ລາວ-ຈີນ ສືບຕໍ່ຮ່ວມມືກັນ ຫຼາຍດ້ານ ໃນເດືອນທີ່ຜ່ານມາ
2023.08.08
ໃນໄລຍະທ້າຍເດືອນກໍຣະກະດາ ປີ 2023 ທີ່ຜ່ານມານີ້ ລາວ ແລະ ຈີນ ໄດ້ສືບຕໍ່ຮ່ວມມື ແລະ ແລກປ່ຽນຂໍ້ມູນນຳກັນ ໃນຫຼາຍດ້ານ ແລະ ຫຼາຍຂແນງການເຊິ່ງນອນຢູ່ໃນການ ຂຍາຍຄວາມສັມພັນລະຫວ່າງ ລາວ-ຈີນ ເປັນຕົ້ນໃນວຽກງານຮ່ວມມືດ້ານ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ວຽກງານຮ່ວມມື ດ້ານອາຊີວະສຶກສາລວມເຖິງການຮ່ວມການຮ່ວມມື ໃນວຽກງານແນວໂຮມ. ໃນລະຫວ່າງວັນທີ 16-19 ກໍຣະກະດາທີ່ຜ່ານມານີ້ ຄະນະນໍາ ກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ຮ່ວມກັບຄະນະນຳ ແຂວງວຽງຈັນ ເຊິ່ງນຳໂດຍທ່ານ ຈັນທະເນດ ບົວລະພາ ຮອງຣັຖມົນຕຣີກະຊວງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແລະ ທ່ານດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ນະຄອນອູຮັ້ນ, ມົນທົນຫູເປີຍ ປະເທດຈີນ ພ້ອມທັງຖອດຖອນບົດຮຽນ ກ່ຽວກັບການຄຸ້ມຄອງຊັພຍາກອນນໍ້າຮ່ວມກັບຄະນະເຈົ້າໜ້າທີ່ປະຈຳນະຄອນອູຮັ້ນ.
ສໍາລັບຈຸດປະສົງຂອງການພົບປະ ແລະ ຮ່ວມມືກັນໃນເທື່ອນີ້ແມ່ນເພື່ອສືບຕໍ່ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງອ່າງນໍ້າຫຍ່ອຍນໍ້າເປາະແບບເຊື່ອມສານ ເຊິ່ງຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍຄະນະເຈົ້າໜ້າທີ່ຝ່າຍລາວ ໄດ້ຖອດຖອນບົດຮຽນ ດ້ານການຄຸ້ມຄອງ, ວາງນະໂຍບາຍ ແລະ ດ້ານເທັກນິກວິຊາການຕ່າງໆ ຈາກເຈົ້າໜ້າທີ່ຝ່າຍຈີນ ເພື່ອນຳມາໃຊ້ໃນວຽກງານຄຸ້ມຄອງ ຊັພຍາກອນນໍ້າ ໃນລາວຕາມທິດສີຂຽວ ແລະ ຍືນຍົງ.
ໃນໂອກາດດັ່ງກ່າວ ທາງຄະນະເຈົ້າໜ້າທີ່ລາວຍັງຢ້ຽມຢາມ ແລະ ເບິ່ງສະຖານທີ່ໂຕຈິງກ່ຽວກັບການຄຸ້ມຄອງ, ບໍຣິຫານຈັດການນໍ້າ ແລະ ການປົກປັກຮັກສາ ແລະ ຟື້ນຟູນໍ້າ ຢູ່ສວນສາທິດວິທຍາສາຕ ແລະ ເທັກໂນໂລຢີການອະນຸຮັກດິນ ແລະ ນໍ້າເຊິ່ງເປັນອ່າງຮັບນໍ້າຂອງນະຄອນອູຮັ້ນ ລວມທັງໄດ້ໄປຢ້ຽມຢາມຢູ່ສູນຂໍ້ມູນອຸທົກກະສາດ ແລະ ພະຍາກອນແມ່ນໍ້າຊາງຈຽງ ແລະ ສະຖາບັນສຳຣວດ, ວາງແຜນ, ອອກແບບ ແລະ ຄົ້ນຄ້ວາຂອງແມ່ນໍ້າຊາງຈຽງ ກ່ອນທີ່ຈະເດີນທາງກັບປະເທດລາວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງຊັພຍາກອນ ແລະ ສິ່ງແວດລ້ອມທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ປັດຈຸບັນທາງຄະນະເຈົ້າໜ້າທີ່ລາວ ທີ່ໄດ້ໄປຢ້ຽມຢາມນະຄອນອູຮັ້ນນັ້ນ ກໍໄດ້ເດີນທາງກັບປະເທດລາວເປັນທີ່ຮຽບຮ້ອຍແລ້ວ ສ່ວນຈະມີກອງປະຊຸມຖອດຖອນບົດຮຽນ ແລະແລກປ່ຽນຂໍ້ມູນ ໃຫ້ແກ່ຂແນງການທີ່ກ່ຽວຂ້ອງ ໃຫ້ມີການຮັບຊາບຫຼືບໍ່ນັ້ນກໍຈະມີແຈ້ງການ ອີກເທື່ອນຶ່ງເຊິ່ງຍັງລະບຸບໍ່ໄດ້ວ່າ ຈະເກີດຂຶ້ນເມື່ອໃດ.”
ເມື່ອເວົ້າເຖິງການຮ່ວມມື ທາງດ້ານຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ລະຫວ່າງລາວ-ຈີນນີ້ ໃນໄລຍະທີ່ຜ່ານມາ ເຖິງແມ່ນຈະມີການແລກປ່ຽນ ຂໍ້ມູນກັນຢູ່ເລື້ອຍໆ ກໍຕາມແຕ່ກໍຍັງບໍ່ທັນທົ່ວເຖິງທຸກພື້ນທີ່ເຊິ່ງຍັງມີຫຼາຍເມືອງໃນລາວ ທີ່ບໍ່ໄດ້ຮັບຂໍ້ມູນຫຼືຂ່າວສານໃດໆ ຈາກທາງຈີນ ຫຼື ບໍຣິສັດຈີນທີ່ເປັນເຈົ້າຂອງເຂື່ອນໄຟຟ້າຢູ່ລາວເຊິ່ງການຂາດການປະສານງານ ດັ່ງກ່າວ ກໍເຮັດໃຫ້ເກີດຜົລກະທົບ ບາງຢ່າງຕໍ່ບາງພື້ນທີ່ໃນລາວ ເປັນຕົ້ນຢູ່ເມືອງຮຸນ ແຂວງອຸດົມໄຊ ເຊິ່ງເປັນເມືອງນຶ່ງທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ທີ່ເກີດຈາກການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້ານໍ້າແບງ ທີ່ບໍຣິສັດ China National Electrical Equipment Corporation ຈາກປະເທດຈີນ ເປັນຜູ້ຖືຮຸ້ນ 90% ນັ້ນ ທາງເຈົ້າ
ໜ້າທີ່ ທີ່ກ່ຽວຂ້ອງຂອງເມືອງຮຸນ ໄດ້ຊີ້ແຈງວ່າ ກ່ອນທີ່ເຂື່ອນດັ່ງກ່າວ ຈະປ່ອຍນໍ້າອອກຈາກເຂື່ອນກໍບໍ່ໄດ້ແຈ້ງການລ່ວງໜ້າ ມາຫາທາງເມືອງຮຸນແຕ່ຢາງໃດ.
ເຈົ້າໜ້າທີ່ເມືອງຮຸນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຈາກການຂາດການປະສານງານ ກັບເຂື່ອນໄຟຟ້ານໍ້າແບງໄດ້ສົ່ງຜົລໃຫ້ຊາວບ້ານ ຢູ່ເມືອງຮຸນໄດ້ຮັບຜົລກະທົບຈາກນໍ້າຖ້ວມ ແບບກະທັນຫັນ ແລະຕັ້ງໂຕບໍ່ທັນໃນໄລຍະທີ່ມີການປ່ອຍນໍ້າ ອອກຈາກເຂື່ອນດັ່ງກ່າວ. ດັ່ງນັ້ນຈຶ່ງເຫັນວ່າ ຖ້າທາງການລາວ ແລະ ຈີນ ມີການຮ່ວມມືກັນ ທາງຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມແທ້ໆ ກໍຈຳເປັນຕ້ອງໄດ້ປະສານງານກັນຢ່າງຄົບຖ້ວນ ລວມທັງການແຈ້ງເຕືອນການປ່ອຍນໍ້າ ອອກຈາກເຂື່ອນຂອງນັກລົງທຶນຈີນ ກໍຕ້ອງແຈ້ງເຕືອນໃຫ້ຄົບທຸກພື້ນທີ່ ທີ່ມີຄວາມສ່ຽງຖືກນໍ້າຖ້ວມ.
ດັ່ງທ່ານໄດ້ກ່າວວ່າ:
“ບໍ່ໄດ້ຍິນຫຍັງນ່າບໍ່ໄດ້ສົ່ງຂ່າວຫຍັງນ່າ ແນ່ນອນເນາະ ມັນຜົລກະທົບຢູ່ພີ້ນຶ່ງມັນຈະຖ້ວມ ສາລີ ຜົລກະທົບຈາກເຂື່ອນຄືກັນເນາະ ເພາະວ່າເຂົາປ່ອຍນໍ້າປ່ອຍນໍ້າລົງມາແລ້ວ ບໍ່ແຈ້ງປະຊາຊົນນີ້ກາບໍ່ທັນຕັ້ງຕົວແລ້ວກໍມາພໍດີຮອດກາງນໍ້າ ແລ້ວກໍນໍ້າມາຖ້ວມເຂົ້າໄປ ໂອມັນກໍສຳຄັນໃດອັນນີ້.”
ກ່ຽວກັບວຽກງານການຮ່ວມມື ລາວ-ຈີນໃນຂົງເຂດຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກໍມີຊາວບ້ານອີກຈຳນວນນຶ່ງກໍເຊື່ອວ່າ ການຮ່ວມມືກັບຈີນໃນເຣື່ອງຊັພຍາກອນນັ້ນກໍ ອາດເປັນຜົລດີຕໍ່ລາວໂດຍສະເພາະ ການຖອດຖອນບົດຮຽນຈາກເຈົ້າໜ້າທີ່ຈີນເພື່ອນຳມາປະ ຕິບັດໂຕຈິງຢູ່ລາວກໍອາຈເຮັດໃຫ້ຊັພຍາກອນຢູ່ລາວໄດ້ຮັບການຄຸ້ມຄອງຫຼາຍຂຶ້ນ ແລະກໍເຫັນວ່າໃນໄລຍະຜ່ານມາ ບາງພາກສ່ວນຂອງຈີນທີ່ລົງທຶນຢູ່ລາວ ເປັນຕົ້ນເຂື່ອນໄຟຟ້ານັ້ນ ກໍໄດ້ມີການປະສານງານ ໃຫ້ທາງບ້ານທີ່ຢູ່ໃກ້ຄຽງ ຮັບຊາບກ່ອນທີ່ຈະມີການປ່ອຍນໍ້າ ອອກຈາກເຂື່ອນ.

ດັ່ງເຈົ້າໜ້າທີ່ຂັ້ນບ້ານ ຢູ່ແຂວງຫຼວງພຣະບາງ ທີ່ຢູ່ໃກ້ກັບເຂື່ອນໄຟຟ້ານໍ້າອູ 3 ກ່າວວ່າ:
“ເອີ ກາຊິມີຜົລດີຫຼາຍກ່ວາໂອຄັນວ່າຈີນຮ່ວມມື ການຮ່ວມມືກາຊິຜົລດີ. ໂອແຈ້ງຕລອດ ອັນນີ້ເຂົາກາແຈ້ງມາຢູ່ ເພາະວ່າບ້ານເຮົາຢູ່ລຸ່ມເຂື່ອນນີ້ເນາະ ບ້ານເຮົາຢູ່ກ້ອງເຂື່ອນນີ້ ເພິ່ນຊິແຈ້ງມາຕລອດ ໄດ້ໂທປະສານງານກັນຢູ່ ຍັງບໍ່ມີບັນຫາບໍ່ມີຜົລກະທົບ ຕໍ່ປະຊາຊົນຈັ່ງໃດເທື່ອ.”
ນອກຈາກນີ້ການຮ່ວມມືທາງດ້ານ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມແລ້ວ ບາງພາກສ່ວນຂອງລາວແລະຈີນກໍຍັງໄດ້ມີການຮ່ວມມືກັນ ເພີ່ມທາງດ້ານການສຶກສາ ໂດຍສະເພາະອະຊີວະສຶກສາສຶກສາ.
ເມື່ອປະມານກາງເດືອນກໍຣະກະດາ ທີ່ຜ່ານມານີ້ສະມາຄົມແລກປ່ຽນການສຶກສາສາກົລ ລາວ-ຈີນ ຮ່ວມກັບສະຖາບັນພັທນາອະຊີວະສຶກສາ ກະຊວງສຶກສາທິການແລະກິລາ ແລະ ວິທຍາໄລພົລເຮືອນ ຊາງສາ ຂອງປະເທດຈີນ ໄດ້ຈັດສັມມະນາຮ່ວມມືທາງດ້ານອະຊີວະ ລາວ-ຈີນ ປະຈຳປີ 2023 ຢູ່ໂຮງແຮມແລກມາກ ນະຄອນຫຼວງວຽງຈັນ ເພື່ອແບ່ງປັນບັນດາບົດຮຽນດ້ານອະຊີວະສຶກສາ ລະຫວ່າງ ລາວ-ຈີນ ພາຍໃຕ້ການເປັນສັກຂີພະຍານ ຈາກຫຼາຍພາກສ່ວນເປັນຕົ້ນກົມຮ່ວມມືກັບຕ່າງປະເທດ, ກົມການສຶກສາຊັ້ນສູງ, ກົມອະຊີວະ ແລະ ອື່ນໆ ເຊິ່ງລວມເຖິງຜູ້ອຳນວຍການຂອງວິທຍາໄລ 17 ແຫ່ງໃນປະເທດຈີນ.
ໃນໂອກາດດຽວກັນນີ້ ສະຖານພັທນາອະຊີວະສຶກສາ ກັບ ວິທຍາໄລ ພົລເຮືອນຊາງສາ ຂອງປະເທດຈີນກໍໄດ້ເຊັນສັນຍາຮ່ວມມືເພື່ອຮ່ວມກັນກໍ່ສ້າງເຄືອຂ່າຍໃນໃນການພັທນາອະຊີວະສຶກສາ. ໃນຂະນະທີ່ວິທຍາໄລເທັກນິລາວ-ເຢັຍຣະມັນ ແລະ ວິທຍາໄລເທັກນິກວິຊາ ຊີບເວີ່ນໂຈຂອງຈີນກໍໄດ້ເຊັນສັນຍາຮ່ວມມືລະຫວ່າງ 2 ວິທຍາໄລອີກທັງຍັງໄດ້ສຣຸບ ບົດຮຽນການຮ່ວມມືອະຊີວະລາວ-ຈີນແລະອື່ນໆ ນຳອີກ.
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ຈາກກົມອະຊີວະ ທີ່ຂໍສງວນຊື່ ແລະສຽງໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າໃນການສັມມະນາດັ່ງກ່າວ ຍັງໄດ້ມີການແລກປ່ຽນຂໍ້ມູນ ແລະມີແຜນຮ່ວມມືກັນໃນອີກຫຼາຍຫົວຂໍ້ ຫຍ່ອຍແຕ່ກໍບໍ່ສະດວກທີ່ຈະໃຫ້ຂໍ້ມູນຫຼາຍໄປກ່ວານີ້ ແລະຖ້າຕ້ອງການຮູ້ຣາຍລະອຽດຕ່າງໆ ກໍໃຫ້ເຮັດເອກະສານຂໍອະນຸຍາດຕາມຂັ້ນຕອນ.
ອາຈານ ປະຈໍາວິທຍາໄລ ອະຊີວະແຫ່ງນຶ່ງ ຢູ່ແຂວງວຽງຈັນ ກ່າວວ່າກ່ຽວກັບການຮ່ວມມື ລາວ-ຈີນ ທາງດ້ານອະຊີວະສຶກສານີ້ ທາງວິທຍາໄລ ຂອງທ່ານກໍໄດ້ມີການປະສານງານ ແລະ ຮ່ວມມືກັບວິທຍາໄລອະຊີວະຂອງຈີນຢູ່ເລື້ອຍໆ ໂດຍສະເພາະການແລກປ່ຽນຄວາມຮູ້ ທາງດ້ານວິຊາການແລະເທັກນິກ ຊ່າງດ້ານຕ່າງໆ ເຊິ່ງທາງເຈົ້າໜ້າທີ່ຂອງປະເທດຈີນ ກໍໄດ້ຖ່າຍທອດຄວາມຮູ້ ແລະປະສົບການໃຫ້ຢ່າງດີ.
ດັ່ງທ່ານໄດ້ກ່າວວ່າ:
“ກັບຈີນເບາະ ເອີມີກັບຈີນກໍມີນ່າມັນຈະເວົ້າເຣື່ອງແມ່ນເຣື່ອງອຸດສາຫະກັມເນາະ ທ່ອງທ່ຽວ ແລ້ວກໍທາງກະສິກັມ.”
ສ່ວນອາຈານປະຈຳສູນ ຝຶກວິຊາຊີບແຫ່ງນຶ່ງຢູ່ແຂວງຫຼວງນໍ້າທາ ກໍໄດ້ກ່າວວ່າຢູ່ສູນຝຶກວິຊາຊີບ ຂອງທ່ານກໍໄດ້ມີການຖອດຖອນບົດຮຽນ ຈາກວິທຍາໄລອະຊີວະບາງແຫ່ງຂອງຈີນຢູ່ຕລອດເຊິ່ງຈະເປັນໃນລັກສະນະຮຽນຮູ້ດ້ານວິຊາການຈາກເອກະສານ ການສອນຂອງຈີນ ແລະ ຊ່າງວິສະວະກັມຈາກປະເທດຈີນກໍຈະເດີນທາງມາຝຶກສອນ ແລະ ທົດສອບຄວາມາມາດຂອງນັກສຶກສາອະຊີວະຢູ່ປະຈຳສູນຝຶກແຫ່ງນີ້ປີນຶ່ງເທື່ອນຶ່ງເພື່ອປະເມີນວ່າ ສຳເຣັດການຮຽນວິຊາຊີບແລ້ວບໍ່ຫຼືຍັງຕ້ອງຮຽນເພີ່ມ.
ດັ່ງທ່ານໄດ້ກ່າວວ່າ:
“ປີນຶ່ງເທື່ອນຶ່ງ ຢູ່ໃນຊ່ວງເຮົາເປີດດ້ານເທັກນິກ ເປັນຫຼັກຖືວ່າເປັນຜົລດີຫຼາຍຫັ້ນແຫຼະ ເພາະວ່າເຣື່ອງອີເລັກໂທຣນິກດ້ານນີ້ຢູ່ລາວ ມັນມີໜ້ອຍຢູ່ແລ້ວສ່ວນຫຼາຍເພິ່ນມາຈາກ ໂຮງງານເລີຍນ່າໂຮງຮຽນປະສານກັບທາງໂຮງງານຫຼັກສູດແຕ່ລະຄັ້ງ ເຂົາມາແມ່ນເຂົາຈະສົ່ງວິຊາການເຂົາມາເລີຍນ່າ ບົດຮຽນຕ່າງໆ ແມ່ນເຮົາສຶກສາຜ່ານຂອງເພິ່ນໝົດ ແລ້ວເພິ່ນຈະມາເທສວ່ານັກສຶກສາ ແຕ່ລະຮຸ່ນຫັ້ນມີໃຜແດ່ທີ່ມີຄວາມຮູ້ ທີ່ວ່າສາມາດເຂົ້າເຖິງກັບຫຼັກສູດ ຂອງເຂົາເຈົ້າຫັ້ນ.”
ໜ້ອຍເປັນຕົ້ນນັກສຶກສາອະຊີວະຢູ່ລາວທີ່ສຳເຣັດການສຶກສານັ້ນຈຳນວນນຶ່ງກໍໄດ້ໄປເຮັດວຽກນຳບໍຣິສັດຮັບເໝົາກໍ່ສ້າງຂອງຄົນຈີນໃນລາວຫຼືບໍຣິສັດຂອງຄົນຈີນທີ່ຕັ້ງຢູ່ລາວແທນທີ່ຈະເຮັດວຽກນຳຜູ້ປະກອບການຄົນລາວເຊິ່ງຜູ້ປະກອບການໃນລາວຈຳນວນນຶ່ງກໍເຫັນວ່າສະພາບໃນປັດຈຸບັນນີ້ບໍຣິສັດຈີນໄດ້ເກີດການແຂ່ງຂັນກັບບໍຣິສັດຂອງຄົນລາວໃນການຍາດ ພນັກງານຕຳແໜ່ງຊ່າງຕ່າງໆ ໄປເຮັດວຽກນຳບໍຣິສັດ.
ດັ່ງຜູ້ປະກອບການຮັບເໝົາກໍ່ສ້າງຍານາງນຶ່ງກ່າວວ່າ.
“ຊິວ່າຍາດກໍວ່າຍາດຫຼືບໍ່ຍາດຂຶ້ນກັບຄົນຂອງເຮົາເນາະເງື່ອນໄຂຂອງເຂົາເຈົ້າດີເບາະຫຼືວ່າຈັ່ງໃດຫັ້ນນ່າເງື່ອນໄຂດີຄົນລາວເຮົາກໍໄປເຮົາມີວຽກເງື່ອນໄຂດີຄົນລາວກໍເຮັດນຳເຮົາໄດ້ຄືກັນແລ້ວແຕ່ທາງເງື່ອນໄຂໃຫ້ທາງແຮງງານວ່າຊັ້ນສາໂຕໃດດີແຮງງານເນາະກາໄປກັບຜູ້ຮັບເໝົາຜູ້ນັ້ນ.”
ບໍ່ພຽງແຕ່ເທົ່ານັ້ນໃນລະຫວ່າງວັນທີ 19-28 ກໍຣະກະດາທີ່ຜ່ານມານີ້ຄະນະສັມມະນາກອນສູນກາງແນວລາວສ້າງຊາຕຍັງໄດ້ເດີນທາງໄປແຂວງກວາງຕຸ້ງປະເທດຈີນເພື່ອແລກປ່ຽນບົດຮຽນແລະຝຶກອົບຮົມດ້ານແນວໂຮມໃນຫົວຂໍ້ຕ່າງໆ ກັບທາງຄະນະເຈົ້າໜ້າທີ່ຈີນເພື່ອຖອດຖອນບົດຮຽນຈາກທາງຈີນແລ້ວນໍາມາເຜີຍແຜ່ຢູ່ປະເທດລາວແຕ່ຣາຍລະອຽດຂອງການຝຶກອົບຮົມດ້ານດັ່ງກ່າວນັ້ນທາງດ້ານເຈົ້າໜ້າທີ່ສູນກາງແນວລາວສ້າງຊາຕກໍບໍ່ສະດວກທີ່ຈະໃຫ້ຣາຍລະອຽດເພີ່ມຕໍ່ວິທຍຸເອເຊັຽເສຣີ.
ນັບແຕ່ຕົ້ນປີ 2023 ເປັນຕົ້ນມາທາງການລາວກໍໄດ້ສະແດງໃຫ້ເຫັນວ່າຄວາມສັມພັນລະຫວ່າງ ລາວ-ຈີນໄດ້ມີການເສີມຂຍາຍຂຶ້ນເລື້ອຍໆ ໃນຫຼາຍມິຕິເປັນຕົ້ນເມື່ອເດືອນມີນາປີນີ້ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຕຣຽມຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວຈີນທີ່ຈະເດີນທາງເຂົ້າມາລາວດ້ວຍຣົຖໄຟຄຸນໝິງ ແລະ ຣົຖໄຟລາວ-ຈີນ ໂດຍໄດ້ມີການຕິດຕາມກວດກາສະພາບການບໍຣິເວັນສະຖານີຣົຖໄຟລາວ-ຈີນຢູ່ນະຄອນຫຼວງວຽງຈັນໂດຍສະເພາະການຊື້-ຂາຍປີ້ຣົຖໄຟຕລອດຈົນໂຕອາຄານຜູ້ໂດຍສານ, ຮ້ານອາຫານ, ຮ້ານຄ້າ, ຫ້ອງນໍ້າ, ຈຸດກວດກາກະເປົາເດີນທາງ ແລະ ອື່ນໆ.
ຈາກນັ້ນໃນພຶສພາປີ 2023 ນີ້ ທ່ານ ພົລເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບພ້ອມດ້ວຍຄະນະໄດ້ເດີນທາງໄປນະຄອນຫຼວງປັກກີ່ງປະເທດຈີນເພື່ອພົບປະກັບທ່ານ ຫວາງຊຽວຫົງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບຂອງຈີນເພື່ອເສີມຂຍາຍການຮ່ວມມືກັນໃນຫຼາຍດ້ານເປັນຕົ້ນເພີ່ມການຮ່ວມມືໃນວຽກງານຮັກສາຄວາມສງົບ, ແກ້ໄຂບັນຫາອາຊຍາກັມຂ້າມຊາຕ, ບັນຫາຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ.
ໃນເດືອນພຶສພາປີນີ້ເຊັ່ນດຽວກັນກອງທັບປະຊາຊົນລາວກັບກອງທັບຈີນກໍໄດ້ເປີດພິທີຊ້ອມຮົບພາຍໃຕ້ຫົວຂໍ້ໂລ້ກຳບັງມິຕພາບ 2023 ເຊິ່ງຈັດຂຶ້ນຢູ່ທີ່ວິທຍາຄານນາຍທະຫານບົກກົມມະດຳ ເພື່ອຮ່ວມມືທາງດ້ານການທະຫານລະຫວ່າງ ລາວ-ຈີນໃນຂົງເຂດປ້ອງກັນຊາຕໂດຍມີນາຍທະຫານເຂົ້າຮ່ວມຈຳນວນຫຼາຍ 900 ນາຍໂດຍຝ່າຍຈີນໄດ້ສົ່ງນາຍທະຫານຈາກກອງທັບກຸ່ມທີ 75 ຂອງກອງທັບພາກໃຕ້ເຂົ້າຮ່ວມ 200 ນາຍພ້ອມດ້ວຍຍານເກາະແລະອາວຸດຕ່າງໆ ຫຼາຍກ່ວາ 300 ຊຸດ.
ຫຼ້າສຸດໃນລະຫວ່າງວັນທີ 15-17 ມິຖຸນາທີ່ຜ່ານມານີ້ ດຣ ທອງລຸນ ສີສຸລິດ ປະທານປະເທດລາວກໍໄດ້ເດີນທາງໄປພົບປະ ທ່ານ ຫຼີ ຊີ ກັມມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນຢູ່ນະຄອນຄຸນໝິງ ແຂວງຢູນານ ປະເທດຈີນເຊິ່ງທັງສອງຝ່າຍໄດ້ຊົມເຊີຍສາຍສັມພັນແລະການຮ່ວມມືລະຫວ່າງ ລາວ-ຈີນໃນໄລຍະຜ່ານມາລວມທັງໄດ້ພົບປະຣັຖມົນຕຣີກະຊວງການຕ່າງປະເທດຈີນພ້ອມດ້ວຍການນຳຂອງແຂວງຢູນານ ແລະ ຜູ້ນຳສ່ວນກາງຄົນອື່ນໆ ນຳດ້ວຍ.