ນັກສິດທິມະນຸດ ຍັງສະແດງຄວາມເປັນຫ່ວງ ບັນຫາການລະເມີດສິດມະນຸດ ໃນລາວ

ອຸ່ນແກ້ວ
2024.06.17
ນັກສິດທິມະນຸດ ຍັງສະແດງຄວາມເປັນຫ່ວງ ບັນຫາການລະເມີດສິດມະນຸດ ໃນລາວ ທ່ານ Volter Turk ຂ້າຫລວງໃຫຍ່ ແຫ່ງອົງການສະຫະປະຊາຊາດ ເພື່ອສິດທິມະນຸດ ພົບກັບທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
Photo by Screen Captured from UN Human Rights’ Video.

ຂ້າຫລວງໃຫຍ່ສະຫະປະຊາຊາດ ເພື່ອສິດທິມະນຸດ ທ່ານ Volter Turk ໄດ້ເດີນທາງມາປະເທດລາວ ເພື່ອພົບປະກັບລັດຖະບານລາວ ກ່ຽວກັບວຽກງານສິດທິມະນຸດ.

ທ່ານ Volter Turk ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ໄດ້ກ່າວຢໍ້າ ຢູ່ໃນ ບົດຖະແຫຼງຂ່າວ ໃນວັນທີ 7 ມິຖຸນາ ໃນຂະນະທີ່ທ່ານ ຢູ່ນະຄອນຫລວງວຽງຈັນ ຕອນນຶ່ງວ່າ:

ຜູ້ທີ່ສະແດງຄໍາຄິດຄໍາເຫັນ ເພື່ອຜົນປະໂຫຍດສາທາລະນະ ຈະຕ້ອງສາມາດເຮັດໄດ້ ໂດຍບໍ່ປາດສະຈາກຄວາມຢ້ານກົວ. ເຂົ້າເຈົ້າຈະຕ້ອງໄດ້ຮັບການປົກປ້ອງ ບໍ່ໃຫ້ມີຜູ້ໃດມາຄຸກຄາມ, ໃຊ້ຄວາມຮຸນແຮງ ຫຼື ນາບຂູ່ທາງກົດໝາຍ ຍ້ອນພຽງແຕ່ເຂົາເຈົ້າສະແດງອອກຄວາມຄິດເຫັນຢ່າງເສລີ.

ຢູ່ປະເທດລາວ ຈະຕ້ອງມີການກວດສອບ ການຖ່ວງດຸນອໍານາດ ເຈົ້າໜ້າທີ່ ເພື່ອບໍ່ໃຫ້ມີການໃຊ້ອໍານາດເກີິນຂອບເຂດ.

ທ່ານ Volter Turk ຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ ກ່າວວ່າ:

ບໍ່ວ່າຈະຢູ່ບ່ອນໃດ ຖ້າຜູ້ທີ່ສະແດງຄໍາເຫັນ ຖືກຄຸກຄາມສິດ, ບັນຫາດັ່ງກ່າວ ຈະຕ້ອງໄດ້ຮັບການກວດສອບ ແລະ ແກ້ໄຂ ຢ່າງມີປະສິດທິພາບ ແລະ ໂປ່ງໃສ. ຈະຕ້ອງການຖ່ວງດຸນອໍານາດ ເພື່ອເພີ່ມທະວີການກວດກາຝ່າຍເຈົ້າໜ້າທີ່ ຜູ້ທີ່ໃຊ້ອໍານາດເກີນຂອບເຂດ ຕ້ອງຮັບຜົບກັບການກະທໍາຂອງຕົນ.

ນອກຈາກນີ້ ທ່ານ Volter Turk ຮຽກຮ້ອງໃຫ້ລັດຖະບານລາວ ສືບຕໍ່ສືບສວນ ສອບສວນ ກໍລະນີການບີບບັງຄັບບຸກຄົນໃຫ້ຫາຍສາບສູນ ເຊັ່ນ ກໍລະນີ ທ່ານ ສົມບັດ ສົມພອນ ຊຶ່ງຄອບຄົວຂອງ ທ່ານ ກໍຍັງລໍຖ້າຊອກຫາຄວາມຈິງ ແລະ ຄວາມຍຸຕິທໍາ ມາໄດ້ຫຼາຍກວ່າ 11 ປີ ແລ້ວ, ລັດຖະບານຕ້ອງສ້າງຄວາມໝັ້ນໃຈວ່າ ຄອບຄົວຂອງ ທ່ານ ສົມບັດ ຈະຕ້ອງໄດ້ຮັບແຈ້ງຂໍ້ມູນຢ່າງສະໝໍ່າສະເໝີ. ແລະ ຮຽກຮ້ອງໃຫ້ລັດຖະບານລາວ ລົງສັດຕະຍາບັນສົນທິສັນຍາສະຫະປະຊາຊາດ ເພື່ອປົກປ້ອງທຸກຄົນຈາກການບີບບັງຄັບໃຫ້ຫາຍສາບສູນ.

ການພັດທະນາດ້ານສິດທິມະນຸດ ຢູ່ປະເທດລາວ ຍັງບໍ່ມີການປັບປຸງແນວໃດ ແລະ ຍັງບໍ່ມີຫຼັກຖານຫຍັງເປັນສິ່ງວັດແທກ.

ທ່ານ ນາງ Shalmali Guttal ຈາກອົງການ Focus on the Global South ເປັນອົງການການຈັດຕັ້ງພາກປະຊາສັງຄົມ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ການພັດທະນາດ້ານສິດທິມະນຸດ ບໍ່ໄດ້ຮັບການປັບປຸງ ພວກເຮົາບໍ່ໄດ້ເຫັນຫຼັກຖານທີ່ກະຈ່າງແຈ້ງ ແລະ ໂຕຊີ້ວັດຫຍັງ ທີ່ບົ່ງບອກວ່າ ມີການປັບປຸງດ້ານສິດທິມະນຸດ.

ທ່ານ ນາງ Shalmali Guttal ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

ບາງປະເທດ ໄດ້ເຊັນສົນທະສັນຍາ ແລະ ຖະແຫຼງການດ້ານສິດທິມະນຸດຫຼາຍສະບັບ. ຜູ້ບໍລິຈາກ ແລະ ອົງການສະຫະປະຊາຊາດ ໄດ້ໃຫ້ການເສີມສ້າງຄວາມອາດສາມາດທາງດ້ານສິດທິມະນຸດ ແຕ່ສ່ວນຫຼາຍ ແມ່ນພຽງຊ່ວຍເຫຼືອກະກຽມບົດລາຍງານດ້ານສິດທະມະນຸດ ໃຫ້ອົງການສະຫະປະຊາຊາດເທົ່ານັ້ນ.

ທ່ານ ນາງ Shalmali Guttal ກ່າວຕື່ມອີກວ່າ:

ຄວາມແຕກຕ່າງທີ່ໃຫຍ່ ລະຫວ່າງ ການເຊັນຖະແຫຼງການ, ສົນທິສັນຍາ, ການກະກຽມ ກັບ ການຕະໜັກເຖິງສິດທິມະນຸດ. ໂຄງການພັດທະນາຂອງປະເທດ ເຮັດໃຫ້ມີການຍາດແຍ່ງທີ່ດິນຂອງປະຊາຊົນຢູ່ເຂດຊົນນະບົດ ແລ້ວ ມັນຈະເປັນການປະກອບສ່ວນຕໍ່ຄໍາວ່າ ສິດທິມະນຸດແນວໃດ.

ນອກຈາກນີ້, ປະຊາຊົນ ທ່ານໜຶ່ງ ໄດ້ກ່າວ ເອເຊັຽເສຣີ ວ່າ:

ເວົ້າເລື່ອງການປະຕິບັດສິດທິມະນຸດໃນລາວ ໃນດ້ານກົດໝາຍລະແມ່ນດີ ແຕ່ ໃນດ້ານປະຕິບັດ ໂຕຈິງ ເຫັນໄດ້ວ່າ ພະນັັກງານລັດ ທີ່ປະຕິບັດກົດໝາຍນັ້ນ ແມ່ນຍັງຂາດ ຄວາມເຂົ້າໃຈຕໍ່ກັບສິດທິມະນຸດ ແລະ ຮ້າຍແຮງໄປກວ່ານັ້ນ ໃນສັງຄົມລາວ ແມ່ນປະຊາຊົນມີຄວາມຢ້ານກົວ ທີ່ຈະເວົ້າເລື່ອງສິດທິມະນຸດ ແລະ ບໍ່ເຂົ້າໃຈວ່າ ສິດທິມະນຸດ ມັນຄືຫຍັງ ຖ້າເວົ້າກໍຢ້ານຖືກຈັບ ຖ້າຕໍານິກໍເຫັນວ່າ ເປັນເລື່ອງຂັດຕໍ່ແນວທາງ.

ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ:

ໃນສ່ວນຂອງການລະເມີດສິດທິແມ່ຍິງ ແລະ ເດັກ ຢູ່ປະເທດລາວ ທີ່ໂດ່ງດັງຢູ່ສື່ສັງຄົມ ເຫັນໄດ້ວ່າ ບໍ່ມີໜ່ວຍງານໃດ ໂດຍສະເພາະ ສະຫະພັນແມ່ຍິງລາວ ກະບໍ່ໄດ້ອອກມາ ເປັນປາກເປັນສຽງ ແລະ ເປັນກະບອກສຽງ ໃຫ້ກັບປະຊາຊົນ ແລະ ບໍ່ໄດ້ນໍາເອົາຄົນກະທໍາຜິດມາລົງໂທດຕາມກົດໝາຍ ມີແຕ່ປະຊາຊົນ ມີການສົນທະນາກັນທາງສື່ສັງຄົມອອນລາຍເທົ່ານັ້ນ.

ໃນເວລາທີ່ປະຊາຊົນ ຖືກລະເມີດສິດ, ເຂົາເຈົ້າກໍບໍ່ຮູ້ວ່າ ຈະໄປຂໍຄວາມຊ່ວຍເຫຼືອຈາກໜ່ວຍງານໃດ ນອກຈາກຫ້ອງການບ້ານ ແຕ່ ຫ້ອງການບ້ານກໍບໍ່ສາມາດຊ່ວຍໄດ້ຢ່າງເຕັມທີ່.

ປະຊາຊົນ ທ່ານນີ້ ກ່າວວ່າ:

ຢູ່ປະເທດລາວ ຍັງບໍ່ມີສູນປົກປ້ອງດ້ານສິດທິມະນຸດ ໃນເວລາປະຊາຊົນບໍ່ໄດ້ຮັບຄວາມຍຸຕິທໍາ ບໍ່ຮູ້ວ່າ ຈະໄປຫາໃຜນອກຈາກນາຍບ້ານ ຖ້າວ່າ ໄປຫານາຍບ້ານ ບາງຄັ້ງ ກໍຍັງບໍ່ສາມາດນໍາເອົາເລື່ອງລາວທີ່ເກີດຂຶ້ນ ຫ້ອງການຊ່ວຍເຫຼືອດ້ານກົດໝາຍກະມີຢູ່ ແຕ່ບໍ່ທົ່ວເຖິງ.

ກໍລະນີບັນຫາ ການລະເມີດສິດທິມະນຸດ ທີ່ເກີດຂຶ້ນຢູ່ປະເທດລາວ ທີ່ບໍ່ທັນໄດ້ຮັບການແກ້ໄຂ.

ນອກຈາກນີ້, ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ແລະປະເທດທີ່ມີຄວາມທຸກຍາກທີ່ສຸດໃນໂລກ ຫລາຍກວ່າເຄິ່ງນຶ່ງ ປະສົບບັນຫາ ຫລືສ່ຽງຕໍ່ການທີ່ຈະປະສົບບັນຫາໜີ້ສິນເພີ່ມຂຶ້ນ.

ປະເທດລາວ ຍັງປະເຊີນກັບຜົນຮ້າຍ ທີ່ເກີດຈາກວິກິດຄວາມບໍ່ສະຫງົບຢູ່ປະເທດມຽນມາ ແລະຜົນກະທົບທາງລົບຂ້າມຊາຍແດນ ໂດຍສະເພາະເລື່ອງອາດຊະຍາກໍາຂ້າມຊາດ ແລະ ການຄ້າມະນຸດ.

ຂະນະທີ່ປະເທດລາວ ວາງແຜນກໍານົດເສັ້ນທາງການພັດທະນາ, ການເຕີບໂຕທາງເສດຖະກິດ ພຽງຢ່າງດຽວ ແຕ່ຈະບໍ່ແກ້ໄຂຄວາມບໍ່ສະເໝີພາບ ທາງດ້ານໂຄງສ້າງ ຫລືຮັບປະກັນວ່າ ຄໍາໝັ້ນສັນຍາ ເລື່ອງສິດທິມະນຸດ ຈະບັນລຸຜົນສໍາເລັດ.

ຂະນະທີ່ພາກປະຊາສັງຄົມໃນລາວ ເຫັນວ່າ ລັດຖະບານລາວ ຍັງລະເມີດສິດທິມະນຸດ ຂອງປະຊາຊົນ ໂດຍສະເພາະເລື່ອງການສະແດງຄວາມຄິດຄວາມເຫັນທາງດ້ານການເມືອງ, ການປົກຄອງ ແລະນະໂຍບາຍຂອງລັດຖະບານ ຮວມເຖິງວຽກງານຕ່າງໆ ຂອງລັດຖະບານ ຍັງບໍ່ສາມາດວິພາກວິຈານ ແລະ ສະແດງຄວາມຄິດຄວາມເຫັນໄດ້ຢ່າງເສລີ ຍັງຕ້ອງເປັນໄປຕາມແນວທາງ ທີ່ຖືກກໍານົດໄວ້ຢ່າງເດັດຂາດ.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນລາວທ່ານນຶ່ງ ຢູ່ແຂວງຈໍາປາສັກ ກ່າວຕໍ່ເອເຊັຍເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ:

ມີປະຊາຊົນລາວຈໍານວນຫລວງ ຫລາຍ ໄດ້ຮັບຜົນກະທົບ ຈາກໂຄງການລົງທຶນຕ່າງໆ ແຕ່ບໍ່ສາມາດທີ່ຈະຄັດຄ້ານ ແລະຕໍ່ຕ້ານຫຍັງໄດ້. ປັດຈຸບັນ ປະຊາຊົນລາວເສຍຜົນປະໂຫຍດ, ຍອມຖືກໂຍກຍ້າຍ, ຍອມສູນເສຍທີ່ດິນ, ບໍ່ໄດ້ຮັບຄວາມເປັນທໍາ, ທາງການລາວ ໃຊ້ກົດ  ໝາຍ ບີບບັງຄັບ ຂົ່ມຂູ່ປະຊາຊົນ ເຮັດໃຫ້ບໍ່ມີອະນາຄົດ.

ສະນັ້ນ ປະຊາຊົນລາວ ຈຶ່ງຢ້ານທີ່ຈະຖືກຈັບ ຫລື ເຮັດໃຫ້ຫາຍສາບສູນໄປ ຄືກັນກັບກໍລະນີທີ່ເກີດຂຶ້ນກັບຫຼາຍໆຄົນ ທີ່ອອກມາວິພາກວິຈານລັດຖະບານ.

ບຸກຄົນທີ່ເສັຍຊີວິດ, ຫາຍສາບສູນ ແລະ ຖືກຈັບຂັງຄຸກ ທີ່ກ່ຽວກັບການເລື່ອງສິດທິມະນຸດຢູ່ລາວ.

  1. ທ້າວ ແຫລວຄໍາ ລໍສະຫວັດ ຖືກຄາດຕະກໍາ
  2. ທ້າວ ບຸນສວນ ກິດຕິຢາໂນ ຖືກຄາດຕະກໍາ
  3. ທ້າວ ພູວົງ ໄຊຍະແສງ ຖືກຄາດຕະກໍາ.
  4. ນາງ ຫລອດຄໍາ ທໍາມະວົງ ຖືກຈັບ.
  5. ທ້າວ ສຸກັນ ໃຈທັດ ຖືກຈັບ.
  6. ທ້າວ ສົມພອນ ພິມມະສອນ ຖືກຈັບ
  7. ນາງ ຮວຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ຖືກຈັບ
  8. ທ້າວ ອັອດ ໄຊຍະວົງ ຫາຍສາບສູນ.
  9. ທ້າວ ເພັດພູທອນ ພິລາຈັນ ຫາຍສາບສູນ.
  10. ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ແລະ ຖືກບັງຄັບໃຫ້ຫາຍສາບສູນ

ປັດຈຸບັນ ສປປລາວ ໄດ້ເຂົ້າຮ່ວມ ເປັນພາຄີສົນທິສັນຍາສາກົນ ວ່າດ້ວຍສິດທິມະນຸດ ຂອງອົງການສະຫະປະຊາຊາດ 7 ສະບັບ ໃນຈໍານວນທັງໝົດ 9 ສະບັບ ຊຶ່ງໃນນັ້ນ ມີລວມທັງສົນທິສັນຍາສາກົນ ວ່າດ້ວຍສິດທິທາງການເມືອງ ແລະສິດທິຂອງພົນລະເຮືອນ, ສົນທິສັນຍາສາກົນ ວ່າດ້ວຍສິດທິທາງດ້ານເສດຖະກິດ ສັງຄົມ ແລະວັດທະນະທໍາ, ສົນທິສັນຍາສາກົນ ວ່າດ້ວຍການຈໍາກັດ ທຸກຮູບແບບຂອງການຈໍາແນກເຊື້ອຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.