ຄົນຈີນຫຼາຍສິບຄົນ ຖືກຈັບຢູ່ສູນການຄ້າ ຊຽງຂວາງເຊັນເຕີ້

ສຸພັດຕາ
2024.11.15
ຄົນຈີນຫຼາຍສິບຄົນ ຖືກຈັບຢູ່ສູນການຄ້າ ຊຽງຂວາງເຊັນເຕີ້ ນີ້ເປັນພຽງຮູບປະກອບເຊິ່ງ ຜູ້ກໍ່ເຫດສໍ້ໂກງຊັບພົນລະເມືອງ ຖືກຈັບ ຢູ່ແຂວງຊຽງຂວາງໃນໄລຍະທີ່ຜ່ານມາ.
ຮູບພາບຈາກ ວິດີໂອ ຂ່າວ ປກສ ແຂວງຊຽງຂວາງ

ໃນໄລຍະວັນທີ 10 ຫາ 12 ເດືອນພະຈິກ 2024 ທີ່ຜ່ານມານີ້ ມີການຈັບຄົນຈີນ ຫຼາຍສິບຄົນ ຢູ່ບໍ່ລິເວນຕະຫຼາດ ຊຽງຂວາງເຊັນເຕີ້ ເມືອງແປກ ແຂວງຊຽງຂວາງ ແລະຖືກນໍາໂຕ ສົ່ງໄປໃຫ້ທາງການຈີນດໍາເນີນຄະດີ ແຕ່ບໍ່ໄດ້ອອກເປັນຂ່າວ ແບບເປັນທາງການ, ແຕ່ມີຊາວບ້ານຈໍານວນໜຶ່ງ ທີ່ເຫັນເຫດການທີ່ວ່ານັ້ນ, ດັ່ງຊາວບ້ານ ທີ່ເຫັນເຫດການດັ່ງກ່າວ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ພະຈິກ 2024 ນີ້ວ່າ:
“ເອີ່ ມີລະບໍ່ ເຫັນຂະເຈົ້າໄປຈັບ ອາທິດແລ້ວຫັ້ນເດ້ ຫຼາຍຢູ່ເດ້ ກະຢູ່ຕະຫຼາດ ຊຽງຂວາງເຊັນເຕີ້ຫັ້ນແຫຼະ ຄົນຈີນ ເຂົາເຈົ້າມາຈັບຢູ່ ແຕ່ວ່າ ບໍ່ໄດ້ຖາມ...ບໍ່ໄດ້ຖາມວ່າແມ່ນຫຍັງແດ່ຫັ້ນນ່າ ເພາະວ່າ ບ່ອນຫັ້ນເປັນອັນສູນການຄ້າຂອງຈີນ ຈີນມັນມາຕັ້ງແນ່ ຂະເຈົ້າໄປເຮັດແນວນັ້ນ ຢູ່ທາງເທິງຫັ້ນແຫຼະ ແຕ່ວ່າຂະເຈົ້າຈັບໄປແລ້ວ ເອີ່ ແມ່ນແຫຼະ ປະມານ 4-5 ມື້ຫຼັງຫັ້ນແຫຼະ.”
ສໍາລັບສາເຫດ ທີ່ຊາວບ້ານໃນພື້ນທີ່ ຮັບຮູ້ກ່ຽວກັບການຈັບຄົນຈີນດັ່ງກ່າວນີ້ ຍ້ອນຊາວບ້ານຮູ້ຂໍ້ມູນ ໃນເບື້ອງຕົ້ນວ່າ ກຸ່ມຄົນຈີນດັ່ງກ່າວ ອາດພົວພັນ ກັບອາດຊະຍາກໍາ ແຕ່ບໍ່ຮູ້ລາຍລະອຽດຄັກແນ່ ກ່ຽວກັບຂະບວນການດັ່ງກ່າວ, ດັ່ງແມ່ຄ້າ ທີ່ເປີດຮ້ານຂາຍເຄື່ອງ ຢູ່ບໍລິເວນສູນການຄ້າ ຊຽງຂວາງເຊັນເຕີ້ ນາງໜຶ່ງ ກ່າວວ່າ:
“ໄດ້ຍິນຂະເຈົ້າວ່າ ຈັບໄປແລ້ວ ວ່າຊັ້ນເດ້ ຈັບຫຼາຍຄົນວ່າຊັ້ນ ແມ່ນໆ ທິດນີ້ນິ່ແຫຼະ ບໍ່ຮູ້ ຂະເຈົ້າກະປິດຂ່າວ.”
ເຖິງແມ່ນວ່າ ຊາວບ້ານໃນພື້ນທີ່ຈໍານວນຫຼາຍ ຈະຮູ້ຂ່າວ ກ່ຽວກັບການຈັບໂຕຄົນຈີນນີ້ ແຕ່ຫຼາຍຄົນ ກະບໍ່ທັນຮູ້ລາຍລະອຽດຄັກແນ່ ກ່ຽວກັບສາເຫດການຈັບໂຕຄົນຈີນ ແລະຈໍານວນ ທີ່ຄັກແນ່ເທື່ອ ເນື່ອງຈາກ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ໄດ້ເປີດເຜີຍຂໍ້ມູນ ແລະຂ່າວສານໃຫ້ຮູ້, ດັ່ງແມ່ຄ້າຂາຍເຄື່ອງ ຢູ່ສູນການຄ້າ ຊຽງຂວາງເຊັນເຕີ້ ອີກນາງໜຶ່ງ ກ່າວວ່າ:
“ແມ່ນແລ້ວ ຖືກຈັບອີ່ຫຍັງ ຈັ່ງວ່າບໍ່ຮູ້ເດີ້ ບໍ່ຮູ້ນໍາ ສ່ວນຫຼາຍຈີນຕິເບາະ ຈັ່ງວ່າບໍ່ຮູ້ນ່າ ແມ່ນແຫຼະ ໂອ້ ຈື່ບໍ່ໄດ້ແລ້ວເນາະ ປະມານນັ້ນຫັ້ນແຫຼະ (ຫວ່າງອາທິດແລ້ວ) ບໍ່ຮູ້ເລີຍ ເພາະວ່າ ເຫັນຕໍາຫຼວດເອົາໄປ ບໍ່ຮູ້ເລີຍຫັ້ນນ່າ.”
ເຖິງແມ່ນວ່າ ຂ່າວການຈັບໂຕຄົນຈີນໃນເທື່ອນີ້ ຈະເປັນທີ່ຮັບຮູ້ຂອງຊາວບ້ານ ໃນເຂດເທດສະບານເມືອງແປກ ແຂວງຊຽງຂວາງກໍ່ຕາມ ແຕ່ເຈົ້າໜ້າທີ່ ຫ້ອງການສັນຕິບານ ກອງບັນຊາການ ປກສ ແຂວງຊຽງຂວາງ ທີ່ຂໍສະຫງວນຊື່ ແລະສຽງ ໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຽເສຣີວ່າ ບໍ່ຮູ້ຂ່າວນີ້ເທື່ອ ແລະກໍ່ບໍ່ຄໍາເຫັນໃດໆ ກ່ຽວກັບຂ່າວທີ່ວ່ານັ້ນ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງຊຽງຂວາງ ພ້ອມທັງສະຖານທູດຈີນ ປະຈໍາປະເທດລາວ ເພື່ອສອບຖາມ ຈໍານວນຄົນຈີນທີ່ຖືກຈັບ ແລະມື້ທີ່ຈັບໂຕ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ຮັບລາຍງານ ຈາກກອງບັນຊາການ ປກສ ແຂວງຊຽງຂວາງ ແລະ ກະຊວງການຕ່າງປະເທດ ຢ່າງເປັນທາງການເທື່ອ.
ຢ່າງໃດກໍ່ຕາມ ໃນໄລຍະກ່ອນໜ້ານີ້ ຢູ່ພື້ນທີ່ຫຼາຍບ່ອນ ໃນເຂດເທດສະບານເມືອງແປກ ແຂວງຊຽງຂວາງ ເປັນຕົ້ນ ສູນການຄ້າ ຊຽງຂວາງເຊັນເຕີ້ ແລະຕະຫຼາດຈີນ ແມ່ນເຕັມໄປດ້ວຍຄົນຈີນ ທີ່ເຂົ້າມາອາໄສ ແລະປະກອບອາຊີບຂາຍເຄື່ອງ ແຕ່ທາງເຈົ້າໜ້າທີ່ ບໍ່ທັນໄດ້ກວດກາຢ່າງລະອຽດ ວ່າມີແກ້ງຄອລເຊັນເຕີ້ ແອບແຝງມາເຮັດວຽກນໍາຫຼືບໍ່, ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ເມືອງແປກ ແຂວງຊຽງຂວາງ ທ່ານໜຶ່ງ ກ່າວວ່າ:
“ອ່າ ກະໆ ຂາຍທຸກຢ່າງຢູ່ຫັ້ນແຫຼະ ຂາຍເຄື່ອງຈີນ ເຄື່ອງອີ່ຫຍັງ ເຄື່ອງອີ່ຫຍັງຢູ່ຫັ້ນ ເອີ່ຈີນມາໃດ໋ ມາຫຼາຍ ມາຄ້າຂາຍ ອໍໆ ຢູ່ທົ່ວໄປ ຕະຫຼາດນ້ອຍກະມີ ຕະຫຼາດໃຫຍ່ກະມີ.”
ສໍາລັບສູນການຄ້າ ຊຽງຂວາງເຊັນເຕີ້ ເປັນອາຄານຂະໜາດໃຫຍ່ ມີປະມານ 5 ຊັ້ນ ເປີດບໍລິການຫ້ອງເຊົ່າລາຄາແພງ ສະນັ້ນ ຈຶ່ງມີແຕ່ພຽງຄົນລາວ ສ່ວນໜ້ອຍເທົ່ານັ້ນ ທີ່ເຊົ່າຫ້ອງຢູ່ຊັ້ນ 1 ແລະ ຊັ້ນ 2 ນໍາຂະເຈົ້າ ສ່ວນຫ້ອງເຊົ່າ ຊັ້ນ 3 ຫາ ຊັ້ນ 5 ສ່ວນຫຼາຍ ແມ່ນເປັນຄົນຈີນ ເຂົ້າມາອາໄສ ແລະເຮັດວຽກ ຢູ່ພາຍໃນເທດສະບານ ເມືອງແປກ ແຂວງຊຽງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.