ທະຫານມຽນມ້າ 90 ຍອມຈໍານົນ ຕໍ່ຝ່າຍກອງກໍາລັງຊົນເຜົ່າ

ອຸ່ນແກ້ວ
2024.03.31
ທະຫານມຽນມ້າ 90 ຍອມຈໍານົນ ຕໍ່ຝ່າຍກອງກໍາລັງຊົນເຜົ່າ ທະຫານມຽນມ້າ ຢູ່ ລັດຣະຂ່າຍ ໃນວັນທີ 27 ກັນຍາ 2017.
AFP

ມີທະຫານມຽນມ້າ 90 ຄົນ ຕ້ອງພາກັນຍອມຈໍານົນ ຕໍ່ທະຫານຊົນຊາດຊົນເຜົ່າ ໃນວັນຈັນທີ່ຜ່ານມາ ອີງຕາມຂໍ້ມູນຈາກປະຊາຊົນ. ຊາວບ້ານກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ: ທະຫານອາຣະກັນ ຊຶ່ງເປັນໜຶ່ງໃນກຸ່ມທະຫານຊົນຊາດຊົນເຜົ່າ ທີ່ຕໍ່ຕ້ານກັບທະຫານພະມ້າ ໄດ້ເປີດການບຸກໂຈມຕີຖານທີ່ໝັ້ນ ຂອງທະຫານມຽນມ້າ ຢູ່ໃນປ່າ ຢູ່ເຂດພາກຕາເວັນຕົກຂອງລັດລະຂ່າຍ ປະເທດມຽນມ້າ ຊຶ່ງຕັ້ງຢູ່ເມືອງ ມວງດໍ ຕິດກັບຊາຍແດນທາງທິດໃຕ້ ຂອງປະເທດບັງກະລາເທສ.

ນັບແຕ່ທະຫານອາຣະກັນ ໄດ້ສິ້ນສຸດການຢຸດຍິງກັບທະຫານມຽນມ້າແລ້ວ ກໍໄດ້ເປີດການບຸກໂຈມຕີ ທະຫານມຽນມ້າ ໃນເດືອນພະຈິກ 2023 ທີ່ຜ່ານມາ ແລະ ສາມາດຍຶດໄດ້ 8 ເມືອງ ຢູ່ ລັດຣະຂ່າຍ ແລະ ອີກເມືອງໜຶ່ງ ຢູ່ທາງພາກເໜືອຂອງລັດສິນ.

ກຸ່ມທະຫານອາຣະກັນ ໄດ້ປະກາດໃນຕົ້ນເດືອນມີນາ ວ່າ ເຂົາເຈົ້າຕັ້ງໃຈທີີ່ຈະຕໍ່ສູ້ ເພື່ອຍຶດຄອງລັດຣະຂ່າຍ. ທະຫານມຽນມ້າ ໂຈມຕີໂຕ້ກັບ ເພື່ອຫວັງຍຶດດິນແດນທີ່ເສຍໃຫ້ກອງກໍາລັງ ອະຣະກັນ ແລະ ມີການໂຈມຕີພົນລະເຮືອນອີກດ້ວຍ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 70 ຄົນ ສະເພາະແຕ່ເດືອນມີນາ ເທົ່ານັ້ນ.

ທະຫານມຽນມ້າ ຈໍານວນໜຶ່ງ ໃນໝູ່ບ້ານໜຶ່ງ ຢູ່ລັດຣະຂ່າຍ ທີ່ເປັນເຂດທີ່ໝັ້ນຂອງທະຫານມຽນມ້າ ສາມາດໜີອອກມາໄດ້ ໃນວັນຈັນທີ່ຜ່ານມາ, ແຕ່ ຍັງມີທະມຽນມາ 90 ຄົນ ໄດ້ຍອມຈໍານົນ ອີງຕາມຂໍ້ມູນຈາກປະຊາຊົນ ຢູ່ບ້ານໃກ້ຄຽງ.

ປະຊາຊົນ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ: ມີທະຫານມຽນມ້າ 35 ຄົນ ສາມາດໜີອອກມາໄດ້, ແຕ່ ສ່ວນທີ່ເຫຼືອ ຍອມຈໍານົນໃນຕອນສວາຍ ເມື່ອທະຫານອາຣະກັນ ບອກໃຫ້ທະຫານມຽນມ້າ ຍອມຈໍານົນ.

ໂຄສົກກອງກໍາລັງກຸ່ມຕໍ່ຕ້ານ ທະຫານມຽນມ້າ ບໍ່ມີຄວາມເຫັນຫຍັງຕໍ່ນັກຂ່າວເອເຊັຽເສຣີ ພະແນກພາສາມຽນມ້າ.

ໃນຂະນະທີ່ ກອງກໍາລັງອາຣະກັນ ບໍ່ໄດ້ມີລາຍງານເພີ່ມເຕີມກ່ຽວກັບຂໍ້ມູນກ່ຽວກັບການໂຈ້ມ ເຂດທີ່ໝັ້ນຂອງທະຫານມຽນມ້າ, ແຕ່ ທີ່ຜ່ານມາ ກອງກໍາລັງອາຣະກັນ ໄດ້ສັງຫານທະຫານມຽນມ້າ. 

ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ ພວກທະຫານ ມຽນມ້າ ສາມາດໜີ ຈາກພື້ນທີ່ໄດ້ ນັບແຕ່ ມີການຢຶດຄອງຖານທະຫານມຽນມ້າ ໃນທ້າຍເດືອນພະຈິກ ແລະ ເລີ່ມໂຈມຕີໝູ່ບ້ານໃກ້ຄຽງ.  

ຢູ່ເມືອງ ມວງດໍ, ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ ທະຫານມຽນມ້າ ໄດ້ອອກໝາຍຈັບ ທ່ານ ໝໍ ສອງຄົນ ຜູ້ທີ່ເປັນຜູ້ນໍາ ທີ່ຂັດຄໍາສັ່ງຂອງທະຫານມຽນມ້າ ໃນການຍົກຍ້າຍປະຊາຊົນໄປເມືອງຊິດເວ ຊຶ່ງເປັນເມືອງຫລວງຂອງລັດຣະຂ່າຍ.

ໃນເດືອນມີນາ, ທະຫານມຽນມ້າ ໄດ້ປິດໂຮງໝໍຂອງລັດ ແລະ ຄິນິກເອກະຊົນຫຼາຍແຫ່ງ ໃນເມືອງ ໃນຈຸດທີ່ມີການຕໍ່ສູ້ກັນຢ່າງດຸເດືອດ ກັບ ທະຫານອາຣະກັນ.

ເຈົ້າໜ້າທີ່ມຽນມ້າ ໄດ້ສັ່ງໃຫ້ ທ່ານ ໝໍ ແລະ ເຈົ້າໜ້າທີ່ທາງການແພດ ຍ້າຍໄປເມືອງຊິດເວ ປ່ອຍໃຫ້ປະຊາຊົນບໍ່ສາມາດເຂົ້າເຖິງໂຮງໝໍໄດ້. 

ໃນວັນຈັນທີ່ຜ່ານມາ, ເຈົ້າໜ້າທີ່ມຽນມ້າ ໄດ້ສັ່ງໃຫ້ຕໍາຫລວດ ຈັບທ້ານໝູ່ ແລະ ຜູ້ຊ່ວຍທ່ານໝໍ່   ເພື່ອບໍ່ໃຫ້ເຂົາເຈົ້າໜີອອກປະເທດ.

ຊາວບ້ານ ກ່າວວ່າ: ທ່ານ ໝໍ ແລະ ຜູ້ຊ່ວຍ ຖືກຈັບໃນຂໍ້ຫາ ພະຍາຍາມໜີ ໄປເຂດຍຶດຄອງຂອງກອງທັບອາຣະກັນ

ຊາວບ້ານ ທ່ານນີ້​ກ່າວວ່າ: ລາວຮູ້ສຶກເສົ້າໃຈ ທີ່ເຫັນໝາຍຈັບ ແລະ ແມ່ນໃຜຊິຢາກມາເຮັດວຽກຢູ່ໂຮງໝໍ? ຖ້າວ່າ ບໍ່ມີເຈົ້າໜ້າທີ່ແພດ ປະຊາຊົນ ກໍແຫ່ງມີຄວາມກັງວົນຫຼາຍ.   

ໂຮງໝໍເມືອງມວງດໍ ໄດ້ປິດມາແຕ່ວັນທີ​ 1 ມີນາ, ແຕ່ວ່າ ທ່ານ ໝໍ ແລະ ເຈົ້າໜ້າທີ່ແພດ ສ່ວນຫຼາຍ ຖືກຈໍາກັດ ບໍ່ໃຫ້ຍ້າຍໄປເມືອງຊິດເວ.

ເອເຊັຽເສຣີ ພະແນກພາສາ ມຽນມ້າ ພະຍາຍາມຕິດຕໍ່ຫາ ທ່ານ ຮະລາ ເຕັນ ໂຄສົກຝ່າຍທະຫານມຽນມ້າ ທີ່ຢູ່ລັດຣະຂ່າຍ ກ່ຽວກັບການອອກໝາຍຈັບ, ແຕ່ ກໍບໍ່ສາມາດຕິດຕໍ່ໄດ້.

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມ້າ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.

ທີ່ຜ່ານມາ, ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານມຽນມ້າ ທີ່ເປັນກອງພັນທະລາບ 123 ຂອງທະຫານມຽນມ້າ ຢູ່ເຂດລັດສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດມຽນມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມ້າ ຫຼັງຈາກທີ່ສູ້ຮົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານມຽນມ້າ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກລັດສານ ພຽງແຕ່ 50 ກິໂລ ແມັດ ເທົ່ານັ້ນ.

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານມຽນມ້າ ແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍ ກໍສາມາດຍຶດໄດ້ 15 ເມືອງ ທາງພາກເໜືອຂອງລັດສານ ແລະ ສາມາດເຂົ້າຄອງຄ້າຍທະຫານມຽນມ້າ ໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານມຽນມ້າ 4,000 ຄົນ ຕ້ອງຍອມຈໍານົນ.

ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານມຽນມ້າ  ໃນວັນພຸດທີ່ຜ່ານມາ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມັງກອນ ອີງຕາມການ ກັນຢືນຢັນຂອງພັນເອກ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ.

ພັນເອກ ນໍໍໍບູ ໂຄສົກກອງທັບເອກະລາດກະສິນ ໄດ້ກ່າວວ່າ: ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານມຽນມ້າ ຢູ່ເມືອງນໍາເພັດກາ ຖືກຢຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສະໜາມ ເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສະໜາມທາງໂທລະສັບໄດ້.​

ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ: ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປໃນຄ້າຍທະຫານພະມ້າ ໃນວັນພຸດທີ່ຜ່ານມາ ແລະ ໄດ້ຢືນຢັນວ່າ ພວກທະຫານມຽນມ້າ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.

ທ່ານ ກ່າວວ່າ: ຂ້ອຍແນ່ໃຈວ່າ ກອງກໍາລັງເອກະລາດກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະລາບ 123 ນັບແຕ່ທະຫານມຽນມ້າຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະລາດ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານມຽນມ້າ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຽຫາຍຫຼາຍ.

ປະຊາຊົນ ກ່າວວ່າ:

ກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມ້າ ໄດ້ເລີ່ມບຸກໂຈມຕີ ເມືອງນາມ ເພັດ ກາ ໃນທ້າຍເດືອນສິງຫາ 2023, ແຕ່ວ່າ ກອງກໍາລັງເອກະລາດ ກະສິນ ໄດ້ເລີ່ມເຂົ້າຢຶດກອງພົນທະຫານລາບ 123 ຂອງພະມ້າ ໃນວັນທີ 14 ມັງກອນ. ທະຫານມຽນມ້າໄດ້ຕອບໂຕ້ດ້ວຍການບຸກໂຈມຕີ ຝ່າຍຕໍ່ຕ້ານດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດ.

ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງໃນວັນທີ 16 ມັງກອນ ວ່າ ສາມາດຍິງຍົນສູ້ຮົບຂອງທະຫານມຽນມ້າຕົກ ໃນເວລາທີ່ມີການຕໍ່ສູ້.

ປະຊາຊົນພະມ້າ ໄດ້ຮັບຄວາມເດືອດຮ້ອນ. ຊາວເມືອງ ນາມເພັດ ກາ ທີ່ຫຼົບໜີຈາກການສູ້ຮົບ ໄດ້ກ່າວວ່າ ການໂຈມຕີທາງອາກາດຂອງທະຫານມຽນມ້າ ໄດ້ທໍາລາຍບ້ານເຮືອນ ແລະ ເຮັດໃຫ້ມີປະຊາຊົນ ໄດ້ຮັບເຄາະຮ້າຍ.

ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງເອກະລາດກະສິນ ໄດ້ບຸກເຂົ້າໃນໃນເຮືອນ ແລະ ຍິງອອກໃສ່ທະຫານມຽນມ້າ ສະນັ້ນ ທະຫານມຽນມ້າ ຈຶ່ງໄດ້ໂຈມຕີໃສ່ເຮືອນ ອີງຕາມຂໍ້ມູນທີ່ໄດ້ຮັບມາ. ໃນເວລາດຽວກັນ ມີເຮືອນຊາວບ້ານ ຖືກໄຟໃໝ້ຈົນກ້ຽງ ແລະ ເຮືອນຫຼັງອື່ນໆ ກໍພັງເພ ບໍ່ມີຝາ ແລະ ບໍ່ມີຫຼັງຄາ.

ຊາວບ້ານ ໄດ້ກ່າວວ່າ ຢ່າງໜ້ອຍມີປະຊາຊົນ 2 ຄົນເສັຽຊີວິດ ໃນການຍິງປະທະກັນ, ແຕ່ວ່າ ຍັງບໍ່ສາມາດໃຫ້ຂໍ້ມູນເພີ່ມເຕີມໄດ້ ແລະ ຊາວບ້ານບໍ່ກ້າທີ່ຈະກັບຄືນໄປບ້ານ ຍ້ອນວ່າ ມີການໂຈມຕີທາງອາກາດ.

ມີປະຊາຊົນ ທີ່ອາໃສຢູ່ໃນເມືອງ ນາມ ເພັດ ກາ ປະມານ 20,000 ຄົນ. ເຈົ້າໜ້າທີ່ ບັນເທົາທຸກ ໄດ້ກ່າວວ່າ ມີປະຊາຊົນ 10,000 ຄົນ ທີ່ດໍາລົງຊີວິດຢູ່ໃກ້ຄ້າຍທະຫານ ໄດ້ຖືກບັງຄັບໃຫ້ໜີອອກຈາກບ້ານ ແລະ ໄປຫຼົບໄພຢູ່ໃນວັດ ຢູ່ໃນເຂດເມືອງ ນາມການ, ເມືອງມູເຊ, ເມືອງລາຊີໂອ ແລະ ເຂດອື່ນໆ ທີ່ຢູ່ໃກ້ກັບເຂດທີ່ມີການຍິງປະທະກັນ.

ປະຊາຊົນຄົນອື່ນໆ ຢູ່ເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມ້າ ວ່າ ໃນວັນທີ 17 ມົກກະຣາ ໄດ້ບັນທຶກຜູ້ເສັຽຊີວິດ ຢ່າງໜ້ອຍ 24 ຄົນ ຍ້ອນການໂຈມຕີ່ທາງອາກາດ ແລະ ປືນໃຫຍ່ຂອງທະຫານມຽນມ້າ ແລະ ມີເຮືອນປະຊາຊົນຢ່່່າງໜ້ອຍ 100 ຫຼັງ ຖືກທໍາລາຍ.

ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງວ່າ ໄດ້ຍິງຍົນສູ້ຮົບຂອງທະຫານມຽນມ້າ ຕົກ ໃນເວລາທີ່ມີການຕໍ່ສູ້ກັນ ຢູ່ເມືອງ ນາມເພັດກາ ໃນວັນທີ 25 ມັງກອນ 2024.

ສົງຄາມກາງເມືອງຢູ່ປະເທດພະມ້າ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມ້າ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທໍາ ຂອງອົງການສະຫະປະຊາຊາດ.

ຫ້ອງການຜູ້ປະສານງານ ຂອງອົງການສະຫະປະຊາຊາດ ໄດ້ລາຍງານ ໃນວັນທີ 15 ທັນວາ 2023 ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມ້າ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖະໜົນ ເຮັດໃຫ້ປະຊາຊົນພົນລະເຮືອນ ໄດ້ຮັບເຄາະຮ້າຍ.

ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບ ຈາກການສູ້ຮົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.​

ລາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມ້າ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົນກະທົບຕໍ່ການກະຈ່າຍຂໍ້ມູນ ທາງດ້ານຄວາມປອດໄພໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.