ຄະນະກັມມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກນ້ອຍ ແຫ່ງຊາດລາວ ຣາຍງານ ກ່ຽວກັບ ສິດທິເດັກນ້ອຍລາວ ທົ່ວປະເທດ ໃນມື້ວັນທີ 7 ຕຸລາ 2019 ທີ່ແຂວງສວັນນະເຂດ ຊຶ່ງໄດ້ຣະບຸວ່າ ເດັກນ້ອຍ ທົ່ວປະເທດລາວ ສ່ວນໃຫຍ່ ຍັງບໍ່ໄດ້ໃຊ້ສິດທິ ຂອງພວກຕົນ ຄື ມີປະມານ 71% ຂອງຈຳນວນເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ ທີ່ບໍ່ໄດ້ໃຊ້ ສິດທິຂັ້ນພື້ນຖານ ຂອງພວກຕົນ.
ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 9 ຕຸລານີ້ວ່າ:
“ຄວາມອ່ອນແອ ຄືຕົວຢ່າງວ່າ ເຣື່ອງການເຂົ້າເຖິງ ໂຄງຮ່າງພື້ນຖານ ສາທາຣະນະນຸປະໂພກ ກໍຍັງບໍ່ເຖິງປານໃດ ເວົ້ເຣື່ອງການເຂົ້າເຖິງ ການສຶກສາຕ່າງໆ ກໍເປັນ ໄປໄດ້ຊ້າ.”
ທ່ານເວົ້າຕື່ມວ່າ ສິດທິຂັ້ນພື້ນຖານ ທີ່ເດັກນ້ອຍ ອາຍຸຕ່ຳກ່ວາ 18 ປີ ໃນລາວ ຖືກປະລະທັງ ສິດທາງດ້ານ ໂພສະນາການ, ສຸຂພາບ, ການສຶກສາ, ການພັທນາ ກ່ອນວັຍຮຽນ, ການປົກປ້ອງ ຈາກພັຍຕ່າງໆ, ນ້ຳສະອາດ, ບ່ອນຢູ່ອາສັຍ ແລະ ຂໍ້ມູນຂ່າວສານ ທີ່ລ້ວນແລ້ວແຕ່ເປັນສິດ ຂັ້ນພື້ນຖານ ທີ່ເດັກນ້ອຍ ຄວນຈະໄດ້ຮັບ.
ອີງຕາມ ການຣາຍງານ ກ່ຽວກັບເປົ້າໝາຍ ແລະ ການພັທນາແບບຍືນຍົງ ແລະ ສະພາບ ຊີວິດການເປັນຢູ່ ຂອງເດັກນ້ອຍລາວ, ເດັກນ້ອຍລາວ ອາຍຸຕ່ຳກ່ວາ 18 ປີ ຖືກປະລະ ຫຼາຍ ທີ່ສຸດ ຢູ່ແຂວງເຊກອງ, ອັດຕະປື, ສາລະວັນ, ສວັນນະເຂດ, ຜົງສາລີ, ຫົວພັນ ແລະ ແຂວງຊຽງຂວາງ, ຊຶ່ງລ້ວນແຕ່ ເປັນແຂວງທີ່ທຸກຍາກ ຂອງລາວ. ແລະ ເຈົ້າໜ້າທີ່ ຫຼຸດຜ່ອນຄວາມທຸກຍາກ ແຂວງ ສາລະວັນ ກໍກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນັ້ນວ່າ ສະເພາະ ແຂວງສາລະວັນ ກໍມີບັນຫາ ທີ່ເຮັດໃຫ້ເດັກນ້ອຍ ຖືກປະລະຫຼາຍ. ພວກເຂົາເຈົ້າ ຄອບຄົວ ທຸກຍາກ, ບໍ່ມີ ເງິນຮຽນໜັງສື ແລະ ຢູ່ຮ່າງໄກ ໂຕເມືອງ, ບໍ່ສາມາດ ເຂົ້າເຖິງສິດທິ ຕ່າງໆໄດ້ ເຮັດໃຫ້ເກີດບັນຫາ ເດັກນ້ອຍ ອາຍຸບໍ່ຮອດ 15 ປີ ແຕ່ງດອງ ເອົາລູກໄວ, ດັ່ງທີ່ ທ່ານກ່າວວ່າ:
“ແມ່ນແຫຼະ ຄືເດັກນ້ອຍອາຍຸ 13 ປີ ເອົາຜົວແຫຼະ ພວກຜູ້ຊາຍ ກໍ 15 ປີ ໂອ້ຍ ຜູ້ນ້ອຍໆ ໄດ້ລູກ ກັນມາຕະພືດຕະພື ມັນກໍຊິມີຫຍັງ ຊ້ຳນັ້ນ ຊິຫາຫຍັງ ທັນໄດ້ຜູ້ໃດທຸກ ກໍບໍ່ໄດ້ຮຽນ ເພາະການສຶກສາ ຂະເຈົ້ານ້ອຍ ແລ້ວບາດນີ້ ແຕ່ງງານໄວ ບັນຫາມັນມາກມາຍ ຫັ້ນແຫຼະ.”
ຕໍ່ບັນຫາດັ່ງກ່າວ, ທ່ານ ອາລຸນແກ້ວ ກິດຕິຄຸນ, ຣັຖມົນຕຣີ ປະຈຳສຳນັກງານນາຍົກຣັຖມົນຕຣີ, ຮອງປະທານ ຄະນະກຳມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກນ້ອຍ ແຫ່ງຊາດລາວ ເວົ້າວ່າ ຣັຖບານລາວ ຕ້ອງເລັ່ງລັດ ປະຕິບັດສິດທິ ເດັກນ້ອຍ ແລະ ປັບປຸງຊີວິດຂອງ ພວກເຂົາເຈົ້າ ໃຫ້ດີຂຶ້ນ.