ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 34

ສິດນີ
2019.06.24
f-34th-asean-summit ພາຍໃນກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ບາງກອກ ປະເທດໄທ
RFA/PN

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນມື້ວັນທີ 22-23 ຜ່ານມາ ທີ່ບາງກອກ ປະເທດໄທ ທີ່ເຕັມ ໄປດ້ວຍຄວາມຂັດແຍ່ງ ແລະ ຫລາຍບັນຫາທີ່ຈະຕ້ອງແກ້ໄຂ ເປັນຕົ້ນ ບັນຫາ ທະເລຈີນໃຕ້ ບັນຫາ ຊາວໂຣຮີນຢາ ທີ່ ພະມ້າ ບັນຫາ ຄວາມຂັດແຍ່ງທາງດ້ານການຄ້າ ຣະຫວ່າງຈີນ ກັບ ສະຫະຣັດ ແລະບັນຫາອື່ນໆ.

ທ່ານ ປຣາຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ ໃນນາມເປັນເຈົ້າພາບກອງປະຊຸມເທື່ອນີ້ ກໍໄດ້ກ່າວເປີດກອງປະຊຸມ ສະແດງການຕອນຮັບ ຕົວແທນ ຈາກອາຊຽນ ເປັນຢ່າງດີ, ດັ່ງທ່ານກ່າວ ໃນຕອນນື່ງວ່າ

"ຄຳຂວັນຂອງກອງປະຊຸມອາຊຽນ ຄັ້ງນີ້ ກໍແມ່ນວ່າ "ຮ່ວມມື ຮ່ວມໃຈ ກ້າວໄປໄປສູ່ອານາຄົດ ເພື່ອເສີ້ມສ້າງ ປະຊາຄົມອາຊຽນ ທີ່ມີ ປະຊາຊົນ ເປັນສູນກາງຢູ່ເບື້ອງຫລັງ."

ບັນຫາທີ່ຫນ້າເປັນຫວ່ງ ໃນກອງປະຊຸມເທື່ອນີ້ ກໍແມ່ນບັນຫາທະເລຈີນໃຕ້ ບັນຫາການກົດຂີ່ຂົ່ມເຫັງ ຊາວໂຣຮີນຢາໃນພະມ້າ ທີື່ຖືກບັງຄັບ ໃຫ້ຂະເຈົ້າປົບຫນີ ໄປລີ້ພັຍຢູ່ ປະເທດບັງຄຣາເທດຫລາຍແສນຄົນ ຮ່ວມດ້ວຍບັນຫາຄວາມຂັດແຍ່ງ ການຄ້າ ຣະຫວ່າງສະຫະຣັດ ກັບຈີນ ທີ່ຜູ້ນຳອາຊຽນ ຫລາຍປະເທດເປັນຫ່ວງ.

ຜູ້ນຳຈາກຫລາຍປະເທດໄດ້ໂອ້ລົມກັນໃນຫລາຍບັນຫາ ເພື່ອຫລີກລ່ຽງການເກີດສົງຄາມ ເປັນຕົ້ນກົດຣະບຽບ ການເດີນເຮືອ ໃນທະເລຈີນໃຕ້ ທີ່ຜູ້ນຳຈາກຟີລີປີນ ໄດ້ສເນີຕໍ່ກອງປະຊຸມ ເພື່ອພິຈາຣະນາຫາທາງແກ້ໄຂ.

ທ່ານ ມາຕີນ ນາຕາເລກາວາ ອະດີດ ຣັຖມົນຕຣີ ຕ່າງປະເທດມາເລເຊັຽເວົ້າວ່າ ບັນຫາທີ່ຜູ້ນຳອາຊຽນ ຕ້ອງສືບຕໍ່ໂອ້ລົມກັນ ຢ່າງຈີງຈັງນັ້ນ ກໍແມ່ນການຈັດຣະບຽບ ການເດີນເຮືອໃນທະເລຈີນໃຕ້ ເພື່ອຫລີກລ່ຽງ ການປະທະກັນຣະຫວ່າງສະຫະຣັດ ກັບຈີນ ທີ່ຈະເປັນຄວາມສ່ຽງ ແລະ ພັຍອັນຕຣາຍຕໍ່ອາຊຽນ ໃນອະນາຄົດ.

ສຳລັບບັນຫາຊາວໂຣຮີນຢາໃນພະມ້າ ກຸ່ມປົກປ້ອງສິດທິມະນຸດ ໄດ້ຮຽກຮ້ອງໃຫ້ຜູ້ນຳອາຊຽນ ພິຈາຣະນາ ແຜນການພັກດັນ ໃຫ້ຣັຖບານ ພະມ້າ ຮັບເອົາຊາວໂຣຮີນຢາ ກັບຄືນຈາກບັງຄຣາເທດ ຢ່າງປອດພັຍ ປາສຈາກການນາບຂູ່ ກົດຂີ່ຂົ່ມເຫັງ ຈາກ ກຸ່ມທະຫານ ຊຶ່ງຊາວ ໂຣຮິນຫລາຍຄົນ ກໍຢາກກັບຄືນສູ່ບ້ານເກີດເມືອງນອນ ຂອງພວກຂະເຈົ້າ ແຕ່ຢ້ານຖືກທາຮຸນ ແລະເຂັ່ນຂ້າ ຈາກກອງທັບພະມ້າ ດັ່ງທີ່ ເຄີຍເປັນມາໃນອະດີດ,

ຊາວໂຣຮີນຢາ ຈາກແຄ້ວນຣາຄີນພະມ້າກວ່າ 7 ແສນຄົນ ໂດ້ໂຕນຫນີຈາກພະມ້າໃນປີ 2017 ສ່ວນໃຫຍ່ໄປຢູ່ປະເທດບັງຄຣາເທດ ທີ່ສູນຜູ້ອົພຍົບ ຍ້ອນທົນບໍ່ໄຫວ ຈາກການເຂັ່ນຂ້າ ຂອງກອງທັບພະມ້າ ກຸ່ມດັ່ງກ່າວໃນປັດຈຸບັນ ຫຼາຍຄົນກໍຢາກ ກັບບ້ານຍ້ອນຄວາມ ຍາກຈົນ ໃນສູນອົພຍົບ ຢູ່ບັງຄຣາເທດ ແຕ່ຢ້ານຄວາມບໍ່ປອດພັຍ ເມື່ອກັບຄືນມາພະມ້າ.

ແຕ່ສະມາຄົມອາຊຽນ ບໍ່ສາມາດບັງຄັບ ຣັຖບານພະມ້າໄດ້ຍ້ອນກົດບັດອາຊຽນ ຣະບຸວ່າ ປະເທດສະມາຊິກອາຊຽນ ບໍ່ມີສີດເຂົ້າຫຍຸ້ງກ່ຽວ ໃນກິຈການພາຍໃນຂອງປະເທດໃດ ປະເທດນຶ່ງໄດ້.

ທ່ານ (ຣາພາດ ເທບຊາຕຣີ ສາສດາຈານ ຈາກມະຫາວິທຍາລັຍ ທັມມະສາດ ຂອງໄທ ເວົ້າວ່າ:

“ບັນຫາຊາວໂຣຮີນຢາ ເປັນນຶ່ງໃນບັນຫາຫລໍ່ແຫລມ ໃນອາຊຽນ ໃນເວລານີ້.”

ສຳລັບ ສປປລາວແລ້ວ ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ເປັນຜູ້ນຳພາ ຄນະໄປຮ່ວມກອງປະຊຸມ ຢ່າງເປັນທາງການ ຣະຫວ່າງ ວັນທີ 22-23 ມິຖຸນາ ນີ້.

ການປະຊຸມສຸດຍອດອາຊຽນ ໃນຄັ້ງນີ້ ແມ່ນເພື່ອເປັນການກໍານົດນະໂຍບາຍ ແລະ ທິດທາງ ໃນອະນາຄົດ ຂອງບັນດາ ປະເທດອາຊຽນ ພາຍໃຕ້ ແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຢົງ ໃນທຸກດ້ານຂອງອາຊຽນ.

ທ່ານ ທະລິດ ຈະຣຸງວັດ, ຫົວໜ້າຄນະເຮັດວຽກ ການເປັນປະທານອາຊຽນ ຂອງໄທ, ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 23 ມິຖຸນາ ວ່າ:

“ແນວຄິດຫລັກ ການຈັດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ໃນປີນີ້ ຄື ຮ່ວມແຮງຮ່ວມໃຈ, ກ້າວໄກ, ຍືນຍົງ ມີການຂັບເຄື່ອນ ຄວາມ ເປັນປະຊາຄົມອາຊ້ຽນ ຄວາມຍືນຍົງ ຂອງການຂັບເຄື່ອນ ໄປນໍາກັນ, ຄວາມຍືນຍົງ ຂອງການທີ່ີ່ເອົາເປັນ ຈຸດສູນລວມ ນາໆ ປະເທດ ຕ້ອງການມາ ມີປະຕິສັມພັນດ້ວຍ.”

ນອກຈາກນີ້, ກອງປະຊຸມອາຊ້ຽນ ຍັງຈະປຶກສາຫາລື ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ການເປັນຫຸ້ນສ່ວນ ທາງເສຖກິຈ ລະດັບພາກພື້ນ ຫຼື (Regional Comprehensive Economic Partnership-RCEP) ເພື່ອຊຸກຍູ້ ໃຫ້ມີການຄ້າ ຢ່າງເສຣີ.

ຣັຖບານລາວ ມີການກະຕຣຽມ ເປັນຄູ່ຄ້າ ທາງດ້ານເສຖກິຈອາຊ້ຽນ ແລະ ສືບຕໍ່ຂຍາຍ ການຄ້າ ໃຫ້ບັນລຸເປົ້າໝາຍ ທີ່ມີມູນຄ່າ 10,000 ລ້ານ ໂດລາ ໃນປີ 2021 ເພື່ອໃຫ້ເພີ້ມຂຶ້ນ ຈາກມູນຄ່າ ການຄ້າອາຊ້ຽນ 6,100 ລ້ານ ໂດລາຣ໌ ໃນປີ 2017.

ສປປ ລາວ ແລະ ພຣະຣາຊອາຈັກໄທ ມີຄວາມພຍາຍາມ ສ້າງເສັ້ນທາງຂົນສົ່ງສິນຄ້າ ໃຫ້ຄວບຄຸມ ທົ່ວປະເທດ ເພື່ອຫລຸດເວລາ ແລະ ເພີ້ມປະສິດທິພາບ ການຂົນສົ່ງ ລະຫ່ວາງ ລາວ, ໄທ ແລະ ອາຊ້ຽນ.

ສະມາຄົມອາຊຽນ ຖືກຕັ້ງຂື້ນໃນປີ 1967 ຍັງມີບັນຫາຫລາຍບັນຫາ ທີ່ບໍ່ສາມາດແກ້ໄຂໄດ້ ເປັນຕົ້ນ ບັນຫາຄວາມທຸກຍາກຂອງປະຊາຊົນ ບັນຫາທີ່ດີນ ບັນຫາການົດຂີ່ຂົ່ມເຫັງ ປະຊາຊົນ ແລະບັນຫາອື່ນໆ ທີ່ປະຊາຊົນ ແຕ່ລະປະເທດຈົ່ມທຸກ ຍ້ອນກົດບັດອາຊຽນ ຣະບຸວ່າ ປະເທດອາຊຽນ ບໍ່ສາມາດເຂົ້າຍຸ່ງກ່ຽວໃນກິຈການພາຍໃນ ຂອງປະເທດອື່ນ ດັ່ງນັ້ນບັນຫາຕ່າງໆ ຈຶ່ງບໍ່ຖືກແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.