ຊາວລາວ ຕັ້ງຄຳຖາມ ມອບຫຼຽນໄຊ ໃຫ້ ຈ້າວ ເຫວີຍ
2024.12.11
ວັນທີ 6 ທັນວາ 2024 ທີ່ຜ່ານມາ, ທ່ານ ວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ ປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ທ່ານ ຈ້າວ ເຫວີຍ, ປະທານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍລະບຸວ່າ ມີຜົນງານ ໃນການປະກອບສ່ວນ ຊ່ວຍເຫຼືອທາງດ້ານວັດຖຸ, ທຶນຮອນ ໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ລວມມູນຄ່າ ປະມານ 1.3 ຕື້ກີບ.
ຂະນະທີ່ຊາວລາວ, ຜູ້ປົກຄອງເຫຍື່ອຄ້າມະນຸດ ແລະ ເຈົ້າໜ້າທີ່ ໃນຄະນະກຳມະການ ຕ້ານການມະນຸດ ແຂວງພາກເໜືອ ຂອງລາວ ບໍ່ເຫັນດ້ວຍ ຕໍ່ການມອບຫຼຽນດັ່ງກ່າວ ໃຫ້ທ່ານ ຈ້າວ ເຫວີຍ ຍ້ອນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເປັນແຫຼ່ງທີ່ມີ ທັງຂະບວນການຄ້າມະນຸດ ພາຍໃນ ແລະ ຂ້າມຊາດ, ຕາມຄວາມເວົ້າ ຂອງຊາວລາວ ຢູ່ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ທັນວາ ນີ້ວ່າ:
“ລາວກໍມີຄະແນນ ເພີ່ມຂຶ້ນອີກ ຈາກ 7 ກໍເປັນ 8, 8 ກໍເປັນ 9. ເຮັດໃຫ້ລາວ ມີຊ່ອງທາງ ກໍມີການຄ້າມະນຸດບໍ່, ຕອບຊອກ ຕອບແຊດເນາະ. ອັນນີ້, ຄົນຈ້າວເຫວີຍເດີ້, ອັນນັ້ນ ອັນນີ້ມາ ແລ້ວກໍ ຕຶ້ງຕ່າງ ຈົບ. ອ້າວ ໂຕຢ່າງ ເຂົາຍິງກັນ ຂ້າກັນ ຄົນ ຈ້າວ ເຫວີຍ ເດີ້, ເຂົາຊິຮູ້. ຕຶ້ງຕ່າງ ປິດບັນຊີ. ຮູ້ ບໍ່ແມ່ນ ແຕ່ຄົນລາວຮູ້ເດ້ ຊື່ສຽງລາວ ມັນໄປທົ່ວໂລກ ແງ່ວ່າ ຈ້າວ ເຫວີຍ ເປັນຄົນບໍ່ດີ ບັນຊີດອກ, ບັນຊີດຳແຫຼະ.”
ໃນລະຫວ່າງວັນທີ 9 ສິງຫາ ແລະ ວັນທີ 12 ສິງຫາ ທີ່ຜ່ານມາ ຕຳຫຼວດຈີນ ແລະ ລາວ ກັກຕົວຜູ້ຖືກກ່າວຫາ ຢູ່ໃນກຸ່ມແກ້ງ ເຄືອຂ່າຍສໍ້ໂກງ ທາງໂທລະຄົມ ໄດ້ທັງໝົດ 2,160 ຄົນ, 16 ສັນຊາດ, ເຊິ່ງສ່ວນຫຼາຍ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ຍ້ອນຖືກຕົວະມາອອກແຮງງານ ເຮັດວຽກຕອບແຊັດ ໃຫ້ບໍລິສັດຈີນ ສໍ້ໂກງທາງໂທລະຄົມ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.
ຜູ້ປົກຄອງເຫຍື່ອການຄ້າມະນຸດ ນາງໜຶ່ງ ກ່າວວ່າ ລາວເອງ ກໍບໍ່ຢາກໃຫ້ມີການຍ້ອງຍໍ ທ່ານ ຈ້າວ ເຫວີຍ ເນື່ອງຈາກກຸ່ມບໍລິສັດ ດອກງິ້ວຄຳ ທີ່ມີທ່ານ ຈ້າວ ເຫວີຍ ເປັນປະທານນັ້ນ, ແມ່ນເອື້ອອຳນວຍ ໃຫ້ມີຂະບວນການຄ້າມະນຸດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ ຕົວະເອົາລູກຫຼານຊາວລາວ ທັງອາຍຸຕ່ຳກວ່າ 18 ປີ ແລະ ກາຍ 18 ປີ ໄປເຮັດວຽກສະແກມເມີ້ ຢູ່ປະເທດພະມ້າ. ດັ່ງນາງກ່າວວ່າ:
“ບໍ່ຢາກໃຫ້ປະດັບຫຼຽນໄຊນີ້, ໝູ່ມັນ ຮຽນຢູ່ຫ້ອງດຽວກັນຫັ້ນແຫຼະ. ແລ້ວມັນຄົນ ຢູ່ສາມຫຼ່ຽມຄຳ ຫັ້ນແຫຼະ ລາວເອົາຜົວຈີນ, ເຮັດວຽກຕອບແຊັດ ແລ້ວເຂົາກໍຕົວະວ່າ ໄປເຮັດຢູ່ສາມຫຼ່ຽມຄຳ ນີ້, ໄປບາດສຸດທ້າຍ ບໍ່ແມ່ນ, ໄປທາງພະມ້າຫັ້ນ. ຖືວ່າເປີດບິນບໍ່ໄດ້ຫັ້ນ ຖືກຊ໊ອດ, ຖືກຕີ, ຖືກອັນເປັນຕຸກນ້ຳ ຕາກແດດ ເປັນ 30 ນາທີ.”
ເຈົ້າໜ້າທີ່ ໃນຄະນະກຳມະການ ຕ້ານການມະນຸດ ແຂວງພາກເໜືອ ຂອງລາວ ນາງໜຶ່ງ ກ່າວວ່າ ຕົ້ນປີ 2024 ໄດ້ຊ່ວຍເດັກຍິງ ແລະ ແມ່ຍິງລາວ 3 ຄົນ ຈາກການຄ້າມະນຸດ ພາຍຫຼັງ ທີ່ຖືກນາຍໜ້າລາວ ຈາກຄາສິໂນ ຄິງສ໌ໂຣມັນ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຕົວະໄປເຮັດວຽກ ເປັນຜູ້ບໍລິການກິນດື່ມ ຢູ່ຮ້ານບັນເທີງຈີນ ຢູ່ ຄາສິໂນນັ້ນ, ແລ້ວສຸດທ້າຍ ຖືກຕົວະໃຫ້ໄປເຮັດວຽກ ເປັນສາວບໍລິການທາງເພດ ຢູ່ເມືອງລາ ປະເທດພະມ້າ.
ຍ້ອນສາເຫດນີ້, ນາງຈຶ່ງບໍ່ເຫັນດີ ໃຫ້ປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ທ່ານ ຈ້າວ ເຫວີຍ ເນື່ອງຈາກຫາກສົມທຽບ ກັບຫຼຽນໄຊແຮງງານ ຊັ້ນ 3 ຂອງກຸ່ມລັດຖະກອນ ແມ່ນຕ້ອງໃຊ້ເວລາດົນ ຈົນຮອດໄວກະສຽນອາຍຸ ແລະ ຕ້ອງມີຜົນງານເດັ່ນ ຈຶ່ງຈະໄດ້ ຫຼຽນໄຊດັ່ງກ່າວ. ດັ່ງນາງກ່າວວ່າ:
“ຖ້າວ່າ ເຮົາເຫັນດີໃຫ້ໄປ, ຫັ້ນນ່າ ຄືວ່າ ເປັນການເປີດທາງ ເປັນຊ່ອງວ່າງ, ຊ່ອງທາງວ່າ ໃຫ້ເຂົາເຈົ້າຫັ້ນ ມີໂອກາດ, ຫັ້ນນ່າ ຕົວະຍົວະເອົາເດັກຍິງ ໄປເປັນໂສເພນີບໍ່, ຢູ່ພະມ້າບໍ່. ຊັ້ນ 1, ຊັ້ນ 2, ເອື້ອຍກໍຍັງບໍ່ເຄີຍໄດ້ນີ້, ຮອດໄດ້ແຕ່ຫຼຽນກາ ກວ່າຊິໄດ້ຮອດຊັ້ນ 3 ນີ້, ມັນກໍດົນກໍ້. ຜົນງານເອື້ອຍວ່າ ລົ້ນເຫຼືອຫັ້ນແຫຼະ, ເບິ່ງນ່າ.”
ວິທຍຸເອເຊັຽເສຣີ ຍັງຕິດຕໍ່ໄປຫາຊາວລາວ ອີກ 2 ທ່ານ, ໂດຍທັງໝົດ ຕອບກົງກັນວ່າ ເຫັນດີ ທີ່ທາງການລາວ ປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ທ່ານ ຈ້າວ ເຫວີຍ ຍ້ອນທ່ານ ຈ້າວ ເຫວີຍ ສ້າງຊື່ສຽງ ໃຫ້ແຂວງບໍ່ແກ້ວ, ຊັກຊວນຄົນຕ່າງປະເທດ ເຂົ້າມາລົງທຶນ ເຮັດໃຫ້ປະເທດລາວ ມີການພັດທະນາ.
ຂະນະທີ່ຊາວລາວ ຢູ່ນະຄອນຫຼວງວຽງຈັນ ຜູ້ດຽວກັບຂ້າງເທິງ ກ່າວວ່າ ສະພາບຕົວຈິງ ຊາວລາວຖືກປິດກັ້ນ ການສະແດງອອກ ທາງການເມືອງ ຈຶ່ງເຮັດໃຫ້ ບໍ່ມີໃຜກ້າສະແດງຄວາມເຫັນ ໃນທາງຕົງກັນຂ້າມ ກັບທາງການລາວ ຈຶ່ງເຮັດໃຫ້ ມີຊາວລາວຈຳນວນໜຶ່ງ ເຫັນດີ ທີ່ທາງການ ປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ທ່ານ ຈ້າວ ເຫວີຍ. ດັ່ງທ່ານກ່າວວ່າ:
“ບໍ່ແກ້ວ ເດ້, ຍັງມີຊື່ສຽງເນາະ ເຂົາເອົາຄົນຕ່າງປະເທດ ປະເທດມາທ່ຽວ. ເຂົາມາພັດທະນາປະເທດເຈົ້າ ລົງທຶນທຸລະກິດໂຕເອງ, ເຈົ້າບໍ່ໄດ້ຜົນກຳໄລ ເຈົ້າກໍບໍ່ຢາກເຮັດເດ້. ກໍຄືເວົ້າແຫຼະ ວົງໃນເຮົາ ມັນກໍບໍ່ໄດ້ເວົ້າຫຍັງ ອອກເປີດກວ້າງດອກ. ເຂົາກໍຍົກຍ້ອງ ສັນລະເສີນຢູ່ແລ້ວ ເຂົາມາພັດທະນາບ້ານເຮົາເດ້, ແຕ່ຄວາມເປັນຈິງ ເຮົາວ່າ ມັນຜິດແນວທາງເດ້ ເຮົາກໍຕ້ອງຊົມເຊີຍ ຫັ້ນແລ້ວ, ຕາມນ້ຳ, ນ້ຳພາມັນ ເຂົາພາຢູ່ ຢູ່ໄດ້, ເຮົາກໍຢູ່ໄປຫັ້ນແຫຼະ.”
ນອກນີ້, ສະຖາບັນສັນຕິພາບ ແຫ່ງສະຫະລັດອາເມລິກາ ຫຼື United States Institute of Peace (USIP) ໄດ້ເຜີຍແຜ່ບົດລາຍງານ ຂັ້ນສຸດທ້າຍ ຂອງກຸ່ມການສຶກສາອາວຸໂສ USIP ເມື່ອເດືອນ ພຶດສະພາ 2024 ວ່າດ້ວຍເລື້ອງ ອາດຊະຍາກຳຂ້າມຊາດ ໃນເອເຊັຽຕາເວັນອອກສຽງໃຕ້ ໂດຍປະມານການວ່າ ມີຜູ້ທີ່ເຮັດວຽກສະແກມເມີ້ ຢູ່ປະເທດລາວ ຈຳນວນ 85,000 ຄົນ. ໃນນັ້ນ ສ້າງລາຍໄດ້ 10 ພັນລ້ານໂດລ້າສະຫະລັດ ຕໍ່ປີ.