.
ພ້ອມດຽວກັນນັ້ນ ລາຍງານ ຍັງເວົ້າເຖິງເລື້ອງການຫາຍສາບສູນວ່າ ບໍ່ມີລາຍງານ ການຫາຍສາບສູນໃດໆ ຈາກທາງການ. ຢ່າງໃດກໍຕາມ ຜູ້ສັງເກດການຕ່າງກໍເວົ້າວ່າ ລັດຖະບານ ບໍ່ໄດ້ມີຄວາມພະຍາຍາມແນວໃດ ໃນການສືບສວນສອບສວນ ຫລືລົງໂທດ ຜູ້ກໍ່ເຫດໃດໆ ໃນໄລຍະທີ່ຜ່ານມາ. ເປັນຕົ້ນ ກໍລະນີການຫາຍສາບສູນ ຂອງທ້າວ ເພັດພູທອນ ພິລາຈັນ ເມື່ອປີ 2019 ແລະ ທ່ານ ສົມບັດ ສົມພອນ ເມື່ອປີ 2012.
ເລື້ອງການທໍລະມານ ຫລືການປະຕິບັດແບບໂຫດຮ້າຍ ປ່າເຖື່ອນ ຫລືດູຖູກກຽດສັກສີ ຫລືການລົງໂທດ ແລະເຫດຄວາມຮຸນແຮງອື່ນໆ ທີ່ກ່ຽວຂ້ອງນັ້ນ ລັດຖະທໍາມະນູນ ແລະກົດໝາຍ ແມ່ນຫ້າມ. ແຕ່ກໍມີລາຍງານ ທີ່ໜ້າເຊື່ອຖືວ່າ ເຈົ້າໜ້າທີ່ທາງການ ໄດ້ກະທໍາ ຮວມທັງມີລາຍງານການປະຕິບັດ ແບບບໍ່ດີ ຕໍ່ນັກໂທດ ແລະຜູ້ຖືກຄຸມຂັງ.
ແລະການບໍ່ລົງໂທດຜູ້ກະທໍາຜິດ ກໍຍັງເປັນບັນຫາຢູ່ ຢູ່ ສປປລາວ. ກົມກວດກາ ກະຊວງປ້ອງກັນຄວາມສະຫງົບ ອະນຸຍາດໃຫ້ມວນຊົນ ຂຽນຄໍາຮ້ອງຮຽນ ສົ່ງຜ່ານເວັບໄຊຂອງຕົນ ຫລືຜ່ານກ່ອງຮ້ອງຮຽນ ທີ່ມີຢູ່ໃນເກືອບທົ່ວປະເທດນັ້ນ, ຜູ້ສັງເກດການ ເວົ້າວ່າ ເວັບໄຊນັ້ນ ແມ່ນໃຊ້ຍາກ ທັງເວັບໄຊ ແລະກ່ອງຮ້ອງຮຽນ ແມ່ນບໍ່ມີ. ແລະບໍ່ມີເຈົ້າໜ້າທີ່ພາກສ່ວນໃດ ທີ່ສືບສວນ ສອບສວນເລື່ອງການລະເມີດສິດທິ ທີ່ກໍາລັງຮັກສາຄວາມສະຫງົບກະທໍາ, ແລະກໍບໍ່ມີກໍລະນີຄະ ດີໃດ ທີ່ກ່າວຫາ ເຈົ້າໜ້າທີ່ທາງການ ທີ່ລະເມີດສິດທິມະນຸດ.
ຄຸກ ແລະສະພາບສູນກັກຂັງ ລາຍງານເວົ້າວ່າ ແມ່ນແຕກຕ່າງກັນ. ຢູ່ບາງຄຸກ ກໍໂຫດຮ້າຍ ເປັນໄພຄຸກຄາມ ເຖິງແກ່ຊີວິດ ຍ້ອນອາຫານບໍ່ພຽງພໍ, ແອອັດ ຄົນແຫຍ້ກັນຢູ່, ມີການທໍາຮ້າຍຮ່າງກາຍ ແລະບໍ່ມີຢາປິ່ນປົວພຽງພໍ.
ເລື່ອງການຈັບກຸມຄຸມຂັງ ລາຍງານເວົ້າວ່າ ກົດໝາຍ ແມ່ນໃຫ້ການປົກປ້ອງບຸກຄົນ ທີ່ຖືກຈັບກຸມ ແລະຄຸມຂັງແບບຊະຊາຍ. ແຕ່ເຈົ້າໜ້າທີ່ທາງການ ຈໍານວນນຶ່ງ ບໍ່ໄດ້ປະຕິບັດຕາມເລີຍ, ແລະຈັບກຸມຄຸມຂັງ ແບບຊະຊາຍຢູ່ຕໍ່ໄປ.
ເລື່ອງຂັ້ນຕອນຂອງການຈັບ ແລະການປະຕິບັດຕໍ່ຜູ້ຖືກຄຸມຂັງ ລາຍງານເວົ້າວ່າ ກໍາລັງຕໍາລວດ, ທະຫານ ແລະກົມພາສີ ແມ່ນມີອໍານາດຈັບກຸມ ເຖິງແມ່ນວ່າ ໂດຍທົ່ວໄປແລ້ວ ແມ່ນໜ້າທີ່ຂອງຕໍາລວດ. ກົດໝາຍລະບຸວ່າ ທາງການ ຕ້ອງແຈ້ງໃຫ້ຜູ້ຖືກກັກຂັງຮູ້ ກ່ຽວກັບຂໍ້ຫາ ຕໍ່ພວກເຂົາ ແລະແຈ້ງໃຫ້ຍາດພີ່ນ້ອງຮູ້ພາຍໃນ 24 ຊົ່ວໂມງ ພາຍຫລັງການຈັບກຸມ. ແຕ່ນັ້ນບໍ່ໄດ້ເກີດຂຶ້ນເລີຍ ໂດຍສະເພາະຢູ່ເຂດຫ່າງໄກ.
ກົດໝາຍອະນຸຍາດໃຫ້ຜູ້ຖືກຂັງ ຖືກກັກຂັງໄດ້ 2 ເດືອນ ໃນລະຫວ່າງການສອບສວນ ສືບສວນ ກ່ອນໜ້າການຕັ້ງຂໍ້ຫາຢ່າງເປັນທາງການ; ໃນຊ່ວງນີ້ ສາມາດຕໍ່ໄປໄດ້ຮອດ 1 ປີ. ແລະລະບົບປະກັນຕົວກໍມີ ແຕ່ທາງການ ຫາກໄດ້ປະຕິບັດ ແບບບໍ່ເປັນໄປຕາມກົດໝາຍ. ກົດໝາຍອະນຸຍາດ ໃຫ້ຜູ້ຖືກກັກຂັງຫລືຖືກຂັງຄຸກ ມີສິດມີຜູ້ຕາງໜ້າທາງກົດໝາຍ ຫລືທະນາຍຄວາມ ໄດ້ໃນເວລາໄຕ່ສວນ. ແຕ່ເຖິງຢ່າງໃດ ໂດຍທົ່ວໄປ ທາງການແມ່ນບໍ່ໄດ້ອະນຸຍາດ ໃຫ້ມີທະນາຍຄວາມໄດ້ ຈົນກວ່າຈະສະຫລຸບການສືບສວນ ສອບສວນຄະດີແລ້ວ ແລະຄະດີນັ້ນ ໄດ້ສົ່ງໄປຍັງຫ້ອງການໄອຍະການແລ້ວ. ການບໍ່ໃຫ້ຜູ້ຖືກກັກຂັງ ເຂົ້າເຖິງທະນາຍ ຄວາມນັ້ນ ເຮັດໃຫ້ຜູ້ສັງເກດການ ສະຫລຸບຂໍ້ສົງໃສວ່າ ຜູ້ຕ້ອງສົງໄສ ຖືກຂັງດ່ຽວ.
ລາຍງານຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ກ່ຽວກັບການປະຕິບັດສິດທິມະນຸດ ຢູ່ ສປປລາວ ໃນມື້ວັນທີ 22 ເມສານີ້ ໄດ້ຂະຫຍາຍຄວາມ ຂອງບັນຫາຕ່າງໆ ຊຶ່ງມີການລະເມີດຢູ່ ສປປລາວ ແລະໄດ້ເວົ້າເຖິງຫລາຍບັນຫາ ທີ່ມີການລະເມີດຢ່າງຮຸນແຮງນັ້ນ.