ຄົນຈີນ ທີ່ນຳເອົາເດັກຍິງ ອາຍຸຕ່ຳກວ່າ 18 ເຕັ້ນໂຊ ຖືກຈັບ

ໄຊຍາ
2023.08.14
ຄົນຈີນ ທີ່ນຳເອົາເດັກຍິງ ອາຍຸຕ່ຳກວ່າ 18 ເຕັ້ນໂຊ ຖືກຈັບ ເຈົ້າໜ້າທີ່ຕຳຣວດ ກຳລັງເຂົ້າລະງັບເຫດກັບຄົນ. ເດືອນເມສາ ປີ 2022.
ນັກຂ່າວ ພົລເມືອງ

ເມື່ອວັນທີ 26 ກໍຣະກະດາ ທີ່ຜ່ານມານີ້ເຈົ້າໜ້າທີ່ຕໍາຣວດສະກັດກັ້ນ ແລະ ຕ້ານການຄ້າມມະນຸສສົມທົບກັບເຈົ້າໜ້າທີ່ ຜແນກກົມຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ແຂວງໄຊຍະບູຣີ ໄດ້ເຂົ້າກວດຄົ້ນເຮືອນເຊົ່າແຫ່ງນຶ່ງ ຢູ່ເມືອງ ແລະ ແຂວງໄຊຍະບູຣີ ໄດ້ພົບເຫັນຄົນຈີນ 2 ຄົນ ຊື່ທ້າວ ຕວນຈີເຫວີນ ອາຍຸ 33 ປີ ແລະ ທ້າວ ຫລີວຊີກົ່ວ ອາຍຸ 18 ປີ ແລະ ເດັກຍິງຊາວລາວອາຍຸ ຕໍ່າກ່ວາ 18 ປີ ຈໍານວນ 8 ຄົນ ພ້ອມທັງອຸປະກອນການຖ່າຍທອດສົດ ຜ່ານສື່ສັງຄົມອອນລາຍນ໌ ຈຶ່ງໄດ້ຄວບຄຸມໂຕຄົນຈີນ 2 ຄົນດັ່ງກ່າວ ນໍາໄປສືບສວນ-ສອບສວນ ຂຍາຍຜົລໃນຂໍ້ກ່າວຫາ ຈ້າງເດັກຍິງລາວເຕັ້ນໂຊຜ່ານສື່ສັງຄົມອ໋ອນລາຍນ໌.

ເຊິ່ງຄົນຈີນທັງ 2 ຄົນນັ້ນກໍຮັບສາລະພາບວ່າ ໄດ້ປະກາດຫາເດັກຍິງລາວ ມາພັກຢູ່ເຮືອນເຊົ່າ ເພື່ອຈ້າງໃຫ້ເດັກເຕັ້ນໂຊ ຜ່ານແອບພລິເຄຊັນ ຕິກຕ໋ອກໂດຍໃຫ້ເງິນຄ່າຈ້າງ ຂັ້ນຕໍ່າຕັ້ງ ແຕ່ 1-1.5 ລ້ານກີບຕໍ່ເດືອນ ແລະ ຈະໄດ້ຄ່າຕອບແທນຫຼາຍກ່ວານັ້ນ ຄັນຍອດຜູ້ເຂົ້າມາເບິ່ງ ການຖ່າຍທອດສົດ ມີຈຳນວນຫຼາຍ. ສ່ວນຄົນຈີນທີ່ເປັນຄົນຈ້າງ ແມ່ນໄດ້ຣາຍໄດ້ເດືອນ 100-150 ລ້ານກີບ. ອີງຕາມການຣາຍງານຂອງກົມຕຳຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸສ ໃນວັນທີ 13 ສິງຫາ ຜ່ານມານີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຍັງກົມຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸສ ເພື່ອຂໍຮູ້ຣາຍລະອຽດ ແລະ ຄວາມຄືບໜ້າເພີ່ມ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ສັມພາດ ຜ່ານທາງໂທລະສັບ ແລະ ໃຫ້ເຮັດເອກະສານ ເຂົ້າໄປພົວພັນເອົາຂໍ້ມູນ.

ທາງດ້ານເຈົ້າໜ້າທີ່ ກອງບັນຊາການ ແຂວງໄຊຍະບູຣີກ່າວວ່າ ສໍາລັບຄົນຈີນ 2 ຄົນດັ່ງກ່າວ ພ້ອມດ້ວຍເດັກຍິງລາວອີກ 8 ຄົນນັ້ນ ກຳລັງຖືກສືບສວນ-ສອບສວນ ໂດຍຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະຍັງບໍ່ສາມາດໃຫ້ຮູ້ຣາຍລະອຽດໄດ້ເທື່ອ.

ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ສິງຫານີ້ວ່່າ:

ຍັງບໍ່ແນ່ໃຈອັນນີ້ ເຮົາກາບໍ່ຮູ້ຄືກັນ ມີແຕ່ວ່າຄະດີໂຕນີ້ ແມ່ນຂຶ້ນກັບຫ້ອງຕຳຣວດຫັ້ນນ່າ ບໍ່ຮູ້ວ່າເພິ່ນສົ່ງຮອດໃສແລ້ວ.

ໃນຂະນະທີ່ຫຼາຍພາກສ່ວນ ຂອງແຂວງໄຊຍະບູຣີ ທີ່ຮັບຮູ້ຂ່າວດັ່ງກ່າວເປັນຕົ້ນ ຫ້ອງການສະຫະພັນແມ່ຍິງ ແລະ ຫ້ອງການຊາວໜຸ່ມ ມີຄວາມເປັນຫ່ວງ ຕໍ່ເຫດການດັ່ງກ່າວ ແລະ ກໍຕິດຕາມເຣື່ອງນີ້ຢ່າງໃກ້ຊິດ ເພື່ອປົກປ້ອງເດັກຍິງທີ່ຕົກເປັນເຫຍື່ອ ຂອງຄົນຈີນດັ່ງກ່າວເຊິ່ງທີ່ຜ່ານມາ ຫຼາຍໜ່ວຍງານໄດ້ໂຄສະນາ ໃຫ້ແກ່ກຸ່ມແມ່ຍິງບໍ່ໃຫ້ໄປເຮັດວຽກ ແນວດັ່ງກ່າວ ແຕ່ກໍຍັງມີຈຳນວນນຶ່ງທີ່ຫຼົງເຊື່ອການໂຄສະນາ ຂອງຄົນຈີນທີ່ວ່ານັ້ນຢູ່.

ດັ່ງເຈົ້າໜ້າທີ່ ແຂວງໄຊຍະບູຣີ ທີ່ຂໍສງວນຊື່ ແລະ ໜ່ວຍງານກ່າວວ່າ:

ເຫັນຢູ່ເນາະໄດ້ລົງສຶກສາອົບຮົມ ຕລອດແຫຼະ ໂຕນີ້ໄດ້ເຮັດຕລອດຢູ່ວຽກໂຕນີ້ ຫັ້ນນ່າເວົ້າເຣື່ອງວຽກສຶກສາອົບຮົມ ໃຫ້ຊາວໜຸ່ມ ໄວໜຸ່ມ ຫັ້ນນ່າເນາະ ຊ່ວງນີ້ຊິິມີໂຄງການແບບ ໃຫ້ສະມາຊິກຊາວໜຸ່ມ ຜູ້ທີ່ຫວ່າງງານເພື່ອເຮັດໃຫ້ເຂົາເຈົ້າ ມີວຽກເຮັດງານທຳເນາະ ແຂວງໄຊຍະບູຣີເຮົາມີໂຄງການ.

ຕໍ່ເຫດການດັ່ງກ່າວນີ້ ກໍຍັງບໍ່ມີການເປີດເຜີຍເຖິງຄົນຈີນ ທີ່ເຂົ້າມາກໍ່ເຫດດັ່ງກ່າວນັ້ນວ່າ ໄດ້ເຊົ່າເຮືອນຢູ່ບ່ອນໃດ ເພື່ອເປັນບ່ອນສຳລັບຖ່າຍທອດສົດ ເດັກຍິງລາວ ແຕ່ກໍເຮັດໃຫ້ຫຼາຍພາກສ່ວນ ທາງດ້ານສັງຄົມຢູ່ແຂວງໄຊຍະບູຣີ ມີການຕື່ນໂຕ ແລະ ຕິດຕາມການເຄື່ອນໄຫວ ຂອງຄົນຈີນທີ່ເຂົ້າມາເຮັດລັກສະນະດັ່ງກ່າວ ເພື່ອນຳຂໍ້ມູນຣາຍງານ ຕໍ່ເຈົ້າໜ້າທີ່ຕຳຣວດ.

ດັ່ງຜູ້ປະກອບການ ນຳທ່ຽວຢູ່ແຂວງໄຊຍະບູຣີ ກ່າວວ່າ:

ບໍ່ຮູ້ຢູ່ໃນໄດ້ຍີນຂ່າວວ່າ ຈັບຢູ່ໄຊຍະນີ້ແຫຼະ ເພິ່ນກໍໃຫ້ຕິດຕາມຄົນຈີນ ມາພັກເພິ່ນກໍໃຫ້ຕິດຕາມ ເບິ່ງການໄປການມາ ຂອງຄົນຈີນນັ້ນຫັ້ນຈີນ ມາທ່ຽວແທ້ກໍບໍ່ຄ່ອຍປານໃດ ແຕ່ວ່າຈີນມາເຮັດທຸຣະກິຈ ມາຫຍັງຫຼາຍຢູ່.

ໃນຂະນະທີ່ເຮືອນພັກ ແລະ ໂຮງແຮມຫຼາຍແຫ່ງ ໃນແຂວງໄຊຍະບູຣີ ພາກັນລະມັດລະວັງ ຄົນຈີນກຸ່ມດັ່ງກ່າວ ເພາະຢ້ານວ່າຈະມາໃຊ້ຫ້ອງພັກ ໃຫ້ເຮືອນພັກ ແລະ ໂຮງແຮມເປັນບ່ອນຖ່າຍທອດສົດ ເດັກຍິງລາວດັ່ງກ່າວ ເຊິ່ງຫຼາຍຄົນບໍ່ອະນຸຍາດ ໃຫ້ເຮັດລັກສະນະນີ້ ຢູ່ເຮືອນພັກ ຫຼື ໂຮງແຮມຢ່າງເດັດຂາດ.

ດັ່ງເຈົ້າຂອງເຮືອນພັກ ນາງນຶ່ງກ່າວວ່າ:

ບໍ່ມີເດີ້ຢູ່ນີ້ບໍ່ມີຄົນຈີນ ມາເຊົ່າເລີຍແຫຼະເຂົາເຈົ້າ ບໍ່ມັກມັນເຮືອນຕໍ່ານ່າ ເຊົ່າແຕ່ບ່ອນໃຫຍ່ ພຸ້ນແຫຼະທາງພີ້ເພິ່ນບໍ່ໃຫ້ເຮັດແຫຼະ ດຽວນີ້ຫັ້ນນ່າ.

ສ່ວນຊາວລາວທ່ານນຶ່ງ ຮູ້ຂ່າວດັ່ງກ່າວກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມີການດຳເນີນຄະດີ ຕໍ່ຄົນຈີນຢ່າງເດັດຂາດ ເພາະວ່າໄດ້ເຮັດຜິດກົດໝາຍ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍນ໌ ໃນລາວ ແລະ ກໍເຂົ້າຄ່າຍການຄ້າມະນຸສ ນຳດ້ວຍ ອີກທັງຍັງເຮັດໃຫ້ເກີດຄວາມເສື່ອມເສັຍ ຕໍ່ສັງຄົມລາວ.

ດັ່ງທ່ານກ່າວວ່າ:

ເຜີຍແຜ່ ອັນນັ້ນອັນນີ້ສື່ໆ ມັນຫຍັງໜັກ ຍິ່ງມັນເຮັດໃຫ້ເສື່ອມເສັຍ ອິຫຍັງຕ່າງໆ ຄືຫຼາຍໆ ຢ່າງທີ່ເຮົາເບິ່ງມັນບໍ່ເໝາະສົມ ບ້ານເຮົາມັນເປັນບ້ານສງົບ ໃນເມືອງມີເຫດການອັນໃດອັນນຶ່ງ ຂຶ້ນມັນກາມັກດັງປະມານນີ້ຫັ້ນນ່າ.

ກ່ອນໜ້ານີ້ວັນທີ 19 ກໍຣະກະດາ 2023 ມີຣາຍງານແບບ ບໍ່ເປັນທາງການວ່າຊາຍຊາວຈີນ ບໍ່ຮູ້ຈຳນວນຄັກແນ່ ທີ່ຈ້າງເດັກຍິງລາວກຸ່ມນຶ່ງ ເຕັ້ນໂຊຜ່ານທາງແອບພລິເຄຊັນ ຕິກຕ໋ອກ ໄດ້ຖືກເຈົ້າໜ້າທີ່ຕຳຣວດລາວ ຈັບໄດ້ແລ້ວ, ແຕ່ຍັງບໍ່ທັນເປີດເຜີຍ ຢ່າງເປັນທາງການ ແລະ ຍັງບໍ່ສາມາດເປີດຣາຍລະອຽດການກັກໂຕ ດັ່ງກ່າວເທື່ອ ແລະ ກໍບໍ່ມີຂໍ້ມູນການຈັບຄົນຈີນທັງ 2 ກໍຣະນີວ່າແມ່ນເຄືອຂ່າຍດຽວກັນ ຫຼື ບໍ່.

ນອກຈາກການຖ່າຍທອດສົດ ຍິງສາວເຕັ້ນໂຊຜ່ານສື່ສັງຄົມອອນລານ໌ແລ້ວ ກ່ອນໜ້ານີ້ຄົນຈີນຈຳນວນນຶ່ງໄດ້ຖ່າຍວິດີໂອ ກ່ຽວກັບເດັກຍິງລາວ ພ້ອມທັງເຜີຍແຜ່ ລົງສື່ສັງຄົມອອນລາຍ໌ ຈຳນວນຫຼາຍເທື່ອເປັນຕົ້ນໃຫ້ກຸ່ມເດັກຍິງລາວ ມາຢືນລຽນແຖວກັນ ແລ້ວຖາມວ່າ ຢາກໄດ້ຜົວຈີນ ນິດໄສແບບໃດ ລວມທັງວິດີໂອທີ່ຄົນຈີນ ພາກຸ່ມເດັກຍິງລາວ ໄປເລືອກຊື້ໂທຣະສັບມືຖື ຢູ່ຮ້ານໂທຣະສັບແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ແລະ ຫຼ້າສຸດກໍມີວີດີໂອ ກ່ຽວກັບຄົນຈີນ ໃຫ້ເດັກຍິງລາວ 2 ຄົນ ຫ້ອມແກ້ມໃນລັກສະນະຊູ້ສາວ.

ເລື່ອງທີ່ອ່ານຫຼາຍ
ແມ່ຍິງ-ເດັກນ້ອຍ
ກະທ້ອມ ຖືກນໍາໃຊ້ກັນ ຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 16, 2023 10:58 PM

ພັກລັດ ເຄີຍ ເວົ້າເມື່ອ 20 ປີຜ່ານມາວ່າ ໃນເມື່ອເປີດປະເທດ ຮັບນັກທ່ອງທ່ຽວເຂົ້າມາໃນປະເທດ ແນ່ນອນ ກໍ່ຕ້ອງມີຄົນບໍ່ດີ ເຂົ້າມາ ດັ່ງນັ້ນ ເຮົາຕ້ອງຄ່ອຍໆເປີດແລະລະມັດລະວັງ ເຊິ່ງໃນທີ່ນີ້ ພັກລັດ ຫມາຍເຖິງ ຄົນລາວ ທີ່ບໍ່ຫວັງດີ ເຂົ້າມາກໍ່ຄວາມວຸ້ນວາຍ ພາຍໃນປະເທດ ແລະ ສ້າງຄວາມ ສັ່ນຄອນ ໃຫ້ການນຳພາ ຂອງພັກລັດ. ແຕ່ອີກ 20 ປີ ຕໍ່ມາ ພັກລັດ ກໍ່ໄດ້ເປີດປະເທດ ເອົານັກລົງທຶນ ຕ່າງຊາດເຂົ້າມາ ແຕ່ໃນນັ້ນ ສວນຫລາຍແມ່ນ ນັກລົງທຶນ ຈາກປະເທດ ສັງຄົມນິຍົມ ແລະ ຄອມມິວນິດດ້ວຍກັນ ເພາະວ່າ ຈະມີຊ່ອງທາງ ຮັບສິນບົນແລະເງິນກ້ອງໂຕະ ຫລືວ່າ ເງິນນາຍຫນ້າ. ແຕ່ພັກລັດ ຈະບໍ່ໄດ້ຮັບສິນບົນຫຍັງຫລາຍ ຈາກປະເທດທຶນນິຍົມ ທີ່ມີປະຊາທິປະໄຕ ເຊິ່ງພວກເຂົາເຈົ້າ ຈະບໍ່ຊື້ຈ້າງ ເພື່ອດໍາເນີນທຸລະກິດ. ຢ່າງໃດກໍ່ຕາມ ການທີ່ໃຫ້ຊາວຈີນ ເຂົ້າມາຢ່າງ ຊະຊາຍ ຈຶ່ງເຮັດໃຫ້ພວກກຸ່ມຄົນບໍ່ດີ ພວກອາສຍາກອນ ມາສ້າງສິ່ງທີ່ບໍ່ດີ ໃນປະເທດ ດັ່ງທີ່ເຫັນອອກ ທາງສື່ສັງຄົມອອນລາຍ ເຊັ່ນ ການລັກລອບເອົາແມ່ຍິງລາວ ໄປແຕ່ງດອງກັບຄົນຈີນ ແລ້ວຂາຍຕໍ່ ໃຫ້ຄົນອື່ນ, ມາຕັ້ງ ຄອມເຊັນເຕີ້ ເພື່ອຫລອກລວງ ເອົາເງິນຜູ້ອື່ນ, ການຈ້າງໃຫ້ ເດັກຍິງ ຂາຍຕົວ ແລະ ການຈ້າງໃຫ້ເຕັ້ນໂຊອື່ນໆ, ແຕ່ທາງພັກລັດ ແລະ ເຈົ້າຫນ້າທີ່ ຕຳຫລວດ ແທບຈະບໍ່ເຮັດຫຍັງເລີຍ ຫລືວ່າ ປາບປາມ ກໍ່ຍາກ, ຊ້ຳບໍ່ຫນຳ ເຈົ້າຫນ້າທີ່ ກໍ່ບໍ່ສາມາດ ເຂົ້າໄປກວດກາ ແລະ ປາບປາມ ສິ່ງຜິດກົດຫມາຍ ໃນເຂດເສດຖະກິດພິເສດໄດ້ເລີຍ. ເຖິງເວລາແລ້ວ ທີ່ພັກລັດ, ເຈົ້າຫນ້າທີ່ ທະຫານຕຳຫລວດ ຄວນເອົາໃຈໃສ່ ປາບປາມ ສິ່ງຊົ່ວຮ້າຍ ແລະ ນຳຄວາມຜາສຸກ ມາໃຫ້ປະເທດຊາດ ແລະ ປະຊາຊົນ. ຂອບໃຈ ໃນນາມປະຊາຊົນ ທີ່ປາກບໍ່ໄດ້ໄອບໍ່ດັງຄົນນຶ່ງ.