ຣັຖມົນຕຣີລາວແລະຈີນພົບກັນ

ສິດນີ
2014.08.11
f-wang-sisoulith ວັນທີ 8 ສິງຫາ 2014 ຣັຖມົນຕຣີການຕ່າງປະເທດຈີນ ທ່ານ ຫວັງຢີ ແລະ ທ່ານ ທອງລູນ ສີສຸລີດ ຣັຖມົນຕຣີການຕ່າງປະເທດລາວ ພົບກັນ
fmprc.gov.cn

 

ໃນ ວັນທີ 8 ສິງຫາ 2014 ຣັຖມົນຕຣີ ການຕ່າງ ປະເທດ ຈີນ ທ່ານ ຫວັງຢີ ໄດ້ພົບປະ ກັບ ຣັຖມົນຕຣີ ການຕ່າງ ປະເທດລາວ ທ່ານ ທອງລູນ ສີສຸລິດ ຢູ່ນອກ ກອງປະຊຸມ ການຮ່ວມມື ເອເຊັຽ ພາກຕາເວັນອອກ ທີ່ຈັດຂື້ນ ທີ່ ກຸງເນປາດໍ ປະເທດ ພະມ້າ.

ທ່ານ ຫວັງຢີ ເວົ້າວ່າ ຄວາມ ສຳພັນ ລາວ-ຈີນ ໄດ້ຄືບຫນ້າ ຢ່າງ ຫຼວງຫຼາຍ ໃນປິນີ້. ສອງຜູ້ນຳ ໄດ້ບົ່ງບອກ ເຖິງການ ຍົກຣະດັບ ກົນໄກ ຄວາມຮ່ວມມື ແລະ ຄວາມຄືບຫນ້າ ຂອງ ຄວາມສຳພັນ ຣະຫວ່າງ ສອງ ປະເທດ. ຝ່າຍຈີນ ໄດ້ຊົມເຊີຍ ຄວາມສຳພັນ ອັນພິເສດ ກັບ ຝ່າຍລາວ ແລະ ພ້ອມທີ່ຈະ ໃຫ້ການ ສນັບສນູນ ສປປລາວ ໃນການພັທນາ.

ທ່ານວ່າ ບາດ ກ້າວ ໃນວັນ ຂ້າງຫນ້າ ຈີນແລະລາວ ຕ້ອງເຮັດ ວຽກ ຮ່ວມກັນ ຢ່າງໃກ້ຊິດ ໃນ ການບັງຄັບ ໃຊ້ ແຜນການ ທີ່ 2 ປະເທດ ໄດ້ຕົກລົງກັນ ເພີ້ມຄວາມ ຮ່ວມມື ໃນໂຄງການ ໃຫຍ່ໆ ຊື່ງເປັນສີ່ງ ສຳຄັນ ໃນການ ຊຸກຍູ້ ຄວາມຮ່ວມມື ຣະຫວ່າງ ສອງ ປະເທດ ໃຫ້ສູງຂື້ນ.

ໃນຂນະ ດຽວກັນ ຣັຖມົນຕຣີ ຕ່າງປະເທດ ສປປລາວ ທ່ານ ທອງລູນ ສີສຸລິດ ກໍກ່າວວ່າ ສປປລາວ ໃຫ້ຄຸນຄ່າ ຢ່າງສູງສົ່ງ ຕໍ່ຄວາມ ຄືບຫນ້າ ຂອງ ຄວາມສຳພັນ ລາວ-ຈີນ ທີ່ ສປປລາວ ໄດ້ຮັບ ໃນຣະຍະ ທີ່ຜ່ານມາ ແລະ ຂໍສະແດງ ຄວາມຂອບໃຈ ຕໍ່ຈີນ ທີ່ໃຫ້ການ ຊ່ອຍເຫລືອ ສປປລາວ ໃນ ການພັທນາ ເສຖກິດ ແລະ ສັງຄົມ ໃນລາວ. ຈີນເປັນເພື່ອນ ທີ່ຫນ້າ ເຊື່ອຖື ແລະ ໃວ້ເນຶ້ືອ ເຊື່ອໃຈໄດ້ ຮ່ວມທັງ ເປັນຄູ່ຮ່ວມ ການຄ້າ ແລະ ການພັທນາ ຂອງ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.